Shipper - ອາຊີບທີ່ຫຍຸ້ງຍາກ

(vovworld)- ພ້ອມ​ກັບ​ການ​ພັດ​ທະ​ນາ​ຢ່າງກວ້າງ​ຂວາງ​ຂອງ ອິນ​ເຕີ​ແນັດ, ໃນ​ສອງ​ສາມ​ປີ​ມານີ້, ການບໍ​ລິ​ການ​ເຮັດ​ທຸ​ລະ​ກິດ ອອນ​ໄລ ກໍ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ​ຢູ່​ຫວຽດ​ນາມ. ກ່ອນນີ້ ຢາກ​ຊື້​ເຄື່ອງ​ຂອງ​ຄື ໂສ້ງ​ເສື້ອ, ເຄື່ອງ​ເອ​ເລັກ​ໂຕ​ນິກ, ຂອງ​ກິນ… ຜູ້​ ຊື້​ສິນ​ຄ້າ​ຕ້ອງ​ໄປ​ຊື້​ໂດຍ​ກົງ​ຢູ່​ຮ້ານ​ຄ້າ, ຮ້ານ​ຊັບ​ພະ​ສິນ​ຄ້າ. ແຕ່​ປະ​ຈຸ​ບັນ ຜູ້​ ຊຶ້ື້ພຽງ​​ແຕ່ເຂົ້າ​ ​ອິນ​ເຕີ​ແນັດ ເພື່ອ​ຊອ​ກ​ຫາ ແລະ ຈ່ອງ​ຊື້, ຖ້າ​ຫາກ​ຮ້ານ​ຂາຍ​ເຄື່ອງ​ໃກ້​ກັບ​ທີ່​ຢູ່​ຂອງ​ທ່ານ, ພາຍ​ຫລັງຈ່ອງ​ຊື້​ປະ​ມານ 2 – 3 ຊົ່ງ​ໂມງ​​ທ່ານຈະ​ໄດ້​ຮັບ​ເຄື່ອງ​ຂອງ, ຖ້າ​ຢູ່​​ໄກ​ກັບ​ຮ້ານ​ຄ້າ, ພາຍ​ຫລັງ​ 2 – 3 ວັນ​​ທ່ານ​ຈະ​ໄດ້​ຮັບ​ເຄື່ອງຂອງ. ເພື່ອ​ເຮັດ​ໄດ້​ຄື​ດັ່ງ​ກ່າວ ຕ້ອງ​ເວົ້າ​ເຖິງ​ຖັນ​ແຖວ​ຜູ້ຮັບ​ສົ່ງ​ສິນ​ຄ້າ ຫລື ເອີ້ນ​ວ່າ shipper. ວຽກ​ງານ​ຂອງ shipper ​ຄິດ​ວ່າ​ງ່າຍ​ດ່າຍ​ແຕ່ບໍ່​​ງ່າຍ​ດາຍປານ​ໃດ​, ກົງ​ກັນ​ຂ້າມ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກບໍ່​ແມ່ນ​ຫນ້ອຍ.
Shipper - ອາຊີບທີ່ຫຍຸ້ງຍາກ - ảnh 1
shipper ຜູ້​ຫນື່ງ​ພວມ​ຊອກ​ທີ່​ຢູ່​ຂອ​ງ​ລູກ​ຄ້າ
ພາບ:internet

        ສິນ​ຄ້າ​ຫລາຍ​ຫໍ່​ທີ່ໄດ້​ຫຸ້ມຫໍ່​ຢ່າງ​ລະ​​ອຽດ, ລຽນ​ເປັນ 4 ຊັ້ນ​ຢູ່​ເທິງ​ໂຕະ​ຮຽນ​ກວ້າງ​ປະ​ມານ 80 cmx 1 m, ວາງ​ໃຕ້​ຖ້ານ​ປື້ມ. ບໍ່​ພຽງ​ແຕ່​​ມີຈຳ​ນວນສິນ​ຄ້າ​ເຫລົ່​ານັ້ນ ຫາກ​ຕຽງ​ນອນ​ກໍ​ໄດ້​ນຳ​ໃຊ້​ເປັນ​ບ່ອນ​ວາງສິນ​ຄ້າ 20 ຫໍ່​ອີກ​ດ້ວຍ. ໃນແຕ່​ລະ​ຫໍ່ສິນ​ຄ້າລ້ວນ​ແຕ່​ຕິດ​ເຈ້ຍ​ນ້ອຍຂຽນ​ທີ່​ຢູ່, ​ເບີໂທ​ລະ​ສັບ​ຂອງ​ຜູ້​ຮັບ. ໂດຍ​ແມ່ນ shipper ມີ​ປະ​ສົບ​ການ​ມາ​ເປັນ​ເວ​ລາກວ່າ 1 ປີ, ເພື່ອນ​ຫງວຽນ​ຮ​ວ່າງ​ມີງ, ບ້ານ​ເກີດ​ເມືອງນອນ​ຢູ່ ຫາຍ​ເຢືອງ, ຊື່ງ​ແມ່ນ​ນັກ​ສຶກ​ສາ​ປີ​ທີ 2 ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຊີ ແລະ ຄ້​ຸມ​ຄອງ​ມິດ​ຕະ​ພາບ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ທຳ​ມະ​ດາ ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເລີ່ມ​ຕົ້ນ​ແຕ່ 6 ໂມງ​ເຊົ້າ ເພື່ອ​ສົ່ງ​ສິນ​ຄ້າ​ໃຫ້​ລູກ​ຄ້າ​ຢ່າງ​ທັນ​​ເວ​ລາ.

        “ຍ້ອ​ນ​​ກຳ​ລັງຮຽນ ສະ​ນັ້ນ ​ຈື່ງມີ​ເວ​ລາ​ຫວ່າງຫລາຍ, ຂ້າ​ພະ​ເຈົ້າ​ເຮັດວຽກ​ງານນີ້​ເພື່ອ​ຫາ​ເງິນ​ມາ​ຊ່ວຍ​ເຫລືອ​ພໍ່​ແມ່ ແລະ ​ຮັບ​ເອົາ​ບົດ​ຮຽນ.   ວຽກ​ງານ​ຂອງ shipper

​ແມ່ນ​ຕ່າງ​ກັບ​ວຽກ​ງານ​ອື່ນ ນັ້ນ​ແມ່ນ ພາຍ​ຫລັງ​ສົ່ງ​ສິນ​ຄ້າ​ໃຫ້​ລູກ​ຄ້າ​ແລ້ວ ຈະ​ໄດ້​ຮັບ​ເງິນ​ສົດຢ່າງ​ທັນ​ທີ ຫາກບໍ່​ຕ້ອງ​ລໍ​ຖ້າຮອດ​ທ້າຍ​ເດືອນ​​ຈ​ື່ງ​ໄດ້​ຮັບຄືວຽກ​ງານ​ອື່ນ. ຖ້າ​ຫາກບໍ່​ແມ່ນ​ວັນ​ພັກ​ຮຽນ ພຽງ​ແຕ່​​ຮັບສົ່ງ​ສິນ​ຄ້າ​ປະ​ມານ 7-10 ຫໍ່​ກໍ​ໄດ້​ຮັບ​ຈຳ​ນວນ​ເງິນ​ປະ​ມານ 200.000 ດົງ​ແລ້ວ.”

        ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ ມີງ ​ລ້ວນ​ແຕ່ຢູ່​ໃນ​ຫ້ອງ​ເຊົ່າ​ທີ່​ມີ​ເນື້ອ​ທີ່​ປະ​ມານ 10 ຕາ​ແມັດ, ຕັ້ງ​ຢູ່​ທາງຮ່ອມ​​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ ຮ່າ​ໂນ້ຍ ປະ​ມານ 4 ກິ​ໂລ​ແມັດ. ຍ້ອນ​ຄອບ​ຄົວ​ຂອງ ມີງ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ, ແຕ່​ລະ​ເດືອນ ມີງ​ໄດ້​ຮັບ​ເງິນ​ອຸດ​ຫນູນ​ຈາກ​ຄອບ​ຄົວ​ພຽງ 2 ລ້ານ​ດົງ, ໃນ​ນັ້ນ ຄ່າ​ເຊົ່າ​ຫ້ອງ​ພັກ​ແມ່ນ 600.000 ດົງ​, ຄ່າ​ຮຽນ 1 ລ້ານ​ດົງ, ສ່ວນ​ຍັງ​ເຫລືອ​ແມ່ນ​ນຳ​ໃຊ້​ໃນ​ການ​ກິນ​ດື່ມ. ຈຳ​ນວນ​ເງິນ​ຫນ້ອຍ ແຕ່​ລາ​ຄາ​ສິນ​ຄ້າ​ທຸກ​ສິ່ງ​ທຸກ​ຢ່າງ​​ພວມ​ເພີ່ມ​ຂຶ້ນ ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ ມີງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກບໍ່​ແມ່ນ​ຫນ້ອຍ. ສະ​ນັ້ນ ມີງ ໄດ້​ເລືອກ​ເຟັ້ນ​ອາ​ຊີບ shipper ເພື່ອ​ຫາ​ເງິນ​ໃຊ້​ຈ່າຍ​ໃນ​ການ​ຮຽນ ແລະ ກິນ​ຢູ່ ກໍ​ຄື​ຫລຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ຄອບ​ຄົວ. ເວ​ລາ​ເລີ່ມ​ຕົ້ນ​ວຽກ​ງານນີ້, ມີງ ຄິດ​ວ່າ ​ອາ​ຊີບ shipper ແມ່ນ​ງ່າຍ​ດ່າຍ, ແຕ່​ເມື່ອ​ປະ​ຕິ​ບັດ ຈຶ່ງ​ເຫັນ​ວ່າ​ມັນ​ລຳ​ບາກ​ຫຍຸ້ງ​ຍາກ ບາງ​ເທື່ອ​ຖືກ​ເສຍ​ເງິນ​ຍ້ອນ​ຊອກ​ບໍ່​ເຫັນລູກ​ຄ້າ ຫລື​ຖືກ​ຫລອກ​ລວງ.

Shipper - ອາຊີບທີ່ຫຍຸ້ງຍາກ - ảnh 2
ກຸ່ມ shipper
ພາບ:giaohanggiup

        ເພື່ອ​ສັບ​ຊ້ອນ ເວ​ລາ​ຂຶ້ນ​ຫ້ອງ ແລະ ເວ​ລາ​ເຮັດ​ວຽກ​ງານນີ້​​ໃຫ້ເໝາະ​ສົມ, ແຕ່​ລະມື້​ ມີງ ຕ້ອງ​ຍາດ​ເວ​ລາ 4-5 ຊົ່ວ​ໂມງ​ເພື່ອ​ເຮັດ​ວຽກ​ງານ shipper, ສ່ວນມື້​ພັກ​ຮຽນ ເວ​ລາ​ເ​ຮັດ​ວຽກ​ງານ shipper ເກືອບ​ຄື​ວ່າ​ໝົດ​ມື້. ເພື່ອ​ຈຳ​ກັດ​ສະ​ພາບ​ຖືກ​ຫລອກ​ລວງ, ມີງ ຕິດ​ຕໍ່​ພົວ​ພັນ​ກັບ​ກຸ່ມ shipper ເພື່ອ​​ພ້ອມກັນ​ແບ່ງ​ປັນ​ວຽກ​ງານ, ເພີ່ມ​ລາຍ​ຮັບ ແລະ ແລກ​ປ່ຽນ​ບົດ​ຮຽນ​ນຳ​ກັນ. ສຳ​ລັບ ມີງ​ແລ້ວ, ວຽກ​ງານ​ຂອງ shipper ຄົນ​ຫນຶ່ງ ຕ້ອງ​ຖື​ອິດ​ທິ​ພົນ​ເປັນ​ຕົ້ນ ກໍ​ຄື​ຕ້ອງ​ມີ​ຈັນ​​ຍາ​ບັນ​ເພື່ອ​ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ​ໃນ​ໄລ​ຍະ​ທາງ​ຂົນ​ສົ່ງ​ສິນ​ຄ້າ.

        “ເວ​ລາ​ຂຶ້ນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຄົງ​ທີ່ ບາງມື້​ຮຽນ​ຕອນ​ເຊົ້າ, ບາງມື້​ຮຽນ​ຕອນ​ບ່າຍ ສະ​ນັ້ນ ກ່ອນ​ນີ້​ຂ້າ​ພະ​ເຈົ້າ​ເລືອກ​ເຟັ້ນ​​ຮູບ​ການຂາຍ​ສິນ​ຄ້າ​ທາງ​ອອນ​ໄລ, ແຕ່​ເລື່ອງ​ຄ້າ​ຂາຍ​ສິນ​ຄ້າ​ແມ່ນ​ຫຍຸ້ງ​ຍາກ​ຫລາຍ ບໍ່​ສາ​ມາດ​ແກ້ງ​ແຍ້ງ​ໄດ້ ສະ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ເຮັດ​ອີກ ​ຈຶ່ງຫັນ​​ມາເຮັດ​ອາ​ຊີບ​ເປັນ shipper. ເບື້ອງ​ຕົ້ນ ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ ແຕ່​ພາຍ​ຫລັງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ, ແບ່ງ​ປັນ​ບົດ​ຮຽນ​​ຈາກໝູ່​ເພື່ອນ​ shipper, ຂ້າ​ພະ​ເຈົ້າ​​ໄດ້ຮູ້​ຈັກ​ສັບ​ຊ້ອນ​​ເວ​ລາ​ເຮັດວຽກ​ງານ​​ນີ້ໃຫ້​ເໝາະ​ສົມ​ກວ່າ. ໃນ​ກຸ່ມ shipper ທຸກ​ຄົນ​​ເຄີຍ​ແຈ້​ງ​ໃຫ້​ກັນ​​ຊາບບັນ​ດາ​ສະ​ຖານ​ທີ່​ສົ່ງ​ສິນ​ຄ້າ. ຖ້າ​ຫາກ​ຜູ້​ໃດ​ຢູ່​ໃກ້​ຕ້ອງ​ມາ​ຮັບ​ສິນ​ຄ້າ.”

        ສິ້ນ​ສຸດມື້​ເຮັດ​ວຽກ​ຂອງ​ມີງ ແມ່ນ​ຮອດ 10 ໂມງ​​ກາງ​ຄືນ. ​ດ້ວຍຈຳ​ນວນ​ເງິນ​​ຫາ​ໄດ້ເກືອບ 500.000 ດົງ, ມີງ​ຮູ້​ສຶກ​ດີ​ໃຈ​ຫລາຍ​. ເຖິງວ່າ ຈຳ​ນວນ​ເງິນບໍ່​ຫລາຍ​ປານ​ໃດ ແຕ່​ໄດ້​ຊ່ວຍ​​ມີງສ່ວນ​ໃດ​ຫນຶ່ງ​ໃນ​ຊີ​ວິດ​​ປະ​ຈຳ​ວັນຂອງ​ຜູ້​ເປັນ​ນັກ​ສຶກ​ສາ​.

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ