ແກ້ງແຍ້ງດ້ານການຄ້າ ຕ້ອງມີຄວາມຍຸຕິທຳ

(vovworld)- ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຫາ​ກໍ່​ປະກາດ​ຂໍ້​ຕົກລົງ​ຈັດ​ວາງ​​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ໃນ​ລະດັບ​ສູງ​ທົບ​ສີ​ບເທົ່າ​ສຳລັບ​ບັນດາ​ຜະລິດ​ຕະພັນ​ປາຈາ ​ແລະ ປາ​ບາ​ຊາ ນຳ​ເຂົ້າ​ຈາກ ຫວຽດນາມ ​ໃນ​ບັ້ນ​ພິຈາລະນາ​ດ້ານບໍລິຫານ​ກ່ຽວ​ກັບ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ຄັ້ງ​ທີ 8 ສຳລັບ​ປາ​ຫນັງ​ຂອງ ຫວຽດນາມ ​ເມື່ອ​ວັນ​ທີ 14/3. ນີ້​ແມ່ນ​ຄຳ​ຕັດສິນ​ທີ່ຂາດ​ຄວາມ​ຍຸຕິທຳ, ກໍ່​ຄວາມ​ຫຍຸ້ງຍາກ​ແກ່​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ປາ​ຫນັງ ຫວຽດນາມ, ພິ​ເສດ​ແມ່ນ DOC ຍັງ​ປ່ຽນ​ແປງ​ປະ​ເທດ​ທີ 3 ​ເພື່ອ​ນຳ​ໃຊ້​ອັດຕາພາສີ​ຕ້າ​ນການ​ຂາຍ​ບຸບ​ລາຄາ ຈາກ ບັງ​ກະລາ​ເທດ ​ໄປ​ຍັງ ອິນ​ໂດ​ເນ​ເຊຍ. ບົດ​ຂຽນຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ແກ້ງ​ແຍ້​ງດ້ານ​ການ​ຄ້າ ຕ້ອງ​ມີ​ຄວາມຍຸຕິທຳ” ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ຖະ​ແຫລ​ງການ​ຂອງ DOC ກ່ຽວກັບ​ບັນຫາ​ດັ່ງກ່າວ.

ແກ້ງແຍ້ງດ້ານການຄ້າ ຕ້ອງມີຄວາມຍຸຕິທຳ - ảnh 1
ປາຊາ ຢູ່ຫວຽດນາມ
ພາບປະກອບ:internet

        ຕາມ​ຂໍ້​ຕົກລົງ​ຂອງກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ແລ້ວ, ອັດຕາ​ພາສີ​ສຳລັບ​ປາຈາ ​ແລະ ປາ​ບາ​ຊາ ຂອງບັນດາ​ວິ​ສາ​ຫະກິດ ຫວຽດນາມ ຈະ​ຖືກເພີ່ມ​ຂຶ້ນ​ສູງ​ທົບ​ສີ​ບໆ​ເທົ່າ. ລະອຽດ​ຄື: ວິ​ສາ​ຫະກິດ ຫວີງ​ຮ່ວານ ຊື່​ງ​ແມ່ນ​ຫົວຫນ່ວຍ​ທີ່ມີ​ຕົວ​ເລກ​ທຸລະ​ກິດ​ສູງ​ສຸດ​ກ່ຽວ​ກັບ​ການສົ່ງ​ອອກ​ປາຈາ ​ແລະ ປາ​ບາ​ຊາ​​ໄປ​ຍັງ ອາ​ເມ​ລິ​ກາ ​ເຊິ່ງກ່ອນ​ນີ້ ​ບໍ່​ຕ້ອງ​ເສຍ​ພາສີ ​ແຕ່​​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ຕ້ອງ​ເສຍ​ພາສີ​ 0,19 USD/ກິ​ໂລກາມ. ນອກ​ນັ້ນ ມີວິ​ສາ​ຫະກິດ​ອື່ນ 16 ​ແຫ່ງ​ຂອງ​ຫວຽດນາມ, ​ໃນ​ນັ້ນ ມີ​ບໍລິສັດ ບີ່​ນອານ, ຮຸ່ງ​ເວື​ອງ, Cadovimex, Anvifish, Docifish ຈະຖືກ​ຈັດ​ວາງ​ອັດຕາ​ພາສີ​ສູງ​ກວ່າຈາກ 0,77 USD - 3,87 USD/ກິ​ໂລກາມ. ​ຄິດ​ສະ​ເລ່ຍ, ຜູ້​ລ້ຽງ​ປາ​ ຫວຽດນາມ ຖືກ​ຫລຸບ​ທຶນ 2.000- 3.000 ດົ່ງ/ກິ​ໂລ​ກາມ ຍ້ອນ​ລາຄາ​ສົ້ນ​​ເຂົ້າ​ເພີ່ມ​ຂຶ້ນ​ແຮງ, ​ໃນ​ຂະນະ​ທີ່ລາຄາ​ສົ້ນ​ອອກ​ນັບ​ມື້​ນັບ​ຕຳ່. ຖ້າ​ຫາກ​ລາຄາ​ສົ່ງ​ອອກ​ປາຈາ​ສືບ​ຕໍ່​ຫລຸດ​ລົງ ​ແລະ ຕ້ອງ​ເສຍພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາຕື່ມ​ອີກ ຈະ​ເຮັ​ດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ລ້ຽງ​ປາ​​ຖືກປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທົບສອງ​ເທົ່າ ​ແລະ ​ເວລາ​ນັ້ນ ຜູ້​ລຽງ​ປາຈາ ​ແລະ​ ປາ​ບາ​ຊາ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຕ້ອງ​ປະລະ​ອາຊີບ ​ເພາະ​ລາຄາ​ສົ້ນ​ອອກ​ບໍ່ຮັບປະກັນ​ໃຫ້​ແກ່​ການ​ຜະລິດ. ​ຂ່າວ​ຄາວ​ກ່ຽວ​ກັບ​ພາສີ​ຕ້ານ​ການ​ຂາຍ​ບຸ​ບລາ​ຄາ​ສຳລັບ​ປາຈາ ​ແລະ ປາ​ບາ​ຊາ ຫວຽດນາມ ທີ່​ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ, ອີກ​ຄັ້ງ​ຫນຶ່ງ​ເຮັດ​ໃຫ້​ຜູ້​ລ້ຽງ​ປາ​ມີ​ຄວາມ​ວິຕົກ​ກັງວົນ.

        ກ່ຽວ​ກັບຂໍ້​ຕົກລົງສຸດ​ທ້າຍ​ຂອງ​ການພິຈາລະ​ນາ​ດ້ານ​ບໍລິຫານ​ຄັ້ງ​ທີ 8 ​ເມື່ອ​ວັນ​ທີ 14/3 ນັ້ນ, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໄດ້​ອີງ​ໃສ່​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ລາຄາ​ຂອງ​ລັດຖະບານ ອິນ​ໂດ​ເນ​ເຊຍ ​ເພື່ອ​ຄິດ​ໄລ່​ລາຄາ​ປາຈາ​ທີ່ນຳ​ໃຊ້​ເຂົ້າ​ໃນ​ການ​ປຸງ​ແຕ່ງປາ filet. ການ​ຄົ້ນ​ຄ້ວາ​ດັ່ງກ່າວ​ບໍ່​ອີງ​ໃສ່​ສະພາບ​ຕົວ​ຈິງ ພຽງ​ອີງ​ໃສ່​ລາຄາ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ​ເຊິ່ງ​ໄດ້​ຮັບ​ການ​ຄິດ​ໄລ່​ຈາກ​ຕົວ​ເລກ​ຂອງ​ບາງ​ທ້ອງ​ຖິ່ນ, ​ເຮັດ​ໃຫ້​ເກີດ​ຄວາມ​ຜິດ​ດຽງ​ຫລາຍ​ກ່ຽວ​ກັບ​ລາຄາ​ສຳລັບ​ຜະລິດ​ຕະພັນ​ປາ​ຫນັງ.  ທ່ານ ດ່າວ​ເຈີ​ນ​ເຍີນ ຫົວຫນ້າ​ທູດການ​ຄ້າ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຖື​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ​ໄດ້​ມີ​ການ​ກະທົບ​ຈາ​ກບັນດາ​ຫນ່ວຍ​ຜົນ​ປະ​ໂຫຍ​ດສ່ວນ​ຕົວຂອງ ອາ​ເມ​ລິ​ກາ. ລະອຽດ​ຄື: ສະຫະ​ສະມາຄົມ​ປາຫນັງ( Siluridae) ໄດ້​ມີ​ການຂົນຂວາຍ​ຢ່າງ​ແຂງ​​ແຮງ​ເພື່ອ​ໃຫ້​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຊອກ​ທຸກ​ວິທີ​ເພື່ອ​ປ່ຽນ​ປະ​ເທດ​ທີ 3 ຈັດ​ວາງອັດຕາ​ພາສີ ຈາກ ບັງ​ກະລາ​ເທດ ​ໄປ​ຍັງ ອິນ​​ໂດ​ເນ​ເຊຍ ​​ແນ​ໃສ່ເພີ່ມ​ອັດຕາ​ພາສີ​ເພື່ອ​ສະກັດ​ກັ້ນ​ການ​ແກ້ງ​​ແຍ້​ງລະຫວ່າງ ປາຈາ ​ແລະ ປາ​ບາ​ຊາ ຂອງຫວຽດນາມ ​ກັບ​ປາ​ຫນັງ​ຂອງ​ອາ​ເມ​ລິ​ກາ​ຢູ່​ຕະຫລາດ​ນີ້.”

ແກ້ງແຍ້ງດ້ານການຄ້າ ຕ້ອງມີຄວາມຍຸຕິທຳ - ảnh 2
ການປຸງແຕ່ງປາຊາ ເພື່ອສົ່ງອອກ
ພາບ:internet

        ​ໃນ​ການ​ພິຈາລະນາ​ຄັ້ງກ່ອນ​ນີ້, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໄດ້​ຄັດຄ້ານ​ເລື່ອງ​ເລືອກ​ເຟັ້ນປະ​ເທດ ອິນ​​ໂດ​ເນ​ເຊຍ ​ເປັນ​ປ​ະ​ເທດ​ປ່ຽນ​ແທນ​ເພື່ອ​ຄິດ​ໄລ່​ມູນ​ຄ່າ​ການ​ຜະລິດ​ສົ້ນ​​ເຂົ້າ​ສຳລັບ​ປາ​ຈາ ຫວຽດນາມ, ​ເພາະ ປະ​ເທດ​ນີ້​ບໍ່​ມີ​ເອກະສານ​ຢ່າງ​ຄົບ​ຖ້ວນ​ກ່ຽວກັບ​ລາຄາ ​ແລະ ຂາດ​ຂໍ້​ມູນ​ພື້ນຖານ​ກ່ຽວ​ກັບ​ດ້ານການ​ເງິນ. ຍິ່ງ​ກວ່າ​ນັ້ນ, ຄວາມ​ຈິງ ປະ​ເທດ ອິນ​ໂດ​ເນ​ເຊຍ​ເອງ ພຽງ​ແຕ່​ແມ່ນ​ປະ​ເທດ​ນຳ​ເຂົ້າ​ປາຈາ​ແຊ​ເຢັນ​ ​ຈາກ ຫວຽດນາມ ​ເປັນ​ຕົ້ນຕໍ​ເທົ່າ​ນັ້ນ ຫາກ​ບໍ່​ສົ່ງ​ອອກ​ປາຈາ​ໄປ​ຍັງ​ຕະຫລາດ​ໂລກ. ​ໃນ​ 8 ປີ​ລຽນຕິດ, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຍັງ​ຄົງ​ເລືອກ​ເຟັ້ນ ບັງ​ກະລາ​ເທດ ​ແມ່ນ​ປະ​ເທດ​ປ່ຽນ​ແທນ​ເພື່ອ​ຄິດ​ໄລ່​ມູນ​ຄ່າ​ຜະລິດ​ຕະພັນ​ສົ້ນ​ເຂົ້າຂອງ​ປາຈາ ຫວຽດນາມ ຍ້ອນ​​ປະ​ເທດ​ນີ້​ແມ່ນ​ປະ​ເທດ​ຜະລິດ​ປາ ​ແລະ ລ້ຽງ​ປາ​ໃນ​ຫນອງ​ຄ້າຍຄື​ຢູ່ ຫວຽດນາມ. ​ໃນ​ຂະນະ​ນັ້ນ ອິນ​ໂດ​ເນ​ເຊຍ​ ພັດ​ແມ່ນ​ປະ​ເທດ​ລ້ຽງ​ປາຈາ 5 ປະ​ເພດ​​ແຕກຕ່າງ​ກັນ, ​ໃນ​ປີ 2011 ມີ​ພຽງ 70% ປະລິມານ​ປາຈາ​​​ແມ່ນ​ລ້ຽງ​ຢູ່​ໃນ​ຫນອງ​ເທົ່າ​ນັ້ນ. ພິ​ເສດ ປາ 5 ປະ​ເພດ​ດັ່ງກ່າວ​ຂອງ ອິນ​ໂດ​ເນ​ເຊຍ​ເກືອບ​ຄື​ວ່າ​ບໍ່​ຄ້າຍຄືປາ​ຊາ​​ປະ​ເພດຕ່າງໆ​ ​ຂອງ ຫວຽດນາມ ​ແລະ ບັງ​ກະລາ​ເທດ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບໍ່​ມີ​ພື້ນຖານ​ຕົວ​ຈິງ​ເພື່ອ​ໃຫ້​ປະ​ເທດ ອິນ​ໂດ​ເນ​ເຊຍ​ກາຍ​ເປັນ​ປະ​ເທດ​ປ່ຽນ​ແທນ ຫລື ຂໍ້​ມູນ​ຈາກ​ປະ​ເທດ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນຂໍ້​ມູນ​ທີ່​ຫນ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ກວ່າ​ໃນ​ການ​ພິຈາລະນາ​ດ້ານ​ບໍລິຫານ​ຄັ້ງ​ທີ 8 ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ທີ່​ມີ​ຕໍ່ ຫວຽດນາມ.

        ຕໍ່ຫນ້າຄຳ​ຕັດສິນ​ທີ່ຂາດ​ຄວາມ​ຊັດ​ເຈນ​ນີ້ ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ, ຜູ້ຕາງຫນ້າ ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​​ໃນ​ນ້ຳ ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ປາຈາ ​ໄດ້ຢືນຢັນ ຈະ​ສືບ​ຕໍ່​ປະຕິບັດບັນດາ​ມາດ​ຕະການ​ປົກ​ປ້ອງ​ຂະ​ແຫນງ​ປາຈາ ​ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ນິຕິ​ກຳ​ທີ່​ຈຳ​ເປັນ​ເພື່ອ​ຮຽກຮ້ອງ​​ໃຫ້ກະຊວງການ​ຄ້າ ອາ​ເມ​ລິ​ກາ ປັບປຸງ​ຂໍ້​ຕົກລົງ​ຕາມ​ກົດໝາຍ ອາ​ເມ​ລິ​ກາ ກໍ​ຄື​ບັນດາ​ຂໍ້​ຕົກລົງ​ຂອງ​ອົງການ​ການ​ຄ້າ​ໂລກ. ທ່ານ ດ່າວ​ເຈີ​ນ​ເຍີນ ຫົວຫນ້າ​ທູ​ດການ​ຄ້າ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ບັນດາ​ທະນາຍຄວາມ​ຂອງ​ຝ່າຍ​ຈຳ​ເລີຍ ຈະ​ພ້ອມ​ກັບ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ພິຈາລະນາ​ຄືນ​ວິທີ​ການ​ຄິດ​ໄລ່​ອັດຕາ​ພາສີ​ໃຫມ່ ​ເພື່ອ​​ເບິ່ງ​​ເພື່ອ​ຊອກ​ຫາ​ສິ່ງ​ຜິ​ດພາດ​ຫລື​ບໍ່. ຖ້າ​ບໍ່​ຊັດ​ເຈນ ຝ່າຍ​ຈຳ​ເລີຍ​ສາມາດ​ສະ​ເຫ​ນີ​ໃຫ້ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ດັດ​ປັບ​ອັດຕາ​ພາສີ. ທີ​ສອງ​ແມ່ນ ​ຝ່າຍ ຫວຽດນາມກໍ່ ອາດຈະຮຽກຮ້ອງ​ບັນດາ​ທະນາຍຄວາມ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຂຶ້ນ​ສານ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ.”

        ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ອາ​ເມ​ລິ​ກາ ພວມ​ແມ່ນ​ຕະຫລາດ​ນຳ​ເຂົ້າ​ປາຈາ​ໃຫຍ່​ອັນ​ດັບ​ສອງ​ຂອງ ຫວຽດນາມ ຖັດຈາກ​ເອີ​ລົບ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ກວ່າ 358 ລ້ານ USD. ​ເປັນ​ອັນວ່າ ​ເລື່ອງ​ອາ​ເມ​ລິ​ກາ ​ເພີ່ມ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ສູງ​ທົບ​ຫລາຍ​ເທົ່າຄື​ແນວ​ນັ້ນ ບໍ່​ພຽງ​ແຕ່​ສົ່ງຜົນ​ສະທ້ອນ​ເຖິງ​ບັນດາ​ວິ​ສາ​ຫະກິດສົ່ງ​ອອກປາຈາ​ຂອງ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງສົ່ງ​ຜົນ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ບັນດາ​ຕະຫລາດ​ອື່ນ​ກໍ​ຄື​ຂະ​ແຫນງ​ອາຊີບ​ລ້ຽງ​ປາຈາ ຢູ່ ຫວຽດນາມ ອີກ​ດ້ວຍ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເມື່ອ​ນຳ​ໃຊ້ອັດຕາ​ພາສີ​ນີ້​​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ອາ​ເມ​ລິ​ກາ ​ເອງ​ກໍ​ຖືກ​ເສຍ​ຫາຍ ​ເມື່ອ​ຕ້ອງ​ ຊື້​ເຍື່ອງ​ອາຫານ​ທີ່​ເຂົາ​ເຈົ້າ​ນິຍົມດ້ວຍ​ລາຄາ​ສູງ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ