ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ.

(VOVWORLD) - ວັນທີ 30 ເມສາ ທົ່ວປວງຊົນທັງຊາດຫວຽດນາມ ມີຄວາມເບີກບານມ່ວນຊື່ນສະເຫຼີມສະຫຼອງ 45 ປີ ແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975  30/04/2020). ເຫດການປະຫວັດສາດກ່ອນນີ້ 45 ປີ ໄດ້ເປີດໜ້າປະຫວັດສາດໃໝ່ໃນປະຫວັດສາດຂອງຊາດຫວຽດນາມ. ນັບແຕ່ນັ້ນມາ, ແມ່ນໍ້າລຳເຊ, ພູຜາປ່າດົງໄດ້ ໂຮມເຂົ້າກັນເປັນໜຶ່ງດຽວ, ປະຊາຊົນຫວຽດນາມສາມັກຄີກັນເປັນຈິດໜຶ່ງໃຈດຽວ ພ້ອມກັນສ້າງສາປະເທດຊາດໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າເກົ່າ.

ມະຫາໄຊລະດູບານໃໝ່ປີ 1975 ແມ່ນໜ້າປະຫວັດສາດອັນສະຫງ່າອົງອາດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຂອງຊາດຫວຽດນາມ ເມື່ອໄດ້ເຮັດສຳເລັດພາລະກຳປະຫວັດສາອັນສະຫງ່າງາມ ນັ້ນແມ່ນ ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ນຳປະເທດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດແຫ່ງເອກະລາດ, ເອກະພາບ. ຕໍ່ໄປນີ້, ແມ່ນການວິເຄາະຂອງບັນດານັກຊ່ຽວຊານ ແລະ ບຸກຄົນທີ່ເຂົ້າຮ່ວມການຕໍ່ສູ້ປົດປ່ອຍພາກໃຕ້ຫວຽດນາມ.

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ. - ảnh 1ບັນດານັກຮົບ ໄຊງ່ອນ ໃນມື້ໄດ້ຮັບໄຊຊະນະ (ພາບເອກະສານ: TTXVN)

  ເວລາ11 ໂມງ 30 ນາທີ ຂອງວັນທີ 30 ເມສາ 1975, ທຸງ ແນວໂຮມປະເທດຊາດປົດປ່ອຍພາກໃຕ້ຫວຽດນາມ ໄດ້ປິວສະບັດຢູ່ຈອມທຳນຽບເອກະລາດ (ໄຊງ່ອນ), ອັນໄດ້ສ້າງຂີດໝາຍຈຸດເວລາປະຫວັດສາດ ສິ້ນສຸດລົງດ້ວຍໄຊຊະນະ ຂອງຊຸມ ເດືອນປີທີ່ຍືດເຍື້ອຍາວນານ, ລຳບາກກາກກຳໃນການຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ເພື່ອຍາດໄດ້ໄຊຊະນະດັ່ງກ່າວ ແມ່ນຍ້ອນມີມູນເຊື້ອຮັກຊາດ, ຄວາມໄຝ່ຝັນຢາກມີເອກະລາດ, ເສລີພາບ, ສັນຕິພາບ, ທ້ອນໂຮມ ປະເທດຊາດເປັນເອກະພາບ ແລະ ພິເສດ ແມ່ນຄວາມສາມັກຄີຂອງປະຊາຊົນຫວຽດນາມ. ໄຊຊະນະໃນວັນທີ 30 ເມສາ 1975 ໄດ້ຕອບສະໜອງຄວາມລໍຄອຍມາແຕ່ດົນນານຂອງປະຊາຊົນຫວຽດນາມ ກ່ຽວກັບປະເທດຢາກມີສັນຕິພາບ, ເອກະພາບ. ທ່ານພັນໂທ ຫງວຽນກວກເທືອກ ເລົ່າຄືນສູ່ຟັງວ່າ:

          “ນີ້ແມ່ນສົງຄາມຂອງປະຊາຊົນຢ່າງແທ້ຈິງ. ໃນຈຸດເວລາທີ່ຕັດສິນຊີ້ຂາດ ປະຊາຊົນໄດ້ລຸກຂຶ້ນພ້ອມກັບທະຫານຢູ່ທຸກທິດ ບຸກເຂົ້າໄຊງ່ອນ. ຖ້າຫາກຊາດຫນຶ່ງບໍ່ມີຄວາມໄຝ່ຝັນຢາກມີເອກະລາດ, ເສລີພາບນັ້ນ ກໍບໍ່ສາມາດຍາດໄຊຊະນະດັ່ງກ່າວໄດ້”.

      ນີ້ກໍແມ່ນຜົນງານອັນຍິ່ງໃຫຍ່ໃນພາລະກິດແຫ່ງການປົດປ່ອຍປະເທດຊາດ ໂດຍພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ນຳພາ. ທ່ານປະລິນຍາເອກ ຫງວຽນແຢງຕຽນ, ຫົວໜ້າສະຖາບັນປະຫວັດສາດ ພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແມ່ນໄຊຊະນະຂອງແນວທາງການເມືອງ, ແນວທາງການທະຫານເອກະລາດ, ເປັນເຈົ້າຕົນເອງ ແລະ ຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກ. ຍ້ອນມີການລະດົມໄດ້ກຳລັງແຮງຂອງທົ່ວປວງຊົນເຂົ້າຮ່ວມການຕີສັດຕູ, ສົມທົບ ການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ດ້ານການເມືອງ, ມີເງື່ອນໄຂ ສົມທົບກັນລະຫວ່າງການຕໍ່ສູ້ດ້ານການທະຫານ ກັບການລຸກຮື້ຂຶ້ນຂອງປະຊາຊົນ ດ້ວຍທິດນຳທີ່ວ່າ “ທົ່ວປວງຊົນຕໍ່ຕ້ານ, ຕໍ່ຕ້ານຢ່າງຮອບດ້ານ”.

ດ້ວຍຄວາມໝາຍອັນໃຫຍ່ຫຼວງ, ໄຊຊະນະໃນວັນທີ 30 ເມສາ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມຫຼາຍຄົນ.

    "ຍ້ອນມີໄຊຊະນະໃນວັນທີ 30 ເມສາ ປະເທດຊາດ ຫວຽດນາມ ຈິ່ງມີສັນຕິພາບຄືທຸກວັນນີ້. ນ້ອງສະແດງຄວາມຮູ້ບຸນຄຸນຕໍ່ສິ່ງດັ່ງກ່າວນີ້ທີ່ສຸດ."

    "ໂດຍເປັນລູກຫຼານຂອງນະຄອນໂຮ່ຈີມິນ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເມື່ອເຫັນວ່າ ນະຄອນຍິ່ງນັບມື້ນັບ ພັດທະນາ."

   "ຂ້າພະເຈົ້າເອງມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຮັກຊາດຂອງລຸ້ນພໍ່ລຸ້ນອ້າຍ, ເຊິ່ງເປັນຜູ້ຍາດເອົາເອກະລາດ, ເສລີພາບຄືນມາ ເພື່ອໃຫ້ບ້ານເກີດເມືອງນອນຂອງເຮົາມີວັນນີ້".

  

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ. - ảnh 2 ບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້ (ພາບປະກອບ: tuoitre.vn)

ນັບແຕ່ວັນທີ 30 ເມສາ 1975 ມາຮອດປັດຈຸບັນ ແມ່ນຄົບຮອບ45 ປີແລ້ວ, ປະຫວັດສາດໄດ້ກ້າວເຂົ້າສູ່ໜ້າໃໝ່. ໃນ 45 ປີຜ່ານມາ, ປະຊາຊົນຫວຽດນາມ ທັງມານະພະຍາຍາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ທັງບືນຕົວຂຶ້ນ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນຂະບວນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ. ຜົນງານອັນບຸກທະລຸຂອງຫວຽດນາມນັ້ນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າ ຜ່ານບົດສາລະຄະດີ ດ້ວຍຫົວຂໍ້ “ຫວຽດນາມ ປ່ຽນແປງຕົນເອງ ໃນຍຸກສະໄໝໃໝ່”.

ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນໍ້າລຳເຊ, ພູຜາປ່າດົງໄດ້ໂຮມເຂົ້າກັນເປັນໜຶ່ງດຽວ, ປະຊາຊົນຫວຽດນາມ ໄດ້ສຸມກຳລັງເຫື່ອແຮງເພື່ອຟື້ນຟູເສດຖະກິດ, ສ້າງປະເທດຊາດຄືນໃໝ່. ໃນຕະຫຼອດໄລຍະ 30 ປີ ແຫ່ງການປ່ຽນແປງໃໝ່ (ນັບແຕ່ປີ 1986), ພື້ນຖານເສດຖະກິດຫວຽດນາມ ໄດ້ເຕີບໂຕຢ່າງກະໂດດຂັ້ນ. ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນທົບສິບເທົ່າ ເມື່ອທຽບໃສ່ກ່ອນນີ້. ການເຕີບໂຕຂອງຫວຽດນາມ ມີລັກສະນະກວມລວມ, ດ້ວຍອັດຕາຄອບຄົວທຸກຍາກຫຼຸດລົງຕ່ຳກວ່າ 4% ເມື່ອທຽບໃສ່ລະດັບກວ່າ 60% ໃນທ້າຍຊຸມປີ 1980. ຫວຽດນາມ ກໍແມ່ນປະເທດສົ່ງອອກທີ່ມີການພັດທະນາຢ່າງແຮງ ແລະ ພວມຫັນຈາກປະເທດສົ່ງອອກພຽງແຕ່ນ້ຳມັນດິບ, ກາເຟ ແລະ ເກີບ ກາຍມາເປັນສູນຜະລິດ ທີ່ມີຄວາມດູດດື່ມສຳລັບບັນດາກຸ່ມບໍລິສັດໃຫຍ່ທົ່ວໂລກ. ທ່ານ Lee Kyu Seon, ອະດີດຫົວໜ້າຫ້ອງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ (KOTRA) ປະຈຳ ຮ່າໂນ້ຍ ເຄີຍແບ່ງປັນວ່າ:

          “ເມື່ອຕັດສິນໃຈລົງທຶນອອກຕ່າງປະເທດ, ພວກຂ້າພະເຈົ້າຕ້ອງຄົ້ນຄວ້າບາງບັນຫາ. ທີໜຶ່ງແມ່ນ ສະຖຽນລະພາບທາງດ້ານການເມືອງ ແລະ ຫວຽດນາມ ກໍ່ແມ່ນປະເທດທີ່ມີສະຖຽນລະພາບຫຼາຍໃນດ້ານນີ້. ທີສອງແມ່ນ ກ່ຽວກັບບັນຫາປະຊາກອນ, ຫວຽດນາມ ມີຈຳນວນພົນລະເມືອງຫຼາຍພໍສົມຄວນ. ຖັດຈາກນັ້ນແມ່ນລະດັບການເຕີບໂຕ GDP ແລະ ຫວຽດນາມ ກໍ່ມີການພັດທະນາດີພໍສົມຄວນ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍໄດ້ຄົ້ນຄວ້າບາງບັນຫາອື່ນໆຕື່ມອີກ ເປັນຕົ້ນແມ່ນ ອັດຕາໄພເງິນເຟີ້, ດອກເບ້ຍ... ບັນດາຂໍ້ມູນດັ່ງກ່າວຂອງຫວຽດນາມ ລ້ວນແຕ່ເປັນປົກກະຕິດີ”.

ກ່ຽວກັບການພົວພັນກັບສາກົນ, ຫວຽດນາມ ມີສາຍພົວພັນເປັນປົກກະຕິກັບບັນດາປະເທດໃຫຍ່, ມີການພົວພັນດ້ານເສດຖະກິດ - ການຄ້າ ກັບຫຼາຍກວ່າ 200 ປະເທດ ແລະ ເຂດແຄວ້ນ. ພິເສດ, ຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ດຳລົງຫຼາຍຕຳແໜ່ງຫຼັກແຫຼ່ງສຳເລັດຜົນ ຢູ່ບັນດາເວລທີປາໄສຫຼາຍຝ່າຍໃນທຸກລະດັບ ແລະ ຂົງເຂດ  ເປັນຕົ້ນແມ່ນ ເປັນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເວທີປາໄສຮ່ວມມືດ້ານເສດຖະກິດໃນພາກພື້ນ ອາຊີ - ປາຊີຟິກ (APEC), ເວທີປາໄສຮ່ວມມື ອາຊີ - ເອີຣົບ(ASEM)...

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ. - ảnh 3 ທຸງຊາດຂອງຫວຽດນາມ ຢູ່ ສະຫະປະຊາຊາດ (ພາບ: TTXVN)


ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ປີ 2020, ເປັນຄັ້ງທຳອິດໃນປະຫວັດສາດ, ຫວຽດນາມ ດຳລົງ ສອງຕຳແໜ່ງສໍາຄັນໄປພ້ອມໆກັນ ນັ້ນຄື ເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ນັ້ນແມ່ນໜ້າທີ່ຮັບຜິດຊອບສຳຄັນຂອງພາກພື້ນ ແລະ ສາກົນ ທີ່ມີຄວາມໝາຍສຳຄັນ, ອັນໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງອັນໃຫຍ່ຫຼວງຈາກເພີື່ອນມິດສາກົນທີ່ມີຕໍ່ຫວຽດນາມ. ທ່ານ Ben Bland ຫົວໜ້າໂຄງການ ຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ສັງກັດສະຖາບັນຄົ້ນຄວ້າ Lowy ຂອງ ອົດສະຕາລີ ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ເພາະວ່າ ເຂົາເຈົ້າມີພື້ນຖານເສດຖະກິດພັດທະນາໄວ, ພ້ອມທັງແມ່ນປະເທດມີການຄິດໄລ່ຍຸດທະສາດບັນດາບັນຫາໄວ້ລ່ວງໜ້າ. ສຳລັບ ອົດສະຕາລີ, ຫວຽດນາມ ແມ່ນປະເທດຫຼັກແຫຼ່ງ ແລະ ແມ່ນຄູ່ຮ່ວມມືທີ່ສວມບົດບາດສ້າງຄວາມດຸ່ນດ່ຽງຍຸດທະສາດໃນພາກພື້ນ.”

ບໍ່ພຽງແຕ່ແມ່ນປະເທດ ທີ່ເປັນແບບຢ່າງໃນວິວັດການປະອະດີດຕະການ, ບືນຕົວຂຶ້ນຈາກສົງຄາມ ເທົ່ານັ້ນ, ຫວຽດນາມຍັງໄດ້ຮັບການຮັບຮູ້ຈາກໂລກ ວ່າ ແມ່ນສັນຍາລັກແຫ່ງຂົວຕໍ່ ສັນຕິພາບ ດ້ວຍການຄັດເລືອກເອົາຫວຽດນາມ ເປັນບ່ອນຈັດຕັ້ງເຫດການທາງການທູດສຳຄັນແຖວໜ້າໂລກ - ນັ້ນຄືກອງປະຊຸມສຸດຍອດ ລະຫວ່າງ ສປປ.ເກົາຫຼີ - ອາເມລິກາ ເຊິ່ງໄດ້ດຳເນີນໃນທ້າຍເດືອນ ກຸມພາ 2019. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J. Kritenbrink ຢັ້ງຢືນວ່າ:

“ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ຊາວຫວຽດນາມ ແລະ ຂ້າພະເຈົ້າກໍ່ມີຄວາມເຊື່ອໝັ້ນຕໍ່ອະນາຄົດແຫ່ງການພັດທະນາຂອງຫວຽດນາມ. ເພາະວ່າ ຂ້າພະເຈົ້າ ເຫັນໄດ້ສິ່ງທີ່ ປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະ ເອກະລາດ ສາມາດເຮັດໄດ້ ດ້ວຍຖານະເປັນການນຳ ໃນພາກພື້ນ. ພວກຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືລາຍໃຫຍ່ ແລະ ພວກເຮົາ ຈະສືບຕໍ່ປະກອບສ່ວນສຳຄັນໃຫ້ແກ່ພາກພື້ນ ແລະ ໂລກ”.

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ. - ảnh 4 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ເມື່ອລວບລວມຄືນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນຕະຫຼອດໄລຍະຜ່ານມາ, ຢູ່ທີ່ງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (03/02/2020), ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ:

“ດ້ວຍບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້, ພວກເຮົາມີພື້ນຖານເພື່ອຢັ້ງຢືນວ່າ ປະເທດຊາດ ຍັງບໍ່ເຄີຍມີຄວາມເຂັ້ມແຂງ, ມີກໍາລັງແຮງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຄືທຸກວັນນີ້”.

45 ປີໄດ້ຜ່ານພົ້ນໄປ, ນັບແຕ່ລະດູບານໃໝ່ປີ 1975, ລະດູບານໃໝ່ແຫ່ງມະຫາໄຊ, ລະດູບານໃໝ່ແຫ່ງເອກະພາບ, ເໜືອ - ໃຕ້ ໄດ້ໂຮມເຂົ້າກັນເປັນເອກະພາບ, ປະເທດຊາດບັນລຸໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄວາມໝາຍ ປະຫວັດສາດ. ໄຊຊະນະໃນວັນທີ 30 04 1975 ແມ່ນໜຶ່ງໃນບັນດາກໍາລັງໜູນ ເພື່ອໃຫ້ຫວຽດນາມ ນັບມື້ນັບບືນຕົວຂຶ້ນ, ສືບຕໍ່ກ້າວເຂົ້າສູ່ລະດູບານໃໝ່ທີ່ສວຍງາມກວ່າ.                           

ເມື່ອຫວນຄືນຈຸດເວລາປະຫວັດສາດຂອງ 45 ປີກ່ອນ, ປະຊາຊົນຫວຽດນາມແຕ່ລະຄົນ ຕ່າງກໍຮູ້ສຶກເຄົາລົບນັບຖືຄຸນຄ່າຂອງສັນຕິພາບ, ເອກະລາດ ແລະ ຂອງຊາດ. ທົ່ວປວງຊົນທັງຊາດຫວຽດນາມ ຈະຄຽງບ່າຄຽງໄຫຼ່ ພ້ອມກັນປົກປັກຮັກສາບັນດາຜົນງານນັ້ນ. ສຳລັບຜູ້ທີ່ມາຮ່ວມມື, ພັດທະນາ ຫວຽດນາມ ຍາມໃດກໍຍິນດີຕ້ອນຮັບ. ສຳລັບເນື້ອໃນຈິດໃຈປະອະດີດຕະການ, ມຸ່ງໄປສູ່ອະນາຄົດ, ຫວຽດນາມ ຍາມໃດກໍຢັ້ງຢືນວ່າ ຕົນເອງເປັນເພື່ອນ, ເປັນຄູ່ຮ່ວມມືທີດີ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ໃນໄລຍະນັ້ນ, ພວກເຮົາກໍເຫັນປະຈັກຕາບັນດາບາດກ້າວພັດທະນາພິເສດໃນສາຍພົວພັນລະຫວ່າງຫວຽດນາມ - ອາເມລິກາ, ສາຍພົວພັນເຊິ່ງປັດຈຸບັນໄດ້ຜ່ານຜ່າການເວລາຂອງປະຫວັດສາດເພື່ອກາຍເປັນຄູ່ຮ່ວມມືຮອບດ້ານ. ຕໍ່ໄປນີ້ ແມ່ນບົດຂຽນ ດ້ວຍຫົວຂໍ້ “ຫວຽດນາມ - ອາເມລິກາ: ຜ່ານການເວລາປະຫວັດສາດ ກ້າວໄປສູ່ສາຍພົວພັນຄູ່ຮ່ວມມືຮອບດ້ານ."

ວັນທີ 3 ກຸມພາ 1994, ທ່ານປະທານາທິບໍດີ Bill Clinton ຖະແຫຼງຍົກເລີກຄຳສັ່ງຂວ້ຳບາດຫວຽດນາມ ແລະ ກວ່າ 1 ປີຕໍ່ມາ, ວັນທີ 11 ກໍລະກົດ 1995, ທ່ານປະທານາທິບໍດີ Bill Clinton ກໍ່ໄດ້ຖະແຫຼງ ສ້າງການພົວພັນທາງການທູດລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃຫ້ເປັນປົກກະຕິ. ເຫດການດັ່ງກ່າວ ໄດ້ເປີດສັງກາດໃໝ່ໃນປະຫວັດສາດແຫ່ງສາຍພົວພັນລະຫວ່າງສອງປະເທດ ເມື່ອຫວຽດນາມ ແລະ ອາເມລິກາ ກໍ່ສ້າງສາຍພົວພັນໄມຕີິຈິດມິດຕະພາບ ບົນເນື້ອໃນຈິດໃຈຜົນປະໂຫຍດລວມ, ເຄົາລົບເຊິ່ງກັນແລະກັນ ແລະ ຕັດສິນໃຈຜ່ານຜ່າປະຫວັດສາດ, ມຸ່ງໄປສູ່ອະນາຄົດ.

ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ. - ảnh 5 ຫວຽດນາມ - ອາເມລິກາ: ຜ່ານການເວລາປະຫວັດສາດ ກ້າວໄປສູ່ສາຍພົວພັນຄູ່ຮ່ວມມືຮອບດ້ານ (ພາບ: vov.vn)

ຕໍ່ຈາກນີ້, ການຄ້າສອງຝ່າຍລະຫວ່າງຫວຽດນາມ - ອາເມລິກາ ກໍ່ບັນລຸລະດັບ ເຕີບໂຕ ເປັນໜ້າປະທັບໃຈພໍສົມຄວນ. ບັນດາຂົງເຂດຮ່ວມມືກໍອຸດົມສົມບູນກວ່າ ເມື່ອທຽບໃສ່ຈຸດເວລາສ້າງການພົວພັນເປັນປົກກະຕິຂອງກ່ອນນີ້ 25 ປີ. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J. Kritenbrink ເນັ້ນໜັກວ່າ:

          “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາວຽກງານທີ່ພວກເຮົາພວມຮ່ວມແຮງຮ່ວມໃຈກັນເຮັດ ແລະ ຂ້າພະເຈົ້າຄິດວ່າ ສາຍພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ພວມພັດທະນາຢ່າງແຮງກວ່າຈຸດເວລາໃດໝົດ. ເສດຖະກິດ - ການຄ້າ ອາດໄດ້ຮັບຖືວ່າ ແມ່ນຜົນສຳເລັດອັນຍິ່ງໃຫຍ່ໃນສາຍພົວພັນລະຫວ່າງຫວຽດນາມ - ອາເມລິກາ. ວົງເງິນການຄ້າສອງສົ້ນ ຫວຽດນາມ - ອາເມລິກາ ປັດຈຸບັນ ບັນລຸ ໄດ້ກວ່າ 60 ຕື້ USD. ສາຍພົວພັນລະຫວ່າງປະຊາຊົນສອງປະເທດ ກໍມີຄວາມຜູກພັນສະໜິດສະໜົມກັນກວ່າເວລາໃດໝົດ ເຊິ່ງອາດຈະເຫັນໄດ້ຢ່າງຈະແຈ້ງທີ່ສຸດຜ່ານຕົວເລກຈຳນວນນັກສຶກສາຫວຽດນາມ 30.000 ຄົນ ໄປຮ່ຳຮຽນຢູ່ ອາເມລິກາ.”

ປັດຈຸບັນ, ຫວຽດນາມ ແລະ ອາເມລິກາ ມີວິໄສທັດລວມກ່ຽວກັບສັນຕິພາບ, ສະຖຽນລະພາບ ກໍຄືການພັດທະນາໃນພາກພື້ນ ແລະ ທັງສອງຝ່າຍກໍມີຄວາມມານະພະຍາຍາມລວມກ່ຽວກັບບັນຫາດັ່ງກ່າວ. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J. Kritenbrink ຢັ້ງຢືນວ່າ:

          “ຫວຽດນາມ ສວມບົດບາດສຳຄັນຍິ່ງໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າປາດຖະໜາວ່າຫວຽດນາມຈະປະສົບຜົນສຳເລັດ. ຜົນສຳເລັດຂອງຫວຽດນາມ ກໍແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ. ນະໂຍບາຍທາງການທູດຂອງ ອາເມລິກາ ໄດ້ອີງໃສ່ຄວາມໄວ້ເນື້ອເຊື່ອໃຈທີ່ວ່າ ພວກຂ້າພະເຈົ້າແຂງແຮງກວ່າ, ປອດໄພກວ່າ ແລະ ມີວັດທະນາຖາວອນກວ່າ ຖ້າຫາກພວກຂ້າພະເຈົ້າມີ ສຳພັນທະມິດ, ມີເພື່ອນ ແລະ ຄູ່ຮ່ວມມືທີ່ເຂັ້ມແຂງກວ່າ ແລະ ປະສົບຜົນສຳເລັດຄືຫວຽດນາມ. ເພາະວ່າ ພວກເຮົາສາມາດຊຸກຍູ້ຜົນປະໂຫຍດລວມ  ແລະ ເພີ່ມທະວີບັນດາຜົນປະໂຫຍດເຫຼົ່ານັ້ນໃນຫຼາຍຂົງເຂດ.”

ບັນດາໝາກຜົນຂອງການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ - ອາເມລິກາໃນໄລຍະຜ່ານມາໄດ້ສົ່ງສານທີ່ມີຄວາມໝາຍຫຼາຍຢ່າງກ່ຽວກັບການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນອະນາຄົດ. ທ່ານ ໂງກວາງຊວັນ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແຕ່ປີ 1993 – 1999 ຢັ້ງຢືນວ່າ:

          “ບໍ່ມີສາຍພົວພັນໃດຄືສາຍພົວພັນລະຫວ່າງຫວຽດນາມ - ອາເມລິກາ ເຊິ່ງໄດ້ສ້າງສາຍພົວພັນຈາກສັດຕູໃນອະດີດ ມາກາຍມາເປັນໄມຕີຈິດມິດຕະພາບ. ຂ້າພະເຈົ້າຄິດວ່າ ສາຍພົວພັນຈາກສັດຕູໃນອະດີດ ມາກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຄືແບບນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ. ຂ້າພະເຈົ້າຖືວ່າ ສາຍພົວພັນດັ່ງກ່າວ ມັນມີທ່ວງທ່າດີແລ້ວ ແລະ ໃນໄລຍະຈະມາເຖິງຈະສືບຕໍ່ພັດທະນາຢ່າງແຂງແຮງກວ່າອີກ.”

ໜ້າປະຫວັດສາດໃໝ່ໄດ້ເປີດອອກໃນສາຍພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພາຍຫຼັງ 45 ປີ ນັບແຕ່ລະດູບານໃໝ່ປີ 1975. ປັດຈຸບັນ, ປະຊາຊົນສອງປະເທດ ຫວຽດນາມ ແລະ ອາເມລິກາ ມີຄວາມພາກພູມໃຈຕໍ່ບັນດາຜົນງານການຮ່ວມມື, ພ້ອມກັນປິດອະດີດຕະການ, ມຸ່ງໄປສູ່ອະນາຄົດ ແລະ ນຳສາຍພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ. ແນ່ນອນວ່ານີ້ຈະແມ່ນການເລີ່ມຕົ້ນໃຫ້ແກ່ວິວັດການຮ່ວມມືອັນຍາວໄກດ້ວຍຫຼາຍຮູບຫຼາຍແບບກວ່າ ໃນສາຍພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

  ຄວາມໝາຍອັນຍິ່ງໃຫຍ່ ຂອງໄຊຊະນະໃນວັນທີ 30 ເມສາ 1975, ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ຍາມໃດກໍແມ່ນຂີດໝາຍສຳຄັນໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ. ແຕ່ສິ່ງທີ່ເປັນໜ້າເຄົາລົບນັບຖືກວ່ານັ້ນແມ່ນ, ຈາກໄຊຊະນະນີ້, ຊາດຫວຽດນາມ ບໍ່ພຽງແຕ່ບືນຕົວຂຶ້ນສ້າງສາປະເທດຊາດເທົ່ານັ້ນ ຫາກຍັງມີການປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກຕື່ມອີກ. ເມື່ອຫວນຄືນວິວັດການປະຫວັດສາດແຕ່ວັນທີ 30 ເມສາ 1975 ເພື່ອຢືນຢັນອີກຄັ້ງໜຶ່ງວ່າ, ນ້ຳໃຈໄຊຊະນະໃນວັນທີ 30 ເມສາ 1975 ຍັງຄົງສືບຕໍ່ເປັນກຳລັງໜູນເພື່ອໃຫ້ປະຊາຊົນຫວຽດນາມ ສູ້ຊົນບັນລຸໄດ້ບັນດາເປົ້າໝາຍສູງກວ່າ, ຍາວໄກກວ່າໃນວິວັດແຫ່ງການສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ