ໄລຍະໃໝ່ໃນຍຸດທະສາດ “ສ້າງຄວາມສົມດູນຄືນ”ກ່ຽວກັບອາຊີ

ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ash Carter ພວມ​ເດີນ​ທາງ​ຢ້ຽມ​ຢາມ 2 ປະ​ເທດ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ຢູ່​ອາ​ຊີ, ນັ້ນ​ແມ່ນ​ຍີ​ປຸ່ນ ແລ​ະ ສ.ເກົາຫຼີ. ການ​ຢ້ຽມຢາມເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ A. Carter ໃນ​ຖາ​ນະ​ເປັນ​ຜູ້​ນຳ​ທຳ​ນຽບ 5 ແຈ ແມ່ນ​ໄດ້​ຖືກວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ແມ່ນ​ເພື່ອ​ແນ​ໃສ່​ຢືນ​ຢັນ​ຄືນ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານການ ປ້ອງ​ກັນ​ປະ​ເທດ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ແລະ ໝັ້ນ​ໝາ​ຍ​ຫັນ​ໄປ​ສູ່​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barak Obama.

    ໃນ​ສະ​ພາ​ວະ​ທີ່​ລັດ​ທິ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງພວມ​ພົ້ນ​ເດັ່ນ​ຂຶ້ນຢູ່​ອີ​ຣັກ ແລະ ຊີ​ຣີ, ເຢ​ແມນ​ໄດ້​ຖືກ​ຕົກເຂົ້າ​ສູ່​ສົງ​ຄາມ​ພົນ​ລະ​ເຮືອນ, ​ມີການ​ແຊກ​ແຊງ​ຂອງ​ລັດ​ເຊຍ​ໃນ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນນັ້ນ, ອາ​ເມ​ລິ​ກາ​ສາ​ມາດ​ຮັບ​ຮູ້​ໄດ້​ວ່າ ຈຳ​ເປັນ​ຕ້ອງ​ຢືນ​ຢັນ​ຄືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ຢູ່​ອາ-​ຊີ​ປາ​ຊີ​ຟິກ. ການ​ຢ້ຽມ​ຢາມ​ຍີ​ປຸ່ນ ແລ​ະ ສ.ເກົາຫຼີຂອງທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ash Carter ຄັ້ງ​ນີ້ ກໍ​ບໍ່​ນອນນອກ​ເໜືອ​ຈາກ​ຈຸດ​ປະ​ສົງ​ສຸມ​ທຸກ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ອາ​ຊີ.

    ນັບ​ແຕ່​ຄາວ​ເປັນລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາແຕ່​ປີ 2011-2013, ທ່າ​ນ Ash Carter ໄດ້​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຕໍ່​ເລື່ອງ​ອາ​ເມ​ລິ​ກາ​ຫັນ​ທິດຫຼາຍ​ກ່​ວາ​ເຖິງ​ອາ​ຊີ ແລະ ເຊີດ​ຊູ​ຄວາມ​ສຳ​ຄັນ​ຂອງ​ອາ​ຊີ​ທີ່​ມີ​ຕໍ່​ອະ​ນາ​ຄົດ​ຂອງ​ອາ​ເມ​ລິ​ກາ. ຍ້ອນ​ເຫດນີ້​ເອງ, ໃນ​ບົດ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ​ບົດ​ທຳ​ອິດ ກ່ອນ​ດຳ​ເນີນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່າ​ນ Ash Carter ໄດ້​ຊີ້​ແຈ້ງ​ເຖິງ​ບັນ​ດາ​ເຫດ​ການ​ໂລກ​ທີ່​ຮ້ອນ​ເຮັ່ງ​ໃນ​ປີ 2014 ແມ່ນ​ຈະ​ບໍ່​ສາ​ມາດ​ກີດ​ຂວາງ​ທ່ານສືບ​ຕໍ່​ຍຸດ​ທະ​ສາດ​ຫັນ​ໄປ​ສູ່​ອາ​ຊ​ີ ແລະ ຖື​ວ່າ ອາຊີ-​ປາ​ຊີ​ຟິກຈະ​ແມ່ນ​ພາກ​ພື້ນ​ເປັນ​ຈຸດ​ສຸມ​ຂອງອາ​ເມ​ລິ​ກາໃນ​ອະ​ນາ​ຄົດ.

ໄລຍະໃໝ່ໃນຍຸດທະສາດ “ສ້າງຄວາມສົມດູນຄືນ”ກ່ຽວກັບອາຊີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ash Carter  ແລະ ຄູ່​ຕຳ​ແໜງ​ຂອງຍີ​ປຸ່ນ  ທ່ານ Gen Nakatani ຢູ່​ໂຕ​ກຽວ ເມື່ອ ວັນ​ທີ 8/4.               (ພາບ: AFP)


   ເພີ່ມ​ທະ​ວີ ແລະ ຫັນ​ການ​ພົວ​ພັນ​ແບບ​ພັນ​ທະ​ມິດເປັນ​ທັນ​ສະ​ໄໝ

  ຢູ່​ຍີ​ປຸ່ນ, ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຊຶ່ງ 2 ຝ່າຍ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື, ນັ້ນ​ແມ່ນ​ການ​ປັບ​ປຸງ​​ເອ​ກະ​ສານ​ແນະ​ນຳ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ-ຍີ​ປຸ່ນ, ຕາມ​ທິດມອບ​ບົດ​ບາດເປັນ​ເຈົ້າ​ການຫຼາຍ​ກ່​ວາ​ໃນ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອາ​ຊີ​ໃຫ້​ແກ່​ກຳ​ລັງ​ປ້ອງ​ກັນ​ຕົວ​ຍີ​ປຸ່ນ. ເອ​ກະ​ສານ​ແນະ​ນຳ​ການ​ປ້ອງ​ກັນ​ຕົວ​ຮ່ວມ ໄດ້​ຮັບ​ການ​ປັບ​ປຸງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 1997, ຖືກ​ຖື​ວ່າ ຈະ​ເປີດກວ້​າງ​ຂອບ​ເຂດ​ໜູນ​ຊ່ວ​ຍ​ຊຶ່ງ​ກັນ ແລະ ກັນ​ລະ​ຫວ່າງ 2 ປະ​ເທດ​ພັນ​ທະ​ມິດ, ສອດ​ຄ່ອງ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ຈຳ​ກັດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຍີ​ປຸ່ນ​ທີ່​ມີ​ຕໍ່​ນະ​ໂຍ​ບາຍ​ການ​ທະ​ຫານ​ຂອງ​ປະ​ເທດ​ຊາດ. ເອ​ກະ​ສານ​ແນະ​ນຳ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດສະ​ບັບ​ໃໝ່​ນີ້ ຈະ​ຖືກ​ນຳ​ມາ​ປຶ​ກ​ສາ​ຫາ​ລື​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ແລະ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິກ​າ Barak Obama ຊຶ່ງ​ຄາດ​ວ່າ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ໃນ​ທ້າຍ​ເດືອນ 4 ນີ້.

   ສ່ວນ​ຢູ່​ເຊີ​ອຸນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ ສ.ເກົາຫຼີ​ຈະ​ໄດ້​ຮັບ​ຄຳ​ຢືນ​ຢັນ​ອີກ​ຄັ້ງ​ໜຶ່ງ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາຂອງ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ບັນ​ຫາ​ຄວາມ​ສະ​ຫງົບ​ຂອງ ສ.ເກົາຫຼີ. ນອກ​ຈາກນັ້ນ, 2 ຝ່າຍ​ຍັງ​ປຶກ​ສາ​ຫາ​ລື​ວິ​ທີ​ການ​ແກ້​ໄຂ​ບັນ​ຫາ ສ.ປ.ປ.ເກົາຫຼີ, ພ້ອມ​ກັນ​ນັ້ນ​ກໍ​ໄດ້​ພົບ​ປະ ແລະ ຢ້ຽມ​ຢາມ​ຖາມ​ຂ່າວກອງ​ບັນ​ຊາ​ການ​ພາ​ກ​ພື້ນ​ປາ​ຊີ​ຟິກ​ຢູ່ ຮາ​ວາຍ. ກອງ​ປະ​ຊຸມ​ກ່ຽວ​ກັ​ບ​ການ​ປ້ອງ​ກັນ​ຄວາມ​ຫງົບ Shangri – La ຊຶ່ງ​ ທ່າ​ນ Ash Carter ຈະ​ມີ​ໜ້າ​ໃນ​ເດືອນ 5 ໜ້ານີ້​ຢູ່​ສິງ​ກະ​ໂປ ກໍ​ແມ່ນ​ກາ​ລະໂອ​ກາດ​ທີ່​ດີເພື່ອ​ໃຫ້​ອາ​ເມ​ລິ​ກາ​ຜູກ​ຮັດ​ກັບ​ສິງ​ກະ​ໂປ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນ​ໃນ​ພາກ​ພື້ນອາຊີ-​ປາ​ຊີ​ຟິກ.

    ສ້າງ​ທ່າສົມ​ດູນ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ.

  ອົງ​ການ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ ພວມ​ເຄື່ອນ​ໄຫວ​ຢ່າງ​ໂຫດ​ຮ້າຍ​ຢູ​່​ອີ​ຣັກ ແລະ ຊີ​ຣີ. ເຢ​ແມນ​ຖືກ​ຕົກ​ເລິກ​ໃນ​ສະ​ຖາ​ນະ​ການສົງຄາມ​ກາງ​ເມືອງ. ໂຄງ​ການ​ນິວ​ເຄຼຍ​ຂອງ​ອີ​ຣານ​ໄດ້​ເຮັດ​ໃຫ້​ການ​ພົວ​ພັນ​ອາ​ເມ​ລິ​ກາ-ອິດ​ສະ​ຣາ​ແອນ​ເກີດ​ການ​ຂັດ​ແຍ້ງ. ສະ​ຖາ​ນະ​ການ​ຢູ່ຢູ​ແກຼນໄດ້​ພາ​ໃຫ້​ວໍ​ຊິງ​ຕັນ ແລະ ມົດ​ສະ​ກູ​ນັບ​ມື້​ນັບ​ເຫີນ​ຫ່າງ​ຈາກ​ກັນ. ວິ​ກິດ​ການ​ພວມ​ປີນ​ຂັ້ນ​ໄດ​ຢູ່​ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ ແລະ ເອີ​ລົບ​ໄດ້​ເຮັດ​ໃຫ້​ທຳ​ນຽບ​ຂາວ​ຕ້ອງ​ສັງ​ເກດ​ຄືນ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຕົນ.

    ໃນ​ສະ​ພາ​ວະ​ທີ່​ທະ​ຫານ​ອາ​ເມ​ລິ​ກາ​ຢູ່​ອີ​ຣັກ​ໄດ້​ຄ່ອຍ​ຖອນ​ກຳ​ລັງ​ນັບ​ແຕ່​ປີ 2011, ສ່ວນ​ກຳ​ລັງ​ທະ​ຫານ​ຢູ່​ອາບ​ກາ​ນິ​ສະ​ຖານ ຈະ​ຖອນ​​ທັງ​ໝົດອອກ​ຈາກ​ປະ​ເທດນີ້​​ໃນ​ປີນີ້, ອາ​ເມ​ລິ​ກາ​ພວມ​ຊອກ​ຫາ​ວິ​ທີ​ຍົກ​ຍ້າຍ​ແຫຼ່ງ​ກຳ​ລັງ​ທະ​ຫານ​ໄປ​ຍັງອາຊີ-​ປາ​ຊີ​ຟິກ. ແຕ່​ອາ​ເມ​ລິ​ກາ​ກໍ​ປະ​ສົບ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ສະ​ເພາະ​ຂອງ​ຕົນ ຂະ​ນະ​ທີ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກກ່ຽວ​ກັບ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ຊາດ​ຖືກຫຼຸດ​ລົງ ແລະ ການ​ເພີ່ມ​ທະ​ວີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ອາ​ຟະ​ລິ​ກາ​ເໜືອ, ເຮັດ​ໃຫ້​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມຂອງ​ປະ​ເທດນີ້​ສຳ​ລັບ​ບັນ​ດາ​ບັນ​ຫາ​ອາ​ຊີ​ຖືກ​ຊັກ​ຊ້າ​ລົງ. ແຕ່​ຕໍ່​ໜ້າ​ຄວາມ​ວິ​ຕົກ​ກັ່ງ​ວົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ສຳ​ລັບ​ຈີນ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນນັ້ນ,  ເຖິງ​ເວ​ລາ​ແລ້ວ, ທີ່​ອາ​ເມ​ລິ​ກາ​ເຫັນ​ວ່າ ບໍ່​ອາດ​ຈະ​ໂຈະ​ໄວ້​ອີກ​ແລ້ວ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຜູ້​ນຳ​ທຽບ 5 ແຈ ກໍ​ໄດ້​ເປີດ​ເຜີຍ​ແຜນ​ການ​ສົ່ງ 60% ແມ່​ທັບ​ເຮືອ​ອາ​ເມ​ລິ​ກາ​ໄປ​ປະ​ຈຳ​ເປັນ​ຢູ່ອາຊີ-​ປາ​ຊີ​ຟິກ​ໃນ​ຮອບ​ເວ​ລາ 5-10 ປີ​ທີ່​ຈະ​ມາ​ເຖິງ. ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ ຈະ​ຖືກ​ຜັນ​ຂະ​ຫຍາຍ​ຈາກ​ຟີ​ລິບ​ປິນ ເຖິງ​ອົດ​ສະ​ຕາ​ລີ, ສ​ເກົາຫຼີ, ຍີ​ປຸ່ນ ແລະ ອິນ​ເດຍ… ແຕ່​ເພື່ອ​ປະ​ຕິ​ບັດ​ຄວາມ​ມັກ​ໃຫຍ່​ໃຝ່​ສູງນີ້, ອາ​ເມ​ລິ​ກາ​ຕ້ອງ​ຊອກ​ຫາ​ຂໍ້​ກຸນ​ແຈ​ເພື່ອ​ແກ້​ໄຂ​ສິ່ງ​ກີດ​ຂວາງ​ທຸກ​ຢ່າງ. ທຳ​ອິດ, ນັ້ນ​ແມ່ນ​ການ​ປັບ​ປຸງ​ການ​ພົວ​ພັນ​ແບບ​ພັນ​ທະ​ມິດທີ່​ຍາວ​ນານ​ໃນ​ພາກ​ພື້ນ. ໜຶ່ງ​ໃນ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ສຳ​ຄັນ​ທຳ​ອິດ ແມ່ນ​ອາ​ເມ​ລິ​ກາ​ຈະ​ລົງ​ທຶນ​ຜະ​ລິດ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ທີ່​ສຸດ. ໃນ​ສະ​ພາ​ວະ​ທີ່​ຈີນ​ພວມ​ຍາດ​ເອົາ​ທ່າ​ແຮງ​ໃນ​ການ​ຢຶດ​ຄອງ​ຕະຫຼາດ​ເສດ​ຖະ​ກິດ-ການ​ເງິນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ຜົນ​ສະ​ທ້ອນ​ຢູ່​ພາກ​ພື້ນນີ້ ຂະ​ນະ​ທີ່​ມີ​ເຖິງ 35 ປະ​ເທດ, ຊຶ່ງ​ລວມ​ທັງຫຼາຍ​ປະ​ເທດ​ພັນ​ທະ​ມິດ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ຖະ​ແຫຼງ​ປະ​ກາດ​ເຂົ້າ​ເປັນ​ສະ​ມາ​ຊິກ​ທະ​ນາ​ຄານ​ລົງ​ທຶນກໍ່​ສ້າງ​ໂຄງ​ລ່າງອາ​ຊີ ໂດຍ​ປະ​ເທດ​ນີ້​ລິ​ເລີ່ມ, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອາ​ເມ​ລິ​ກາບໍ່​ຢາກ​ຊັກ​ຊ້າ​ໃນ​ການ​ແຂ່ງ​ຂັນ​ເປີດ​ກ້ວ​າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ.

     ດ້ວຍ​ການ​ຢ້ຽມ​ຢາມ 2 ປະ​ເທດ​ພັນ​ທະ​ມິ​ດອາ​ຊີຄັ້ງ​ນີ້, ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barak Obama ພວມ​ເລີ່ມ​ຕົ້ນ​ໄລ​ຍະ​ໃໝ່​ໃນ​ຍຸດ​ທະ​ສາດ​ສ້າງ​ຄວາມ​ສົມ​ດູນ​ຄືນ​ຢູ່ອາຊີ-​ປາ​ຊີ​ຟິກ. ການ​ປ່ຽນ​ແປງ​ການ​ກຳ​ນົດ​ທິດ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ທຳ​ນຽບ​ຂາວ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພັນ​ທະ​ມິດ, ໄປ​ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ຈະ​ຊ່ວຍ​ໃຫ້ອາ​ເມ​ລິ​ກາ​ຜູກ​ຮັດ​ຫຼາຍກວ່າກັບ​ພາກ​ພື້ນຊຶ່ງ​ຄາດ​ຄະ​ເນ​ວ່າ ຈະ​ມີ​ບັນ​ດາ​ເຫດ​ການ​ເຮັດ​ໃຫ້​ປ່ຽນ​ແປງ​ດ້ານ​ຄວາມ​ສະ​ຫງົບ​ຂອງໂລກໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ