VietNam Airlines ຮ່ວມເດີນທາງກັບເດັກພິການແລະທຸກຍາກຢູ່ລາວ

(vovworld)- ເປັນ​ຄັ້ງ​ທຳ​ອິດ​ບັນ​ດາ​ພະ​ນັກ​ງານ​ພາ​ລະ​ກອນ​ຂອງ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ ສາ​ຂາ ຢູ່ ລາວ ໄດ້​ສົມ​ທົບ​ກັບ ກອງ​ທຶນ​ສຶກ​ສາ​ເພື່ອ​ການ​ພັດ​ທະ​ນາ ລາວ ປະ​ຕິ​ບັດ​ວຽກ​ງານການ​ກຸ​ສົນ. ສະ​ຖາ​ນ​ທີ່​ຊື່ງ​ຄະ​ນະ​ໄປ​ຢ້ຽມ​ຢາມ​ແມ່ນ​ໂຮງ​ຮຽນ​​ປະ​ຖົມ ພູ​ເຂົາ​ຄຳ ເມືອງ ແກ້ວ​ອຸ​ດົມ ຊື່ງ​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 13 ເມືອງ​ທຸກ​ຍາກ​ຢູ່​ແຂວງ ວຽງ​ຈັນ ຫ່າງ​ຈາກ​ນະ​ຄອນ​ຫລວງ ວຽງ​ຈັນ​​ໄປທາງ​ທິດ​ເຫ​ນືອ ເກືອບ 100 ກິ​ໂລ​ແມດ. ນະ​ທີ່ນີ້ ຄະ​ນະ​ໄດ້​ມອບ​ທຶນ​ສຶກ​ສາ 20 ​ທຶນ​ໃຫ້​ບັນ​ດາ​ເດັກ​ພິ​ການ ແລະ ທຸກ​ຍາກໃນ​ເມືອງ​ດັ່ງ​ກ່າວ.

VietNam Airlines ຮ່ວມເດີນທາງກັບເດັກພິການແລະທຸກຍາກຢູ່ລາວ - ảnh 1
ພະ​ນັກ​ງານ Vietnam Airlines ສາ​ຂາ​ຢູ່​ລາວ ມອບ​ຂອງ​ຂວັນ​ໃຫ້
ນ້ອງນ​ອ້ຍໂຮງ​ຮຽນ​ປະ​ຖົມ ພູ​ເຂົາ​ຄຳ
ພາບ:vov


        8 ໂມງ 30 ນາ​ທີ ຂອງວັນ​ທີ 22/10, ພະ​ນັກ​ງານ, ລັດ​ຖະ​ກອນ 8 ຄົນ​ຂອງ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ (Vietnam Airlines) ສາ​ຂາ​ຢູ່ ລາວ ແລະ ກອງ​ທຶນ​ສຶກ​ສາ​ເພື່ອ​ການ​ພັດ​ທະ​ນາ​ລາວ ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ປະ​ຖົມ ພູ​ເຂົາ​ຄຳ. ຕ້ອນ​ຮັບ​ຄະ​ນະ​ມີ​ນ້ອງ​ນ້ອຍ​ພິ​ການ 20 ຄົນ ພ້ອມ​ດ້ວຍ​​ນັກ​ຮຽນ ຄູ​ອາ​ຈານໃນ​ໂຮງ​ຮຽນ. ທ່ານ ໂງ​ຊີ້​ແອງ, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ Vietnam Airlines ສາ​ຂາ​ຢູ່​ວຽງ​ຈັນ ໃຫ້​ຮູ້​ວ່າ: ໂດຍປະ​ຕິ​ບັດ​ຄຳ​ຮຽກ​ຮ້ອງ​ອຸ​້ມ​ຊູ່ຊ່ວ​ຍ​ເຫລືອ, ອຸ​ປະ​ຖຳ, ສະ​ຫນັບ​ສະ​ຫນູນ​ເດັກ​ພິ​ການ​ທີ່​ປ​ະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂອງ​ລາວ, ພະ​ນັກ​ງານ, ລັດ​ຖະ​ກອນ Vietnam Airlines ສາ​ຂາ​ຢູ່​ລາວ ໄດ້​​ແຜ່ບໍ​ລິ​ຈາກ​ເງິນ ແລະ ມອບ​ຂອງຂວັນ 20 ພູດ​ໃຫ້​ແກ່​​ນ້ອງ​​ນ້ອຍ ພິ​ການ, ແຕ່​ລະ​ພູດ​ລວມ​ມູນ​ຄ່າ 500.000 ກີບ.

        “​ຂອງ​ຂວັນດັ່ງ​ກ່າວ​​ມີ​ມູນ​ຄ່າບໍ່​ຫລາຍ​ແຕ່​ສະ​ແດງ​ໃຫ້​ເຫັນຄ​ວາມ​ຫວັງ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ Vietnam Airlines ສາ​ຂາ​ຢູ່ ລາວ ​ຢາກ​ ຮ່ວມ​ກັບ​ປະ​ເທດ​ລາວ​ເວົ້າ​ລວມ ກໍ​ຄືເດັກ​ພິ​ການ​ຢູ່​ແຂວງ ວຽງ​ຈັນ ເວົ້າ​ສະ​ເພາະ. ນີ້​ເປັນ​ປີ​ທຳ​ອິດ ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້ ແລະ ແນ່ນອນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ເຄື່ອນ​ໄຫວ​ການ​ກຸ​ສົນ​ນີ້ ແລະ ຂອບ​ຂະ​ຫນາດ​ຈະ​ໃຫຍ່ກວ່າ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ພວກ​ນ້ອງ​ມີ​ເງື່ອນ​ໄຂ​ເພື່ອ​ຮ່ຳ​ຮຽນ​ດີກວ່າ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ການ​ສຶກ​ສາ​ຢູ່​ໂຮງ​ຮຽນ​.”

        ເຂົ້າ​ຮ່ວມ​ພິ​ທ​ີ​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ເດັກ​ພິ​ການ​ຢູ່​ໂຮງ​ຮຽນ​ປະ​ຖົມ ພູ​ເຂົາ​ຄຳ ມີ​ຜູ້​ຕາງ​ຫນ້າ​ກອງ​ທຶນ​ການ​ສຶກ​ສາ​ເພື່ອ​ການ​ພັດ​ທະ​ນາ​ລາວ, ​ຫ້ອງ​ການ​ສຶກ​ສາ​ເມືອງ​ແກ້ວ​ອຸ​ດົມ, ບັນ​ດາ​ຄູ​ອາ​ຈານ ແລະ ນັກ​ຮຽນ​ໂຮງ​ຮຽນ​ຈຳ​ນວນ​ຫນຶ່ງ​ຢູ່​ເມືອງ​ແກ້ວ​ອຸ​ດົມ, ອາ​ຈານ ບົວ​ລີ ວົງ​ພະ​ຈັນ, ​ຫົວ​ຫນ້າ​ອຳ​ນວຍ​ການໂຮງ​ຮຽນ​ປະ​ຖົມ ພູ​ເຂົາ​ຄຳ ແບ່ງ​ປັນ​ວ່າ:

ສຽງ ບົວ​ລີ

ພະ​ນາ​ຈອນ, ອາ​ຍຸ 10 ປີ, ນັກ​ຮຽນ​ ປໍ 5 ຮູ້​ສຶກ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​ຂອງ​ຂວັນ.

​ສຽງພະ​ນາ​ຈອນ

VietNam Airlines ຮ່ວມເດີນທາງກັບເດັກພິການແລະທຸກຍາກຢູ່ລາວ - ảnh 2
ພວກ​ນ້ອງ​ນັກ​ຮຽນ​ໄດ້​ຮັບ​ຂອງ​ຂວັນ​ຈາກ​ພະ​ນັກ​ງານ​,ພາ​ລະ​ກອນ​ຂອງ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ ສາ​ຂາ ຢູ່​ລາວ
ພາບ:vov


ທ່ານ ທອງ​ສະ​ຫວັນ ໂມ​​​ຕຣີ, ຜູ້​ຕາງ​ຫນ້າ​ກອງ​ທຶນ​ສຶກ​ສາ​ເພື​່ອ​ການ​ພັດ​ທະ​ນາ​ລາວ ຕີ​ລາ​ຄາ​ສູງ​ການ​ເຄືື່ອ​ນ​ໄຫວ​ກຸສົນ​ຂອງ Vietnam Airlines ຢູ່​ລາວ ແລະ ຖື​ວ່າ​: ການມອບ​ທຶນ​ການ​ສຶກ​ສາ​ທີ່​ມີ​ຄວາມ​ໝາຍນີ້ ຈະ​ຊ່ວຍ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ປະ​ຖົມ​ຖືກ​ພິ​ການຫລຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ໄດ້​ສ່ວນ​ໃດ​ຫນຶ່ງ​ໃນ​ຊີ​ວິດ, ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກວ່າແລະ ເປັນ​ການ​ລະ​ດົມ​ກຳ​ລັ​ງ​ໃຈ​​ແກ່ພວກ​ນ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ບືນ​ຕົວ​ຂຶ້ນ.

ສຽງທອງ​ສະ​ຫວັນ

ດ້ວຍ​ຈຳ​ນວນ​ເງິນບໍ່​ຫລາຍ​ ແຕ່​ໄດ້​ຊ່ວຍ​ໃຫ້​ຄອບ​ຄົວ ແລະ ເດັກ​ພິ​ການ​ຢູ່​ທີ່ນີ້​ມີ​ມາ​ນະ​ຈິດ​ເພື່ອ​ບືນ​ຕົວ​ຂຶ້ນ​ໃນ​ຊີ​ວິດ. ໃນ​ອະ​ນາ​ຄົດ, ຫວັງ​ວ່າ​ຈະ​ມີ​ການ​ເຄື່ອນ​ໄຫວ​ກຸ​ສົນ​ ​ຄື​ດັ່ງ​ກ່າວ ຫລາຍກວ່າ ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ​ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ