ໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ບັງກະລາເທດ

(VOVWORLD) - ໂດຍໄດ້ຮັບຄຳເຊີນຈາກທ່ານ Shirin Sharmin Chaudhyry, ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ບັງກະລາເທດຢ່າງເປັນທາງການ, ແຕ່ວັນທີ 21 23 ກັນຍາ.
ໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ບັງກະລາເທດ - ảnh 1ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ນະຄອນຫຼວງ Dhaka
(ພາບ:TTXVN)

ການຢ້ຽມຢາມແມ່ນເຫດການການເມືອງ, ການພົວພັນຕ່າງປະເທດສຳຄັນທີ່ສຸດຂອງສອງປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ; ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ໃຫ້ແທດຈິງກ່ວາອີກ.

        ຫວຽດນາມ ແລະ ບັງກະລາເທດ ໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 11 ກຸມພາ 1973. ໃນຕະຫຼອດ 50 ປີຜ່ານມາ, ນັບແຕ່ເວລາສ້າງຕັ້ງສາຍພົວພັນທາງການທູດນັ້ນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ບັງກະລາເທດ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາໃນທຸກຂົງເຂດ.

ການຮ່ວມມືມີປະສິດທິຜົນ, ແທດຈິງລະຫວ່າງສອງປະເທດໃນທຸກຂົງເຂດ

        ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພັດທະນາໃນທຸກໆຂົງເຂດ, ຈາກການເມືອງ - ການທູດ, ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດກໍ່ໄດ້ຮັບການຍົກສູງຂຶ້ນ, ຜ່ານການແລກປ່ຽນຄະນະຜູ້ແທນ, ການຢ້ຽມຢາມ, ການພົບປະໃນບັນດາຊ່ອງທາງ ແລະ ຂັ້ນຕ່າງໆ. ສອງປະເທດຮັກສາການຢ້ຽມຢາມຂັ້ນສູງ, ການພົບປະລະຫວ່າງການນຳຢູ່ນອກເວທີປາໄສພາກພື້ນ ແລະ ສາກົນຢ່າງເປັນປະຈຳ. ການນຳ ບັງກະລາເທດ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ສະແດງໃຫ້ເຫັນຜ່ານເລື່ອງນັບແຕ່ປີ 2012 ຮອດປີ 2017, ມີການນຳຂັ້ນສູງ 3 ທ່ານ, ນັ້ນແມ່ນ: ທ່ານປະທານາທິບໍດີ Md. Abdul Hamid, ທ່ານນາຍົກລັດຖະມົນຕີ Sheikh Hasina ແລະ ທ່ານປະທານສະພາແຫ່ງຊາດ Shirin Sharmin Chaudhury ມາຢ້ຽມຢາມ ຫວຽດນາມ. ການນຳສອງປະເທດເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງທັງຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ.

        ຫວຽດນາມ ແລະ ບັງກະລາເທດ ໄດ້ສ້າງຫຼາຍກົນໄກຮ່ວມມືສຳຄັນ, ໃນນັ້ນມີຄະນະກຳມະການປະສົມກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ. ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນຈຸດເດັ່ນທີ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ. ການຄ້າສອງຝ່າຍໄດ້ເພີ່ມຂຶ້ນທົບ 4 ເທົ່າໃນໜຶ່ງທົດສະວັດຜ່ານມາ ແລະ ພວມຄ່ອຍໆກ້າວໄປເຖິງການບັນລຸເປົ້າໝາຍ 2 ຕື້ໂດລາສະຫະລັດ. ສອງປະເທດຫາກໍ່ຕໍ່ກຳນົດເວລາບົດບັນທຶກຊ່ວຍຈຳເພື່ອໃຫ້ບັງກະລາເທດສືບຕໍ່ຊື້ເຂົ້າສານຂອງ ຫວຽດນາມ ຕື່ມອີກ 5 ປີ (ຮອດປີ 2027) ແລະ ພ້ອມນັ້ນ, ກໍ່ມີຫຼາຍຂົງເຂດຮ່ວມມືເຊິ່ງສອງປະເທດອາດຈະເພີ່ມເຕີມໃຫ້ກັນ. ຕະຫຼາດບໍລິໂພກທີ່ມີປະຊາກອນ 170 ລ້ານຄົນຂອງບັງກະລາເທດ ແລະ 100 ລ້ານຄົນຂອງ ຫວຽດນາມ ແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດການຄ້າໃນໄລຍະຈະມາເຖິງ. ທ່ານ ຫງວຽນແມ້ງເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ໃຫ້ຂໍ້ສັງເກດວ່າ:

        “ດ້ວຍເປົ້າໝາຍສູ້ຊົນເພື່ອໃຫ້ວົງເງິນການຄ້າລະຫວ່າງສອງປະເທດເພີ່ມຈາກລະດັບ 1,5 ຕື້ໂດລາສະຫະລັດ ໃນປີ 2022 ຂຶ້ນເປັນ 2 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ, ການຢ້ຽມຢາມຈະສ້າງບາດກ້າວບຸກທະລຸ ໃນການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ… ລະຫວ່າງສອງປະເທດ. ໃນການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມ ແລະ ກ່າວຄຳເຫັນ, ເປັນສັກຂີພິຍານພິທີລົງນາມຮ່ວມມືດຳເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ ກັບ ວິສາຫະກິດ ບັງກະລາເທດ ຢູ່ເວທີປາໄສກ່ຽວກັບນະໂຍບາຍ, ກົດໝາຍຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ - ບັງກະລາເທດ ຢູ່ນະຄອນຫຼວງ Dhaka”.

ໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ບັງກະລາເທດ - ảnh 2ທ່ານ ຫງວຽນແມ້ງເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ

ເພີ່ມທະວີການຮ່ວມມືລັດຖະສະພາ

        ໃນສະພາບການສາກົນ ແລະ ພາກພື້ນທີ່ມີການຜັນແປສັບສົນນັ້ນ, ເລື່ອງເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ເຊິ່ງແມ່ນເພື່ອນມິດທີ່ເປັນມູນເຊື້ອໃນຊ່ອງທາງການທູດລັດຖະສະພາ ຈະປະກອບສ່ວນປັບປຸງ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ສະພາແຫ່ງຊາດສອງປະເທດ.

        ສະພາແຫ່ງຊາດ ຫວຽດນາມ ແລະ ບັງກະລາເທດ ໄດ້ ແລະ ພວມສົມທົບກັນຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ. ສອງຝ່າຍກໍ່ສົມທົບກັນເປັນປະຈຳຢູ່ບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ ເຊິ່ງສະພາແຫ່ງຊາດສອງປະເທດເປັນສະມາຊິກ, ຄື: ສະຫະພັນລັດຖະສະພາສາກົນ(IPU), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ, ກອງປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ - ເອີລົບ…  ທ່ານ ເລແອັງຕວັນ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກເຖິງເນື້ອໃນຈຸດສຸມຂອງການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ວ່າ:

        “ນີ້ແມ່ນຄັ້ງທຳອິດ, ສະພາແຫ່ງຊາດສອງປະເທດໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມື, ເປັນພື້ນຖານໃຫ້ແກ່ການຮ່ວມມືເປັນປະຈຳ ແລະ ໝັ້ນຄົງໜັກແໜ້ນ ສຸມໃສ່ບັນດາເນື້ອໃນຄື: ແບ່ງປັນບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ, ບັນດາຂົງເຂດອື່ນໆທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງສະພາແຫ່ງຊາດ; ໜູນຊ່ວຍ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ. ພ້ອມກັນນັ້ນ, ສອງຝ່າຍກໍ່ສົມທົບກັນຜັນຂະຫຍາຍປະຕິບັດຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງສອງປະເທດໃນຖະແຫຼງການຮ່ວມລະຫວ່າງປະທານາທິບໍດີ ບັງກະລາເທດ ແລະ ປະທານປະເທດ ຫວຽດນາມ ໃນປີ 2018. ເນື່ອງໃນໂອກາດການຢ້ຽມຢາມນີ້, ສະພາແຫ່ງຊາດສອງປະເທດໄດ້ປະກາດການສ້າງກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດ”.

        ການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ແມ່ນເພື່ອແນໃສ່ປະຕິບັດແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດຂອງ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ຊຸກຍູ້ການພົວພັນຮ່ວມມືຂອງສະພາແຫ່ງຊາດ ຫວຽດນາມ ກັບ ສະພາແຫ່ງຊາດ ບັງກະລາເທດ ເວົ້າສະເພາະ ແລະ ການພົວພັນມິດຕະພາບຂອງ ຫວຽດນາມ - ບັງກະລາເທດ ເວົ້າລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ