ໃຊ້ຂໍ້ອ້າງຈົດໝາຍປີ 1958 ເພື່ອຫັນແຜນການ ທວງເອົາອະທິປະໄຕເປັນຖືກຕ້ອງແມ່ນຜິດພາດ


ພ້ອມ​ກັບ​ເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ນັ້ນ, ຈີນ​ສືບ​ຕໍ່​ອະທິບາຍຢ່າງ​ຜິດ​ເຂ​ວກ່ຽວ​ກັບ​ເນື້ອ​ໃນ​ຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຝ້າ​ມວັນ​ດົງ( ຈົດໝາຍ 1958 ) ​ເພື່ອ​ຖື​ວ່າ ຫວຽດນາມ​ໄດ້​ຍອມຮັບ​ຈີນ​ມີ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ​ ​ເຈືອງ​ຊາ. ທ່ານ ດຣ ຫງວຽນ​ຕວານ​ທັ້ງ ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບ​ວິຊາກົດໝາຍ​ສາກົນ, ມະຫາວິ​ທະຍາ​ໄລກົດໝາຍ​ຮ່າ​ໂນ້ຍ, ​ໄດ້​ສັງ​ເກດ ຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຝ້າ​ມວັນ​ດົງຈາກ​ແງ່​ມຸມ​ກົດໝາຍ​ສາກົນ ​ເພື່ອ​ຊີ້​ອອກ​ວ່່າ ຈີນ​ໄດ້​ຜິດພາດ​ຢ່າງ​ສິ້ນ​ເຊິ່ງ​ເມື່ອ​ສວຍ​ໃຊ້ ຈົດໝາຍ​ສະບັບ​ນີ້​ເພື່ອ​ທ່ວງ​ເອົາ​ອະທິປະ​ໄຕ.

ໃຊ້ຂໍ້ອ້າງຈົດໝາຍປີ 1958 ເພື່ອຫັນແຜນການ ທວງເອົາອະທິປະໄຕເປັນຖືກຕ້ອງແມ່ນຜິດພາດ - ảnh 1
ຕາມທ່ານເຈີນຢີຫາຍ, ຮອງຫົວໜ້າຄະນະກຳມະການ ຊາຍແດນ ແຫ່ງຊາດ, ຈີນໄດ້ຕັ້ງໃຈ ເສກສັນປັ້ນແຕ່ງບິດເບືອນຄວາມຈິງ ແລະ ອະທິບາຍຢ່າງ​ຜິດ​ເຂ​ວກ່ຽວ​ກັບ​ເນື້ອ​ໃນ​ຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຝ້າ​ມວັນ​ດົງປີ1958 

   ວັນ​ທີ 4/9/1958, ລັດຖະບານ​ຈີນ​ໄດ້​ອອກ​ຖະ​ແຫຼ​ງການ​ພຽງ​ລຳພັງ​ຝ່າຍ​ດຽວ​ກ່ຽວ​ກັບ​ເຂດ​ນ່ານນ້ຳ​ໃນ​ສະພາວະ​ທີ່​ກອງ​ປະຊຸມ​ກົດໝາຍ​ທະ​ເລ​ຄັ້ງ​ທີ 1 ຂອງ​ສະຫະ​ປະຊາ​ຊາດບໍ່​ສາມາດບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ກຳນົດ​ລວງ​ກ້ວາງ​ເຂດ​ນ່ານນ້ຳ​ລະຫວ່າງ​ບັນດາ​ປະ​ເທດ, ດັ່ງ​ນັ້ນ​ແຕ່ລະ​ປະ​ເທດ​ໄດ້​ມີ​ການ​ທວງ​ເອົາກຳມະສິດ​ທີ່​ແຕກ​ຕ່າງ​ກັນ​ໂດຍ​ລຳພັງ​ຝ່າຍ​ດຽວ, ​ໃນ​ນັ້ນ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ວ່າ ​ເຂດ​ນ່ານນ້ຳ​ຄວນມີ​ລວງ​ກ້ວາງ 3 ​ໄມ​ທະ​ເລ, ບັນດາ​ປະ​ເທດ​ອື່ນ​ຖະ​ແຫຼ​ງຄວນ​ມີ 4,5 ​ໄມ​ທະ​ເລ, ສ່ວນ​ຈີນ​ຍົກ​ອອກ​ທັດສະນະ​ວ່າ ຄວນ​ມີ​ລວງ​ກ້ວາງ 12 ​ໄມ​ທະ​ເລ. ວັນ​ທີ 14/9/1958, ທ່ານ​ນາຍົກລັດຖະມົນຕີ​​​ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ຝ້າ​ມວັນ​ດົງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ທ່ານ​ນາຍົກ​ລັດຖະມົນຕີ​ຈີນ ​ເຈົາ​ເອີນ​ລ້າຍ, ​ໃນ​ນັ້ນ​ຢືນຢັນ​ວ່າ “ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ຮັບ​ຮູ້ ​ແລະ ​ເຫັນ​ດີ​ຕໍ່​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 4/9/1958 ຂອງ​ລັດຖະບານ​ແຫ່ງ​ສາທາລະນະ​ລັດປະຊາຊົນ​ຈີນ, ຕົກລົງ​ກ່ຽວ​ກັບ​ເຂດ​ນ່ານທະ​ເລ​ຂອງ​ຈີນ”....

   ການ​​ໄຕ່​ຕອງ​ຢ່າງ​ຜິດ​ເຂ​ວ, ບໍ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ

    ​ເມື່ອໄຕ່ຕອງ​ກ່ຽວ​ກັບ ຈົດໝາຍ​ປີ 1958, ຝ່າຍ​ຈີນ​ຖື​ວ່າ ​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​​ເຂດ​ນ່ານນ້ຳ​ 1958, ຈີ​ນ​ໄດ້​ຊີ້​ແຈ້ງ​ເຖິງ​​ເຂດ​ນ່ານນ້ຳ​ 12 ​ໄມ​ທະ​ເລທີ່​ນຳ​ໃຊ້​ສຳລັບ​​ເກາະ​ທຸກໆໜ່ວຍ​ຂອງ​ຈີນ ລວມທັງ​ໝູ່​ເກາະ​ຊິຊາ ​ແລະ ໜານ​ຊາ( ໝາຍ​ເຖິງ​ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ຂອງ​ຫວຽດນາມ); ຈົດໝາຍ​ປີ 1958 ​ໄດ້“ຮັບ​ຮູ້ ​ແລະ ​ເຫັນ​ດີ​”ຕໍ່ການ​ຕົກລົງກ່ຽວ​ກັບ​ເຂດ​ນ່ານນ້ຳຂອງ​ຈີນ, ດັ່ງ​ນັ້ນ​ຈຶ່ງ​ແມ່ນ​ການ​ຍອມຮັບ ​ແລະ ​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍບາຍ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຈີນ, ​ເພາະ​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ເຂດນ່ານ​ນ້ຳ​ມີ​ຕົ້ນ​ກຳ​ເນີ​ດ​ແມ່ນ​ອະທິປະ​ໄຕ​ຜືນ​ແຜ່ນດິນ. ທ່ານ ດຣ ຫງວຽນ​ຕວານ​ທັ້ງ​ໄດ້​ຊີ້​ອອກ​ວ່າ ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 4/9/1958 ຂອງ​ຈີນ​ແມ່ນ​ຖະ​ແຫຼ​ງປະກາດ​ກ່ຽວ​ກັບ ​ເຂດ​ນ່ານນ້ຳ​, ໝາຍ​ເຖິງ​ຖະ​ແຫຼ​ງປະກາດ​ກ່ຽວ​ກັບ​ເຂດ​ນ່ານທະ​ເລ, ຫາກ​ບໍ່​ແມ່ນ​ຖະ​ແຫຼ​ງປະກາດ​ກ່ຽວ​ກັບ ອະທິປະ​ໄຕ​ຜືນ​ແຜ່ນດິນ.ຈົດໝາຍ​ປີ 1958 ​ໄດ້​ຊີ້​ແຈ້ງ​ເຖິງ​ການ​ຮັບ​ຮູ້ ​ແລະ ​ເຫັນ​ດີ​ກ່ຽວ​ກັບລວງກ້ວາງ​ເຂດ​ນ່ານນ້ຳ​ຊຶ່ງ​ຈີນ​ໄດ້​ຖະ​ແຫຼ​ງປະກາດ​ແມ່ນ 12​ ໄມ​ທະ​ເລ; ​ເພາະສະ​ນັ້ນ​ບໍ່​ອາດ​ເປັນ​​​ເອກະພາບກັນຕໍ່​ການ​ເຫັນ​ດີ​ກ່ຽວ​ກັບ​ລວງ​ກ້ວາງ ​ເຂດ​ນ່ານນ້ຳ​​ກັບການ​ຮັບ​ຮູ້ ອະທິປະ​ໄຕ​ຜືນ​ແຜ່ນດິນ. ພ້ອມ​ກັນ​ນັ້ນ, ບັນຫາ​ຜືນ​ແຜ່ນດິນ ​ແລະ ຖະ​ແຫຼ​ງປະກາດ​ສ້າງ​ຕັ້ງ​ເຂດ​ນ່ານທະ​ເລ ​ແມ່ນ 2 ບັນຫາ​ຕ່າງຫາກ. ​ເລື່ອງ​ຈີນ​ຖະ​ແຫຼ​ງສ້າງ​ຕັ້ງ​ລວງ​ກ້ວາງ​ເຂດ​ນ່ານນ້ຳ​ທີ່​ມີ​ຕໍ່​ເກາະ​ທຸກໆ​ໜ່ວຍ​ທີ່​ຂຶ້ນ​ກັບ​ຈີນ ​ແມ່ນ​ບໍ່​ອະນຸຍາດ​ສະຫຼຸບ​ໄດ້​ວ່າ ຈີນ​ມີ​ອະທິປະ​ໄຕ​ສຳລັບ​ເກາະ​ເຫຼົ່າ​ນັ້ນ. ດ້ານ​ອື່ນ, ຖະ​ແຫຼ​ງການ​ກ່ຽວ​ກັບ ​ເຂດ​ນ່ານນ້ຳ​ປີ 1958 ບໍ່​ອະນຸຍາດ​ໃຫ້​ຢືນຢັນ​ໄດ້​ວ່າ ຈີນ​ມີ​ອະທິປະ​ໄຕ​ຢູ່​ເກາະ​ຕ່າງໆ​ໂດຍ​ຈີນ​ໄດ້​ທວງ​ເອົາ​ກຳມະສິດ; ດັ່ງ​ນັ້ນ​, ບໍ່​ອາດ​ໄຕ່ຕອງ​ຍ້ອນ​ເຫດຜົນ​ຈີນ​ໄດ້​ຖະ​ແຫຼ​ງປະກາດ​ເຂດ​ນ່ານນ້ຳ​ທີ່​ມີ​ຕໍ່ ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​(ທີ່​ຂຶ້ນ​ກັບ​ຜືນ​ແຜ່ນດິນຂອງ​ຫວຽດນາມ) ຊຶ່ງພາ​ໃຫ້​ເຂົາ​ເຈົ້າ​ມີ​ອະທິປະ​ໄຕ​ສຳລັບ​ເກາະ​ເຫຼົ່າ​ນັ້ນ​ໄດ້. ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ສາກົນ, ຖະ​ແຫຼ​ງການ​ນີ້​ພຽງ​ແຕ່​ຜູກ​ຮັດ​ຈີນ​ເທົ່າ​ນັ້ນ, ຫາກ​ບໍ່​ມີ​ຜົນ​ສັກສິດ ​ແລະ ຜູກ​ຮັດ​ກັບປະ​ເທດ​ອື່ນໆ. ດ້ວຍ​ລັກສະນະ​ແມ່ນ​ຖະ​ແຫຼ​ງປະກາດ​ພຽງ​ລຳພັງ​ຝ່າຍ​ດຽວ, ຈີນ​ສາມາດ​ທວງ​ເອົາ​ກຳມະສິດ​ທີ່​ມີ​ຕໍ່​ເກາະ​ຕ່າງໆ​ຊຶ່ງ​ພວ​ມ​ແມ່ນ​ເປົ້າ​ໝາຍ​ໂດຍ​ຂັດ​ແຍ້​ງກັບປະ​ເທດ​ອື່ນໆ; ​ແຕ່​ຖະ​ແຫຼ​ງການ​ນີ້ ບໍ່​ສາມາດສ້າງ​ໃຫ້ມີ​ອະທິປະ​ໄຕ​ຂອງ​ຈີນ​ສຳລັບ​ເກາະ​ເຫຼົ່າ​ນັ້ນ. ຕາມ​ຫຼັກການ​ທີ່​ດິນ​ຄອບ​ຄອງ​ທະ​ເລ, ​ເຂດ​ນ່ານນ້ຳ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ຜືນ​ແຜ່ນ​ດິນ, ດິນ​ຕໍ່​ແຜ່ນ​ຫຼື​ເກາະ; ​ແຕ່​ຖະ​ແຫຼ​ງການ​ພຽງ​ລຳພັງ​ຝ່າຍ​ດຽວ​ກ່ຽວ​ກັບ​ການ​ສ້າງຕັ້ງ ​ເຂດ​ນ່ານນ້ຳ​ ​ແມ່ນ​ບໍ່​ມີ​ຄຸນຄ່າ​ສຳລັບ​ປະ​ເທດ​ຖະ​ແຫຼ​ງປະກາດ​ອະທິປະ​ໄຕ​ຜືນ​ແຜ່ນດິນ. ​ເພາະສະ​ນັ້ນ, ​ຖະ​ແຫຼ​ງການ​ພຽງ​ລຳພັງ​ຝ່າຍ​ດຽວຂອງ​ຈີນ​ກ່ຽວ​ກັບການ​ສ້າງ​ຕັ້ງ​ເຂດ​ນ່ານນ້ຳ​ທີ່​ມີ​ຕໍ່ ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ ​ແມ່ນ​ບໍ່​ສາມາດ​ສ້າງ​ໃຫ້​ມີ​ອະທິປະ​ໄຕ​ຂອງ​ຈີນ​ທີ່​ມີ​ຕໍ່​ເກາະ​ເຫຼົ​່ານັ້ນ ​ແລະ ບໍ່​ມີ​ຜົນ​ສັກສິດ​ສຳລັບ​ຫວຽດນາມ; ​ ດັ່ງນັ້ນ​, 2 ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​​ແມ່ນ​ສ່ວນ​ໜຶ່ງ​ໃນ​ຜືນ​ແຜ່ນດິນ​ຫວຽດນາມ​ຕະຫຼອດ​ກາລະ​ນານ.

  ຈົດໝາຍ​ປີ 1958 ບໍ່​ປະລະ​ອະທິປະ​ໄຕ​ສຳລັບໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ

 ​  ໃນ​ຕົວ​ຈິງ​ ​ແລະ ​ໃນ​ດ້ານ​ກົດໝາຍ, ​ໃນ​ຈຸດ​ເວລາ​ປີ 1954, ຫວຽດ​ນາມ​ໄດ້​ຖືກ​ຕັດ​ແຍກ​ຊົ່ວ​ຄາວ​ເປັນ 2 ພາກ​ດ້ວຍ​ເສັ້ນ​ຊາຍ​ແດນ​ຊົ່ວຄາວ​ແມ່ນ​ເສັ້ນ​ຂະໜານ 17. ພື້ນຖານ​ດ້ານ​ກົດໝາຍ​ສາກົນ​ທີ່​ສຳຄັນ​ສຳລັບ​ເລື່ອງ​ນີ້ ​ແມ່ນ​ກອງ​ປະຊຸມ ເຊີແນວກ່ຽວກັບບັນຫາສ້າງສັນຕິພາບຢູ່ອິນໂດຈີນຄືນໃໝ່ ແລະ ສັນຍາ ເຊແນວທີ່ໄດ້ລົງນາມເມື່ອວັນທີ 21/7/1954. ໃນຖະແຫຼງການສຸດທ້າຍຂອງ ກອງປະຊຸມ, ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ໃຫ້​ຄຳ​ໝັ້ນໝາຍ​ເຄົາລົບ​ເອກະລາດ ອະທິປະ​ໄຕ, ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ ​ແລະ ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ​ແຕ່​ອີງ​ໃສ່​ສະພາບ​ຕົວ​ຈິງ​ໃນ​ສະ​ເພາະ​ໜ້າ, ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ຫວຽດນາມ​ໄດ້​ຄຸ້ມ​ຄອງ​ຊົ່ວຄາວ​ເຂດ​ນ້ຳ​ແດນ​ດິນ​ຈາກ​ເສັ້ນ​ຂະໜານ 17 ລົງ​ຮອດ​ທິດ​ໃຕ້ ​ແລະ ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ຄຸ້ມ​ຄອງ​ຊົ່ວຄາວ​ເຂດ​ນ້ຳ​ແດນ​ດິນ​ຈາກ​ເສັ້ນ​ຂະໜານ 17 ມາ​ຮອດ​ທິດ​​ເໜືອ. ບົນ​ພື້ນຖານ​ການ​ກຳນົດ​ຂອງສັນຍາ​ເຊີ​ແນວ, ລັດຖະບານ​ແຫ່ງ​ສາທາລະນະ​ລັດ​​ຫວຽດນາມ ​ໄດ້​ສືບ​ຕໍ່​ປະຕິບັດ​ອະທິປະ​ໄຕ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດນາມ​ຢູ່ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​, ​ໂດຍ​ຜ່ານ​ບັນດາ​ເອກະສານ​ຄຸ້ມ​ຄອງ​ບໍລິຫານ ກໍ​ຄື​ການ​ເຄື່ອນ​ໄຫວ​ປະຕິບັດ​ອະທິປະ​ໄຕ​ໃນ​ຕົວ​ຈິງ. ນັ້ນ​ແມ່ນ​ເຫດຜົນ​ທີ່​ວ່າ ​ເປັນ​ຫຍັງ​ກອງທັບ​ເຮືອ​ຂອງ​ສາທາລະນະ​ລັດ​​ຫວຽດນາມ​ໄດ້​ສູ້​ຮົບ​ຢ່າງ​ດຸ​ເດືອດ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕເຂດ​ນ້ຳ​ແດນ​ດິນ, ຕ້ານ​ຄືນ​ການ​ຮຸກ​ຮານ​ຂອງ​ຈີນ​ຢູ່ ໝູ່​ເກາະຮ່ວາງ​ຊາ​ເມື່ອ​ປີ 1974. ​ແລະ ຍ້ອນ​ຢຶດຄອງ ໝູ່​ເກາະຮ່ວາງ​ຊາດ້ວຍ​ກຳລັງ​ອາວຸດ, ລ່ວງ​ລະ​ເມີດກົດໝາຍ​ສາກົນ​ຢ່າງຮ​້າຍ​ແຮງ, ດັ່ງ​ນັ້ນ​ການ​ປະກົດ​ຕົວ​ຂອງ​ຈີນ​ຢູ່ ໝູ່​ເກາະຮ່ວາງ​ຊາ​ໃນ​ປະຈຸ​ບັນບໍ່​ສາມາດ​ສ້າງ​ໃຫ້​ມີ​ອະທິປະ​ໄຕ​ແກ່​ຈີນ​ໄດ້.

    ​ໃນ​ສະພາບ​ປະຫວັດ​ສາດ​ເຊັ່ນ​ນັ້ນ, ພາຍຫຼັງ​ສັນຍາ​ເຊີ​ແນວ​ເມື່ອ​ປີ 1954, ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມຄຸ້ມ​ຄອງ​ຊົ່ວຄາວ​ເຂດ​ນ້ຳ​ແດນ​ດິນ​ຈາກ​ເສັ້ນ​ຂະໜານ 17 ມາ​ຮອດ​ທິດ​ເໜືອ, ດັ່ງ​ນັ້ນ​ບໍ່​ມີ​ສິດອຳນາດ​ທີ່​ມີ​ຕໍ່ ໝູ່​ເກາະຮ່ວາງ​ຊາທີ່​ນອນ​ຢູ່​ເຂດ​ນ້ຳ​ແດນ​ດິນ​ຈາກ​ເສັ້ນ​ຂະໜານ 17 ລົງ​ຮອດ​ທິດ​​ໃຕ້. ດັ່ງ​ນັ້ນ, ຈົດໝາຍ​ປີ 1958 ພຽງ​ແຕ່​ມີ​ຜົນ​ສັກສິດ​ສຳລັບ​ເນື້ອ​ໃນ​ທີ່​ໄດ້​ເຕື້ອງ​​ເຖິງ​ໃນ​ເອກະສານ ​ແລະ ພຽງ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ຂຶ້ນ​ກັບ​ສິດ​ອຳນາດ​ຂອງລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ. ​ເນື້ອ​ໃນຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຝ້າ​ມວັນ​ດົງ ພຽງ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ການ​ເມືອງ ​ແລະ ການ​ພົວພັນ​ລະຫວ່າງ ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມກັບ​ຈີນ​ເທົ່າ​ນັ້ນ ພ້ອມ​ທັງ​ຢືນຢັນ “ການ​ຮັບ​ຮູ້ ​ແລະ ​ເຫັນ​ດີ”ຂອງ ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ທີ່​ມີ​ຕໍ່​ການ​ຖະ​ແຫຼ​ງປະກາດ ​ລວງ​ກ້ວາງເຂດ​ນ່ານນ້ຳ​ 12 ​ໄມ​ທະ​ເລຂອງ​ຈີນ ​ແລະ ​ເດັດຂາດ​ບໍ່​ປະລະ​ອະທິປະ​ໄຕ​ທີ່​ມີ​ຕໍ່ 2 ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​.

ຕອບກັບ

ຂ່າວ/ບົດ​ອື່ນ