ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ- ສະຫະພາບເອີລົບ

  ​( vovworld ) – ​​​ວັນ​ທີ 27/6, ຢູ່ Brussel ປະ​ເທດ​ແບນ​ຊິກ, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ທ່ານ​ນາງ Catherine Ashton ກຳມະການ​ຂັ້ນສູງ ຮັບຜິດຊອບ​ນະ​ໂຍບາຍ​ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-EU (PCA) ​ແລະ ​ເປີດ​ສາກ​ວິວັດ​ທະ​ນາ​ການ​ເຈລະຈາ​ສັນຍາການ​ຄ້າ​ເສລີ​ສອງ​ຝ່າຍ (FTA). ​ເຫດການ​ນີ້​ໄດ້​ເປີດ​ສາກ​ໃຫ້ໄລຍະ​ໃໝ່ ໃນ​ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ-EU, ​ແມ່ນ​ປະຖົມ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ​ແລະ EU ສ້າງ​ກົນ​ໄກ​ຮ່ວມ​ມື​ລະອຽດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ ​ແລະ ການ​ຮ່ວມ​ມືສອງ​ຝ່າຍ​ໃນ​ຊຸມ​ປີ​ຕໍ່​ໄປ​.

ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ- ສະຫະພາບເອີລົບ - ảnh 1

ບາດກ້າວ​ເດີນ​ໃໝ່ໃນ​ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ- EU

(ພາບ:vietbao.vn)

   PCA ລະຫວ່າງ​ຫວຽດນາມ-EU ລວມມີ 8 ພາກ, 65 ມາດຕາ, ​ໃນ​ນັ້ນ​ໄດ້​ຢັ້ງຢືນ​ບັນດາ​ຫຼັກການ​ອັນ​ເປັນ​ພື້ນຖານ​ຂອງ​ການ​ພົວພັນ​ສອງ​ຝ່າຍ, ກຳນົ​ດຂອບ​ເຂດ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ ຈາກ​ການ​ຮ່ວມ​ມື​ພັດທະນາ, ການ​ຄ້າ-​ການ​ລົງທຶນ ຕະຫຼອດ​ຮອດ​ການ​ຮ່ວມ​ມື​ດ້ານ​ຕຸລາການ; ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ສາກົນ…. ຕາມ​ທ່ານ Franz Jessen, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າຄະນະ​ກຳມະການ​ເອີ​ລົບ (EC) ປະຈຳ​ຫວຽດນາມ ​ແລ້ວ, ​ເມື່ອ​ທຽບ​ກັບ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-EC ທີ່​ໄດ້​​ລົງ​ນາມ​ເມື່ອ​ປີ 1995, PCA ​ຫວຽດນາມ-EU ​ທີ່ໄດ້​ຮັບ​ການລົງ​ນາມ​ຄັ້ງນີ້ ​​ສະ​ແດງ​ໃຫ້​ເຫັນ​ບາ​ດກ້າວ​ພັດທະນາ​ທີ່​ໃຫ່ຍຫຼວງ, ​ເລິກ​ເຊີ່ງ, ກ້ວາງ​ຂວາງ​​ໃນ​ການ​ພົວພັນລະຫວ່າງ​ຫວຽດນາມ-EU ພາຍຫຼັງ​ຳລຍະເວລາ 20 ປີ, ນຳ​ການ​ພົວພັນ​ສອງ​ຝ່າຍກ້າວ​ເຂົ້າສູ່​ໄລຍະ​ພັດທະນາ​ໃໝ່​ດ້ວຍ​ຂອບ​ເຂດ​ກ້ວາງ​ຂວາງ ​ແລະ ​ເລິກ​ເຊິ່ງກ່ວາ, ສົມ​ກັບຂອບ​ຂະໜາດຂອງ EU ​ກໍ່​ຄື ທີ່​ຕັ້ງບົດບາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງຫວຽດນາມ​ ໃນ​ເວທີ​ສາກົນ. ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​​ໃນ PCA ​ແມ່ນ​ຮອບດ້ານ​ທີ່​ສຸດ, ສ່ອງ​ແສງຜົນ​ປະ​ໂຫຍດ ​ແລະ ການ​ໃຫ້​ບຸລິມະສິດ​ຂອງ​ສອງ​ຝ່າຍ​ຢ່າງ​ກົມ​ກຽວ. ທ່ານເອກ​ອັກຄະ​ລັດຖະທູດ Franz Jessen ​ເວົ້າວ່າ: ​

    “​​ການ​ພົວພັນລະຫວ່າງ​ຫວຽດນາມ-EU ​ໄດ້​ມີ​ການຫັນປ່ຽນ​ຫຼາຍ​ພໍ​ສົມຄວນ, ນັບ​ແຕ່​ເລີ່​ມສ້າງຕັ້ງການ​ພົວພັນ​ໃນ 20 ປີ​ກ່ອນ, ການ​ພົວພັນລະຫວ່າງ​ຫວຽດນາມ-EU ​ພຽງ​ແຕ່​ອີງ​ຕາມ​ການ​ຮ່ວມ​ມື​ພັດທະນາ, ​ເສດຖະກິດ, ການ​ລົງທຶນ​ເທົ່າ​ນັ້ນ ​ແລະ ມາ​ຮອດ​ປະຈຸ​ບັນ, ສາຍ​ພົວພັນ​ດັ່ງກ່າວ​ໄດ້​ຮັບ​ການເປີດ​ກ້ວາງ​ທັງ​ທາງ​ດ້ານ​ການ​ເມືອງ​ອີກ​ດ້ວຍ. ດ້ວຍ​ເລື່ອງ​ລົງ​ນາມ​ໃນ  PCA ຫວຽດນາມ-EU ຈະ​ມີ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ກ່ຽວ​ກັບ​ການ​ເຈລະຈາ​ສິດທິ​ມະນຸດ, ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ…. “.

ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ- ສະຫະພາບເອີລົບ - ảnh 2

ຫວຽດນາມ- EU ການ​ຮ່ວມ​ມື​ຮອບດ້ານ

(ພາບ: baodientu.chinhphu.vn)

    ການເຊັນ PCA   ​ໄດ້​ສ້າງ​ບັນດາ​ປະຖົມ​ປັດ​ໄຈ ​ເພື່ອ​ໃຫ້​ສອງ​ຝ່າຍ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ, ສ້າງ​ບັນດາ​ກົນ​ໄກ​ໜູນ​ຊ່ວຍ​ຂະ​ແໜງ​ການ​, ວິ​ສາ​ຫະກິດຕ່າງໆ ​ໃນ​ການ​ສຳ​ພັດ, ຂຸດ​ຄົ້ນຕະຫຼາດ ​ແລະ ບັນດາ​ທ່າ​ໄດ້​ປຽບ​ດ້ານ​ທຶນຮອນ, ​ເຕັກ​ໂນ​ໂລ​ຊີ, ​ເຕັກນິກຄຸ້ມ​ຄອງ​ກ້າວໜ້າ​ຂອງ EU ​ຢ່າງ​ສະດວກ​ສະບາຍ​ກ່ວາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. PCA  ກໍ່ສ້າງ​ປະຖົມປັດໄຈ​ສຳຄັນ ​ເພື່ອ​ໃຫ້​ສອງ​ຝ່າຍ​ກ້າວ​ເຂົ້າສູ່​ການ​ເຈລະຈາສັນຍາການ​ຄ້າ​ເສລີ​ສອງ​ຝ່າຍ (FTA). ​ເລື່ອງ​ເຈລະຈາ ​ແລະ ​ເຊັນ​ FTA ລະຫວ່າງ ຫວຽດນາມ-EU ຈະ​ເປີດ​ບັນດາ​ກາລະ​ໂອກາດ, ລົບ​ລ້າງຮົ້ວກີດຂວາງ​ດ້ານ​ພາສີ​, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​ເວົ້າສະ​ເພາະ ​ແລະ ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ເວົ້າລວມ.

   ກ່ຽວ​ກັບ​ການ​ຮ່ວມື​ພັດທະນາ, EU ​ໃຫ້​ຄຳໝັ້ນສັນຍາ​ກ່ຽວ​ກັບ​ຫຼັກການ​ໃນ PCA ວ່າ​ຈະ​ສືບ​ຕໍ່​​ຊ່ວຍ​​ເຫຼືອພັດທະນາ​ໃຫ້​ແກ່​ຫວຽດນາມ ​ໃນ​ໄລຍະ​ໃໝ່ ຫຼັງ​ປີ 2013, ສອດຄ່ອງ​ກັບ​ບັນດາ​ຍຸດ​ທະ​ສາດ ​ແລະ ​ໂຄງການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ຫວຽດນາມ. ຈຸດ​ພົ້ນ​ເດັ່ນ​ອີກ​ອັນ​ໜື່ງ​ຂອງ PCA ແມ່ນສອງຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃໝ່​ຄື: ການ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ກະສິກຳ, ປ່າ​ໄມ້, ສະກັດ​ກັ້ນ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ, ວັດທະນະທຳ, ການທ່ອງທ່ຽວ….​ກ່ຽວ​ກັບ​ດ້ານ​ການ​ເມືອງ, ສັນຍາ PCA ຈະ​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ຈົບງາມ​ລະຫວ່າງ​ຫວຽດນາມ-EU ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ. ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ PCA ກ່ຽວ​ກັບ​ດ້ານ​ການ​ເມືອງ, ສັນຕິພາບ ​ແລະ ມີ​ຄວາມໝັ້ນຄົງ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຊື່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ໃນ​ການ​ພົວພັນ​ສອງ​ຝ່າຍ​ ​ແລະ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື: ສະຫະ​ປະຊາ​ຊາດ, ASEM ​ແລະ ພິ​ເສດ​ແມ່ນ ASEAN-EU ຂະນະ​ທີ່​ຫວຽດນາມ ​ຈະ​​ແມ່ນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ ASEAN-EU ​ໃນ​ເດືອນ 7/2012. ​ທ່ານ Franz Jessen, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ ​ຜູ້ຕາງໜ້າຄະນະ​ກຳມະການ​ເອີ​ລົບ (EC) ປະຈຳ​ຫວຽດນາມ ຢືນຢັນ​ວ່າ:

​ຂ້າພະ​ເຈົ້າມີ​ຄວາມ​ຫວັງ​ຢ່າງ​ແນ່ນອນ​ວ່າ ​ເລື່ອງ​ເຊັນ PCA ລະຫວ່າງ​ຫວຽດນາມ-EU ຈະ​ເປີດ​ໜ້າ​ໃໝ່​ໃຫ້​ແກ່​ການ​ພົວພັນລະຫວ່າງ​ຫວຽດນາມ-EU. ອາດ​ເວົ້າ​ໄດ້​ວ່າ, ພວກ​ເຮົາ​ໄດ້​ນຳ​ສາຍ​ພົວພັນ​ນີ້​ກາຍ​ເປັນ​ສາຍ​ພົວພັນ​ເປີດ​ກ້ວາງ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ. ປະຈຸ​ບັນ,ການ​ພົວພັນລະຫວ່າງ​ຫວຽດນາມ-EU ​ແມ່ນ​ການ​ພົວພັນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ ​ແລະ ມີ​ຊີວິດ​ຊີວາ​ທີ່​ສຸດ

ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ- ສະຫະພາບເອີລົບ - ảnh 3

(ພາບ:vietnamplus.vn)

   ດ້ວຍ​ການພັດທະນາ​ຢ່າງ​​ແຂງແຮງ ​ແລະ ຕັ້ງໜ້າ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-EU ​ແລະ ບັນດາ​ປະ​ເທດ​ສະມາຊິກ​ໃນ​ຕະຫຼອດ 20 ປີຜ່ານມາ, ​ເລື່ອງ​ເຊັນ PCA ຢ່າງ​ເປັນ​ທາງ​ການ ​ແລະ ​ເປີດ​ສາກ​ການ​ເຈລະຈາ FTA ລະຫວ່າງ​ຫວຽດນາມ-EU ຈະ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງຫວຽດນາມ-EU. ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ພວ​ມ​ໃນ​ຂອບ​ເຂດ ​ແລະ ລະດັບ​ການ​ຮ່ວມ​ມື​ທີ່​ກ້ວາງ​ຂວາງ ​ແລະ ​ເລິກ​ເຊີ່ງ​ກ່ວາ​, ປະກອບສ່ວນ​ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ປ່ຽນ​ແປງ​ໃໝ່, ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​ຂອງ​ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

 

 



ຕອບກັບ

ຂ່າວ/ບົດ​ອື່ນ