ໂລກຖືກແບ່ງແຍກໃນການແກ້ໄຂວິກິດການຢູ່ ຊີຣີ

(vovworld) – ​​ລູກ​ສອນ​ໄຟ​ນຳ​ວິຖີ Tomahawk 59 ລູກ ຊຶ່ງ ອາ​ເມ​ລິ​ກາ ຍິງ​ໃສ່​ຖານ​ທີ່​ໝັ້ນກອງ​ທັບ​ອາກາດ ຊີຣີ ​ໃນ​ວັນ​ທີ 07/04. ​ເຫດການ​ດັ່ງກ່າວ ​ໄດ້​ເຮັດໃຫ້​ບັນດາ​ນັກ​ສັງ​ເກດ​ການ​ດ້ານ​ການ​​ເມືອງ, ນັກການ​ທະຫານ ​ແລະ ປະຊາ​ຄົມ​ສາກົນ ສັ່ນສະ​ເທືອ​ນ ​ແລະ ຕົກສະ​ເງີ້​, ​ເພາະ​ວ່າ​ກ່ອນໜ້າ​ນັ້ນ ອຳນາດ​ການ​ປົກຄອງ​ໃໝ່ຂອງ ອາ​ເມ​ລິ​ກາ ມີ​ແຜນ​ນະ​ໂຍບາຍ​ບໍ່​ແຊກ​ແຊງ​ເຂົ້າ ຊີຣີ, ຊ້ຳ​ບໍ່​ໜຳ​ຍັງ​ກຽມພ້ອມ​ຈະ​ຮ່ວມ​ມື​ກັບ​ປະທານາທິບໍດີ ຊີຣີ Assad ​ເພື່ອ​ຕ້ານ IS. ​ແຕ່​ສິ່ງ​ທີ່ຕ້ອງ​ໄດ້​ເວົ້າ​ນັ້ນ ແມ່ນພາຍຫລັງ​ເຫດການ​ດັ່ງກ່າວ ວິທີ​ການ​ຊຶ່ງບັນດາ​ປະ​ເທດ​ພວມ​ຊອກ​ຫ​າມາດ​ຕະການ​ໃຫ້​ແກ່​ບັນຫາ ຊີຣີ ນັ້ນ ພັດ​ໄດ້ສະ​ແດງ​ໃຫ້​ເຫັນ​ການ​ແບ່ງ​ແຍກ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ, ອາດ​ຈະ​ເຮັດ​ໃຫ້ການ​ສູ້​ຮົບ​ຕ້ານ IS ຢືນ​ຢູ່​ຕໍ່ໜ້າ​ໄຟ​ອັນຕະລາຍ​ໃໝ່. ບົດ​ຂຽນ “​ໂລກ​ຖືກ​ແບ່ງ​ແຍກ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຊີຣີ” ຂອງ​ບັນນາທິການ ​ແອ໋ງຮ່ຽນ

ໂລກຖືກແບ່ງແຍກໃນການແກ້ໄຂວິກິດການຢູ່ ຊີຣີ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump
(ພາບ: AFP/TTXVN)

ດ້ວຍ​ບັນດາ​ຖະ​ແຫຼ​ງການ ​ແລະ ທັດສະນະ​ທີ່​ກົງກັນຂ້າມກັນ ກັບ​ການ​ກະທຳ​ຂອງ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີຢ່າງກະທັນຫັນ​ໃສ່ ຊີຣີ ດ້ວຍລູກ​ສອນ​​ໄຟ​ນຳ​ວິຖີ​, ​ເລື່ອງ​ແກ້​ໄຂສົງຄາມ​ທີ່​ແກ່ຍາວ​ເປັນ​ເວລາ​ຫລາຍ​ປີຜ່ານມາ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ເບິ່ງ​ຄື​ວ່າ ພວມ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ.

ສະໜັບສະໜູນ ​ແລະ ຄັດຄ້ານ

        ​ໃນ​ຂະນະ​ທີ່ ລັດ​ເຊຍ ​ແລະ ອີຣານ ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​​ຢ່າງຮຸນ​ແຮງ, ຖື​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ ​ແນໃສ່ ຊີຣີ ​ແມ່ນ​ການຮຸກ​ຮານຕ້ານ​ຄືນ​ປະ​ເທດ​ທີ່​ມີ​ອະ​ທິປະ​ໄຕ, ລະ​ເມີ​ດ ລະບຽບ​ກົດໝາຍ​ສາກົນ, ​ແຕ່​ຫລາຍ​ປະ​ເທດ​ອື່ນໆພັດສະໜັບສະໜູນ​ການ​ກະທຳດ້ານການທະຫານພຽງ​ລຳພັງ​ຝ່າຍ​ດຽວຂອງ ອຳນາດ​ການ​ປົກຄອງ ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump.

        ອາຣັບບີ ຊະ​ອຸ​ດິ, ​ແມ່ນປະ​ເທດພັນທະ​ມິດ​ຂອງ ອາ​ເມ​ລິ​ກາ ຖະ​ແຫຼ​ງວ່າ ປະ​ເທດ​ນີ້ ສະໜັບສະໜູນການ​ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ຂອງ ອາ​ເມ​ລິ​ກາ ​​ແນໃສ່ ຊີຣີ ຢ່າງ​ສິ້ນ​ເຊີງ ​ແລະ ​ເອີ້ນ​ການ​ກະທຳ​ຂອງ ວໍ​ຊິງ​ຕັນ ​ແມ່ນ “ຄຳ​ຕັດສິນກ້າຫານ”. ກະຊວງ​ການ​ຕ່າງປະ​ເທດ ອາຣັບບີ ຊະ​ອຸ​ດິ ​​ໄດ້​ປະ​ກາດ​ເນັ້ນ​ໜັກ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທະຫານ​ຂອງ ອາ​ເມ​ລິ​ກາ ທີ່​​ແນ​ໃສ່​ບັນດາ​​ເປົ້າ​ໝາຍ​ການ​ທະຫານ​ຢູ່ ຊີຣີ ​ແມ່ນປະຕິກິລິຍາ​ໂຕ້​ຕອບການ​ນຳ​ໃຊ້​ອາວຸດ​ເຄມີ​ຂອງ​ອຳນາດ​ການ​ປົກຄອງ ຊີຣີ ສຳລັບ​ສາມັນ​ຊົນ. ​ເຫັນ​ພ້ອມ​ກັບທັດສະນະຄື​ດັ່ງກ່າວ, ​ອັງກິດ ຢືນຢັນ​ວ່າ ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ປະຕິກິລິຍາທີ່​ເໝາະສົມສຳລັບ “ການ​ບຸກ​ໂຈມ​ຕີ​ໃຊ້​ອາວຸດ​ເຄມີຢ່າງ​ໂຫດ​ຮ້າຍ” ​ໂດຍ​ລັດຖະບານ ຊີຣີ ກໍ່​ຂຶ້ນ. ຕວກກີ ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ຖື​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ ​ແມ່ນ “ຕັ້ງໜ້າ​ທີ່​ສຸດ” ​ແລະ ຢືນຢັນ​ວ່າ ປະ​ເທດ​ນີ້ ຈະ​ສະໜັບສະໜູນ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຮັບປະກັນ​ວ່າ ທ່ານ Basar Al-Assad ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ການ​ກະທຳ​ຂອງ​ອຳນາດ​ການ​ປົກຄອງ​ຂອງ​ຕົນ. ພາຍຫລັງ​ກອງ​ປະຊຸມ​ປຶກສາ​ຫາລືຢ່າງ​ຮີບດ່ວນ ​ເຢຍລະ​ມັນ ​ແລະ ຝະລັ່ງ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຮຽກຮ້ອງ​​ໃຫ້​ມີມາດ​ຕະການ​ສັນຕິພາບ​ໂດຍ​ຜ່ານ​ສະຫະ​ປະຊາ​ຊາດ. Berlin ​ແລະ Paris ຖື​ວ່າ: ລະບອບ Assad ຕ້ອງ​ຮັບຜິດຊອບ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຢູ່ ຊີຣີ ​ແລະ ຖື​ວ່າ ປະຕິກິລິຍາ​ຂອງ ອາ​ເມ​ລິ​ກາ ​ແມ່ນ “​ອາດ​ຈະ​ເຫັນອົກ​ເຫັນ​ໃຈ”. ​ໃນ​ຂະນະ​ນັ້ນ ຈີນ ຮຽກຮ້ອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ທັງ​ໝົດ ​​ເຄົາລົບ​ບັນດາ​ຂໍ້​ຕົກລົງ​ການ​ເມືອງ ​ເພື່ອ​ແນ​ໃສ່ພະຍາຍາມ​ສະກັດ​ກັ້ນ​​ປີນ​ຂັ້ນ​ໄດດ້ານ​ການ​ທະຫານ​.

ໂລກຖືກແບ່ງແຍກໃນການແກ້ໄຂວິກິດການຢູ່ ຊີຣີ - ảnh 2
ປະ​ທາ​ນາ​ທິ​ດໍ​ດີ ລັດ​ເຊຍ ແລະ ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ
(ພາບEPA/TTXVN)

   ບໍ່​ພຽງ​ແຕ່​ບັນ​ດາ​ປະ​ເທດ​ອື່ນ​ເທົ່າ​ນັ້ນ, ຫາກ​ຢູ່​ພາຍ​ໃນ​ເວ​ທີ​ການ​ເມືອງ​ອາ​ເມ​ລິ​ກາ ກໍ​ມີ​ການ​ແບ່ງ​ແຍກ​ພາຍຫຼັງ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ຊີ​ຣີ​ອີກ​ດ້ວຍ. ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບາງ​ທ່ານ​ຂອງ​ອາ​ເມ​ລິ​ກາ ຊົມ​ເຊີຍ​ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຍ້ອນ​ມີ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ຊີ​ຣີ​ຢ່າງວ່ອງ​ໄວ​ນັ້ນ, ກໍມີສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຄົນ​ອື່ນໆ​ພັດ​ລະ​ມັດ​ລະ​ວັງ ແລະ ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ລັກ​ສະ​ນະ​ດ້ານ​ນິ​ຕິ​ທຳ​ຂອງ​ການ​ບຸກ​ໂຈມ​ຕີ. ຝ່າຍ​ສະ​ໜັບ​ສະ​ໜູນ ປະ​ທາ​ນາ​ທິ​ບໍ​ດີ Donald Trump ຖື​ວ່າ ປະ​ທາ​ນາ​ທິ​ບໍ​ດີ Donald Trump ​ໄດ້​ມີ​ການ​ກະ​ທຳ​ຢ່າງວ່ອງໄວ​ໂດຍ​ຕັດ​ສິນ​ເອງ, ສ່ວນ​ຝ່າຍ​ອື່ນ​ພັດ​ຖື​ວ່າ ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ​ໂດຍບໍ່​ຜ່ານ​ສະ​ພາ​ແຫ່ງ​ຊາດ ແມ່ນ​ລະ​ເມີດ​ລັດ​ທະ​ທຳ​ມະ​ນູນ.

      ທິດ​ທາງ​ໃດ​ທີ່​ແທດ​ເໝາະ​ກັບ​ວິ​ກິດ​ການ​ຊີ​ຣີ

  ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້ ແມ່ນ​ການ​ກະ​ທຳ​ທາງ​ທະ​ຫານ​ຄັ້ງ​ທຳ​ອິດ​ຂອງ​ອາ​ເມ​ລ​ິກາ ແນ​ໃສ່​ອຳ​ນາດ​ການ​ປົກ​ຄອງຂອງ ປະ​ທາ​ນາ​ທິ​ບໍ​ດີ Al-Assad ພາຍຫຼັງ​ເກີດ​ສົງ​ຄາມ​ກາງ​ເມືອງ​ຊີ​ຣີ, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​​ການ​ກະ​ທຳ​ທາງ​ທະ​ຫານ​ຄັ້ງ​ທຳ​ອິດ​ຂອງ​ອາ​ເມ​ລ​ິກາພາຍຫຼັງ​ທີ່​ທ່ານ Donald Trump ດຳ​ລົງ​ຕຳ​ແໜ່ງເປັນປະ​ທາ​ນາ​ທິ​ບໍ​ດີ. ຂໍ້​ອ້າງ​ອີງ​ເພື່ອ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ Donald Trump ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ຊີ​ຣີ​ຢູ່​ພາຍ​ໃນ​ດິນ​ແດນ​ຂອງ​ປະ​ເທດນີ້ ແມ່ນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​ກ່ອນ​ນີ້ 2-3 ວັນ ອັນ​ໄດ້​ເຮັດ​ໃຫ້​ສາ​ມັນ​ຊົນຫຼາຍ​ຄົນ​ຖືກ​ເສ​ຍ​ຊີ​ວິດ. ແຕ່​ຢູ່​ເບື້ອງຫຼັງ​ຄຳ​ຕັດ​ສິນ​ດັ່ງ​ກ່າວນັ້ນ, ແມ່ນ​ຍັງ​ຊ້ອນ​ແຝງຫຼາຍ​ສິ່ງ​ທີ່​ເລິກ​ລັບ. ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ Tomahawh ຕ້ານ​ຊີ​ຣີ, ຕາມ​ບັນ​ດາ​ນັກ​ສັງ​ເກດ​ການ​ແລ້ວ, ມັນ​ອາດ​ຈະ​ນອນ​ໃນ​ແຜນ​ການ​ຄິດ​ໄລ່​ຂອງປະ​ທາ​ນາ​ທິ​ບໍ​ດີ Donald Trump ເພື່ອ​ຍາດ​ເອົາ​ສິດ​ເປັນ​ເຈົ້າ​ການ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ກຳ​ນົດ​ຂອບ​ເຂດ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ຕົນ. ເປັນ​ອັນ​ວ່າ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ສູ້​ຮົບ​ອັນ​ນອງ​ເລືອດ​ຢູ່​ຊີ​ຣີ ​ອາດ​ຈະ​ລະ​ງັບ​ໃຈເພື່ອບໍ່​ເຮັດ​ໃຫ້​ເພີ່ມ​ທະ​ວີ​ການ​ສູ້​ຮົບ​ຢູ່​ຕາ​ເວັນ​ອອກ​ກາງຫຼືບໍ່? ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຄວາມ​ແຕກ​ແຫງ​ພາຍຫຼັງ​ກໍ​ລະ​ນີນີ້.

     ດ້ວຍ​ບັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ, ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ມີ​ຜົນ​ສະ​ທ້ອນ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ການ​ປະ​ທະ​ກັນ./. 


ຕອບກັບ

ຂ່າວ/ບົດ​ອື່ນ