ແຕະຕ້ອງຄວາມເຊື່ອຖືສາສະໜາ: ຜົນຕາມມາ ຍາກທີ່ຈະຄາດຄະເນໄດ້

(VOVWORLD) - ຄາດວ່າ, ໃນຕ້ົ້ນອາທິດໜ້າ (ຄືວັນທີ 11 ກໍລະກົດ), ສະພາສິດທິມະນຸດ ສປຊ ຈະຈັດກອງປະຊຸມດ່ວນ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຈູດເຜົາຄຳພີ Koran ທີ່ເກີດຂຶ້ນຢູ່ບໍລິເວນນອກໂບດອິດສະລາມທີ່ໃຫຍ່ທີ່ສຸດຢູ່ນະຄອນຫຼວງ Stockholm (ປະເທດ ຊູແອັດ) ໃນວັນທີ 28 ມິຖຸນາ.
ແຕະຕ້ອງຄວາມເຊື່ອຖືສາສະໜາ: ຜົນຕາມມາ ຍາກທີ່ຈະຄາດຄະເນໄດ້ - ảnh 1ຜູ້ແຫ່ຂະບວນປະທ້ວງຢູ່ນອກສະຖານທູດ ຊູແອັດ ປະຈຳ ຕວກກີ
(ພາບ:AFP/TTXVN)

ເຫດການນີ້ແມ່ນການກ່າວເຕືອນກ່ຽວກັບ ການເພີ່ມທະວີ ການກະທຳກໍ່ຄວາມໂກດແຄ້ນດ້ານສາສະໜາ, ສ້າງຄວາມຂັດແຍ້ງ ກັນລະຫວ່າງສາສະໜາອິດສະລາມ ແລະ ສັງຄົມອື່ນໆຢູ່ ເອີລົບ, ແມ່ນໄພ ຄວາມສ່ຽງເກີດການກະທຳທີ່ໂກດແຄ້ນແລະ ໃຊ້ຄວາມຮຸນແຮງໃນໂລກ.

          ການຈູດເຜົາຄຳພີ Koran ແມ່ນການກະທຳຜິດກົດໝາຍຢູ່ບັນດາປະເທດ ອິດສະລາມ ເກືອບທັງໝົດ ແລະ ອາດຈະຖືກປັບໃໝລົງໂທດປະຫານຊີວິດ. ກອງປະຊຸມດ່ວນຂອງສະພາສິດທິມະນຸດ ໄດ້ໂຮມປະຊຸມຕາມຄຳສະໜີຂອງ ປາກິດສະຖານ, ຕາງໜ້າໃຫ້ສະມາຊິກຈຳນວນໜຶ່ງຂອງ ອົງການຮ່ວມມືອິດສະລາມ (OIC), ລວມມີ ບັນດາປະເທດສະມາຊິກຂອງສະພາສິດທິມະນຸດ ສປຊ. ສະພາຈະປຶກສາ ຫາລືກ່ຽວກັບການເພີ່ມຂຶ້ນຂອງບັນດາການກະທຳກໍ່ຄວາມໂກດແຄ້ນ ດ້ານສາສະ ໜາຢູ່ບາງປະເທດ ເອີລົບ ແລະ ປະເທດອື່ນໆ ເມື່ອເກີດມີການກະທຳແຕະ ຕ້ອງຄຳພີ Koran ເປັນປະຈຳ.   

        ປະຊາຄົມ ມຸດສະລິມ ຂຸ່ນແຄ້ນ

        ຄວາມດຸຮ້າຍຂອງໂລກອິດສະລາມ ໄດ້ເພີ່ມທະວີ ໃນຊຸມວັນຜ່ານມາ ພາຍຫຼັງ ທີ່ Salwan Momika, ຊາວ ອີຣັກ ຜູ້ໜຶ່ງທີ່ດຳລົງຊີວິດຢູ່ ຊູແອັດ ໄດ້ຈູດເຜົາ ຄຳພີ Koran ຢູ່ບໍລິເວນນອກ ໂບດອິດສະລາມທີ່ໃຫຍ່ທີ່ສຸດຢູ່ນະຄອນຫຼວງ Stockholm (ປະເທດ ຊູແອັດ) ເມື່ອວັນທີ 28 ມິຖຸນາ, ເຊິ່ງແມ່ນວັນເລີ່ມ ຈັດງານບຸນ Eid al-Adha, ເຊິ່ງເປັນງານບຸນສຳຄັນຂອງຊາວ ມຸດສະລິມ.

        ຕວກກີ, ມາຣົກ, ອີຣັກ, ປາກິດສະຖານ, ກູເວດ, ອີຣານ... ໄດ້ຕຳໜິຕິຕຽນ ເຫດການ ດັ່ງກ່າວ. ໃນປະຕິກິລິຍາໄວກ່ວາໝູ່ທີ່ລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວ ເມື່ອວັນທີ 29 ມິຖຸນາ, ທ່ານ Hakan Fidan, ລັດຖະມົນຕີ ການຕ່າງປະເທດ ຕວກກີ ໄດ້ກ່າວປະນາມເລື່ອງເຈົ້າໜ້າທີ່ ຊູແອັດ ອະນຸຍາດໃຫ້ບັນດາການກະທຳຕ້ານ ອິດສະລາມ ເກີດຂຶ້ນແມ່ນບໍ່ສາມາດ ຍອມຮັບໄດ້. ອີຣັກ, ກູເວດ, ສະຫະລັດ ອາຣັບ ເອັມມີເນັດ (UAE), ມາຣົກ, ຈໍແດນ ໄດ້ຮຽກຕົວເຈົ້າໜ້າທີ່ການທູດຂອງ Stockholm ເພື່ອຄັດຄ້ານ ແລະ ຮຽກຮ້ອງຢຸດຕິທຸກການກະທຳໂດຍກົງຕ້ານຄືນບັນດາຄວາມມານະພະຍາຍາມຂອງສາກົນ ໃນການໂຄສະນາບັນດາຄຸນຄ່າກ່ຽວກັບຈິດໃຈທີ່ເອື້ອເຟຶ້ອ, ອ່ອນໂຍນ ແລະ ກຳຈັດແນວຄິດຫົວຮຸນແຮງ. ອີຣານ ໄດ້ໂຈະເລື່ອງແຕ່ງຕັ້ງເອກອັກຄະລັດຖະທູດ ປະຈຳ ຊູແອັດ. ບາງປະເທດອິດສະລາມອື່ນ ໄດ້ຕຳໜິຕິຕຽນອຳນາດການປົກຄອງ ຊູແອັດ ໄດ້ອີງໃສ່ສິດເສລີໃນການປາກເວົ້າທີ່ປະໃຫ້ບັນດາຜູ້ຄືທ້າວ Momika ແຕະຕ້ອງອິດສະລາມ.

          ປະຕິກິລິຍາໃນແງ່ມູມຫຼາຍຝ່າຍ, ໃນວັນທີ 2 ກໍລະກົດ, ອົງການຮ່ວມມື ອິດສະລາມ (OCI), ມີສຳນັກງານຕັ້ງຢູ່ UAE, ຮຽກຮ້ອງໃຫ້ບັນດາ ປະເທດສະມາ ຊິກຈົ່ງສາມັກຄີກັນ ແລະ ມີການກະທຳລວມໝູ່ ເພື່ອຫຼີກລ້ຽງເກີດການກະທຳນີ້ອີກ. ວັນທີ 1 ກໍລະກົດ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມ ເຫດການດັ່ງກ່າວ, ພ້ອມທັງເນັ້ນໜັກວ່າຕ້ອງມີມາດຕະການສະກັດກັ້ນປະກົດການ ຕໍ່ຕ້ານ ອິດສະລາມ. ແລະກໍ່ໃນວັນດຽວກັນ, ອົງການພົວພັນຕ່າງປະເທດ ເອີລົບ (EEAS)  ໃຫ້ຮູ້ວ່າ ເລື່ອງບຸກຄົນໜຶ່ງຢູ່ ຊູແອັດ ຈູດເຜົາຄຳພີ Koran ບໍ່ສ່ອງແສງໃຫ້ເຫັນທັດສະນະຂອງສະຫະພາບເອີລົບ (EU). EU ກ່າວປະນາມການ ກະທຳນີ້ ແລະ ຮຽກຮ້ອງໃຫ້ຫຼີກລ້ຽງສະພາບການນີ້ເພີ່ມຂຶ້ນ.

        ສ່ວນຝ່າຍ ຊູແອັດ, ຕໍ່ໜ້າໄພຄວາມສ່ຽງເກີດບັນດາການກະທຳໂຕ້ຕອບ ທາງການທູດໃໝ່, ແລະ ກໍ່ເພື່ອຫຼີກລ້ຽງບັນດາຄວາມຫຍຸ້ງເຫຍືອງທີ່ກ່ຽວຂ້ອງເຖິງວິວັດການເຂົ້າເປັນສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO), ເປັນຄັ້ງທຳອິດ, ກະຊວງການຕ່າງປະເທດ ຊູແອັດ ໄດ້ຕີລາຄາການກະທຳຈູດເຜົາຄຳພີ Koran ແມ່ນການຕໍ່ຕ້ານດອິດສະລາມ.

ແຕະຕ້ອງຄວາມເຊື່ອຖືສາສະໜາ: ຜົນຕາມມາ ຍາກທີ່ຈະຄາດຄະເນໄດ້ - ảnh 2Salwan Momika, ຜູ້ຈູດເຜົາຄຳພີ Koran
(ພາບ:AFP)

ຊອກຄົ້ນຫາຄວາມຂັດແຍ້ງລະຫວ່າງໂລກອິດສະລາມ ແລະ ສັງຄົມເອີລົບ

        ເລື່ອງຈູດເຜົາຄຳພີ Koran  ຢູ່ ຊູແອັດ ຫວ່າງແລ້ວນີ້ ບໍ່ແມ່ນກໍລະນີທຳອິດທີ່ ເຮັດໃຫ້ ໂລກອິດສະລາມໂກດແຄ້ນຍ້ອນສາສະໜາຂອງເຂົາເຈົ້າຖືກຫຼົບຫຼູ່, ຖືກໝິ່ນ ປະໝາດ. ເດືອນ ກັນຍາ ປີ 2005, ໜັງສືພິມລາຍວັນຂອງ ເດນມາກ ໄດ້ລົງພິມພາເຢາະເຢີ້ຍສາສະດາ Muhammad, ເຊິ່ງໄດ້ກໍ່ໃຫ້ເກີດບັນດາການແຫ່ຂະບວນ ປະທ້ວງທີ່ໃຊ້ຄວາມຮຸນແຮງແກ່ຍາວເປັນເວລາ ໜຶ່ງເດືອນຂອງຜູ້ຖື ສາສະໜາ ອິດສະລາມ. ເດືອນ ກຸມພາ ປີ 2012, ບັນດາການ ແຫ່ຂະບວນ ປະທ້ວງຂະໜາດໃຫຍ່ກໍ່ເກີດຂຶ້ນຢູ່ ອາບການິດສະຖານ ເພື່ອຄັດຄ້ານບັນດານາຍ ທະຫານ ອາເມລິກາ ຈູດເຜົາຄຳພີ Koran.

          ແລະ ກໍລະນີເກີດຂຶ້ນໃນຄັ້ງນີ້ ໄດ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ຕວກກີ ແລະ ຊູແອັດ ເພີ່ມຂຶ້ນອີກ, ເຊິ່ງລ້ວນແຕ່ແມ່ນປະເທດສະໝັກຮັບເລືອກຕັ້ງເຂົ້າເປັນ ສະມາຊິກອົງການ ສົນທິສັນຍາອັດລັງຕິກເໜືອ (NATO) ທີ່ Ankara ພວມສະກັດກັ້ນ.

                  ຍິ່ງກ່ວານັ້ນ, ບັນດາການກະທຳດັ່ງກ່າວໄດ້ສ້າງບັນດາການຂັດແຍ້ງກັນ ລະຫວ່າງໂລກ ອິດສະລາມ ແລະ ບັນດາສັງຄົມເອີລົບ, ເຮັດໃຫ້ເພ່ີມປະກົດ ການຕໍ່ຕ້ານ ອິດສະລາມ, ແນວຄິດຫົວຮຸນແຮງ ແລະ ການກໍ່ການຮ້າຍ, ແມ່ນຕົ້ນກຳເນີດໃຫ້ແກ່ບັນດາການກະທຳໂກດແຄ້ນ ແລະ ໃຊ້ຄວາມຮຸນແຮງໃນ ໂລກ. ເຫດການນີ້ອາດຈະກາຍເປັນບ່ອນອີງເພື່ອໃຫ້ບັນດາກຸ່ມ ອິດສະລາມ ຫົວຮຸນແຮງ (ບໍ່ເວັ້ນເສຍແຕ່ທັງພວກກໍ່ການຮ້າຍເຄື່ອນໄຫວຄົນດຽວ) ກັບມາເຄື່ອນໄຫວ, ຊຳ້ບໍ່ໜຳ, ແມ່ນພາຍໃນສັງຄົມເອີລົບເອງເມື່ອຖືກຊຸກຍູ້ ຈາກບັນດາຄວາມ ດຸຮ້າຍລວມຂອງບັນດາຜູ້ ເຊື່ອຖືສາສະໜາ ອິດສະລາມ.

ຕອບກັບ

ຂ່າວ/ບົດ​ອື່ນ