ໂລກ​ລະ​ມັດ​ລະ​ວັງ​ກວ່າ​ກັບ​ຄວາມ​ສ່ຽງ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບຊຸດ​ໂຊມ

(VOVWORLD) -ຕໍ່ໜ້າຄວາມສ່ຽງເສດຖະກິດທົ່ວໂລກຖືກຕົກເຂົ້າໃນສະພາບຊຸດໂຊມ ທີ່ນັບມື້ນັບມີສັນຍານຢ່າງຈະແຈ້ງກວ່າ, ບັນດາກົນໄກການເງິນ ພ້ອມດ້ວຍວົງການນັກໄຈ້ແຍກເສດຖະກິດສາກົນ ສືບຕໍ່ຍົກອອກຫຼາຍຄຳກ່າວເຕືອນຢ່າງລຽນຕິດ. ຕາມນັ້ນແລ້ວ, ລັດຖະບານບັນດາປະເທດ, ພື້ນຖານເສດຖະກິດຕ່າງໆ ຕ້ອງມີຄວາມລະມັດລະວັງເປັນພິເສດໃນການຜັນຂະຫຍາຍມາດຕະການ ແລະ ມີການກະທຳເພີ່ມເຕີມ ເພື່ອຮັບມືກັບສະພາບໄພເງິນເຟີ້ ທີ່ພວມຢູ່ໃນລະດັບສູງສະຖິຕິໃນປັດຈຸບັນ.

ໃນຖະແຫຼງການທາງການສະບັບຫຼ້າສຸດເມື່ອວັນທີ 6 ຕຸລາ, ກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ ເສດຖະກິດທົ່ວໂລກພວມປະເຊີນໜ້າກັບຄວາມສ່ຽງຖືກຊຸດໂຊມຢ່າງຮ້າຍແຮງໃນໄລຍະຍາວ. ໃນນັ້ນ, ການເຕີບໂຕໃນທຸກພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແມ່ນພວມຢູ່ໃນທ່າຫຼຸດລົງ. ກ່ອນໜ້ານັ້ນ, ມີຫຼາຍກົນໄກການເງິນ ແລະ ນັກໄຈ້ແຍກສາກົນ ກໍໄດ້ຍົກອອກຄຳກ່າວເຕືອນ ແລະ ການຄາດຄະເນທີ່ຄ້າຍຄືກັນ, ສ່ອງແສງຄວາມຈິງທີ່ໜ້າເຕືອນໄພສຳລັບເສດຖະກິດໂລກ.

ໂລກ​ລະ​ມັດ​ລະ​ວັງ​ກວ່າ​ກັບ​ຄວາມ​ສ່ຽງ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບຊຸດ​ໂຊມ - ảnh 1ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF (ພາບ: Reuters)

ສະພາບການຕົວຈິງ ພ້ອມດ້ວຍການຄາດຄະເນທີ່ໜ້າວິຕົກກັງວົນ

        ຕາມການຄາດຄະເນຂອງອົງການ IMF ແລ້ວ, ໃນໄລຍະແຕ່ນີ້ຮອດທ້າຍປີ 2026, GDP ທົ່ວໂລກ ເສຍຫາຍປະມານ 4.000 ຕື້ USD, ທຽບເທົ່າກັບ GDP ຂອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນ ເອີຣົບ ນັ້ນກໍຄື ສະຫະພັນ ເຢຍລະມັນ. ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ໄດ້ພັນລະນາການເສຍຫາຍນີ້ວ່າ “ບາດກ້າວຖອຍຄັ້ງສະຖິຕິສຳລັບພື້ນຖານເສດຖະກິດໂລກ”. ກົນໄກການເງິນທົ່ວໂລກກໍໃຫ້ຂໍ້ສັງເກດວ່າ,  ມີ 3 ປັດໄຈຕົ້ນຕໍທີ່ນາບຂູ່ເຖິງການເຕີບໂຕເສດຖະກິດໂລກ ນັ້ນແມ່ນວິກິດການດ້ານພະລັງງານ ຢູ່ ເອີຣົບ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ໄພເງິນເຟີ້ສູງລະດັບສະຖິຕິເກີດຂຶ້ນຢູ່ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ນັ້ນກໍຄື ອາເມລິກາ ແລະ ການຜັນແປທີ່ບໍ່ດີຂອງຕະຫຼາດອະສັງຫາລິມະຊັບໃນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ກໍຄື ຈີນ. ດ້ວຍສະພາບຕົວຈິງນີ້, ກອງທຶນ IMF ໄດ້ຫຼຸດການຄາດຄະເນລະດັບເຕີບໂຕ GDP ທົ່ວໂລກປີ 2022 ລົງເຫຼືອພຽງ 3,2% ແລະ ປີ 2023 ເຫຼືອພຽງ 2,9%, ຕ່ຳກວ່າ 0,4 ແລະ 0,7% ຕາມລຳດັບ ເມື່ອທຽບໃສ່ການຄາດຄະເນກ່ອນນີ້ 3 ເດືອນ.

        ຄ້າຍຄືກັນ, ໃນບົດລາຍງານທີ່ໄດ້ປະກາດໃນວັນທີ 5 ຕຸລາ, ອົງການການຄ້າໂລກ (WTO) ກໍໄດ້ຫຼຸດການຄາດຄະເນລະດັບການເຕີບໂຕທົ່ວໂລກໃນປີ 2023 ຈາກລະດັບ 3,3% ລົງເຫຼືອພຽງ 2,3%. ບໍ່ພຽງແຕ່ເທົ່ານັ້ນ, WTO ຍັງກ່າວເຕືອນວ່າ ລະດັບດັ່ງກ່າວ ອາດຈະຫຼຸດລົງຢ່າງແຮງກວ່າອີກ ຖ້າຫາກວ່າ ບັນດາທະນາຄານສູນກາງຍົກອັດຕາດອກເບ້ຍຂຶ້ນຫຼາຍໂພດ ເພື່ອຄວບຄຸມໄພເງິນເຟີ້. ສະເພາະການເຄື່ອນໄຫວດ້ານການຄ້າ, WTO ຄາດວ່າ ວົງເງິນນຳເຂົ້າ - ສົ່ງອອກທົ່ວໂລກ ມີແຕ່ເພີ່ມຂຶ້ນ 1% ໃນປີ 2023 ເທົ່ານັ້ນ, ໝາຍຄວາມວ່າ ບໍ່ເທົ່າກັບ 1/3 ຂອງລະດັບການເຕີບໂຕ 3,4% ທີ່ໄດ້ຄາດຄະເນກ່ອນໜ້ານັ້ນ.

        ຢູ່ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ຄື ອາເມລິກາ, ວົງການວິສາຫະກິດຂອງປະເທດນີ້ກໍພວມສັງເກດວ່າ ຄວາມສ່ຽງຖືກຊຸດໂຊມແມ່ນນັບມື້ນັບຈະແຈ້ງ. ຜົນການສຳຫຼວດໜຶ່ງທີ່ໄດ້ປະກາດໃນວັນທີ 4 ຕຸລາ ໂດຍບໍລິສັດກວດສອບແຖວໜ້າໂລກ KPMG ປະຕິບັດກັບການນຳບໍລິສັດໃຫຍ່ຂອງ ອາເມລິກາ 400 ທ່ານ, ຊີ້ໃຫ້ເຫັນວ່າ: 91% CEO ຄາດວ່າ ການຊຸດໂຊມຈະເກີດຂຶ້ນໃນ 12 ເດືອນຈະມາເຖິງ. ມີພຽງແຕ່ 34% CEO ທີ່ເຂົ້າຮ່ວມການສຳຫຼວດຖືວ່າ ການຊຸດໂຊມນີ້ ຈະດຳເນີນແບບເບົາໆ ແລະ ໃນເວລາສັ້ນ. ກ່ອນໜ້ານັ້ນ, ຜົນການສຳຫຼວດທີ່ປະກາດເມື່ອເດືອນກັນຍາ ຜ່ານມາ ໂດຍບໍລິສັດ Marcum ແລະ ໂຮງຮຽນທຸລະກິດ Frank G.Zarb ສັງກັດ ມະຫາວິທະຍາໄລ Hofstra (ເອເມລິກາ) ກໍມີໝາກຜົນທີ່ຄ້າຍຄືກັນ ດ້ວຍຈຳນວນກວ່າ 90% CEO ຂອງບັນດາບໍລິສັດຂະໜາດປານກາງຢູ່ ອາເມລິກາ ພວມເປັນຫ່ວງຕໍ່ຄວາມສ່ຽງເກີດການຊຸດໂຊມ.

        ສ່ວນພາຍໃຕ້ແງ່ມູມຄົ້ນຄວ້າສັງລວມແລ້ວ, ມີນັກຊ່ຽວຊານເສດຖະກິດສາກົນຫຼາຍທ່ານໄດ້ຊີ້ໃຫ້ເຫັນສັນຍານຫຼາຍຢ່າງທີ່ວ່າ ເສດຖະກິດທົ່ວໂລກກຳລັງກ້າວໄປເຖິງການຊຸດໂຊມ ເປັນຕົ້ນແມ່ນ ສະກຸນເງິນ USD ຂຶ້ນລາຄາຢ່າງແຮງ; ກຳລັງໜູນໃນພື້ນຖານເສດຖະກິດ ອາເມລິກາ ກໍຢຸດສະງັກ; ປະຊາຄົມວິສາຫະກິດຮັດແໜ້ນການໃຊ້ຈ່າຍ ແລະ ການລົງທຶນ; ຕະຫຼາດຫຼັກຊັບກໍມີທ່າອ່ຽງຫຼຸດລົງ; ຄວາມຂາດສະຖຽນລະພາບດ້ານພູມີການເມືອງຢູ່ຫຼາຍພາກພື້ນໃນໂລກເພີ່ມຂຶ້ນ.

        ກະທຳຢ່າງລະມັດລະວັງ

        ຕໍ່ໜ້າຄວາມສ່ຽງເສດຖະກິດທົ່ວໂລກຕົກເຂົ້າສູ່ສະພາບຊຸດໂຊມທີ່ນັບມື້ນັບຈະແຈ້ງກວ່ານັ້ນ, ສປຊ, ບັນດາກົນໄກການເງິນສາກົນ ພ້ອມດ້ວຍບັນດານັກຊ່ຽວຊານເສດຖະກິດໄດ້ຍົກອອກຄຳກ່າວເຕືອນຢ່າງຕໍ່ເນື່ອງ, ຮຽກຮ້ອງໃຫ້ບັນດາລັດຖະບານ, ພິເສດແມ່ນບັນດາພື້ນຖານເສດຖະກິດໃຫຍ່, ຕ້ອງມີການກະທຳຢ່າງລະມັດລະວັງກວ່າ ຕໍ່ມາດຕະການຮັບມືກັບໄພເງິນເຟີ້. ໃນນັ້ນ, ຕ້ອງມີຄວາມເອົາໃຈໃສ່ເປັນພິເສດຕໍ່ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່ ແລະ ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ.

        ບົດລາຍງານປະຈຳປີກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກຂອງ ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ປະກາດເມື່ອຕົ້ນເດືອນຕຸລານີ້ ກໍໄດ້ກ່າວເຕືອນວ່າ, ການຮັດແໜ້ນນະໂຍບາຍເງິນຕາຕື່ມອີກ (ໝາຍເຖິງການເພີ່ມອັດຕາດອກເບ້ຍ) ແນ່ນອນວ່າຈະກໍ່ຜົນເສຍຫາຍຫຼາຍກວ່າອີກ. UNCTAD ຢັ້ງຢືນວ່າ, ການເພີ່ມອັດຕາດອກເບ້ຍ ບໍ່ນຳມາເຊິ່ງຜົນປະໂຫຍດແກ່ການແກ້ໄຂສະພາບຂາດພະລັງງານ ແລະ ທັນຍາຫານ. ດັ່ງນັ້ນ, ບັນດານັກວາງແຜນກຳນົດນະໂຍບາຍ ຄວນສຸມໃສ່ບັນດາມາດຕະການຄື ກຳນົດລາຄາພະລັງງານ, ເພີ່ມງົບປະມານຈາກແຫຼ່ງການເກັບພາສີກຳໄລພຸ້ງຂຶ້ນຂອງບັນດາບໍລິສັດພະລັງງານ… ທ່ານ Rebeca Grynspan ທ່ານເລຂາທິການໃຫຍ່ UNCTAD ເຊື່ອໝັ້ນວ່າ “ຍັງມີເວລາເພື່ອໃຫ້ພວກເຮົາຖອຍອອກຈາກສະພາບຊຸດໂຊມ. ພວກເຮົາມີເຄື່ອງມືເພື່ອຫຼຸດໄພເງິນເຟີ້ ແລະ ໜູນຊ່ວຍທຸກກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່”./.

ຕອບກັບ

ຂ່າວ/ບົດ​ອື່ນ