Startup ຈາກຮູບແບບລ້ຽງໄກ່ໃຫ້ຟັງເພງ, ກິນ “ຢາສະໝູນໄພ”

(VOVWORLD) -ນອກຈາກເລື່ອງໃຫ້ໄກ່ຟັງສຽງດົນຕີແລ້ວ, ຢູ່ນີ້ຍັງໄດ້ຮັກສາຫຼັກການບໍ່ນຳໃຊ້ຢາຕ້ານເຊື້ອ, ບໍ່ໃຊ້ຫົວອາຫານອຸດສາຫະກຳຢູ່ເຂດຟາມ.
Startup ຈາກຮູບແບບລ້ຽງໄກ່ໃຫ້ຟັງເພງ, ກິນ “ຢາສະໝູນໄພ” - ảnh 1(ຟາມລ້ຽງໄກ່ໃຫ້ໄຂ່ຂອງອ້າຍ ຟ້າມຈູງກຽນ)

ຢູ່ຟາມລ້ຽງສັດຂອງອ້າຍ ຟານຈູງກຽນ, ຕາແສງ ດ້າຍອຽນ, ເມືອງ ເຈືອງມີ້, ຮ່າໂນ້ຍ, ໄຂ່ໄກ່ພັນໜ່ວຍໜຶ່ງໄດ້ຂາຍດ້ວຍລາຄາ 8.400 ດົ່ງ. ລາຄາຂາຍແມ່ນສູງກວ່າປະມານທົບ 3 ເທົ່າເມື່ອທຽບໃສ່ໄຂ່ໄກ່ພັນທຳມະດາ,  ແຕ່ໄຂ່ໄກ່ຢູ່ຟາມຂອງອ້າຍຍັງ “ບໍ່ພໍຂາຍ”, ແຕ່ລະມື້ມີໄຂ່ໄກ່ 6.000 ໜ່ວຍໄດ້ສົ່ງໄປເຖິງຜູ້ບໍລິໂພກ.

        ຢູ່ຟາມລ້ຽງໄກ່ໃຫ້ໄຂ່ຂອງອ້າຍ ຟ້າມຈູງກຽນ, ທີ່ຕາແສງ ດ້າຍອຽນ, ເມືອງ ເຈືອງມີ້, ນະຄອນ ຮ່າໂນ້ຍ, ເຂດລ້ຽງໄກ່ ອີຢິບ ຂົນຂາວ 5.000 ໂຕໄດ້ລ້ຽງໃນຄອກທີ່ຫ້ອຍຢູ່ສູງ. ແລະຢູ່ແຕ່ລະແຈເຮືອນລ້ວນແຕ່ມີລຳໂພງເພື່ອສົ່ງສຽງເຖິງທົ່ວເຂດຄອກລ້ຽງໄກ່. ອ້າຍ ວີວັນຮ່ວາຍ, ກຳມະກອນຂອງຟາມນີ້, ໃຫ້ຮູ້ວ່າ:

        “ເວລາ 6 ໂມງເຊົ້າເມື່ອຂ້າພະເຈົ້າຕື່ນນອນແມ່ນເລີ່ມໃຫ້ໄກ່ຟັງດົນຕີຮອດເວລາ 11 ໂມງຕອນທ່ຽງ. ຍາມໄກ່ນອນຕອນທ່ຽງແມ່ນຈະມອດເພງ, ຮອດເວລາປະມານ 14 ໂມງ ສືບຕໍ່ເປີດເພງຮອດເວລາ 18 ໂມງ. ທຳມະດາໄກ່ຈະໄດ້ຮັບຟັງສຽງດົນຕີ. ເມື່ອໄກ່ຮັບຟັງສຽງດົນຕີແມ່ນກິນໄດ້ຫຼາຍກວ່າ, ເຕີບໃຫຍ່ເພື່ອອອກໄຂ່ໄດ້ຫຼາຍກວ່າ”.

        ອ້າຍ ຟານຈູງກຽນ, ເຈົ້າຂອງຟາມ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ເບິ່ງຮູບແບບລ້ຽງສັດທີ່ກ້າວໜ້າໃນໂລກ, ຢູ່ຫຼາຍປະເທດໄດ້ນຳໃຊ້ວິທີດັ່ງກ່າວ, ເຂົາເຈົ້າໃຫ້ງົວ, ໄກ່ຟັງສຽງດົນຕີ. ທົດລອງໄກ່ລ້ຽງໃນຄອກ ຖ້າກຳມະກອນເຂົ້າໄປນັ້ນຈະສ້າງຄວາມປັ່ນປ່ວນ, ແຕກຕື່ນ. ເມື່ອຂ້າພະເຈົ້າເປີດສຽງດົນຕີເຫັນວ່າພວກມັນມິດງຽບ. ໄກ່ຟັງສຽງດົນຕີເປັນປະຈຳຈະໃຈດີກວ່າ”.

        ອ້າຍ ຟານຈູງກຽນ ໃຫ້ຮູ້ວ່າ ເພື່ອໃຫ້ມີໄຂ່ໄກ່ພັນທີ່ວາງຂາຍຢູ່ຮ້ານຊັບພະສິນຄ້າມີລາຄາແພງກວ່າທົບ 3 ເທົ່ານັ້ນ, ນອກຈາກເລື່ອງໃຫ້ໄກ່ຟັງສຽງດົນຕີແລ້ວ, ຢູ່ນີ້ຍັງໄດ້ຮັກສາຫຼັກການບໍ່ນຳໃຊ້ຢາຕ້ານເຊື້ອ, ບໍ່ໃຊ້ຫົວອາຫານອຸດສາຫະກຳຢູ່ເຂດຟາມຂອງຕົນ. ບັນດາຢາສະໝູນໄພໄດ້ປົນໃສ່ອາຫານເພື່ອເພີ່ມພູມຕ້ານທານ, ປ້ອງກັນພະຍາດໃຫ້ໄກ່.

        “ແນວຄວາມຄິດລ້ຽງໄກ່ດ້ວຍຢາພື້ນເມືອງແມ່ນເກີດມາຈາກເວລາທີ່ຂ້າພະເຈົ້າຍັງເຮັດວຽກຢູ່ຫົວໜ່ວຍສະໜອງສະເພາະຈຸລະປະລິມານໃຫ້ແກ່ບັນດາໂຮງງານຜະລິດຫົວອາຫານລ້ຽງສັດ. ເມື່ອນັ້ນ, ພວກຂ້າພະເຈົ້າໄດ້ພານັກຊ່ຽວຊານຕ່າງປະເທດມາໂຮງງານ ບັນດານັກຊ່ຽວຊານໄດ້ໃຫ້ຄຳປຶກສາວ່າ ເພື່ອໄກ່ອອກໄຂ່ເປັນຢ່າງດີ ໂຕໄກ່ນັ້ນຕ້ອງມີຕັບທີ່ແຂງແຮງ. ໝາຍຄວາມວ່າ ໄກ່ອອກໄຂ່ໂດຍອີງຕາມອາການດີຂອງຕັບ, ຕັບແຂງແຮງດີຈະໃຫ້ໄກ່ອອກໄຂ່ດີ ແລະ ໄຂ່ຈະມີຄຸນນະພາບສູງ”.

        ປະຈຸບັນ, ຟາມຂອງອ້າຍ ຟານຈູງກຽນ ມີໄກ່ໃຫ້ໄຂ່ປະມານ 13.000 ໂຕ, ມີໄຂ່ໄກ່ປະມານ 8.000 ໜ່ວຍ/ວັນ. ໃນຈຳນວນນີ້, ໄຂ່ 6.000 ໜ່ວຍໄດ້ຂາຍຍ່ອຍສູ່ຕະຫຼາດດ້ວຍລາຄາ 8.400 ດົ່ງ/ໜ່ວຍ. ຕີລາຄາກ່ຽວກັບຮູບແບບລ້ຽງໄກ່ໃຫ້ໄຂ່ດ້ວຍຢາສະໝູນໄພຂອງອ້າຍ ຟ້າມຈູງກຽນ ນັ້ນ, ທ່ານ ຫງວຽນດຶກຮອກ, ຮອງຫົວໜ້າຫ້ອງການເສດຖະກິດ ເມືອງ ເຈືອງມີ້, ນະຄອນ ຮ່າໂນ້ຍ, ຖືວ່າ:

        “ອ້າຍ ຟ້າມຈູງກຽນ ໄດ້ກ້າລ້ຽງໄກ່ຕາມຮູບແບບ Vietgap ຮັບປະກັນສຸຂະພາບໃຫ້ແກ່ມະນຸດ. ໃນໄລຍະເກີດໂລກລະບາດໂຄວິດ ບັນດາຟາມອື່ນປະສົບກັບຄວາມຫຍຸ້ງຍາກກ່ຽວກັບການຈຳໜ່າຍຜະລິດຕະພັນ. ແຕ່ສະເພາະຟາມນີ້ມີສັນຍາຈຳໜ່າຍນັບແຕ່ກ່ອນແລ້ວ, ມີຄຳໝັ້ນສັນຍາຢ່າງຈະແຈ້ງ ສະນັ້ນການຈຳໜ່າຍແມ່ນດີທີ່ສຸດ”.

        ມາຮອດປະຈຸບັນ, ໄກ່ທີ່ໄດ້ຮັບຟັງສຽງດົນຕີ, ກິນ “ຢາສະໝູນໄພ” ໄດ້ໃຫ້ “ໄຂ່ຄຳ”. ເຖິງວ່າລາຄາຂາຍໄຂ່ກວ່າ 8.000 ດົ່ງ/ໜ່ວຍ ກໍ່ຕາມ ແຕ່ໄຂ່ໄກ່ກິນຢາສະໝູນໄພຢູ່ຟາມຂອງອ້າຍ ຟ້າມຈູງກຽນ ຍັງໄດ້ຈຳໜ່າຍເປັນຢ່າງດີ. ນັ້ນແມ່ນສັນຍານທີ່ດີ, ເມື່ອຜູ້ບໍລິໂພກໄດ້ຕັ້ງຄວາມໄວ້ເນື້ອເຊື່ອໃຈຕໍ່ຜະລິດຕະພັນກະເສດປອດສານພິດ, ມຸ່ງໄປເຖິງສຸຂະພາບຂອງຜູ້ບໍລິໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ