ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972: ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ

(VOVWORLD) -ດ້ວຍເຈດຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດ, ກອງທັບ ແລະ ປະຊາຊົນທາງພາກເໜືອ ໄດ້ຕີເອົາຊະນະຕໍ່ບັ້ນບຸກໂຈມຕີທາງອາກາດ, ສ້າງ “ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ເຮັດໃຫ້ທົ່ວໂລກສັ່ນສະເທືອນ.
ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972: ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ - ảnh 1ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍປະຫວັດສາດ, ສ້າງບາດລ້ຽວຕັດສິນໃຫ້ແກ່ໄຊຊະນະຂອງບັ້ນຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດ
(ພາບເອກະສານ)

        ກ່ອນນີ້ 50 ປີກ່ອນ, ວັນທີ 18 ທັນວາ 1972, ກອງທັບ ອາເມລິກາ ໄດ້ເປີດບັ້ນບຸກໂຈຕີທາງອາກາດຍຸດທະສາດ, ນຳໃຊ້ເຮືອບິນຖິ້ມລະເບີດ B-52 ໃສ່ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ຫາຍຟ່ອງ ແລະ ບາງແຂວງ, ນະຄອນຢູ່ທາງພາກເໜືອ ຫວຽດນາມ ເປັນຕົ້ນ. ບັນດາເປົ້າໝາຍຂອງການບຸກໂຈຕີທາງອາກາດມີຊື່ວ່າບັ້ນຮົບ Linebacker II” ດັ່ງກ່າວ ແມ່ນເພື່ອຍາດໄດ້ໄຊຊະນະຢ່າງສິ້ນເຊິ່ງດ້ານການທະຫານ, ເຮັດໃຫ້ປ່ຽນແປງສະພາບການໃນໂຕະເຈລະຈາຢູ່ ປາຣີ (ປະເທດ ລັ່ງ) ຕາມທິດມີຜົນປະໂຫຍດໃຫ້ແກ່ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ດ້ວຍເຈຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດ, ກອງທັບ ແລະ ປະຊາຊົນທາງພາກເໜືອ ໄດ້ຕີເອົາຊະນະຕໍ່ບັ້ນບຸກໂຈມຕີທາງອາກາດ, ສ້າງໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດເຮັດໃຫ້ທົ່ວໂລກສັ່ນສະເທືອນ.

        ເພື່ອກະກຽມໃຫ້ແກ່ບັ້ນບຸກໂຈມຕີ Linebacker II, ກອງທັບ ອາເມລິກາ ໄດ້ລະດົມກຳລັງອາວຸດຍຸດທະພັນຢ່າງໃຫຍ່ໂຕມະໂຫຖານ, ລວມມີ: ເຮືອບິນ B-52 ຈຳນວນ 193 ລຳ (ກວມເອົາເກືອບ 50% ເຮືອບິນ B-52 ຂອງກອງທັບ ອາເມລິກາ); ເຮືອບິນ F-111A ຈຳນວນ 48 ລຳ; ເຮືອບິນສູ້ຮົບຫຼາຍປະເພດ 999 ລຳ ທີ່ຈອດຢູ່ ໄທ, ທາງພາກໃຕ້ ຫວຽດນາມ ແລະ ຢູ່ຝູງກ່ຳປັ່ນຮົບຂອງທະຫານເຮືອ 6 ລຳຢູ່ທະເລຕາເວັນອອກ ແລະ ບັນດາເຮືອບິນໜູນຊ່ວຍອື່ນໆອີກ… ກ່ຽວກັບກອງທັບເຮືອ, ອາເມລິກາ ໄດ້ເພີ່ມທະວີກ່ຳປັ່ນສູ້ຮົບຢູ່ເຂດອ່າວພາກເໜືອຈາກ 18 ລຳຂຶ້ນເປັນ 66 ລຳ (ກວມເອົາ 60% ຈຳນວນກ່ຳປັ່ນສູ້ຮົບ ແລະ ກ່ຳປັ່ນຍົກພົນຂຶ້ນບົກຂອງແມ່ທັບເຮືອ 7).

        ຕີສະກັໃຫ້ການບຸກໂຈມຕີທາງອາກາດຍຸດທະສາດຂອງ ອາເມລິກາ ໃຫ້ປະລາໄຊ

        ໃນເວລາ 12 ວັນ ແລະ ຄືນຂອງບັ້ນຮົບ Linebacker II (18-29 ທັນວາ 1972), ກອງທັບ ອາເມລິກາ ໄດ້ລະດົມເຮືອບິນຍຸດທະສາດ B-52 ເປັນ 740 ຄັ້ງ ແລະ ເຮືອບິນຍຸດທະວິທີ 1.000 ຄັ້ງ, ສົມທົບກັບການນຳໃຊ້ຍຸດທະພັນເອເລັກໂຕນິກ, ຖິ້ມລະເບີດກວ່າ 36.000 ໂຕນໃສ່ບັນດາເປົ້າໝາຍເສດຖະກິດ, ການທະຫານຢູ່ ຮ່າໂນ້ຍ, ຫາຍຟ່ອງ, ທາຍງວຽນ ແລະ ບາງເຂດອື່ນໆ. ໃນນັ້ນ, ເຮືອບິນ B-52 ໄດ້ຖິ້ມລະເບີດໃສ່ໂຮງໝໍ ແລະ ເຂດທີ່ມີປະຊາຊົນເປັນຈຳນວນຫຼວງຫຼາຍຢູ່ ຮ່າໂນ້ຍ ຄື: ໂຮງໝໍ ແບກມາຍ (ຄ່ຳຄືນວັນທີ 21 ທັນວາ) ແລະ ເຂດຖະໜົນ ເຄີມທຽນ (ຄ່ຳຄືນວັນທີ 26 ທັນວາ) ເຮັດໃຫ້ຜູ້ເສຍຊີວິດ ແລະ ຮັບບາດເຈັບເກືອບ 500 ຄົນ, ມີເຮືອນຊານເກືອບ 2.000 ຫຼັງຖືກທຳລາຍ ຫຼື ເປ່ເພໜັກ.

ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972: ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ - ảnh 2(ທ່ານພົນໂທ ເລຮຸຍວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)

        ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍການກະກຽມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ຈິດໃຈ, ເຈດຈຳນົງຕັດສິນໃຈຢ່າງສູງ, ກຳລັງປ້ອງກັນອາກາດ - ເຫຼົ່າທັບອາກາດ ພ້ອມກັບທະຫານ, ປະຊາຊົນ ຮ່າໂນ້ຍ, ຫາຍຟ່ອງ ແລະ ບັນດາແຂວງ, ນະຄອນທາງພາກເໜືອ ໄດ້ຍິງເຮືອບິນຫຼາຍຊະນິດຕົກ 81 ລຳ, ໃນນັ້ນມີເຮືອບິນ B-52 ຈຳນວນ 34 ລຳ, ເຮືອບິນ F-111 ຈຳນວນ 5 ລຳ, ຈັບຕົວນັກບິນ ອາເມລິກາ ຫຼາຍຄົນ. ນີ້ເປັນຄັ້ງທຳອິດໃນປະຫວັດສາດ, ເຮືອບິນຖິ້ມລະເບີດຍຸດທະສາດ B-52 ເຊິ່ງເຄີຍໄດ້ຮັບຖືວ່າແມ່ນ “ຖານປືນໃຫຍ່ທາງອາກາດ” ຂອງທະຫານ ອາເມລິກາ, ຖືກຍິງຕົກດ້ວຍຈຳນວນຫຼາຍລຳຄືແນວນັ້ນ. ທ່ານພົນໂທ ເລຮຸຍວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢືນຢັນວ່າ:

        ບັ້ນຮົບປ້ອງກັນອາກາດປົກປັກຮັກສາ ຮ່າໂນ້ຍ - ຫາຍຟ່ອງ 1972 ແມ່ນບັ້ນຮົບທຳອິດໃນໂລກທີ່ຍິງເຮືອບິນ B-52 ຕົກຫຼາຍລຳ, ເຮັດໃຫ້ກອງທັບອາກາດ ອາເມລິກາ ປະລາໄຊຢ່າງໜັກໜ່ວງທີ່ສຸດໃນປະຫວັດສາດ, ຕີກົນອຸບາຍໃຫ້ປະລາໄຊ ຍາດເອົາທ່າແຮງຢູ່ໂຕະເຈລະຈາ, ປະກອບສ່ວນບັງຄັບໃຫ້ ອາເມລິກາ ຕ້ອງລົງນາມໃນສັນຍາ ປາຣີ (ເດືອນ ມັງກອນ 1973) ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່. ໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດສ້າງເງື່ອໄຂສະດວກ ແລະ ກາລະໂອກາດຍຸດທະສາດເພື່ອໃຫ້ທົ່ວພັກ, ທົ່ວວງຊົນ, ທົ່ວກອງທັບ ຫວຽດນາມ ມານະພະຍາຍາມສູ້ຊົນນຳການຕໍ່ສູ້້ານ ອາເມລິກາ, ກູ້ຊາດໄປເຖິງໄຊຊະນະຢ່າງສິ້ນເຊິງ”.

        ນາຍພົນ George Etter, ຮອງຜູ້ບັນຊາການທາງອາກາດຍຸດທະສາດ ອາເມລິກາ ຍອມຮັບໃນວາລະສານ US.Air Forces ໃນວັນທີ 30 ທັນວາ 1972 ວ່າ: “ການເສຍຫາຍກ່ຽວກັບເຮືອບິນ B-52 ພ້ອມກັບຈຸບິນແມ່ນໜັກໜ່ວງທີ່ສຸດ, ແມ່ນການຕີໃສ່ບັນດານັກວາງແຜນຂອງທຳນຽບ 5 ແຈຈົນເປັນວິນ”.  ສ່ວນໃນບັນທຶກຄວາມຊົງຈຳຂອງຕົນ, ທ່ານປະທານາທິບໍດີ ອາເມລິກາ Richard Nixon ຂຽນວ່າ: “ຄວາມເປັນຫວ່ງກັງວົນຂອງຂ້າພະເຈົ້າໃນຊຸມມື້ນີ້ ບໍ່ແມ່ນເປັນຫວ່ງກ່ຽວກັບກະແສຄັດຄ້ານ, ຕຳໜິຕິຕຽນຢ່າງຮ້າຍແຮງຢູ່ພາຍໃນປະເທດ ແລະ ໃນໂລກ, ຫາກແມ່ນຄວາມເສຍຫາຍຢ່າງໜັກໜ່ວງຂອງເຮືອບິນ B-52 ”.

        ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ

        ທີ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ 1972 - ກຳລັງແຮງ ຫວຽດນາມ ແລະ ຂອບຂະໜາດຍຸກສະໄໝ” ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 09 ທັນວາ, ມີນັກຮຽນຮູ້, ນັກຄົ້ນຄວ້າຫຼາຍທ່ານສືບຕໍ່ໄຈ້ແຍກ, ເຮັດແຈ້ງ ແລະ ຢືນຢັນຂອບຂະໜາດຍຸກສະໄໝ, ຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972. ພ້ອມກັບການຕີລາຄາໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍປະຫວັດສາດ, ສ້າງບາດລ້ຽວຕັດສິນໃຫ້ແກ່ໄຊຊະນະຂອງບັ້ນຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດ. ທ່ານສາດສະດາຈານ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ, ເນັ້ນໜັກວ່າ:

        ໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດແມ່ນໄຊຊະນະຂອງຊາດແຫ່ງວິລະຊົນ, ເດັດດ່ຽວຕໍ່ສູ້ດ້ວຍຈິດໃຈບໍ່ມີຫຍັງປະເສີດເລີດລ້ຳໄປກວ່າເອກະລາດ, ເສລີພາບ”, ດ້ວຍກຳລັງແຮງຂອງການຕໍ່ສູ້ປະຊາຊົນ ຫວຽດນາມ ຸກສະໄໝ ໂຮ່ຈີມິນ. ນັ້ນກໍ່ແມ່ນໄຊຊະນະຂອງສົງຄາມທີ່ຊອບທຳ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດສາກົນຢ່າງມີປະສິດທິຜົນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນຜູ້ກ້າວໜ້າໃນທົ່ວໂລກ, ນັບທັງປະຊາຊົນ ອາເມລິກາ; ແມ່ນໄຊຊະນະຂອງມວນມະນຸດຜູ້ກ້າວໜ້າ, ມີຂອບຂະໜາດຍຸກສະໄໝ, ມີຄຸນປະໂຫຍດປຸກລະດົມບັນດາຂະບວນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະ ປະຊາທິປະໄຕໃນໂລກຢ່າງແຮງ”.

        ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ໄດ້ສະແດງຄຸນນະທາດ, ພູມປັນຍາ, ວິໄສທັດຍຸດທະສາດຂອງພັກ ແລະ ກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ໃນນັ້ນກອງທັບປະຊາຊົນ ຫວຽດນາມ ວິລະຊົນເປັນແກ່ນສານ. ຂອບຂະໜາດ, ຄວາມໝາຍ ແລະ ບັນດາບົດຮຽນອັນລ້ຳຄ່າທີ່ຖອດຖອນມາໄດ້ຈາກໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ 1972 ຍັງມີຄຸນຄ່າເໝືອນເດີມໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ