ໝາກຜົນຂອງການລົງປະຊາມະຕິຢູ່ໄທ:ຄວາມມຸ່ງຫວັງຕໍ່ຄວາມມີສະຖຽນລະພາບ

       (vovworld) - ​ເຖິງ​ວ່າ​ວັນ​ທີ 10/8, ໝາກຜົນ​ທາງ​ການ​ຂອງ​ການ​ລົງ​ປະຊາ​ມະຕິກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່​ຂອງ ​ໄທ ຈຶ່ງ​​ໄດ້​ຮັບ​ການ​ປະກາດ​ກໍ່ຕາມ ​ແຕ່​ຮອດ​ຈຸ​ດ​ເວລາ​ນີ້ມ​ີ 94% ຈຳນວນ​ບັດ​ໄດ້​ນັບ​ສະ​ແດງ​ໃຫ້​ເຫັນວ່າ​ປະຊາຊົນ ​ໄທ ສ່ວນ​ຫຼາຍ​ໄດ້​ສະໜັບສະໜູນ​ເອກະສານ​ສະບັບ​ນີ້. ໝາກຜົນ​ນີ້​ໄດ້​ສະ​ແດງ​ໃຫ​້​ເຫັນ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​​ປະ​ເທດ​ນີ້​ຕໍ່​ພື້ນຖານການ​ເມືອງ​ທີ່​ມີສະຖຽນ​ລະ​ພາບ ​ແລະ ​ເສດຖະກິດ​ພັດທະນາ.

        ການ​ລົງ​ປະຊາ​ມະຕິ​ເມື່ອ​ວັນ​ທີ 7/8 ​ເປັນ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດທີ່​ປະຊາຊົນ ​ໄທ ​ໄປ​ປ່ອນ​ບັດນັບ​ແຕ່​ເມື່ອ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອຊາ, ​ເຄີຍ​​ເປັນ​ຜູ້​ບັນຊາ​ການ​ທະຫານ​ບົກ ​ໄທ, ​ໄດ້​​ໂຄ່ນ​ລົ້ມ​ລັດຖະບານ​​ຂອງທ່ານ​ນາງ ຍິງ​ລັກ ຊີ​ນນະ​ວັດ ​ເມື່ອ​ປີ 2014. ປະ​ເທດ​ນີ້​ພວມ​ຖືກ​ແບ່ງ​ແຍກ​ພາຍຫຼັງ​ເກືອບ​ໜຶ່ງ​ທົດ​ສະ​ວັດ​​ທີ່​ຂາດ​ສະຖຽນ​ລະ​ພາບດ້ານ​ການ​ເມືອງ, ​ເຊິ່ງ​ແມ່ນ​ສິ່ງທີ່​ກໍ່​ຜົນ​ເສຍ​ຫາຍ​ເຖິງ​ການ​ເຕີບ​ໂຕ, ກີດຂວາງ​ວິວັດທະນາ​ການ​ປະຊາທິປະ​ໄຕ ​ແລະ ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ໃນ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​​ຕາມ​ຖະໜົນ.

        ໝາກຜົນ​ຂອງ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ 60% ​ໄດ້​ສະໜັບສະໜູນ​ຮ່າງ​ລັດ​ຖະທຳ​ມະນູນ​ສະບັບ​ໃໝ່​ໃນ​ຂະນະ​ທີ່​ມີ​ກ່ວາ 30% ຄັດຄ້ານ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ, ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຍາດ​ໄດ້​ການ​ສະໜັບສະໜູນ​ຢູ່​ທຸກໆ​​ແຫ່ງ, ​ເວັ້ນ​ເສຍ​ແຕ່​ພາກ​ອີສານ​ໄທ, ​ແຫ່ງ​ທີ່, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອບ​ທັງ​ໝົດ​ໄດ້​ປະຕິ​ເສດ​ເອກະສານ​ໂດຍ​ອຳນາດ​ການ​ປົກຄອງ​ການ​ທະຫານ​ຮຽບຮຽງ. ສະ​ເພາະ​ຢູ່​ນະຄອນຫຼວງ ບາງກອກ, ອັດຕາ​ຜູ້​ສະໜັບສະໜູນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຂຶ້ນ​ເຖິງ 70%.

ໝາກຜົນຂອງການລົງປະຊາມະຕິຢູ່ໄທ:ຄວາມມຸ່ງຫວັງຕໍ່ຄວາມມີສະຖຽນລະພາບ - ảnh 1
ການປ່ອນບັດລົງປະຊາມະຕິເມື່ອວັນທີ 7/8 ຢູ່ໄທ


ເປັນ​ຫຍັງ​ປະຊາຊົນ​ໄທ​​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຮ່າງ​ລັດຖະທຳ​ມະນູນ?

        ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ທີ 7/8 ​ໄດ້​ຮັບ​ຖື​ວ່າ​ເປັນ​ການ​ທົດ​ລອງ​ລະດັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ສຳລັບ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອຊາ, ນາຍ​ພົນທະຫານ​ຂຶ້ນ​ກຳ​ອຳນາດ​ນຳພາ​ປະ​ເທດຊາດພາຍຫຼັງ​ການ​​ລັດຖະປະຫານ​ເມື່ອ​ປີ 2014. ອຳນາດ​ການ​ປົກຄອງ​ຂອງ​ທ່ານ ປຣາຢຸດ ​ໄດ້​ຮັບ​ຖື​ວ່າ ​ໄດ້​ນຳ​ມາ​ເຊິ່ງສະຖຽນ​ລະ​ພາບ​ໃຫ້​ແກ່ ​ໄທ ​ແລະ ຢຸດຕິ​ບັນດາ​ການ​ຈາລະ​ຈົນ​ທີ່​ເກີດ​ຂຶ້ນ​​ເປັນ​ປະຈຳ ​ແລະ ​ໄດ້​ແບ່ງ​ແຍກ​ດ້ານ​ການ​ເມືອງ​ຢູ່​ປະ​ເທດນີ້ໃນ​ຫຼາຍ​ປີ​ກ່ອນ​ນີ້.

ໂດຍ​ລະອຽດ​ແມ່ນ​​ໃນໄລຍະ​ວິ​ກິດ​ການດ້ານການ​ເມືອງ​ເກີດ​ຂຶ້ນ, ການທ່ອງທ່ຽວ, ການ​ສົ່ງ​ອອກ, ການ​ລົງທຶນ​ຂອງ​ ໄທ​ລ້ວນ​ແຕ່​ຖືກ​ຢຸດ​ໄວ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮອດໄຕ​ມາດ​ທີ 1 ປີ 2016, ລະດັບ​ເຕີບ​ໂຕ GDP ຂອງ​ ໄທ​ບັນລຸ 3,2%, ​ເຊິ່ງ​ແມ່ນ​ລະດັບ​ສູງ​ສຸດ​ໃນ ​ໄລຍະ 3 ປີ​ມາ​ນີ້. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້​ຂອງ​ອຳນາດ​ການ​ປົກຄອງ​ການ​ທະຫານ ດ້ວຍ 10 ມາດ​ຕະການ​ກະຕຸກ​ຊຸກຍູ້​ພື້ນຖານ​ເສດຖະກິດ​ໃນ​ໄລຍະ​ຜ່ານ​ມາ. ຜົນງານ​ດັ່ງກ່າວ​ກໍ່​ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຊາວ ​ໄທ ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດຖະກິດ, ຖ້າ​ຫາກມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ.

        ຄວາມ​ຈິງ​ດັ່ງກ່າວ​ພ້ອມ​ກັບ​ເລື່ອງ​ທະຫານ​ ໄທ​ຖື​ວ່າ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຈະ​ແກ້​ໄຂ​ສະພາບ​ແບ່ງ​ແຍກ​ດ້ານ​ການ​ເມືອງ​ທີ່​ແກ່ຍາວ​ມາເປັນ​ເວລາ​ໜຶ່ງ​ທົດ​ສະ​ວັດ​ກວ່າ​ທີ່​ຜ່ານ​ມາ​ຢູ່​ ໄທ, ​ໄດ້​ເຮັດ​ໃຫ້​ຊາວ​ ໄທ​ສ່ວນ​ຫຼາ​ຍະ​ໜັບສະ​ໜູນ​ຮ່າງ​ລັດຖະທຳ​ມະນູນ​ສະບັບນີ້.

        ​ໃນ​ຂະນະ​ນັ້ນ, ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ​ເລື່ອງ​ຊາວ ​ໄທ ສ່ວນ​ຫຼາຍ​ປ່ອນ​ບັດ​ສະໜັບສະໜູນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂົາ​ເຈົ້າ​ໄດ້​ເບື່ອ​ໜ່າຍ​ກັບ​ການ​ຜັນ​ແປ​ດ້ານ​ການ​ເມືອງ​ພາຍຫຼັງ​ວິ​ກິດ​ການ​ເມື່ອ​ປີ 2006. ​ແລະ ຫວັງ​ວ່າ​ກອງທັບ​ມີ​ບົດບາດ​ໃຫຍ່​ກວ່າ​ໃນ​ການ​ສ້າງ​ຕັ້ງ​ລັດຖະບານ, ຮັບປະກັນ​ສະຖຽນ​ລະ​ພາບ​ເພື່ອພັດທະນາ​ປະ​ເທດ​ຊາດ. ນັກຮຽນ​ຮູ້ ປຣິນຢາ, ສາ​ສະ​ດາ​ຈານ​ກົດໝາຍ ມະຫາວິທະຍາ​ໄລ ທຳ​ມະ​ຊາດ, ຖື​ວ່າ, ຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ລະ​ແວງ​ສົງ​ໄສ​ຂອງ​ປະຊາຊົນ​ຕໍ່​ໄພ​ຈະ​​ເກີດ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຄື​ກ່ອນ​ທີ່​ຈະ​ເກີດ​ການ​ລັດຖະປະຫານ​ເມື່ອປີ 2014. ຕາມ​ນັກວິ​ເຄາະ​ດ້ານ​ການ​ເມືອງ ສຸຂຸມ ​ເນີ່ນສະກຸນ, ອະດີດ ອະທິການ​ບໍດີ ມະຫາວິທະຍາ​ໄລ ຣຳຄຳ​ແພງ ​ແລ້ວ, ຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ໄດ້​ຮັບ​ຮູ້​ລັດຖະບານ ​ໂດຍ​ກອງທັບ​ນຳພາ, ມອບ​ບົດບາດ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ໃຫ້​ກອງທັບ. ສິ່ງ​ສຳຄັນ​ອື່ນ​ອີກນັ້ນ​ແມ່ນ, ປະຊາຊົນ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ນັກ​ການ​ເມືອງ​ທີ່​ເຂົາ​ເຈົ້າ​ເຄີຍ​ນິຍົມ​ອີກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນດ້ານກົງ​ກັນ​ຂ້າມ, ບັນ​ດາ​ຜູ້​ຄັດ​ຄ້ານ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​​ພັດຖື​ວ່າ: ໝາກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິບໍ່​ທັນ​ຊັດ​ເຈນ ຍ​້ອນ​ວ່າ ກ່ອນ​ການ​ລົງ​ປະ​ຊາ​ມະ​ຕິ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຊາ ໄດ້​​ຫ້າມບັນ​ດາ​ການ​ປຶກ​ສາ​ຫາ​ລືຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ຮ່າງ​ລັດ​ຖະ​ທຳ​ມະ​ນູນນີ້. ຊ້ຳ​ບໍ່​ໜຳ ຜູ້​ໃດ​ຕຳ​ຫນິ​ຕິ​ຕຽນ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ ອາດ​ຈະ​ຖືກ​ປັບ​ໄຫມ​ລົງ​ໂທດ​ຈຳ​ຄຸກ 10 ປີ. ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ດັ່ງ​ກ່າວ ເຮັດ​ໃຫ້​ປະ​ຊາ​ຊົນ​ໄທ​ສ່ວນ​ຫລາຍບໍ່​ຮູ້​ແຈ້ງ​ບັນ​ດາ​ເນື້ອ​ໃນ​​ທີ່ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນຂອງ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ ຢາກ​ສຳ​ເລັດ​ວິ​ວັດ​ການ​ທີ່​ແກ່​ຍາວນີ້​ໂດຍ​ໄວ.

ປະ​ຕິ​ກິ​ລິ​ຍາ​ລະ​ມັດ​ລະ​ວັງ​ຈາກ​ບັນ​ດາ​ພັກ​ຝ່າຍ

        ປະ​ຕິ​ກິ​ລິ​ຍາ​ໄດ້​ເກີດ​ຂຶ້ນ​ພາຍ​ຫລັງ​ຈຳ​ນວນ​ບັດ​ສ່ວນ​ຫລາຍ​ໄດ້​ຮັບ​ການ​ນັບ, ບັນ​ດາ​ການ​ນຳ​ພັກ ເພື່ອ​ໄທ, ຊື່ງ​ແມ່ນ​ກຳ​ລັງ​ສະ​ຫນັບ​ສະ​ຫນູນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັກ​ສີນ ຊີ​ນະ​ວັດ ໄດ້​ຖະ​ແຫລງວ່າ ຍອມ​ຮັບ​ໝາກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ທຳ​ການ​ຕໍ່​ສູ້ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ທຸກ​ສະ​ພາບ​ການ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ພັກ​ເພື່ອ​ໄທ ກໍ​ເນັ້ນ​ຫນັກ​ວ່າ: ເລື່ອງ​ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ຕຳ​່​ກວ່າ​ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ປີ 2007 ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ່​ຂອງ​ປະ​ຊາ​ຊົນຢ່າງ​ຈະ​ແຈ້ງ. ຄວາມ​ຈິງ, ມີ​ພຽງ​ປະ​ມານ 55% ໃນ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ 50,5 ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ, ເກືອບ​ເທົ່າ​ກັບ​ອັດ​ຕາ 57% ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ປີ 2007. ສະ​ມາ​ຊິກ​ຂອງ​ພັກ ທ່ານ​ນາງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄຕ ຍິ່ງ​ຣັກ ຊີ​ນະ​ວັດ ຖື​ວ່າ: ເລື່ອງ​ຈຳ​ນວນຜູ້​ມີ​ສິດ​ເລືອກ​ຕັ້ງ​ໄທສ່ວນ​ຫລາຍ​ໄປ​ປ່ອນ​ບັດ​ສະ​ຫນັບ​ສະ​ຫນູນ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃຫມ່ ແມ່ນ​ “ບາດ​ຖ້ອຍ​ຫລັງ” ໃຫ້​ປະ​ເທດ​ຊາດ ເພາ​ະນີ້​ແມ່ນ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ປອດ​ປະ​ຊາ​ທິ​ປະ​ໄຕ. ໃນ​ຂະ​ນະ​ນັ້ນ​, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ພິ​ຊີດ ເວ​ດ​ຊາ​ຊິ​ວະ, ປະ​ທານ​ພັກ​ປະ​ຊາ​ທິ​ປະ​ໄຕ ໄດ້​ຢືນ​ຢັນ: ຍອມ​ຮັບ​ໝາກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ ແລະ ຮຽກ​ຮ້ອງ​ພັກ​ອື່ນ​ກໍ​ປະ​ຕິ​ບັດ​ຄ້າຍ​ຄື​ກັນ. ທ່ານ​ອະ​ພິ​ຊິດ ເວົ້າ​ວ່າ: ຄວາມ​ເອົາ​ໃຈ​ໃສ່​ໃຫຍ່​ສຸດ​ປະ​ຈຸ​ບັນ​ຂອງ​ໄທ ຈະ​ແມ່ນ​ການ​ປະ​ຕິ​ບັດ​ວິ​ວັດ​ການ​ກ້າວ​ໄປ​ເຖິງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ປີ 2017.

ສ່ວນ​ຝ່າຍ​ລັດ​ຖະ​ບານ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຊາ ໄດ້​ຢືນ​ຢັນ: ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ປີ 2017 ຕາມ​ແຜນ​ການ​ໄດ້​ວາງ​ອອກ, ເຖິງວ່າ ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃຫມ່ ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫລືບໍ່. ພົນ​ເອກ ປ​ຣາ​ວິດ ວົງ​ສຸ​ອວນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ໄທ ໄດ້​ຢືນ​ຢັນ: ບັນ​ດາ​ນາຍ​ພົນ​ຂອງ​ປະ​ເທດນີ້ ບໍ່​ມີ​ເຈດ​ຈຳ​ນົງ​ສ້າງ​ຕັ້ງ​ພັກ​ການ​ເມືອງ ແລະ ທ່ານ​ເອງ ຈະ​ບໍ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ ແລະ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແຫນ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ລັດ​ຖະ​ບານ​ໃຫມ່. ຕາມ​ພົນ​ເອກ ປ​ຣາ​ວິດ ແລ້ວ, ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ​ປະ​ຈຸ​ບັນ ຍັງ​ມີ​ຫລາຍ​ວຽກ​ຕ້ອງ​ເຮັດ ໃນ​ນັ້ນ ມີ​ການ​ກະ​ກຽມ​ໃຫ້​ການ​ເລືອກ​ຕັ້ງ ແລະ ເມື່ອ​ມີ​ບັນ​ດາ​ກົດ​ໝາຍ​ເໝາະ​ສົມ​ແລ້ວ, ບັນ​ດາ​ນັກ​ການ​ເມືອງ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າ​ຮ່ວມ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ.

        ໄທ ເຄີຍ​ເກີດ​ການ​ລັດ​ຖະ​ປະ​ຫານ​ການ​ທະ​ຫານ​ ແລະ ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ​ເປັນ​ຫລາຍ​ຄັ້ງ ນັບ​ແຕ່​ເມື່ອ​ປະ​ເທດນີ້​ປ່ຽນ​ແທນ​ລະ​ບອບ​ລາ​ຊາ​ທິ​ປະ​ໄຕ​ອຳ​ນາດ​ເດັດ​ຂາດ ດ້ວຍ​ລັດ​ແຫ່ງ​ລັດ​ຖະ​ທຳ​ມະ​ນູນ​ປີ 1932. ຮ່າງລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ນີ້ ເມື່ອ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ປະ​ຊາ​ຊົນ ຈະ​ກາຍ​ເປັນ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ ​ຄັ້ງ​ທີ 20 ຂອງໄທ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ