ໂລກປີ 2012- ຄວາມເຄັ່ງຕຶງກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະ

ໂລກປີ 2012- ຄວາມເຄັ່ງຕຶງກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະ - ảnh 1
ຍີ​ປຸ່ນໄດ້ປັກ​ທຸງ​ຢັ້ງຢືນອະທິປະໄຕຢູ່ເກາະ Senkaku/ຕຽວອີ້ ເຖິງວ່າ ພວມເກີດການພິພາດກັບຈີນ (ພາບ : internet)

   
ເຫດການ​ໜຶ່ງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ໂລກ​ປີ 2012 , ນັ້ນ​ແມ່ນ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພບົນ​ທະ​ເລ. ບັນດາ​ຄວາມ​ເຄັ່ງ​ຕຶງ​ທີ່​ຫາ​ກໍ​ເກີດ​ຂຶ້ນ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ເຂດ​ນານ​ທະ​ເລ​ນັ້ນ, ​ເຄັ່ງຮ້ອນທີ່​ສຸດ​ແມ່ນ​ຢູ່​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ປະ​ເທດ. ອະທິປະ​ໄຕ​ເຂດ​ໝູ່​ເກາະ, ທະ​ເລ​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວ​ເລື່ອງທີ່​ຮ້ອນ​ເຮັ່ງກ່ວາ​ໝູ່​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ປີ 2012. 

    ​ເດືອນ 8/2012, ບັນຍາກາດ​ບົນ​ທະ​ເລ ຮ່ວາ​ຕຸ​ງ ​​ໄດ້​ຮ້ອນ​ເຮ່ັງ​ຂຶ້ນ​ຢ່າງ​ກະທັນຫັນຂະນະ​ທີ່ ຍີ​ປຸ່ນ ​ແລະ ຈີນ​ໄດ້​ສູ້​ຢັນ​ຕໍ່​ກັນ​ດ້ວຍ​ຄຳ​ຖະ​ແຫຼ​ງພ້ອມ​ກັບ​ການ​ກະທຳ​ໂດຍ​ໝູນ​ອ້ອມ​ການ​ທ່ວງ​ເອົາ ອະທິປະ​ໄຕ​ເຂດ​ໝູ່​ເກາະຊຶ່ງ​ຍີ​ປຸ່ນ​ເອີ້ນ​ວ່າ Sensacu ​ແລະ​ຈີນ​ເອີ້ນ​ວ່າ ຕຽວອີ້ . ຄວາມ​ເຄັ່ງ​ຕຶງ​ໄດ້​ເກີດ​ຂຶ້ນ​ພາຍຫຼັງ​ທີ່​ຍີ​ປຸ່ນ​ໄດ້​ຈັບ​ຕົວ​ນັກ​ເຄື່ອນ​ໄຫວ​ສັງຄົມ​ກຸ່ມ​ໜຶ່ງ​ຂອງ​ຮົ່ງກົງ(ປະ​ເທດ​ຈີນ) ທີ່​ໄດ້​ມາ​​ເຄື່ອນ​ໄຫວ​ຢູ່ເຂດໝູ່​ເກາະ​ແຫ່ງ​ນີ້. ກໍລະນີ​ດັ່ງກ່າວ​ຍັງ​ບໍ່​ທັນ​ຜ່ອນ​ຄ່າ​ຍລົງ​ເທືອ່, ​ແຕ່​ຫຼັງ​ຈາກ​ນັ້ນ​ພຽງ​ 2-3 ວັນ, ມີ​ກຸ່ມ​ຄົນ​ໜຶ່ງ​ລວມມີ 150 ຄົນ​ສັງກັດ​ພັກ​ຝ່າຍ​ຂວາ​ຢູ່​ຍີ​ປຸ່ນ​ໄດ້​ພາກັນ​ໄປ​ຍັງ​ໝູ່​ເກາະ​ແຫ່ງ​ນີ້​ເພື່ອປັກ​ທຸງ​ຍີ​ປຸ່ນ ​ແລະ ຮ້ອງ​ເພງ​ຊາດ. ​ແຕ່​ຈຸດ​ສຸດ​ຍອດ​ຂອງ​ຄວາມ​ຂັດ​ແຍ້​ງ ກັນ​ນັ້ນ ​ແມ່ນ​ນັບ​ແຕ່​ເວລາ ​ໂຕ​ກຽວ​ ຕົກລົງຫັນ​ເກາະ 3 ​ແຫ່ງ​ໃນ​ຈຳນວນ​ເກາະ​ຕ່າງໆ​ທີ່ຂຶ້ນ​ກັບ​ໝູ່​ເກາະ​ເກີດ​ກາ​ນພິພາດມາ​ເປັນ​ຂອງ​ລັດ. ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, 2 ຝ່າຍ​ໄດ້​ໂຕ້​ຖຽງ​ກັນ​ຢ່າງ​ລຽນຕິດ ​ແລະ ກຳ​ປັ່ນ​ຂອງ​ຈີນ​ກໍ​ໄດ້ເຂົ້າອອກ​ເຂດ​ທະ​ເລ​ອ້ອມ​ແອ້ມ​ໝູ່​ເກາະ​ນີ້​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ກ່າວ​ເຕືອນ​ຂອງ​ກຳລັງ​ລາດຕະ​ເວນ​ຂອງ​ຍີ​ປຸ່ນ. ບໍ່​ພຽງ​ແຕ່​ຢູ່​ທະ​ເລ​ເທົ່າ​ນັ້ນ, ​ໂຕ​ກຽວ​ຍັງ​ກ່າວ​ຫາ​ເຮືອບິນ​ຂອງ ປັກ​ກິ​ງ ບິນ​ເຂົ້າ​ເຂດ​ນານ​ຟ້າ​ທີ່​ເກີດ​ການ​ພິພາດ ​ແລະ​ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ, ຍີ​ຢຸ່ນ​ໄດ້​ໄດ້​ຈັດ​ສົ່ງ​ເຮືອບິນ F- 15 ຂຶ້ນ​ສະກັດ​ກັ້ນ. ການ​ກະທຳ​ທັງ​ໝົດ​ເຫຼົ່ານັ້ນ​ໄດ້​ຍູ້​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ຕົກ​ເຂົ້າ​ສູ່​ສະພາບ​ຊົ່ວ​ຮ້າຍ​ທີ່​ສຸດ​ໃນ​ຮອບ​ເວລາ 2-3 ປີ ມາ​ນີ້, ຊ້ຳ​ບໍ​ໜຳ 2 ຝ່າຍ​ໄດ້​ຕົກລົງ​ລົບ​ລ້າງ​ບັນດາ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ ​ແລະ ລົບ​ລ້າງ​ບັນດາ​ການພົບ​ປະ 2 ຝ່າຍ​ຂັ້ນ​ສູງ.

    ​ແລະ ກໍ​ໃນ​ຈຸດ​ເວລາ​ນີ້, ການ​ພົວພັນ​ລະຫວ່າງ ຍີ​ປຸ່ນ ​ແລະ ສ.​ເກົາຫຼີ ກໍ​ຖືກຕົກ​ຢູ່​​ໃນ​ສະພາບ​ທີ່​ບໍ່​ດີ. ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Le Myung-bak ​ໄດ້​ນຳ​ໜ້າ​ຄະນະ​ເຈົ້າ​ໜ້າ​ທີ່​ໄປ​ຍັງ​ເກາະ Dokdo ຊຶ່ງ​ໃນ​ປະຈຸ​ບັນ ສ.​ເກົາຫຼີ​ພວມ​ຄວບ​ຄຸມ, ກົງກັນຂ້າມ ທາງ​ຝ່າຍ​ຍີ​ປຸ່ນກໍຖະ​ແຫຼ​ງມີ​ອະທິປະ​ໄຕ ດ້ວຍ​ຊື່​ທີ່​ເອີ້ນ​ວ່າ Takeshima, ອັນ​ໄດ້​ເຮັດ​ໃຫ້​ຝ່າຍ​ຍີ​ປຸ່ນມີ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ.ໂດຍ​ບໍ່​ຫົວຊາ​ຕໍ່​ສິ່ງ​ດັ່ງກ່າວ, ພາຍຫລັງ 3 ມື້, ມີ​ນັກ​ເຄື່ອນ​ໄຫວຂອງ ສ ​ເກົາຫລີ ກຸ່ມ​ຫນຶ່ງ ສືບ​ຕໍ່​ຈັດ​ຕັ້ງ​ການ​ລອຍ​ນ້ຳຈາກທ່າ​ກຳ​ປັ່ນ​ທາງ​ທິດຕາ​ເວັນ​ອອກ​ເຖິງ​​ເກາະ Dokdo/Takeshima. ສ​ ​ເກົາຫລີ ຍັງ​ເ​ປີດ​ເຜີຍ​ແຜນການ​ຊ້ອມ​ຮົບ​ຮ່ວມ ທະຫານ​ເຮືອ, ທະຫານ​ບົກ, ກອງທັບ​ອາກາດ ​ແລະ ຕຳຫລວດ​ປ້ອງ​ກັນ​ທະ​ເລ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳ​ປັ່ນ​ຮົບ ​ແລະ ​ເຮືອບິນ​ທະຫານ ສ​ເກົາຫລີ ຫລາຍ​ລຳ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ປົກ​ປັກ​ຮັກສາ​ໝູ່​ເກາະ Dokdo ກ່ອນ​ທີ່​ຖືກ​ບັນດາ​ກຳ​ປັ່ນ​ຕ່າງປະ​ເທດ​ບຸກ​ໂຈມ​ຕີ. ສອງ​ຝ່າຍ ຍັງ​ມີ​​ເຈດ​ຈຳນົງ​ນຳ​ບັນຫາ​ພິພາດ​ຂຶ້ນ​ສານຍຸດຕິທຳ​ສາກົນ​ເພື່ອ​ພິພາກສາ.

        ພ້ອມ​ກັບ​​ເຂດ​ທະ​​ເລ ຮວາ​ຕຸ​ງ, ທະ​ເລ​ຕາ​ເວັນ​ອອກ​ຕິດກັບ​ປະ​ເທດ​ຈຳນວນ​ຫນຶ່ງ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນ“ຈຸດ​ສຸມ​ການ​ເດີນທ​ະ​ເລ” ຂອງ​ພາກ​ພື້ນ​ນີ້, ​ໃນ​ປີຜ່ານມາ ​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ລຽນ​ຕິດ ຍ້ອນ​ບັນດາ​ຖະ​ແຫລ​ງການ​ອະທິປະ​ໄຕ​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ. ຄວາມ​ດຶງ​ດູດ​ດ້ານ​ການ​ຄ້າ, ພະລັງງານ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ຄວາມ​ໝາຍ​ຍຸດ​ທະ​ສາດ​ທົ່ວ​ໂລກ ນັ້ນ​ແມ່ນ​ສິ່ງ​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ໃນ​ປີຜ່ານມາ. ​ສະ​ນັ້ນ ກອງ​ປະຊຸມ​ສຳ​ມະ​ນາ, ​ເວທີ​ປາ​ໄສ​ຂະຫນາດ​ໃຫຍ່​ນ້ອຍ​ຫລາຍ​ຄັ້ງ​ຖືກ​ຈັດ​ຂຶ້ນ​ໃນ​ປີ 2012 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່​ນບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢູ່​ບັນດາ​ເວທີ​ປາ​ໄສ​ທົ່ວ​ໂລກ​ຄື: ສະພາ​ຄວາມ​ໝັ້ນຄົງ ສປຊ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ - ​ເອີ​ລົບ, ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ. ບັນຍາກາດ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຢູ່​ພາກ​ພື້ນ​ນີ້​ແມ່ນ​ເຄັ່ງ​ຕຶງ​ທີ່​ສຸດ, ບາງ​ໄລຍະ​ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ວ່າອາດ​ຈະ​ເກີດ​ສົງຄາມ. ​ເຖິງ​ວ່າ​ໃນ​ປີຜ່ານມາ ການ​ປະ​ທະ​ກັນ​ຄັ້ງ​ໃຫຍ່​ກ່ຽວກັບ​ການ​ທະຫານ ​ແຕ່​ບໍ່​ທັນ​ເກີດ​ການ​ຊ່ວງ​ເສັງ​ດ້ານ​ການ​ທະຫານ. ງົບປະມານ​ທີ່​ສະຫງວນ​​ໃຫ້​ແກ່​ການ​ທະຫານ​ຂອງ​ບັນດາ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກ້າວ​ກະ​ໂດດ ​ແລະ ພ້ອມ​ກັນ​ນັ້ນ ຍັງ​ດຳ​ເນີນການ​ຊ້ອມ​ຮົບ​ກອງທັບ​ເຮືອ, ການ​ຍິງ​ປືນ​ບົນ​ທະ​ເລ ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່ ​ແລະ ລຽນຕິດ.

        ອາດ​ຈະ​ເວົ້າ​ໄດ້​ວ່າ, ຄວາມ​ໝັ້ນຄົງ​ບົນ​ທະ​ເລ ​ແມ່ນ​ບັນຫາ​​ເຮັ່ງ​ຮ້ອນ​ໃນ​ປີຜ່ານມາ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ບັນດາ​ຖ​ະ​ແຫລ​ງການ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ທະ​ເລ​ແມ່ນ​ກົງ​ກັບ​ຈຸດ​ເວລາ​ສະ​ດຸ້ງ​ໄວ. ​ໃນ​ສະພາບ​ການ​ຊັບພະຍາກອນ​ພາຍ​ໃນ​ປະ​ເທດ​ນັບ​ມື້​ນັບ​ຂາດ​​ແຄນ, ສະ​ນັ້ນ ຫລາຍ​ປະ​ເທດ​ຕ້ອງ​ມຸ່ງ​ໄປ​ເຖິງ​ທະ​ເລ​ຫລວງ ຊຶ່ງ​ກວມ​ 70% ​ເນື້ອ​ທີ່​ຂອງ​ຫນ່ວຍ​​ໂລກ ​​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ກ່ຽວ​ກັບ​ພະລັງງານ​ທີ່​ໃຫຍ່​ຫລວງ​ຍິ່ງ​ກວ່າ​ເວລາ​ໃດ​ຫມົດ. ​ແຕ່​ວ່າ ທ່າ​ອ່ຽງການ​ຮ່ວມ​ມື​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ ຍັງ​ຄົງ​ແມ່ນ​ຈຸດໝາຍ​ຕົ້ນຕໍ​ໃນ​ການ​ພົວພັນ​ດ້ານ​ການ​ເມືອງ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ບັນດາ​ຄວາມ​ເຄ່ັງ​ຕຶງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ຢູ່​ທະ​ເລ​ປະຈຸ​ບັນ ພຽງ​​ແຕ່ແມ່ນ​ການ​ຖອຍຫລັງ​ຊົ່ວຄາວ​ໃນ​ການ​ພົວພັນ​​​ໃນ​ຂະນະ​ທັງ​ຮ່ວມ​ມື, ທາງ​ແກ້​ງ​ແຍ້​ງ ​ຍາມ​ໃດ​ກໍ​ແມ່ນ​ການ​ຊ່ວ​ງ​ເສັງ​ທີ່​ສັບສົນ ​ແລະ ​ແຕ່ລະ​ປະ​ເທດ​ມີ​​​​ເຫດຜົນ​ສະ​ເພາະ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ