Ukiyo - ໂຄງການດົນຕີ anime ທຳອິດຢູ່ຫວຽດນາມ

(VOVWORLD) - Concert ທຳອິດຂອງໂຄງການ Ukiyo ແມ່ນນຳ 18 ບົດເພງທີ່ເປີດໃນຮູບເງົາກະຕູນ “Your lie in April”, ໃນນັ້ນມີບັນດາດົນຕີຄຼາດຊິກ ດ້ວຍວິທີປະສານສົມທົບກັນໃໝ່ລະຫວ່າງບັນດາເຄື່ອງດົນຕີ.
Ukiyo - ໂຄງການດົນຕີ anime ທຳອິດຢູ່ຫວຽດນາມ - ảnh 1(ພາບ: VOV)

ເປັນຄັ້ງທຳອິດທີ່ Concert “Ukiyo - ໂລກທີ່ປະກາຍແຈ້ງ” ໄດ້ແນະນຳບັນດາຜົນງານດົນຕີໃນຮູບເງົາກະຕູນທີ່ມີຊື່ສຽງ anime ຂອງຍີ່ປຸ່ນ “Your lie in April” (ຄຳເວົ້າຂີ້ຕົວະເດືອນເມສາ) ມາສູ່ຜູ້ຊົມຊາວຫວຽດນາມ. ໂດຍໂຮງລະຄອນສະແດງສິລະປະ 8 the Theatre ປະຕິບັດ, ໂຄງການດົນຕີ “Ukiyo” ໄດ້ເຕົ້າໂຮມດົນຕີຫຼາຍທຳນອງ, ພິເສດແມ່ນແມ່ນບັນດາບົດດົນຕີຄຼາດຊິກ.

ໂຄງການດົນຕີ Ukiyo ໄດ້ແນະນຳຕໍ່ຜູ້ຊົມໃນວັນທີ 21 ເມສາ ຢູ່ໂຮງລະຄອນ ຕວຍແຈ໊ (ໄວໜຸ່ມ), ຮ່າໂນ້ຍ, ໄດ້ນຳມາເຊິ່ງການເຊື່ອມຕົວທີ່ຟົດຟື້ນໃຫ້ແກ່ປະຊາຄົມມັກຮັກຮູບເງົາກະຕູນ “Your lie in April”, ຮູບເງົາກະຕູນນີ້ໄດ້ເລົ່າກ່ຽວກັບອາລົມຈິດຂອງນັກຮຽນແລະຄວາມເມົາມົວຢ່າງສຸດໃຈຕໍ່ດົນຕີຄຼາດຊິກຂອງພວກເພື່ອນໜຸ່ມ. Concert ທຳອິດຂອງໂຄງການ Ukiyo ແມ່ນນຳ 18 ບົດເພງທີ່ເປີດໃນຮູບເງົາກະຕູນ “Your lie in April”, ໃນນັ້ນມີບັນດາດົນຕີຄຼາດຊິກ ດ້ວຍວິທີປະສານສົມທົບກັນໃໝ່ລະຫວ່າງບັນດາເຄື່ອງດົນຕີ. ອ້າຍຫາຍຟອງ, ຫົວໜ້າວົງດົນຕີໂຄງການ Ukiyo, ໃຫ້ຮູ້ວ່າ:

ຂ້າ ພະ ເຈົ້າ ໄດ້ ແຕ່ງ ຄືນບັນ ດາ ຜົນງານດົນ ຕີ ໃນກະ ຕູນໃຫ້ ສຳລັບວົງ ດົນ ຕີ, ຍ້ອນ ບັນ ດາ ເຄື່ອງດົນ ຕີຂອງວົງ ດົນ ຕີ  ບໍ່ ສາ ມາດ ຕອບ ສະ ໜອງການ ປະ ສານ ສຽງ ດົນ ຕີ ໄດ້ໝົດ. ຄວາມ ປະ ທັບ ໃຈ ທີ່ ສຸດ ໃນ  າຍ ການນີ້ ແມ່ນບົດ ເພງ 5 ບົດ, ໜ້າ  ື່ ຈຳ ທີ່ ສຸດ ແມ່ນ ບົ ດເພງ Nanaimo Syphony ທີ່ມີ ຈັງ ຫວະມ່ວນຊື່ນ ແລະຕັ້ງ ໜ້າ ທີ່ ສຸດ. ບັນ ດາ ບົດ ເພງນັ້ນ ໄດ້ ສະ ແດງ ໃຫ້ ເຫັນ ຈັງຫວະດົນ ຕີແລະທັງ ເນື້ອ ໃນ ຂອງຮູບເງົາ ກະ ຕູນຢ່າງຈະແຈ້ງ”.

ໂຄງການ Ukiyo ປາດຖະໜາຢາກຕອບສະໜອງຄວາມມັກຮັກຂອງບັນດາ “wibu” - ຜູ້ເປັນແຟນຂອງຮູບເງົາກະຕູນ anime ແລະມັກຮັກໃນການແຕ່ງຕົວເປັນບັນດາຕົວລະຄອນໃນກະຕູນ.  ເອື້ອຍຫງວຽນກວີ່ງຈີ, ຜູ້ກຳກັບຕອນ 1 ໃນ “ໂລກທີ່ປະກາຍແຈ້ງ” ໃນໂຄງການດົນຕີ Ukiyo, ຖືວ່າ:

wibuແມ່ນ ບັນ ດາ ຜູ້ ມີ ຄວາມ ມັກ ຮັກ ສຳ ລັບຮູບເງົາກະ ຕູນ anime ແລະກ່ຽວ ກັບ ວັດ ທະ ນະ ທຳ ຂອງຍີ່ ປຸ່ນທີ່ ສຸດ. ຜ່ານ ການ ປະ ສານ ສົມ ທົບ ບັນ ດາ ຮູບ ພາບ ພົ້ນ ເດັ່ນ ທີ່ ສຸດ ໃນຮູບເງົາກະ ຕູນ ເຂົ້າ ກັນ, ສ້າງ ເປັນ ເລື່ອງ ລາວ, ປຸກ ລຸກ ຄວາມຮູ້ສຶກໃນຄັ້ງທຳອິດທີ່ເຂົາ ເຈົ້າ ໄດ້ ຮັບ ຊົມ ຮູບເງົາ anime”.

ດ້ວຍການເຂົ້າຮ່ວມຂອງນັກສິລະປິນທີ່ເປັນມືອາຊີບ ສະແດງບັນດາບົດດົນຕີຄຼາດຊິກແລະທັນສະໄໝຂອງຍີ່ປຸ່ນ, Ukiyo ໄດ້ນຳສິລະປະແບບປະຍຸກຫຍັບເຂົ້າໃກ້ກັບຜູ້ຊົມຫຼາຍກວ່າ, ພິເສດແມ່ນລຸ້ນໜຸ່ມ. ນັກສິລະປິນ Violon ໝີເຮືອງ, ແບ່ງປັນວ່າ:

ເປັນ ຄັ້ງ ທຳ ອິດທີ່ຂ້າ ພະ ເຈົ້າ ໄດ້ ເສບ ດົນ ຕີ ໃນຮູບເງົາກະ ຕູນ anime. ນີ້ ແມ່ນຮູບເງົາກະ ຕູນ ມີ ຄວາມ ໝາຍ ທີ່ ສຸດ ສຳ ລັບ ເພື່ອນ ໜຸ່ມເມື່ອ ນຳ ເອົາ ດົນ ຕີ ຄຼ າດ ຊິກ ເຂົ້າ ໃນຮູບເງົາກະ ຕູນ anime, ຊ່ວຍ ໃຫ້ ດົນ ຕີ ຄຼາດ ຊິກ ຫຍັບເຂົ້າ ໃກ້ ກັບ ເພື່ອນ ໄວ ໜຸ່ມຫຼາຍກວ່າ ເກົ່າ. ນອກນັ້ນ, ຍັງ ມີ ບົດ ດົນ ຕີ Ballad ຂອງ ນັກ ດົນ ຕີ Chopin, ບັນ ດາ ບົ  ດົນ ຕີ piano ມາດ   ຖານ ໃນ ດົນ ຕີ ຄຼາດ ຊິກ ຕື່ມ ອີກ. ພວກ ເພື່ອນບໍ່ ພຽງ ແຕ່ ຈະ ຮູ້ ສຶກ ໄດ້ ເຖິງຮູບ ພາບ ທີ່ສວຍ ງາມ ເທົ່າ ນັ້ນ, ຫາກ ຍັງ ແມ່ນບັນ ດາ ບົດ ດົນ ຕີ ອີກ ດ້ວຍ.

ພາຍຫຼັງທີ່ຄະນະຈັດຕັ້ງປະກາດ, ແນະນຳໂຄງການດົນຕີ Ukiyo ຢູ່ຮ່າໂນ້ຍ, ຈຳນວນປີ້ ໄດ້ຂາຍໝົດໃນ 2 – 3 ຊົ່ວໂມງ, ສະແດງໃຫ້ເຫັນກຳລັງດຶງດູດຂອງໂຄງການດັ່ງກ່າວ. ຜູ້ຊົມທີ່ມາຊື້ປິ້ແບ່ງປັນວ່າ:

ນ້ອງ ຈະ ແຕ່ງ ຕົວ ເປັນ ນັກ ຮຽນ, ຕົວ ລະ ຄອນ Kaori, ແມ່ນຕົວ ລະ ຄອນ ຫຼັກ ຂອງ Your lie in Aprilແລະກໍ່ ແມ່ນ ຕົວ ລະ ຄອນ ທີ່ ມີ ຄວາມ ລັບ ຫຼາຍ ທີ່ ສຸດ. ມັນ ຄື ນ້ອງ ໄດ້ ຄິດແທ້ໆຍ້ອນ ບັນ ດາ ບົດ ເພງ ໃນຮູບເງົາ ກະ ຕູ  anime ທີ່ສຸດຍອດ”.

ໂຄງການດົນຕີ “Ukiyo” ໄດ້ສ້າງຂຶ້ນດ້ວຍຄວາມປາດຖະໜາຢາກນຳເອົາສິລະປະຫຍັບເຂົ້າໃກ້ກັບຜູ້ຊົມມະຫາຊົນ, ພິເສດແມ່ນລຸ້ນໜຸ່ມ, ຈາກນັ້ນ ກໍ່ໄດ້ສ້າງເປັນຄວາມລຶ້ງເຄີຍທີ່ຮັບຊົມສິລະປະທີ່ມີຄຸນນະພາບແລະຍົກລະດັບການຮັບຊົມສິລະປະໃນຊຸມຊົນຢູ່ຫວຽດນາມ. ພາຍຫຼັງທີ່ການສະແດງບັນລຸຜົນສຳເລັດຢູ່ຮ່າໂນ້ຍ, ໂຄງການນີ້ ຈະສືບຕໍ່ທຳການສະແດງຢູ່ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ