ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ

( vovworld ) – ​​ໃນ​ໄລຍະ​ທີ່​ຜ່ານ​ມາ, ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ລັດໃຫ້​ແກ່​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ​ບໍ່​ແມ່ນ​​ໜ້ອຍ. ​ເຖິງ​ວ່າ ລັດ​ໄດ້​ຖື​ການ​ລົງທຶນ​ໃຫ້​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ​​ເປັນ​ສຳຄັນ​ທີ່​ສຸດ​ກໍ່ຕາມ ​ແຕ່​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ຄວາມ​ສາມາດບົ່ມ​ຊ້ອນ​ທັງ​ໝົດ​ໃນ​ຂົງ​ເຂດ​ນີ້​ໄດ້​ເທື່ອ. ​ເພື່ອ​ລະດົມ​ແຫຼ່ງ​ເງິນລົງທຶນຈາກ​ວິ​ສາ​ຫະກິດ ​ແລະ ທົ່ວ​ສັງຄົມ​ໃຫ້​ແກ່​ຂົງ​ເຂດ​ນີ້ຫຼາຍ​ກ່ວາ​ອີກ​, ຕ້ອງ​ມີ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ. ນີ້​ແມ່ນ​ບັນຫາ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ຟົດ​ຟື້ນ​​ໃນວາລະ​ປະຊຸມ​ເມື່ອ​ວັນ​ທີ 5/6 ​ໃນ​ຂອບ​ເຂດກອງ​ປະຊຸມສະ​ໄໝ​ສະມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ - ảnh 1

ຕ້ອງ​ມີ​ນະ​ໂຍບາຍ​ແຮ​ງກ່ວາ​ໃຫ້​ແກ່​ຂົງ​ເຂດຊົນນະບົດ

(ພາບ:danviet.vn)

   ຕາມ​ການ​ສະຖິຕິ​ແລ້ວ, ​ໃນ​ໄລຍະປີ 2006-2011, ຍອດ​ຈຳນວນ​ເງິນ​ລົງທຶນ​ໃຫ້​ແກ່ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ​ແມ່ນ​ປະມານ​ 430.000 ຕື້​ດົ່ງ, ກວມ​ກ່ວາ 50% ຍອດ​ຈຳນວນ​ເງິນ​ລົງທຶນ​ພັດທະນາຂອງ​ແຫຼ່ງງົບປະມານ​​ແຫ່ງ​ລັດ ​ແລະ ພັດທະ​ບັດ​ລັດຖະບານ. ​ໃນ​ໄລຍະ​ນີ້, ຍອດ​ມູນ​ຄ່າ​ສັນຍາ​ກ່ຽວ​ກັບ​ທຶນ​ຊ່ວຍ​ເຫຼືອພັດທະນາທາງ​ການ (ODA) ​ໄດ້​ຮັບ​ການ​ລົງ​ນາມ​ແມ່ນ​ປະມານ 26 ຕື້​ໂດ​ລາ​ສະຫະລັດ, ແຫຼ່ງທຶນ​ໃຫ້​ກຸ້ຢືມ​ບຸລິມະສິດກວມ​ກ່ວາ 94% , ​ໃນ​ນັ້ນ​ແຫຼ່ງ​ເງິນລົງທຶນ​ໃຫ້​ແກ່​ກະສິກຳ, ຊົນລະປະທານ, ປ່າ​ໄມ້, ສິນ​ໃນ​ນ້ຳ ຮັບ​ໃຊ້​ໃຫ້​ແກ່​ຂົງ​ເຂດກະສິກຳ ​ແລະ ຊົນນະບົດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ແມ່ນ​ກ່ວາ 3,8 ຕື້​ໂດ​ລາ​ສະຫະລັດ. ຍ້ອນ​ເຫດ​ນັ້ນ, ​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ ​ຄ່ອຍໆ​ຫັນປ່ຽນ​ຕາມ​ທິດ​ທັນ​ສະ​ໄໝ​ກ່ວາ, ​ແກ້​ໄຂ​ວຽກ​ເຮັດ​ງານທຳ​ໄດ້​ເທື່ອ​ລະ​ກ້າວ, ຫລຸ​ດຜ່ອນຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ, ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຊາວ​ກະສິກອນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ. ​ໃນ​ບົດ​ລາຍ​ງານ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ລົງທຶນ​ໃຫ້​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ທ່ານ Nguyen Van Giau ປະທານ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຊີ້​ແຈ້ງວ່າ:

    “​​ຍ້ອນ​ພື້ນ​ທີ່​ທຳ​ການ​ຜະລິດກະສິກຳ, ຊົນນະບົດ​ກ້ວາງ​ໃຫ່ຍ, ພູມ​ມີສັນຖານ​ສັບສົນ, ມີ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ພູ​ສູງ​ຫຼາຍ​ແຫ່ງ, ການ​ຜະລິດ​ບໍ່​ທັນ​ພັດ​ທະນາ, ລາຍຮັບ​ຂອງ​ຊາວ​ກະສິກອນ​ຍັງ​ຕ່ຳ, ຊີວິດ​ການ​ເປັນ​ຢູ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ….​ໃນ​ຂະນະ​ນັ້ນ, ຄວາມ​ສາ​ມາ​ດລົງທຶນ​ຂອງ​ລັດ ​ແລະ ທົ່ວ ສັງຄົມ​ຍັງ​ຈຳກັດ​ຢູ່. ດ້ານ​ອື່ນ​ອີກ, ການ​ຜະລິດ​ກະສິກຳ​ມີ​ຄວາມ​ສ່ຽງ​ສູງ ຍ້ອນ​ໄດ້​ຮັບ​ຜົ​ນກະທົບ​ໂດຍ​ກົງ​ຈາກສະພາບ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ, ​ໂລກລະບາດ….​ສະນັ້ນຍາກ​ທີ່​ຈະ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້“.

ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ - ảnh 2

(ພາບ: tienphong.vn)

​   ເພື່ອ​ດຶງ​ດູດ​ເງິນ​ລົງທຶນ​ໃຫ້​ຂົງ​ເຂດກະສິກຳ​ມີ​ປະສິດທິ​ຜົນ​ກ່ວາອີກ, ຄວາມ​ຮຽກຮ້ອງ​ອັນ​ດີບ​ດ່ວນ​ໃນ​ປະ​ຈຸ​ບັນ​ແມ່ນ ຕ້ອງ​ສ້າງ​ລະບົບ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ລັດ​ໃຫ້​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ​ໃຫ້​ສຳ​ເລັດ​ໂດຍ​ໄວ. ​ແຕ່ງ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຕົວ​ຈິງ​ແລ້ວ, ບັນດາ​ນະ​ໂຍບາຍ​ກົດໝາຍ​ສຳລັບຂົງ​ເຂດ​ນີ້​ຍັງ​ມີ​ຫຼາຍ​ສິ່ງທີ່​ຍັງ​ຄົງ​ຄ້າງ. ຄຽງ​ຂ້າງ​ນັ້ນ, ​ເລື່ອງ​ຄວບ​ຄຸມການ​ມອບ​ໃຫ້ຄອບຄົວ, ສ່ວນ​ບຸກຄົນ​ທີ່​ດິນ​ກະສິກຳທີ່​ໄດ້​ກຳນົດ​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ບັນດາວິ​ສາ​ຫະກິດບໍ່​ຢາກ​ລົງທຶນ, ຊາວ​ກະສິກອນ​ບໍ່​ກ້າ​ລົງທຶນບ້ວງ​​ເງິນ​ກ້ອນ​ໃຫ່ຍ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ນາງ Nguyen Thu Anh ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Lam Dong ສະ​ເໜີ​ວ່າ:

   “​ຂ້າພະ​ເຈົ້າສະ​ເໜີ​ຕ້ອງ​ກວດກາ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ນຳ​ໃຊ້​ທີ່​ດິນ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຕ້ອງ​ກຳນົດ​​ເນື້ອ​ທີ່​ດິນ​ຮັບໃຊ້​ໃຫ້​ແກ່ການ​ຜະລິດກະສິກຳ​ໃຫ້​ໄດ້​ໂດຍ​ພື້ນຖານ, ພິ​ເສດ​ແມ່ນ​​ເໜືອທີ່​ດິນ​ປູກ​ເຂົ້າ. ຕ້ອງ​ປະຕິບັດ​ການ​ຖອນ​ທີ່​ດິນ​ຄືນຢ່າງ​​ຍຸດຕິ​ທຳ​, ຕ້ອງ​ຢັງຢືນ​ວ່າ ​ແຜນ​ນະ​ໂຍບາຍ​ມອບ​ທີ່​ດິນ, ​ເຊົ່າ​ທີ່​ດິນ​ເປັນ​ປົກກະຕິ ຍາວ​ນານ​ໃຫ້​ແກ່​ຊາວ​ກະສິກອນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຊາວ​ກະສິກອນ​ໃນ​ການ​ມອບ​ໂອນ​ສິດ​ນຳ​ໃຊ້​ທີ່​ດິນ ​ເພື່ອ​ໃຫ້​ເຂົາ​ເຈົ້າອຸ່ນ​ອ່ຽນ​ໃຈ​ພັດທະນາ​ການ​ຜະລິດ​ໃນ​ໄລຍະ​ຍາວນານ“

ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ - ảnh 3

ພ້ອມ​ກັນ​ກໍ່ສ້າງ​ຊົນນະບົດ​ໃໝ່

(ພາບ:kienthuctamnong.gov.vn)

   ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍທ່ານ​ກໍ່​ສະ​ເໜີ​ວ່າ: ​ເພື່ອ​ລະດົມ​ແຫຼ່ງ​ເງິນ​ລົງທຶນ​ຫຼາຍ​ກ່ວາ​ໃຫ້​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ​ໄປຄຽງ​ຄຸ່ກັບການ​ຖື​ການ​ລົງທຶນ​ໃຫ້​ພື້ນຖານ​ໂຄງ​ລ່າງ​ເປັນ​ສຳຄັນ​ນັ້ນ, ກໍ່​ຕ້ອງ​ຖື​ເລື່ອງ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບຊຸດ​ເປັນ​ສຳຄັນ​ເຊັ່ນ​ດຽວ​ກັນ, ​ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ໝູ່​ເກາະ…​ ວຽກ​ງານ​ວາງ​ແຜນ​ຜັງ​ຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ​ຈາກ​ຂັ້ນສູງ​ກາງ ລົງ​ຮອດ​ຂັ້ນທ້ອງ​ຖິ່ນ. ​ໄປຄຽງ​ຄູ່​ກັນນັ້ນ, ສຳລັບ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ບັນດາ​ໂຄງການ, ລາຍການ​ໜູນ​ຊ່ວຍ​ທີ່​ມີ​ຈຸດໝາຍ​ອື່ນ, ຕ້ອງ​ສ້າງ​ເປັນ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ລັດ​ໃຫ້​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ. ພິ​ເສດ, ​ແມ່ນ​ໃນ​ນະ​ໂຍບາຍ​ລົງທຶນ​ໃຫ້​ແກ່ກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ, ບໍ່​ອາດ​ຂາດປັດ​ໄຈ​ມະນຸດ​, ຍ້ອນ​ວ່າ, ນີ້​ແມ່ນ​ແຫຼ່ງກຳລັງ​ສຳຄັນ ປະກອບສ່ວນ​ກໍ່ສ້າງ​ຮູບ​​ແບບ​ຊົນນະບົດ​ໃໝ່​​ໃຫ້ສຳ​ເລັດຜົນ. ທ່ານ Nguyen Bac Viet ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Ninh Thuan ​ເນັ້ນໜັກ​ວ່າ:

   “ຕ້ອງ​ມີ​ພະນັກງານ​ຈຶ່ງ​ຈະ​ມີ​ບາດກ້າວ​ກະ​ໂດດ​ຂັ້ນ​ໃຫ້​ແກ່​ການ​ກໍ່ສ້າງ ​ແລະ ການ​ພັດທະນາ. ຂ້າພະ​ເຈົ້າ​ຖື​ວ່າ: ຕ້ອງ​ປະກາດ​ໃຊ້​ນະ​ໂຍບາຍ​ເງິນ​ເດືອນ​ສຳລັບ​ພະນັກງານ​ຂັ້ນຮາກ​ຖານ​ໂດຍ​ໄວ ​ເພື່ອ​ສ້າງ​ແຫຼ່ງລະດົມ​ກຳລັງ​ໃຈ​ພະນັກງານ​ຂັ້ນຕາ​ແສງ, ​ເຂດ​ຫ່າງ​ໄກ​ສອກຫລີກ ​ເພື່ອ​ໃຫ້​ເຂົາ​ເຈົ້າອຸ່ນ​ອ່ຽນ​ໃຈ, ສຸມ​ຈິດ​ສຸມ​ໃຈ​ໃຫ້​ແກ່​ການ​ພັດທະນາ​ຊົນນະບົດ​ໃໝ່“

   ສືບ​ຕໍ່ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ, ​ໃຫ້​ບຸລິມະສິດ​ທຸກ​ແຫຼ່ງ​ເງິນ​ລົງທຶນ​ໃຫ້​ຂົງ​ເຂດກະສິກຳ-​ຊາວ​ກະສິກອນ-​ຊົນນະບົດ ຍາມ​ໃດ​ກໍ່​ແມ່ນ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ພັກ, ລັດ, ລັດຖະບານ​ຫວຽດນາມ. ​ເມື່ອ​ເດັດ​ດຽວ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສຸມ​ກຳລັງ​ຊີ້​ນຳ​ຢ່າງ​ລະອຽດ, ລະດົມ​ການ​ເຂົ້າຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ ຈະ​ມີ​ບັນດາ​ບາດກ້າວ​ປ່ຽນ​ແປງ​ດີ​ພໍ​ສົມຄວນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

 


ຕອບກັບ

ຂ່າວ/ບົດ​ອື່ນ