ເອົາໃຈໃສ່ເຖິງຊົນຊັ້ນກຳມະກອນໃນໄລຍະພັດທະນາໃໝ່

(vovworld) ​​​ໃນ​ຊຸມ​ວັນ​ນີ້, ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ ​ຖືກດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ເນື່ອງ​ໃນ​ໂອ​ກາດ​ເດືອນ​ກຳ​ມະ​ກອນ 2017, ສະ​ເຫຼີມ​ສະຫຼອງ 131 ປ​ີ​ແຫ່ງວັນ​ກຳ​ມະ​ກອນ​ສາ​ກົນ 01/05. ກ່ອນ​ໜ້ານັ້ນ, ວັນ​ທີ 22/04, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ເຈ​ລ​ະ​ຈາ​ກັບ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ບັນ​ດາ​ແຂວງ​ພາກ​ກາງ​ເປັນຈຳ​ນວນ​ຫລວງ​ຫລາຍ. ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ເປັນ​ການຢັ້ງ​ຢືນເຖິງ​ແຫຼ່ງ​ກຳ​ລັງ, ການ​ປະ​ກອບ​ສ່ວນ​ຂອງ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ ພ້ອມ​ທັງ​ໃຫ້​ເຫັນ​ວ່າ ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ເຖິງ​ຊົນ​ຊັ້ນ​ກຳ​ມະ​ກອນ​ໃນ​ໄລ​ຍ​ະ​ພັດ​ທ​ະ​ນາ​ໃໝ່. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວູ​ຢຸງ.

ເອົາໃຈໃສ່ເຖິງຊົນຊັ້ນກຳມະກອນໃນໄລຍະພັດທະນາໃໝ່ - ảnh 1
(ພາບ​ປະ​ກອບ)

        ກຳ​ລັງ​ກຳ​ມະ​ກອນ ຫວຽດ​ນາມ ໄດ້ ແລະ ພວມ​ມີ​ບັນ​ດາ​ບາດ​ກ້າວ​​ເຕີບໃຫຍ່ເຂັ້ມ​ແຂງ​ທັງ​ຂອບ​ຂະ​ໜາດ ແລະ ຄຸນ​ນະ​ພາບ​ຢ່າງບໍ່​ຢຸດຢັ້ງ, ສຳ​ພັດ​ກັບ​ວິ​ທະ​ຍາ​ສາດ​ຢ່າງ​ວ່ອງໄວ​, ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ, ຮັບ​ປະ​ກັນເທື່ອ​ລະ​ກ້າວ, ເປັນ​ເຈົ້າ​ການ​​ດ້ານເຕັກ​ນິກ ແລະ ເຕັກ​ໂນ​ໂລ​ຢີ​ສູງ. ນີ້​ແມ່ນ​ກຳ​ລັງ​ສຳ​ຄັນ ປ​ະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ປະ​ກາດ​ໃຊ້​​ບັນ​ດານະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊາວ​ຜູ້​ອອກ​ແຮງ​ງານ

        ປະ​ເທດ​ຊາດພວມ​ຢູ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສ້າງ​ລັດ​ຖະ​ບານ​ສ້າງ​ສັນພັດ​ທະ​ນາ, ຊື່​ສັດ​ບໍ​ລິ​ສຸດ, ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົນ. ບົນ​ຈິດ​ໃຈ​ນັ້ນ, ລັດ​ຖະ​ບານ​ໄດ້ ແລະ ສືບ​ຕໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ແຮງ​​ຮູບ​ແບບ​ວິ​ສາ​ຫະ​ກິດຕ່າງໆ, ສະ​ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ການ​ປະ​ຕິ​ບັດ​ຄວ​າມ​ກ້າວ​ໜ້າ, ຍຸ​ຕິ​ທຳ​​ທາງສັງ​ຄົມ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ກຳ​ມະ​ກອນ. ລັດ​ຖະ​ບານ​ໄດ້ ແລະ ພວມ​ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ ເພື່ອ​ແກ້​ໄຂ​ບັນ​ດາ​ຄວາ​ມມຸ່ງ​ມາດ​ປາດ​ຖະ​ໜາ​ອັນ​ຊອບ​ທຳ​ຂອງ​ກຳ​ມະ​ກອນ. ລັດ​ຖະ​ບານ​ສືບ​ຕໍ່​ມີ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ດັດ​ປັບ​ເງິນ​ເດືອນ​​ພື້ນ​ຖານ, ​ເພີ່ມ​ລະ​ດັບ​ເງິນ​ເດືອນ​ພື້ນ​ຖານ​ປີ 2017; ຮຽກ​ຮ້ອງ​ບັນ​ດາ​ທ້ອງ​ຖິ່ນ​ຍູ້​ແຮງ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ, ເຮືອນ​ຢູ່ກຳ​ມະ​ກອນ; ຍົກ​ລະ​ດັບ​ການປັບໃໝ​ສຳ​ລັບ​ບັນ​ດາ​ກໍ​ລະ​ນີ​ໜີ້​​ຄ້າງ​ຈ່າຍ, ຈ່າຍ​ຄ່າ​ປະ​ກັນ​ໄພ​ສັງ​ຄົມ​ໃຫ້​ຊາວ​ຜູ້​ອອກ​ແຮງ​ງານຊ້າ​ກ່​ວາ​ກຳ​ນົດ. ພິ​ເສດ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຊັນ​ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງ “ການ​ລົງ​ທຶນສ້າງ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ​ຂອງກຳ​ມະ​ບານ​ຢູ່​ບັນ​ດາ​ເຂດ​ອຸ​ສາ​ຫະ​ກຳ, ເຂດ​ຜະ​ລິດ​ປຸງ​ແຕ່ງ​ສົ່ງ​ອອກ”…ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ:

        “ໃນ​ທົ່ວ​ປະ​ເທດ​ມີ​ກຳ​ມະ​ກອນ​ 2,7 ລ້ານ​ຄົນ ແຕ່​​ກ່​ວາ 1,2 ລ້ານ​ຄົ​ນ​ຍັງ​ບໍ່​ທັນ​ມີເຮືອນ​ຢູ່. ນີ້​ແມ່ນ​ບັນ​ຫາ​ເຄັ່ງ​ຮ້ອນ. ດັ່ງ​ນັ້ນ ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​ແນະ​ຂອງ​ສະ​ຫະ​ພັນ​ແຮງ​ງານ ຫວຽດ​ນາມ ​ໄດ້ຕົກ​ລົງ​ອະ​ນຸ​ມັດ​ແຜນ​ຮ່າງ​ລະ​ບອບ​ລະ​ບຽບ​ກຳ​ມະ​ບານ ຫວຽດ​ນາມ, ລວມ​ມີ​ລະ​ບອບ​ລະ​ບຽບ​ການ​ກ່ຽວ​ກັບ​ເຮືອນ​ຢູ່ (ໜູນ​ຊ່ວຍ​ສ່ວນ​ໃດ​ສ່ວນໜຶ່ງ); ທີ 2 ແມ່ນ​ລະ​ບອບ​ລະ​ບຽບການ​ກ່ຽວ​ກັບ​ຫໍ​ວັດ​ທະ​ນະ​ທຳ, ຫໍ​ສະ​ໝຸດ, ເຮືອນ​ລ້ຽງ​ເດັກ, ພິ​ເສດ​ແມ່ນ​ມີ​ລະ​ບອບ​ລະ​ບຽບ​ການ​ກ່ຽວ​ກັບ​ສູນ​ໜູນ​ຊ່ວຍ​ດ້ານ​ນິ​ຕິ​ທຳ, ປຶກ​ສາ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ກຳ​ມະ​ກອນ, ປົກ​​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ໃຫ້​ກ​ຳ​ມະ​ກອນ”.  

ເອົາໃຈໃສ່ເຖິງຊົນຊັ້ນກຳມະກອນໃນໄລຍະພັດທະນາໃໝ່ - ảnh 2

(ພາບ​ປະ​ກອບ)

   ຕາມນັ້ນ​ແລ້ວ, ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ​ຈະ​ເປັນ​ປະ​ທານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່ອ​ສ້າງ​ບັນ​ດາ​ເຂດ​ຮັບ​ໃຊ້​ກຳ​ມະ​ກອນ ຜູ້​ອອກ​ແຮງ​ງານ ແລະ ສະ​ມາ​ຊິກ​ກຳ​ມະ​ການ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກ​ຳ-ເຂດ​ຜະ​ລິດ​ສົ່ງ​ອອກ. ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຢ່າງ​ທັນ​ການ​ຄື​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານ ກໍ ເປັນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ກຳ​ມະ​ກອນ​ຫວຽດ​ນາມ​ສືບ​ຕໍ່​ຢັ້ງ​ຢືນ​ເປັນ​ກຳ​ລັງ​ຜະ​ລິດ​ໂດຍ​ພື້ນ​ຖານ, ປະ​ກອບສ່ວນ​ຢ່າງ​ໃຫ​ຍ່ຫຼວງ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

     ເອົາ​ໃຈ​ໃສ່​ເຖິງ​ຜູ້​ອອກ​ແຮງ​ງານ​ດ້ວຍ​ດ້ວຍ​ມາດ​ຕະ​ການ​ແກ້​ໄຂ​ລະ​ອຽດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

     ບັນ​ຫາ​ພັດ​ທະ​ນາ​ໃນ​ໄລ​ຍະ​ປະ​ຈຸ​ບັນ ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ແຮງ​ງານ​ຕ້ອງ​ມີ​ທັກ​ສະ, ລະ​ດັບ​ສີ​ມື​ແຮງ​ງານສູງ. ຜູ້​ອອກ​ແຮ​ງ​ງານ​ແຕ່​ລະ​ຄົນ​ຕ້ອງ​ສູ້​ຊົນ, ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ, ຝຶກ​ຝັນຫຼໍ່ຫຼອມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ກາຍ​ເປັນ​ບັນ​ດາ​ນາຍ​ຊ່າງ​ເກັ່ງ, ກຳ​ມະ​ກອນ​ເຕັກ​ນິກ​ທີ່​ດີ​ເດັ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ : (ເທບ)

    “ ຖ້າ​ຫາກ​ປະ​ກອບ​ອາ​ຊີບ​ໃດ​ກໍ​ຢາ, ກໍ​ຕ້ອງ​ບັນ​ລຸ​ລະ​ດັບ​ຍອດ​ສູງ ຈຶ່ງ​ປະ​ສົບ​ຜົນ​ສຳ​ເລັດ. ກຳ​ມະ​ກອນ​ຕ້ອງ​ຮຽນ​ເອງ, ຝຶກ​ຝົນ​ສີ​ມື​ແຮງ​ງານ​ດ້ວຍ​ຕົນ​ເອງ​ໃຫ້​ດີ​ເພື່ອ​ສາ​ມາດ​ຕອບ​ສະ​ໜອງ​ຕໍ່​ການ​ແກ່ງ​ແຍ້ງ​ທາງ​ດ້ານ​ແຮງ​ງານ​ໃນ​ປະ​ຈຸ​ບັນ. ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ ກໍ​ລ້ວນ​ແຕ່​ພະ​ຍາ​ຍາມ​ຮຽນ​ໃຫ້​ເກັ່ງ, ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ​ກ່​ວາ, ຕ້ອງ​ຄົ້ນ​ຄ້​ວາ​ຈາກ​ທິດ​ສະ​ດີ​ຕະຫຼອດ​ຮອດ​ການ​ລົງ​ເຮັດ​ຕົວ​ຈິງ ແລະ ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ ແລະ ມີ​ຜົນ​ປະ​ໂຫຍດ​ດີ​ກ່​ວາ ”

     ທາງ​ຝ່າຍ​ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບນັ້ນ, ອົງ​ການ​ກຳ​ມະ​ບານ​ຂັ້ນ​ຕ່າງໆ​ຕ້ອງ​ຍູ້​ແຮງ​ໂຄງ​ການ​ “ຍົກ​ສູງລະ​ດັບ​ທັກ​ສະ, ວິ​ຊາ​ຊີບ​ຂອງ​ສະ​ມາ​ຊິກ​ກຳ​ມະ​ບານ ແລະ ຜູ້​ອອກ​ແຮງ​ງານ” ຕິດ​ພັນ​ກັບ​ແຜນ​​ຮ່າງ “ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ​ໃນ​ໝູ່​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ​ເຖິງ​ປີ 2020”. ບັນ​ດາ​ວິ​ສາ​ຫະ​ກິດ​ກໍ​ຕ້ອງມີ​ນະ​ໂຍ​ບາຍບຳ​ລຸງສ້າງສະ​ເພາະ​ຂອງ​ຕົນ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຂັ້ນ​ຕ່າງໆ​ເພື່ອ​ອາດ​ຈະ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ໂຄງ​ການ​ທຶນ​ສຶກ​ສາ​ທີ່​ສະ​ຫງວນ​ໃຫ້​ກຳ​ມະ​ກອນ​ເພື່ອ​ຍົກ​ສູງວິ​ຊາ​ຊີບ, ສີ​ມື​ແຮງ​ງານ. ເພື່ອ​ໃຫ້​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານມີ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ, ລັດ​ຖະ​ບານ​ຍັງ​ຈະ​ພິ​ຈາ​ລະ​ນາ​ສະ​ຫງວ​ນ​ສ່ວນ​ໜຶ່ງ​ຂອງກອງ​ທຶນ​ປະ​ກັນ​ໄພ​ວາ່ງງານ​ທີ່​ຈ່າຍ​ໃຫ້​ການ​ບຳ​ລຸງ​ສ້າງໄລ​ຍະ​ຍາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ : (ເທບ)

      “ ລັດ​ຖະ​ບານ​ຈະ​ຊີ້​ນຳສະ​ຫງວ​ນ​ສ່ວນ​ໜຶ່ງ​ຂອງກອງ​ທຶນ​ປະ​ກັນ​ໄພ​ວາ່ງງານ​ທີ່​ຈ່າຍ​ໃຫ້​ການ​ບຳ​ລຸງ​ສ້າງເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ປະ​ຈຸ​ບັນ. ຫວຽດ​ນາມ​ກໍ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ສຳ​ລັບປະ​ຊາ​ກອນ. ຜູ້​ອອກ​ແຮງ​ງານຫວຽດ​ນາມ​ມີ​ຄວາມ​ດຸ​ໝັ້ນ​ຂະ​ຫ​ຍັນ​ພຽນ, ມີ​ຄວາ​ມ​ມາ​ນະ​ອົດ​ທົນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ໃນ​ຂະ​ນະ​ທີ່​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ຫັນ​​ອຸດ​ສາ​ຫະ​ກຳ ກະ​ສີ​ກຳ​ເປັນທັນ​ສະ​ໄໝ, ແກ້​ໄຂວຽກ​ເຮັດ​ງານ​ທຳ​ຢ່າງຫຼ​ວງຫຼາຍ. ດັ່ງ​ນັ້ນ, ກອງ​ທຶນ​ປະ​ກັນ​ໄພ​ວາ່ງງານ​ຖືກ​ນຳ​ໃຊ້​ເພື່ອ​ແກ້​ໄຂວຽກ​ງານ​ບຳ​ລຸງ​ສ້າງ, ຍົກ​ສູງ​ສີ​ມື​ແຮງ​ງານ​ແມ່ນ​ຈຳ​ເປັນ​ທີ່​ສຸດ”

      ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງນີ້, ລັດ​ຖະ​ບານ​ຍັງ​ສືບ​ຕໍ່​ຄົ້ນ​ຄ້​ວາ, ເພີ່ມ​ເຕີມ​ແກ່​ການ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ເພດ​ຍິງ. ບັນ​ດາ​ອົງ​ການ​ກຳ​ມະ​ບານ​ຄວນ​ສືບ​ຕໍ່​ຄົ້ນ​ຄ້​ວາ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ສະ​ພາ​ແຫ່ງ​ຊາດ​ເພື່ອ​ເພີ່ມ​ເຕີມ​ບັນ​ດາ​ເນື້ອ​ໃນ​ທີ່​ຍັງ​ບໍ່​ຄົບ​ຖ້ວນ, ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ສ້າງ ແລະ ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ແຮງ​ງານ​ຍິງ.

   ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄວ ແລະ ຍືນ​ຍົງ, ບົດ​ບາດ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ​ແມ່ນ​ສຳ​ຄັນ​ທີ່​ສຸດ. ເພາະ​ສະ​ນັ້ນ, ການ​ເອົາ​ໃຈ​ໃສ່​ລົງ​ທຶນ​ໃຫ້​ແກ່​​ຜູ້​ອອກ​ແຮງ​ງານເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດປັບ​ຕົວ​ໃຫ້​ແທດ​ເໝາະກັບ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຮັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ເສດ​ຖະ​ກິດ-ສັງ​ຄົມ./. 



ຕອບກັບ

ຂ່າວ/ບົດ​ອື່ນ