ແຜນການສັນຕິພາບຂອງຢູແກຼນຕໍ່ຫນ້າໄພຖືກລົ້ມລະລາຍ


(vovworld)- ວັນ​ທີ 27/6, ຂໍ້​ຕົກລົງ​ຢຸດ​ຍິງ​ຂອງ​ອຳນາດ​ການ​ປົກຄອງ ປະທາ​ນາ​ທິບໍດີ ຢູ​ແກຼນ Petro Poroshenko, ບາດກ້າວ​ປະຕິບັດ​ທຳ​ອິດ​ຂອງ​ແຜນການ​ສັນຕິພາບ 14 ຂໍ້ ໝົດ​ຜົນ​ສັກສິດ.  ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ສະພາບ​ການ​ຢູ່ ຢ​ູ​ແກຼນ ຍັງ​ບໍ່​ທັນມີ​ສັນຍານທີ່​ດີ ​ແລະ ພວມ​ຢືນ​ຢູ່​ຕໍ່ຫນ້າ​ໄພ​​ຕົກ​ເຂົ້າ​ສູ່​​ຂາດ​ສະຖຽນ​ລະ​ພາບ.  ການ​ຜັນ​ແປ​ຫລ້າ​ສຸດ​ນັ້ນ​ແມ່ນ, ບໍ່​ທັນ​ຮອດ​ເວລາ 24 ຊົ່ວ​ໂມງ ພາຍຫລັງ​ທີ່ລັດຖະບານ ​ແລະ ຝ່າຍລຸກ​ຮື້​ຂຶ້ນ​ ​ໄດ້​ເປັນ​ເອກະ​ພາບ​ຢຸດ​ຍິງ, ກຳລັງ​ແຍກ​ຕົວ​ອອກ​ໄດ້​ຍິງ​ເຮືອບິນ​​ເອລີກອບ​ແຕ ລຳ​ຫນຶ່ງ​ຂອງ​ກອງທັບ​ຢູ​ແກຼນ ຕົກ ​ເຮັດ​ໃຫ້ 9 ຄົນ​ເສຍ​ຊີວິດ. ກ່ອນ​ຫນ້າ​ນັ້ນ, ການ​ປະ​ທະ​ກັນ​ດ້ວຍ​ປືນ​ຍັງ​​ເກີດ​ຂຶ້ນ​ຢ່າງ​ນອງ​ເລືອດ​ຢູ່​ບັນດາ​ນະຄອນ​ທີ່ຂຶ້ນ​ກັບ​​ທາງ​ທິດຕ​າ​ເວັນ​ອອກ​ຂອງ ຢູ​ແກຼນ.

ແຜນການສັນຕິພາບຂອງຢູແກຼນຕໍ່ຫນ້າໄພຖືກລົ້ມລະລາຍ - ảnh 1
ກຳລັງລັດຖະບານ ຢູແກຼນ
ພາບ:internet

        ​ໃນ​ຂະນະ​ທີ່​ຝ່າຍ​ລຸກ​ຮື​້ຂຶ້ນ​ຕຳນິຕິ​ຕຽນ ​ແລະ ກ່າວ​ຫາ Kiev ​ເປີດ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງ​ໃຫມ່, ປະ​ທາ​ນາ​ທິບ​ໍດີ Petro Poroshenko ພັດ​ຖີ້ມ​ໂທດ​ໃຫ້​ພວກ​ກະບົດ ບໍ່​ຍອມ​ວາງ​ອາວຸດ ພ້ອມ​ທັງ​ນາບ​ຂູ່ ຈະ​ຖອນ​ຄຳ​ສັ່ງ​ຢຸດ​ຍິງ, ​ເປ​ີດບັ້ນ​ຮົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່ ພາກ​ຕາ​ເວັນ​ອອກ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ແຜນການ​ສັນຕິພາບ 14 ຂໍ້ ຂອງ ປະ​ທາ​ນາ​ທິບ​ໍດີ Petro Poroshenko ດ້ວຍ​ບາດກ້າວ​ທຳ​ອິດ ​ແມ່ນ​​ຕົກລົງ​ຢຸດ​ຍິງ ບໍ່​ສາມາດປະກົດ​ຜົນ​ເປັນ​ຈິງ​ໄດ້.

        ການ​ສູ້​ຮົບ​ຂອງລະບົບ​ແນວ​ຄິດ

        ​ເຖິງ​ວ່າ​ແຜນການ​ສັນຕິພາບ​ຂອງ ປະ​ທາ​ນາ​ທິບ​ໍດີ Petro Poroshenko ມີ​ຫລາຍ​ຂໍ້​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​​ແມ່ນ​ຕັ້ງຫນ້າພໍ​ສົມຄວນ, ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ ​ແມ່ນ​ຄຳ​ໝັ້ນ​ໝາຍ​ດຳ​ເນີນການ​ແບ່ງສິດ​ອຳນາດ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ​ແຕ່​ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ມີ​ຫລາຍ​ສາຍ​ເຫດ​ອາດ​ຈະ​ເຮັດ​ໃຫ້​ແຜນການ​ສັນ​ຕິ​ພາບ​ຂອງ ປະ​ທາ​ນາ​ທິບ​ໍດີ Petro Poroshenko ຖືກປະລາ​ໄຊ.

        ທີ​ສອງ, ວິ​ກິດ​ການ ຢູ​ແກຼນ ບໍ່​ພຽງ​ແຕ່​ແມ່ນ​ການ​ສູ້​ຮົບ​ລະຫວ່າງ ຊາວ ຢູ​ແກຼນ ​ເທົ່າ​ນັ້ນ ຫາກ​ແມ່ນ​ການ​ຕໍ່ສູ້​ຂອງລະບົບ​ແນວ​ຄິດລະຫວ່າງ​ຝ່າຍ​ຫນຶ່ງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສະຫນິດ​ຕິດ​ພັນ​ກັບ​ລັດ​ເຊຍ ​ແລະ ຝ່າຍ​ຫນຶ່ງ​ແມ່ນ​ບັນດາ​ກຳລັງ​ນິຍົມຝ່າຍ​ຕາ​ເວັນ​ຕົກ. ສະພາບ​ຂາດ​​ສະຖຽນ​ລະ​ພາບ​ເກີດ​ຂຶ້ນ​ຢູ່ ຢູ​ແກຼນ ​ແມ່ນ​ເລີ່​ມມາ​ຈາກ​ເລື່ອງ ຢູ​ແກຼນ ປະຕິ​ເສດການ​ເຈລະຈາ​ເຂົ້າ​​ເປັນ​ສະມາຊິກ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ການ​ສູ້​ຢັນ​ລະຫວ່າງ​​ເຂດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ອອກ ນີ້. ປະຈຸ​ບັນ, ຢູ​ແກຼນ ສືບ​ຕໍ່​ແມ່ນ​ສະຫນາມຮົບ​ສູ້​ຢັນ ລະຫວ່າງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ. ອະນາຄົດ​ຂອງ ຢູ​ແກຼນ ​ແມ່ນ​ອີງ​ໃສ່​ສ່ວນ​ໃຫຍ່​ຕໍ່ມາດ​ຕະການ​ແກ້​ໄຂ​ບັນຫາ​ນີ້​ລະຫວ່າງລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ​ໃນ​ຂະນະ​ນ ທີ່​ລັດ​ເຊຍ ​ເລັ່ງລັດ ອາ​ເມ​ລິ​ກາ ກໍ່​ກຳລັງ​ດັນ​ຮຽກຮ້ອງ Kiev ຕ້ອງ​ຢຸດຕິ​ບັນດາ​ການ​ກະທຳ​ການ​ທະຫານ​ຢ່າງ​ທັນ​ທີ່ ​ແລະ ​ເລີ່​ມ​ຕົ້ນ​ການ​ເຈລະຈາ​ໂດຍ​ກົງ​ກັບ​ບັນດາ​ເຂດ​ຢູ່​ພາກ​ຕາ​ເວັນ​ອອກ, ສ່ວນວໍ​ຊິງ​ຕັນ ພັດ​ຮຽກຮ້ອງ ມົດ​ສະ​ກູ ຢຸດຕິ​ການ​ສະຫນັບສະຫນູນ​ສຳລັບ​ກຳລັງ​ທວງ​ເອົາ​ການ​ແຍກ​ຕົວອອກ. ​ໃນ​ຂະນະ ລັດ​ເຊຍ ກ່າວ​ປະນາມ ​ເລື່ອງ​ຢູ​ແກຼນ ປາບ​ປາມ ປະຊາຊົນ​ພາກ​ຕາ​ເວັນ​ອອກ, ​​ແຕ່ ອາ​ເມ​ລິ​ກາ ພັດ​ຖື​ວ່າ ນີ້​ແມ່ນ​ການ​ກະທຳ​ປາບ​ປາມ​​ແບບ​ທຳ​ມະ​ດາ​ຂອງ​ອຳນາດ​ການ​ປົກ​ຄອງ Kiev, ຕ້ອງ​ໝູນ​ໃຊ້​ຄື​ມາດ​ຕະການ​ຫນຶ່ງ ​ເພື່ອ​ປົກ​ປ້ອງ​ກົດໝາຍ ​ແລະ ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.

        ກໍ່​ຄວາມ​ຂັດ​ແຍ້​ງຂຶ້ນ​ຕື່ມ

        ​​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຢູ​ແກຼນ ພວມ​ຖືກ​ຄອບ​ງຳຈາກ ສອງ​ປະ​ເທດ​ມະຫາ​ອຳນາດ ​ແລະ ບໍ່​ຕັດສິນອະນາຄົດ​ຂອງ​ຕົນ​ດ້ວຍ​ຕົນ​ເອງ​ໄດ້​. ສະ​ນັ້ນ ​ແຜນການ​ຂອງ ປະ​ທາ​ນາ​ທິບ​ໍດີ Petro Poroshenko ບໍ່​ລວມມີ​ຂໍ້​ສະ​ເຫ​ນີ​ເຈລະຈາ​ມີ​ລັກສະນະ​ແມ່ນ​ຄຳ​ຂາດ​ສ່ວນ​​ໃຫຍ່, ບໍ່​ໄດ້​ຮັບການ​ຮັບ​ຮູ້ຈາກ​ຝ່າຍ​ລຸກ​ຮື້ຂຶ້ນ​ແມ່ນ​ສິ່ງ​ທີ່​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ.

        ອີກ​ບັນຫາ​ຫນຶ່ງ, ຢູ​ແກຼນ ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ດ້ານ​ເສດ​ຖະກິດ​ກັບ​ ອີ​ຢູ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 27/6 ຈະ​ມາ​ເຖິງ, ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ສືບ​ຕາມ​ແນວທາງ​ການ​ປະຕິ​ຮູບ​ລະບອບ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ, ສິ່ງ​ດັ່ງກ່າວ​ຈະກໍ່​ຄວາມ​ຂັດ​ແຍ້​ງຂຶ້ນຕື່ມ​ລະຫວ່າງ​ອຳນາດ​ການ​ປົກຄອງ ຢູ​ແກຼນ ​ແລະ ກຳລັງ​ທວງ​ເອົາ​ການ​ແຍກ​ຕົວ​ອອກ. ສຳລັບ​ການ​ກະທຳ​ນີ້, ທ່າ​ອ່ຽງ ນິຍົມ ​ເອີ​ລົບ ຂອງ​ອຳນາດ​ການ​ປົກຄອງ ປະ​ທາ​ນາ​ທິບ​ໍດີ Petro Poroshenko ​ແນ່ນອນ​ວ່າ​ຈະ​ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ບັນດາ​ຜູ້​ສະຫນັບສະຫນູນ​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ສະຫະພັນ. ​ແຜນການ​ເຮັດ​ໃຫ້​ປະ​ເທດ​ຊາດ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ​ຂອງ​ອຳນາດ​ການ​ປົກຄອງ Kiev ຈະ​ຖືກ​ແຜນການ​​ເຊັນ​ຂໍ້​ຕົກລົງ​ກັບ ​ເອີ​ລົບ ທຳ​ລາຍ.

        ສຸດ​ທ້າຍ, ຈິດ​ຕະສາດ​ເສຍ​ຫວັງ​ຂອງ​ປະຊາຊົນ ຢູ​ແກຼນ ກັບ ປະ​ທາ​ນາ​ທິບ​ໍດີ Petro Poroshenko ກໍ​ແມ່ນ​ສາຍ​​ເຫດ​ເຮັດ​ໃຫ້​ແຜນການ​ສັນຕິພາບ​ຂອງ ຢູ​ແກຼນ ຍາກທີ່​ຈະ​ສຳ​ເລັດ​ໄດ້. ຄວາມ​ເສຍ​ຫວັງ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ສະ​ແດງ​​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ. ທ່າ​ທີ​ຂັດ​ເຄືອງ​ຂອງ​ປະຊາຊົນ​ແມ່ນ​ສະ​ແດ​ງຜ່ານ​ການ​ທຳລາຍ​ຢູ່​ນອກ​ສະຖານທູດ ລັດ​ເຊຍ ຢູ່ Kiev ຫວ່າງ​ແລ້ວ​ນີ້, ພາຍຫລັງ ​ເຮືອບິ​ນລຳ​ຫນຶ່ງ​ຂອງ​ກອງທັບ​ລັດ​ເຊຍ​ຖືກກຳລັງ​ທວງ​ເອົາ​ການ​ແຍກ​ຕົວ​ອອກ​ຍິງ​ຕົກ. ​ໃນ​ຂະນະ​ນັ້ນ ມີ​ປະຊາຊົນ​ຫລາຍ​ຄົນ ສະ​ແດງ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ ປະ​ທາ​ນາ​ທິບ​ໍດີ Petro Poroshenko ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ວ່າ ຈະ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄືນ​ໃຫມ່ ​ແລະ ຟື້ນ​​ຟຸສັນ​ຕິ​ພາບ.

ທຸກ​ບາດ​ກ້າວ​ປະຕິບັດຕ້ອ​ງ​ເລີ່​ມຈາກ​ເຈດ​ຕະນາ​ດີ

     ຢຸດຕິ​ການ​ປະ​ທະ​ກັນ​​ໂດຍ​ໄວ, ບັນດາ​ພັກ​ຝ່າຍ​ພ້ອມ​ກັນ​ເຈລະຈາ​ເພື່ຶອກ້າວ​ໄປ​ເຖິງ​ການ​ເຫັນ​ດີ​ເປັນ​ເອກະສັນ​ຊອກ​ຫາ​ມາ​ດຕະການ​​ໃຫ້​ແກ່​ວິ​ກິດ​ການ​ຢູ່ ຢູ​ແກຼນ​ແມ່ນ​ສິ່ງ​ທີ່​ປະຊາ​ຄົມ​ໂລກ​ພວມ​ລໍຄອຍ​ທີ່​ສຸ​ດ​ໃນ​ປະຈຸ​ບັນ. ​ເລື່ຶອງທ່ານ​ປະທານາ​ທິບໍດີ ລັ​ດ​ເຊຍ Vladimir Putin ​​ຖອນ​ກຳລັງ​ຄວາມ​ສາມາ​ດ​ແຊກ​ແຊງດ້ານ​ການ​ທະ​ຫານ​ເຂົ້າ ຢູ​ແກຼນ ພວມ​ເປັນສັນຍານ​ຕັ້ງ​ໜ້າ​​ໃຫ້​ສັນຕິ​ພາບ​ຢູ່​ປະ​ເທດ​ນີ້.

        ​ເຖິງ​ຢາງ​ໃດ​ກໍ່ຕາມ, ຫາງ​ສຽງ​ພວມ​ຕັ້ງ​ຄຳ​ຖາມ​ຂໍ້ຕົກລົງ ຖອນ​ທະຫານ​ຂອງ ມົດສກູ​ໄດ້​ເລີ່​ມມາ​ຈາກ​ເຈດຕະນາ​ດີ​ຢ່າງ​ແທ​​້ຈິງ ຫຼື ພຽງ​ແຕ່​ແມ່ນ​ມາດ​ຕະການ​​ແກ້​ໄຂ​ທີ່​ຍົກ​ອອກ​ມາ​ກ່ອນ​ທີ່​ຈັດ​ກອງ​​ປະຊຸມ​ສຸດ​ຍອດ ອີ​ຢູ ​​ໃນ​ວັນ​ທີ 27/6, ​ເມື່ອ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະກິດ​ໃໝ່​ຂອງ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພວມ​ໄດ້​ຮັບການ​ຄິດ​ໄລ່​ຊັ່ງຊາ. ດ້ານ​ໜຶ່ງ, ອາ​ເມ​ລິ​ກາ ຊົມ​ເຊີ​ຍການ​ກະທຳ​ຂອງ ລັ​ດ​ເຊຍ, ​ແຕ່​ຍັງ​ຄົງ​ເນັ້ນ​ໜັກ​ຄວາມ​ສາມາ​ດ​ເພີ່ມ​ທະວີ​ຄຳ​ສັ່ງ​ລົງ​​ໂທ​ດ ຖ້າ​ຫາກ ລັດ​ເຊຍ ສືບ​ຕໍ່​ມີ​ບັນດາ​ການ​ກະທຳ​ແຊກ​ແຊງ​ເຂົ້າ ຢູ​ແກຼນ. ຈາກ​ສະພາບ​ການ​ຜັນ​ແປ​ໃນ​ປະຈຸ​ບັນ, ວົງ​ການ​ນັກ​ໄຈ້​ແຍກຮັບ​ຮູ້​ວ່າ ສັນຕິ​ພາບ ​ໃຫ້​ຢູ​ແກ​ຼນ ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ​ ຍາກ​ທີ່​ຈະ​ປະກົດ​ຜົນ​ເປັນ​ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ