ໄຊຊະນະແຫ່ງການປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ ແລະ ພ້ອມກັບກອງທັບ ແລະ ປະຊາຊົນກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ

(VOVWORLD) - “ກອງທັບ ແລະ ປະຊາຊົນກໍາປູເຈຍ ຖ້າຫາກບໍ່ໄດ້ຮັບການຊ່ວຍເຫຼືອຈາກຫວຽດນາມ ແມ່ນບໍ່ສາມາດປົດປ່ອຍໄວເຊັ່ນນັ້ນ...”

ວັນທີ 07 ມັງກອນ, ແມ່ນວັນຄົບຮອບ 40 ປີ ແຫ່ງວັນກອງທັບ ແລະ ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະໃນການຕໍ່ສູ້ ປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ ແລະ ພ້ອມກັບກອງທັງ ແລະ ປະຊາຊົນ ກໍາປູເຈຍ ຍາດໄດ້ໄຊຊະນະຕໍ່ລະບອບດັບສູນເຊື້ອຊາດ (07/01/1979 07/01/2019) - ເຊິ່ງເປັນຂີດໝາຍປະກາຍແຈ້ງໃນປະຫວັດສາດແຫ່ງການພົວພັນມິດຕະພາບ, ສາມັກຄີທີ່ເປັນມູນເຊື້ອ, ຮ່ວມສໍາພັນສູ້ຮົບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ກໍາປູເຈຍ. ນີ້ແມ່ນໄຊຊະນະທີ່ຢັ້ງຢືນເຖິງສິດປ້ອງກັນຕົວທີ່ຊອບທໍາຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນທຸກເສັ້ນຊາຍແດນຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ; ພ້ອມທັງປະກອບສ່ວນຊ່ວຍປະຊາຊົນ ກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ, ກ້າວເຂົ້າສູ່ສັງກາດແຫ່ງສັນຕິພາບ, ເຊື່ອມຕົວບັນດາເຜົ່າ ແລະ ພັດທະນາ.

        ກ່ອນນີ້ 40 ປີ, ໂດຍປະຕິບັດສິດປ້ອງກັນຕົວອັນຊອບທໍາຂອງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນທຸກເສັ້ນຊາຍແດນຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ ໄດ້ລຸກຮື້ຂຶ້ນທໍາການຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ແລະພ້ອມກັບບັນດາກໍາລັງກ້າວໜ້າຂອງ ກໍາປູເຈຍ ທັບມ້າງທໍາລາຍລະບອບດັບສູນເຊື້ອຊາດ, ນໍາປະເທດ ກໍາປູເຈຍ ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.

        ປົກປັກຮັກສາປະເທດຊາດ ແລະ ໜ້າທີ່ຮັບຜິດຊອບຕໍ່ກັບສາກົນ

        ເດືອນ ເມສາ 1975, ພາຍຫຼັງ ກໍາປູເຈຍ ມີເອກະລາດ, ພວກປອນປົດ - ອຽງຊາຣີໄດ້ເຮັດໃຫ້ກໍາປູເຈຍ ຈາກປະເທດໜຶ່ງທີ່ມີຄວາມສັນຕິພາບ ກາຍເປັນຄ້າຍຄຸມຂັງທໍລະມານທີ່ຍັກໃຫຍ່ ເຕັມໄປດ້ວຍຂຸມຝັງສົບ ໂດຍການປະຕິບັດບັນດານະໂຍບາຍດັບສູນເຊື້ອຊາດ ຕໍ່ກັບເຜົ່າພັນຂອງຕົນເອງ. ບໍ່ຢຸດພຽງເທົ່ານັ້ນ,  ພວກປອນປົດ - ອຽງຊາຣີ ຍັງໄດ້ດໍາເນີນບັນດາການເຄື່ອນໄຫວຮຸກຮານ, ເຂັ່ນຂ້າປະຊາຊົນຫວຽດນາມ ຢູ່ບັນດາແຂວງລຽບຕາມຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ.

        ຕໍ່ບັນດາການເຄື່ອນໄຫວກໍ່ການປະທະທີ່ນອງເລືອດ ແລະ ເປີດກວ້າງສົງຄາມຂອງພວກສັດຕູນັ້ນ, ພັກ ແລະ ລັດຫວຽດນາມ ໄດ້ລະງັບ ແລະ ຢຶດໝັ້ນປະຕິບັດບັນດານະໂຍບາຍສ້າງສັນຕິພາບ, ມິດຕະພາບ. ແຕ່ວ່າ ຍິ່ງລະງັບ ພວກປອນປົດ - ອຽງຊາຣີ ພັດຍິງບຽດສີ, ຍ້ອນແນວນັ້ນ ກອງທັບ ແລະ ປະຊາຊົນຫວຽດນາມ ຈໍາຕ້ອງປ້ອງກັນຕົວຢ່າງຊອບທໍາ. ໂດຍສະໜອງຕໍ່ຄໍາຮຽກຮ້ອງຂອງປະຊາຊົນ ກໍາປູເຈຍ ແລະ ຄໍາຮຽກຮ້ອງຂອງແນວໂຮມສາມັກຄີຊົນເຜົ່າກູ້ຊາດ ກໍາປູເຈຍ, ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອບັນດາກໍາລັງຮັກຊາດ ກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດຂອງ ພວກປອນປົດ - ອຽງຊາຣີ. ການກະທໍາຂອງ ຫວຽດນາມ ແມ່ນກໍາເນີດມາຈາກຄວາມຮຽກຮ້ອງຕ້ອງການໃນການປ້ອງກັນຕົວຢ່າງຊອບທໍາ, ໜ້າທີ່ຮັບຜິດຊອບຕໍ່ກັບສາກົນ ກໍຄືມະໂນທໍາຂອງຊາດໜຶ່ງ ທີ່ເຄີຍຖືກກົດຂີ່ຂູດຮີດ ແລະ ຮຸກຮານ.

ໄຊຊະນະແຫ່ງການປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ ແລະ ພ້ອມກັບກອງທັບ ແລະ ປະຊາຊົນກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ - ảnh 1ຕອນບ່າຍວັນທີ 07/01/1979 ບັນດາກໍາລັງປະກອບອາວຸດ ກໍາປູເຈຍ ພ້ອມດ້ວຍທະຫານອາສາສະໝັກຫວຽດນາມບຸກເຂົ້າປົດປ່ອຍນະຄອນຫຼວງ ພະນົມເປັນ  (ພາບເອກະສານ: TTXVN)

        ໃນການຕໍ່ສູ້ທີ່ຫຍຸ້ງຍາກ, ລໍາບາກ ແລະ ດຸເດືອດທີ່ສຸດນັ້ນ ຍາມໃດກໍເຕັມໄປດ້ວຍຄວາມສາມັກຄີສາກົນທີ່ສັດຊື່, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ. ທ່ານພົນຕີ ຈ້ຽວຊວນຮວ່າ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ, ອະດີດຜູ້ບັນຊາການທະຫານເຂດ 7, ໃຫ້ຮູ້ວ່າ:

        “ໃນຂະນະນັ້ນ, ປະຊາຊົນຫວຽດນາມ ເຖິງວ່າຍັງອຶດຫິວກໍຕາມ  ແຕ່ພວກເຮົາຍັງສະໜອງສະບຽງອາຫານ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນກໍາປູເຈຍ ໃນການດໍາລົງຊີວິດ. ແລ້ວກໍພ້ອມກັບບັນດາສະຫາຍ ກໍາປູເຈຍ ຂົນຂວາຍ, ຄັດເລືອກກໍາລັງ, ຝຶກແອບ ເພື່ອສ້າງກໍາລັງປະຕິວັດກໍາປູເຈຍ. ນັບແຕ່ຄາວນັ້ນ, ພວກຂ້າພະເຈົ້າໄດ້ດໍາລົງຊີວິດ, ເຮັດວຽກກັບບັນດາສະຫາຍ ກໍາປະເຈຍ ດັ່ງນັ້ນ ຂ້າພະເຈົ້າເຂົ້າໃຈໄດ້ເຖິງນໍ້າໃຈຂອງພໍ່ແມ່ປະຊາຊົນ ແລະ ສະຫາຍ ກໍາປູເຈຍ ທີ່ມີຕໍ່ພວກເຮົາ ແມ່ນຄວາມຜູກພັນສະໜິດແໜ້ນ ເໝືອນດັ່ງອ້າຍນ້ອງຮ່ວມເລືອດເນື້ອເຊື້ອດຽວ ນັບແຕ່ນັ້ນມາຮອດປັດຈຸບັນ”.

        ຂີດໝາຍປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ

        ວັນທີ 31 ທັນວາ 1978, ອະທິປະໄຕດິນແດນທັງໝົດຂອງ ຫວຽດນາມ ທີ່ຖືກສັດຕູບຽດຍຶດ ໄດ້ກັບຄືນມາໃນກໍາມືຂອງປະຊາຊົນຫວຽດນາມ. ຫຼັງຈາກນັ້ນ, ຕາມການສະເໜີຂອງການປະຕິວັດກໍາປູເຈຍ, ຫວຽດນາມໄດ້ສົ່ງທະຫານອາສາສະໝັກ ໄປຊ່ວຍກໍາລັງປະກອບອາວຸດປະຕິວັດ ກໍາປູເຈຍ. ຮອດວັນທີ 07 ມັງກອນ 1979, ນະຄອນຫຼວງ ພະນົມເປັນ ໄດ້ຮັບການປົດປ່ອຍ, ເຊິ່ງໄດ້ສ້າງຂີີດໝາຍເຫດການປະຫວັດສາດສໍາຄັນ, ນັບແຕ່ນັ້ນມາ ປະຊາຊົນ ກໍາປູເຈຍ ໄດ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຢ່າງສິ້ນເຊີງ.

        ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນໄຊຊະນະໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ ແລະພ້ອມກັບກອງທັບ ແລະ ປະຊາຊົນກໍາປູເຈຍ ຍາດໄດ້ໄຊຊະນະຕໍ່ລະບອບດັບສູນເຊື້ອຊາດ ທີ່ຖືກຈັດຕັ້ງຢູ່ຮ່າໂນ້ຍ ໃນວັນທີ 04 ມັງກອນ ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ:

        “ສໍາລັບຫວຽດນາມແລ້ວ, ໄຊຊະນະໃນການຕໍ່ສູ້ປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນເຈດຈໍານົງ ແລະ ກໍາລັງແຮງທີ່ອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ; ພ້ອມທັງສະແດງເຖິງນໍ້າໃຈຄວາມຮັບຜິດຊອບຕໍ່ກັບສາກົນອັນສູງສົ່ງ, ສາຍພົວພັນບ້ານໃກ້ເຮືອນຄຽງ, ຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສະໜິດຕິດພັນ, ຄວາມຈົງຮັກພັກດີທີ່ມີມາແຕ່ດົນນານ, ການຊ່ວຍເຫຼືອອັນບໍລິສຸດຜຸດຜ່ອງ, ດ້ວຍນໍ້າໃສໃຈຈິງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນກໍາປູເຈຍ”.

        ໃນການຕໍ່ສູ້ ເພື່ອຄວາມເປັນທໍານີ້, ປະຊາຊົນຫວຽດນາມ ບໍ່່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະເລືອດເນື້ອຂອງຕົນຢູ່ສະໜາມຮົບແຫ່ງຕ່າງໆ. ບັນດາການເສຍສະຫຼະນັ້ນ ຍາມໃດປະຊົນຫວຽດນາມ ແລະ ກໍາປູເຈຍ ລຸ້ນຕ່າງໆ ກໍ່ລ້ວນແຕ່ຈົດຈໍາ ແລະ ເຄົາລົບນັບຖື. ເມື່ອເວ້ົາເຖິງການຊ່ວຍເຫຼືອ ຢ່າງຈິງໃຈ ແລະ ບໍລິສຸດຜຸດຜ່ອງຂອງກອງທັບແລະ ປະຊາຊົນຫວຽດນາມ, ທ່ານປະທານສະພາແຫ່ງຊາດ ກໍາປູເຈຍ Heng Xomrin  ຖືວ່າ: “ການຊ່ວຍເຫຼືອດ້ວຍເລືອດເນື້ອຂອງທະຫານອາສາສະໝັກຫວຽດນາມ ແມ່ນການຊ່ວຍເຫຼືອມະນຸດສະທໍາ ແລະ ຖືກຕ້ອງທີ່ສຸດ...”. ສ່ວນທ່ານນາຍົກລັດຖະມົນຕີ ກໍາປູເຈຍ Hun Sen ເຄີຍຢັ້ງຢືນມາຫຼາຍຄັ້ງແລ້ວວ່າ: “ກອງທັບ ແລະ ປະຊາຊົນກໍາປູເຈຍ ຖ້າຫາກບໍ່ໄດ້ຮັບການຊ່ວຍເຫຼືອຈາກຫວຽດນາມ ແມ່ນບໍ່ສາມາດປົດປ່ອຍໄວເຊັ່ນນັ້ນ...”. ທ່ານ Terp Ngorn, ຮອງປະທານສະພາສູງ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ຄະນະປະທານກຽດຕິສັກສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກໍາປູເຈຍ ເນັ້ນໜັກວ່າ:

        “ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ສະພາສູງ, ລັດຖະບານ, ແນວໂຮມ ແລະ ປະຊາຊົນກໍາປູເຈຍ, ອີກຄັ້ງໜຶ່ງ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນດ້ວຍຄວາມສຸດຈິດສຸດໃຈ ແລະເລິກເຊິ່ງທີ່ສຸດ. ພ້ອມກັນນັ້ນ, ຍາມໃດກໍຈົດຈໍາບຸນຄຸນອັນໃຫຍ່ຫຼວງຂອງພັກ, ລັດ, ແນວໂຮມ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ມີບັນດາການເສຍສະຫຼະອັນໃຫຍ່ຫຼວງ ເພື່ອປົດປ່ອຍ ແລະ ກູ້ຊາດກໍາປູເຈຍ, ກູ້ປະຊາຊົນກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດທີ່ໂຫດຮ້າຍປ່າເຖື່ອນ, ປະກອບສ່ວນເຂົ້າໃນຂະບວນວິວັດແຫ່ງການສ້າງສັນຕິພາບໃຫ້ແກ່ປະເທດ ກໍາປູເຈຍ ພວກຂ້າພະເຈົ້າ”.

        ໄຊຊະນະໃນວັນທີ 7 ມັງກອນ 1979 ແມ່ນໝາກຜົນແຫ່ງນໍ້າໃຈຄວາມຮັບຜິດຊອບສາກົນທີ່ບໍລິສຸດຜຸດຜ່ອງຂອງພັກ ແລະ ລັດ ຫວຽດນາມ, ຂອງການຮ່ວມສໍາພັນສາມັກຄີຕໍ່ສູ້ ທີ່ໄດ້ກໍາເນີດຂຶ້ນຈາກລັດທິຮັກຊາດຢ່າງແທ້ຈິງ. ໄຊຊະນະດັ່ງກ່າວ ຈະກາຍເປັນສັນຍະລັກອັນໃສແຈ້ງຂອງນໍ້າໃຈສາມັກຄີສາກົນສັດຊື່, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ - ກໍາປູເຈຍ ຕະຫຼອດໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ