ໝູນ​ໃຊ້ແນວ​ຄິດ​ໂຮ່​ຈີ​ມິນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ລັດ​ແຫ່ງ​ກົດ​ໝາຍ

(VOVWORLD) -ແນວຄິດໂຮ່ຈີມິນກ່ຽວກັບລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ເມື່ອກໍ່ສ້າງລັດແຫ່ງກຳມະກອນ, ຊາວນາທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ພາຍຫຼັງການປະຕິວັດເດືອນສິງຫາ ຄືວັນທີ 19 ສິງຫາ 1945, ມັນມີຄວາມໝາຍສຳຄັນພິເສດ ໃນການຈັດຕັ້ງ ແລະ ບໍລິຫານລັດແຫ່ງການສ້າງສາ, ຮັບໃຊ້ປະຊາຊົນ, ຮັບໃຊ້ສັງຄົມ, ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ເຮັດໃຫ້ລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນໃຫ້ສົມບູບແບບ.

ໝູນ​ໃຊ້ແນວ​ຄິດ​ໂຮ່​ຈີ​ມິນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ລັດ​ແຫ່ງ​ກົດ​ໝາຍ - ảnh 1ລັດຖະບານຊົ່ວຄາວຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ເປີດຕົວເມື່ອເດືອນ ສິງຫາ ປີ 1945 (ພາບ: TTXVN)

ແນວຄິດໂຮ່ຈີມິນກ່ຽວກັບລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ສະແດງລະດັບການສົມທົບຢ່າງຄ່ອງແຄ້ວລະຫວ່າງທັດສະນະຂອງລັດທິ ມາກ - ເລນິນ ກັບການສືບທອດ, ຮັບເອົາ ສາງພູມປັນຍາ, ບົດຮຽນປະສົບການຂອງມວນມະນຸດແບບມີການຄັດເລືອກ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ເຂົ້າໃນເງື່ອນໄຂປະຫວັດສາດ ລະອຽດຂອງ ຫວຽດນາມ. ນັ້ນແມ່ນລັດ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ຢ່າງແທ້ຈິງຄືດັ່ງຄຳເວົ້າຂອງປະທານໂຮ່ຈີມິນ ໃນກອງປະຊຸມສະພາລັດຖະບານ ທີ່ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ ປີ 1945, ທ່ານຢັ້ງຢືນວ່າ: ໃນການ ເລືອກຕັ້ງທົ່ວປະເທດ, ປະຊາຊົນໄດ້ເລືອກຕັ້ງສະພາແຫ່ງຊາດ. ສະພາແຫ່ງຊາດຈະແຕ່ງຕັ້ງຄະນະລັດຖະບານ. ລັດຖະບານນັ້ນແມ່ນລັດຖະບານຂອງທົ່ວປວງຊົນຢ່າງແທ້ຈິງ”. ສິດອຳນາດນແຫ່ງລັດ ແມ່ນສິດອຳນາດຂອງປະຊາຊົນ, ໂດຍປະຊາຊົນ ມອບໝາຍໃຫ້ບັນດາອົງການໃນກົງຈັກແຫ່ງລັດ”.

ຈຸດພິເສດໃນແນວຄິດໂຮ່ຈີມິນກ່ຽວກັບລັດແຫ່ງກົດໝາຍແມ່ນລັດແຫ່ງນິຕິບັນຍັດສິດອຳນາດ ມີການສົມທົມລະຫວ່າງກົດໝາຍ ແລະ ຄຸນສົມບັດ ໃນການຄຸ້ມຄອງລັດ ແລະ ສັງຄົມຢ່າງກົມກຽວ. ຕາມເພິ່ນແລ້ວ, ຄຸນສົມບັດແມ່ນກົກເຄົ້າຂອງກົດໝາຍ, ສ່ວນກົດໝາຍແມ່ນຄຸນສົມບັດມາດຕະຖານໃນສັງຄົມ.

ລັດແຫ່ງກົດໝາຍຕາມແນວຄິດ ໂຮ່ຈີມິນແມ່ນລັດເຄົາລົບ, ຮັບປະກັນສິດທິມະນຸດ, ສິດພົນລະເມືອງ. ໃນຖະແຫຼງການເອກະລາດ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ ປີ 1945, ປະທານໂຮ່ຈີມິນ ຢັ້ງຢືນວ່າ: ປະຊາຊົນໃຫ້ກຳເນີດສິດເສລີ ແລະ ຄວາມສະເໝີພາບກ່ຽວກັບສິດຜົນປະໂຫຍດ ແລະ ຍາມໃດກໍ່ຕ້ອງມີສິດເສລີ ແລະ ຄວາມສະເໝີພາບກ່ຽວກັບສິດຜົນປະໂຫຍດ”. ນັ້ນແມ່ນໜຶ່ງໃນບັນດາຖະແຫຼງການປະກາດສິດທິມະນຸດທີ່ມີຈິດໃຈປະຕິວັດ, ວິທະຍາສາດ ແລະ ວັດທະນະທຳມະນຸດອັນສູງສົ່ງ; ສ່ອງແສງວິໄສທັດຍຸກສະໄໝ, ຈິນຕະນາການທີ່ແຫຼມຄົມ ກ່ຽວກັບສິດທິມະນຸດ ຂອງປະທານໂຮ່ຈີມິນ. ແນວຄິດໂຮ່ຈີມິນ ກ່ຽວກັບສິດທິມະນຸດບໍ່ພຽງແຕ່ປະກົດໃນສິດສະເໝີພາບ, ສິດມີຊີວິດ, ສິດເສລີ, ສິດມຸ່ງຫວັງຄວາມຜາສຸກເທົ່ານັ້ນ, ເພິ່ນຍັງເຕື້ອງເຖິງສິດເປັນເຈົ້າ, ສິດໄດ້ຮັບການປົກປ້ອງຈາກກົດໝາຍ, ສິດເດີນທາງໄປມາ, ອາໄສ, ສິດເປັນພົນລະເມືອງ, ສິດສົມລົດ ແລະ ກໍ່ສ້າງຄອບຄົວ, ກຳມະສິດຊັບສິນ, ສິດເສລີໃນແນວຄິດ, ການເຊື່ອຖືສາສະໜາ… ອາດເວົ້າໄດ້ວ່າ, ສິດທິມະນຸດໃນແນວຄິດໂຮ່ຈີມິນແມ່ນຄວາມສຳນຶກພັດທະນາທັງລວງກ້ວາງແລະ ລວງເລິກໃນທຸກດ້ານຂອງສິດທິມະນຸດ, ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ…

ລັດແຫ່ງກົດໝາຍຕາມແນວຄິດໂຮ່ຈີມິນແມ່ນລັດທີ່ມີລະບົບກົດໝາຍປະຊາທິປະໄຕ, ສະແດງເຈດຈຳນົງ, ຜົນປະໂຫຍດຂອງປະຊາຊົນ. ລັກສະນະປະຊາທິປະໄຕຂອງກົດໝາຍ ບໍ່ພຽງແຕ່ສະແດງອອກຜ່ານເນື້ອໃນຂອງກົດໝາຍສະບັບຕ່າງໆທີ່ຢັ້ງຢືນສິດ ແລະ ຜົນປະໂຫຍດຂອງປະຊາຊົນ ເທົ່ານັ້ນ ຫາກຍັງສະແດງອອກ ຜ່ານເລື່ອງປະຊາຊົນເຂົ້າຮ່ວມການສ້າງກົດໝາຍໂດຍກົງອີກດ້ວຍ. ເລື່ອງສ້າງກົດໝາຍຕ້ອງເລີ່ມມາຈາກການປະດິດຄິດສ້າງຂອງປະຊາຊົນ, ມີການເຂົ້າຮ່ວມປະກອບຄຳເຫັນຂອງບັນດາອົງການມະຫາຊົນ ແລະ ປະຊາຊົນທຸກຊັ້ນວັນນະ. ໃນຕົວຈິງ, ຂັ້ນຕອນສ້າງລະບົບກົດໝາຍສະບັບຕ່າງໆ, ພິເສດແມ່ນລັດຖະທຳມະນຸດ, ຫວຽດນາມ ຍາມໃດກໍ່ຮັບປະກັນການເຂົ້າຮ່ວມປະກອບຄຳເຫັນຂອງປະຊາຊົນທຸກຊັ້ນວັນນະ.

ປະທານໂຮ່ຈີິມິນ ກໍ່ເນັ້ນໜັກເຖິງບົດບາດຄວາມຮັບຜິດຊອບດ້ານນິຕິກຳຂອງພັກ, ລັດ ແລະ ພະນັກງານສະມາຊິກພັກ ຖ້າບໍ່ປະຕິບັດບົດບາດໜ້າທີ່, ສິດອຳນາດຂອງຕົນໃນລັດແຫ່ງກົດໝາຍໃຫ້ເປັນຢ່າງດີ. ເພິ່ນກໍ່ຮຽກຮ້ອງຕ້ອງມີມາດຕະການຄຸ້ມຄອງບໍລິຫານສິດອຳນາດແຫ່ງລັດ, ຕໍ່ສູ້ຕ້ານ ໄພອາດຍາສິດ, ການສໍ້ລາດບັງຫຼວງ, ຟຸ່ມເຟືອຍໃນກົງຈັກລັດ, ສ້າງຖັນແຖວພະນັກງານ, ລັດຖະກອນທີ່ເປັນມືອາຊີບ, ບໍລິສຸດຜຸດຜ່ອງ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ດັ່ງນັ້ນ, ອາດຢັ້ງຢືນໄດ້ວ່າ ແນວຄິດໂຮ່ຈີມິນກ່ຽວກັບການສ້າງລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ສ່ອງແສງຄວາມສົມບູນແບບຂອງຈິນຕະນາການ ທັງມີວິທະຍາສາດ, ກ້າວໜ້າ ທັງມີວັດທະນະທຳມະນຸດອັນສູງສົ່ງ, ມຸ່ງໄປເຖິງການສ້າງລັດທີ່ເຕັມໄປດ້ວຍຄຸນຄ່າອັນສູງສົ່ງທີ່ສຸດຂອງພື້ນຖານສີວິໄລໂລກ, ຂອງຍຸກສະໄໝ ນັ້ນແມ່ນຄຸນຄ່າຂອງລະບົບລັດແຫ່ງປະຊາທິປະໄຕ ແລະ ອຳນາດແຫ່ງກົດໝາຍ.

ໃນຈຸດເວລາ 77 ປີພາຍຫຼັງ ການປະຕິວັດເດືອນສິງຫາ ຄືວັນທີ 19 ສິງຫາ 1945 ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຄືວັນທີ 2 ກັນຍາ 1945, ຫວຽດນາມ ໄດ້ເພີ່ມທະວີການໝູນໃຊ້ແນວຄິດໂຮ່ຈີມິນເຂົ້າໃນການກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ດ້ວຍການສືບຕໍ່ປ່ຽນແປງໃໝ່ຂັ້ນຕອນການສ້າງກົດໝາຍ, ຍົກສູງກຳລັງຄວາມສາມາດໃນການສ້າງກົດໝາຍ, ຮັບປະກັນລະບົບກົດໝາຍຢ່າງຮອບດ້ານ, ຄົບຊຸດ, ເປັນເອກະພາບ, ໂປ່ງໄສ, ມີຄວາມເປັນໄປໄດ້, ເໝາະສົມກັບເງື່ອນໄຂເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ສ່ອງແສງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢ່າງຄົບຖ້ວນ. ເລື່ອງຍູ້ແຮງການສ້າງ, ເຮັດໃຫ້ລະບົບກົດໝາຍໃຫ້ສົມບູບແບບ ແລະ ການຈັດຕັ້ງປະຕິບັດກົດໝາຍເລີ່ມມາຈາກຄວາມຮຽກຮ້ອງຕ້ອງການເຄົາລົບລັດຖະທຳມະນຸນ, ກົດໝາຍຂອງລັດແຫ່ງກົດໝາຍສັງຄົມນິຍົມ, ຮັບປະກັນການເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ກໍ່ສ້າງ ແລະ ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຂໍ້ຄົງຄ້າງຂອງລະບົບກົດໝາຍທີ່ພວມປະຕິບັດໃນປັດຈຸບັນ. ຫວຽດນາມ ກໍ່ຮີບຮ້ອນຫັນບັນດາຂໍ້ກຳນົດກ່ຽວກັບສິດທິມະນຸດ, ສິດ ແລະ ຄວາມເສລີໂດຍລັດຖະທຳມະນຸນໄດ້ກຳນົດ ຂອງພົນລະເມືອງ, ຮັບປະກັນຄວາມຮັບຜິດຊອບສອງສົ້ນ ລະຫວ່າງລັດ ແລະ ພົນລະເມືອງ ໃນການຊຸກຍູ້ ແລະ ປະຕິບັດສິດທິມະນຸດ, ສິດ ແລະ ຄວາມເສລີຂອງພົນລະເມືອງ. ຫວຽດນາມ ກໍ່ເພີ່ມທະວີການສ້າງກົນໄກ ຄວບຄຸມ ສິດອຳນາດແຫ່ງລັດ ໃຫ້ສົມບູນແບບ, ຍູ້ແຮງການຕໍ່ສູ້ຕ້ານອາດຍາສິດ, ການສໍ້ລາດບັງຫຼວງ, ຟຸ່ມເຟືອຍໃນກົງຈັກລັດ, ຕັ້ງໜ້າກໍ່ສ້າງຖັນແຖວພະນັກງານ, ລັດຖະກອນທີ່ມີກຳລັງຄວາມສາມາດ, ຄຸນນະທາດຢ່າງພຽງພໍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງລັດແຫ່ງກົດໝາຍ. ນີ້ແມ່ນບັນດາວຽກງານທີ່ມີຄວາມໝາຍ, ແທດຈິງ, ເພື່ອແນໃສ່ສືບຕໍ່ປະຕິບັດ ແລະ ຜັນຂະຫຍາຍແນວຄິດໂຮ່ຈີມິນ ກ່ຽວກັບລັດແຫ່ງກົດໝາຍຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ