UNESCO ຮັບຮອງເອົາ 3 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ມີຂອບເຂດໃຫຍ່ສຸດຢູ່ 3 ພາກເໜືອ-ກາງ-ໃຕ້ ຂອງ ຫວຽດນາມ

(VOVWORLD) - ເລື່ອງມີຫລາຍມໍລະດົກຂອງ ຫວຽດນາມ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ຂອງອົງການ UNESCO ນັ້ນ ເປັນການຢັ້ງຢືນສີສັນວັດທະນະທຳທີ່ອຸດົມສົມບູນຂອງປະເທດ ຫວຽດນາມ, ຄວາມສະໜິດຕິດພັນໃນວົງຄະນະຍາດ, ຍົກສູງການເຄົາລົບວັດທະນະທຳຫຼາກຫລາຍສີສັນ, ສົ່ງເສີມການສົນທະນາລະຫວ່າງສ່ວນບຸກຄົນດ້ວຍກັນ, ບັນດາວົງຄະນະຍາດ ແລະ ບັນດາຊົນຊາດຊົນເຜົ່າທີ່ແຕກຕ່າງກັນ.

ພາຍຫລັງທີ່ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ໄດ້ຮັບຮອງດົນຕີພະລາຊະວັງເຫ້ວ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທຳອິດເປັນເວລາ 12 ປີ (2008), ມາຮອດປະຈຸບັນ, ຫວຽດນາມ ລວມມີ 13 ມໍລະດົກໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງໂລກ. ສິ່ງພິເສດ ນັ້ນແມ່ນຢູ່ທັງ 3 ພາກເໜືອ-ກາງ-ໃຕ້ ຂອງ ຫວຽດນາມ ລ້ວນແຕ່ມີມໍລະດົກ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກ ດ້ວຍຂອບເຂດມໍລະດົກທີ່ແຕກຕ່າງກັນ.

 UNESCO ຮັບຮອງເອົາ 3 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ມີຂອບເຂດໃຫຍ່ສຸດຢູ່ 3 ພາກເໜືອ-ກາງ-ໃຕ້ ຂອງ ຫວຽດນາມ - ảnh 1 ສີລະປະຂັບແທນຂອງຊົນເຜົ່າໄຕ, ນຸ່ງ, ຜູ້ໄທ

ມໍລະດົກໃໝ່ສຸດຂອງ ຫວຽດນາມ ໂດຍອົງການ UNESCO ຈົດຊື່ເຂົ້າໃນ “ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງໂລກ” ແລະ ກໍ່ແມ່ນໜຶ່ງໃນສອງມໍລະດົກທີ່ມີຂອບເຂດໃຫຍ່ສຸດຢູ່ພາກເໝືອ (ພ້ອມກັບມໍລະດົກຂັບກາຈູ) ແມ່ນສີລະປະຂັບແທນຂອງຊົນເຜົ່າໄຕ, ນຸ່ງ, ຜູ້ໄທ. ມໍລະດົກທີ່ໄດ້ເຂົ້າໃນບັນຊີລາຍຊື່ໃນປີ 2019 ດ້ວຍຂອບເຂດມໍລະດົກລວມມີ 11 ແຂວງພາກເໜືອແມ່ນແຂວງ ລ້າງເຊີນ, ຮ່າຢາງ, ກາວບັງ, ຕວຽນກວາງ, ບັກກ້ານ, ໄທງວຽນ, ບັກຢາງ, ກວາງນິງ, ລາວກາຍ, ດ້ຽນບຽນ ແລະ ລາຍເຈົາ. ສຳເນົາເອກະສານວິທະຍາສາດກ່ຽວກັບພິທີກຳໃນສີລະປະຂັບແທນຂອງຊົນເຜົ່າໄຕ, ຜູ້ໄທ, ນຸ່ງ ໄດ້ພັນລະນາວ່າ: ນີ້ແມ່ນການປະຕິບັດພິທີກຳ ທີ່ບໍ່ອາດຂາດໄດ້ໃນຊີວິດທາງດ້ານຈິດວິນຍານຂອງຊົນເຜົ່າໄຕ, ນຸ່ງ, ຜູ້ໄທຢູ່ ຫວຽດນາມ. ພິທີກຳໃນສີລະປະຂັບແທນ ໄດ້ສະແດງໃຫ້ເຫັນສີສັນວັດທະນະທຳຂອງບັນດາຊົນເຜົ່າດັ່ງກ່າວ, ນັບແຕ່ຮີດຄອງປະເພນີຕະຫລອດຮອດເຄື່ອງດົນຕີ, ວາດຟ້ອນ ແລະ ດົນຕີ. ອ້າຍ ຫລ໊າວ໊ຽດແມ້ງ ເປັນຜູ້ຂັບແທນທີ່ມີຊື່ສຽງຢູ່ແຂວງ ລ້າງເຊີນ ແບ່ງປັນວ່າ:

ຂ້າພະເຈົ້າຂັບແທນແບບດັ້ງເດີມຄືແນວນີ້ ແມ່ນເພື່ອຕໍ່ຊາຕາຊີວິດໃຫ້ຜູ້ເຖົ້າຜູ້ແກ່ມີອາຍຸສູງມີອາຍຸໝັ້ນຂວັນຍືນ. ຂ້າພະເຈົ້າຮຽນຂັບແທນແບບດັ້ງເດີມຈາກລຸ້ນພໍ່ລຸ້ນອ້າຍ. ຂັບແທນແບບດັ້ງເດີມ ບໍ່ອາດຂາດໄດ້ໃນການດຳລົງຊີວິດຂອງຊົນເຜົ່າໄຕ, ນຸ່ງແຂວງ ລ້າງເຊີນ. ມັນຊຶມເລິກເຂົ້າເສັ້ນເລືອດຂອງຊາວ ລ້າງເຊີນ ແລ້ວ.

 UNESCO ຮັບຮອງເອົາ 3 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ມີຂອບເຂດໃຫຍ່ສຸດຢູ່ 3 ພາກເໜືອ-ກາງ-ໃຕ້ ຂອງ ຫວຽດນາມ - ảnh 2ພິທີຮັບໃບຮັບຢັ້ງຢືນຈົດຊື່ສີລະປະຂັບບ່າຍຈອຍ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ   (ພາບ: baovanhoa.vn

ໂດຍໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງໂລກກ່ອນນີ້ 2 ປີ, ສີລະປະຂັບບ່າຍຈອຍ ທາງພາກກາງ ກໍ່ແມ່ນມໍລະດົກທີ່ມີຂອບເຂດໃຫຍ່ສຸດຢູ່ພາກກາງ ຫວຽດນາມ, ຂອບເຂດມໍລະດົກລວມມີ 9 ແຂວງ/ນະຄອນ ແມ່ນ: ກ໋ວາງບີງ, ກ໋ວາງຈີ້, ເທື່ອທຽນເຫ້ວ, ດ່າໜັງ, ກ໋ວາງນາມ, ກ໋ວາງຫງາຍ, ບີງດິງ, ຝູອຽນ ແລະ ແຄ໊ງຮ່ວາ. ຕາມສຳເນົາເອກະສານວິທະຍາສາດແລ້ວ, ສີລະປະຂັບບ່າຍຈອຍ ໄດ້ກຳເນີດມາຈາກພື້ນເມືອງ, ສຽງເວົ້າສຳນຽງພື້ນເມືອງ, ເປັນຕົ້ນແມ່ນຮັບໃຊ້ສາມັກນຊົນ ແລະ ໄດ້ຮັບການສືບທອດຈາກປະຊາຊົນ, ພັດທະນາໃຫ້ກາຍເປັນຮູບແບບເວທີສະແດງຂັບພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງພາກກາງ. ໃນສີລະປະຂັບບ່າຍຈອຍ, ຂັບກະວີ, ດົນຕີ, ພາສາ, ຮີດຄອງປະເພນີ, ວິຖີຊີວິດໄດ້ຖ່າຍທອດຕາມວິທີສັດຊື່ຈິງໃຈ, ທຳມະຊາດ, ສ້າງກຳລັງດູດດື່ມຕໍ່ມວນຊົນ. ກ່າວຄຳເຫັນທີ່ພິທີຮັບໃບຮັບຢັ້ງຢືນຈົດຊື່ສີລະປະຂັບບ່າຍຈອຍ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ (ເດືອນພຶດສະພາ 2018) ຢູ່ນະຄອນ ກຸຍເຍິນ, ແຂວງ ບີງດິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ:

ຂັບບ່າຍຈອຍແມ່ນເພື່ອແບ່ງປັນຄວາມຮູ້ສຶກ, ຄວາມໃນໃຈ, ພູມປັນຍາ ແລະ ບົດຮຽນໃນການດຳລົງຊີວິດ. ຟັງຂັບບ່າຍຈອຍ ແມ່ນເພື່ອບຳເພັນ, ຝຶກຝົນກ່ຽວກັບຄວາມເມດຕາກະລຸນາ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດໃຫ້ເລິກເຊິ່ງກ່ວາ. ຟັງຂັບບ່າຍຈອຍ ແມ່ນເພື່ອຕຳໜິຕິຕຽນຄວາມຊິນເຄີຍທີ່ບໍ່ດີ, ມີຄວາມສຸກສຳລານ, ສູ້ຊົນສ້າງການດຳລົງຊີວິດທີ່ດີງາມກ່ວາ. ຮູບແບບສີລະປະທີ່ ທັງມີລັກສະນະບັນເທີງປະດິດຄິດສ້າງສູງ, ພັດມີຄວາມຜູກພັນກັບຊາວຜູ້ອອກແຮງງານຄືຂັບບ່າຍຈອຍນີ້ ແມ່ນມີໜ້ອຍ.

 UNESCO ຮັບຮອງເອົາ 3 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ມີຂອບເຂດໃຫຍ່ສຸດຢູ່ 3 ພາກເໜືອ-ກາງ-ໃຕ້ ຂອງ ຫວຽດນາມ - ảnh 3 ຂັບເດີນກາຕ່າຍຕື ພາກໃຕ້ 

ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ໂດຍອົງການ UNESCO ຮັບຮອງເອົາໃນປີ 2013, ຂັບເດີນກາຕ່າຍຕື ພາກໃຕ້ ມີຂອບເຂດມໍລະດົກກວມເອົາເກືອບທົ່ວພາກໃຕ້ດ້ວຍ 21 ແຂວງ/ນະຄອນຄື: ອານຢາງ, ບ່າເຣ້ຍ - ຫວູງເຕົາ, ບາກລຽວ, ເບີນແຈ, ບີງເຢືອງ, ບີງເຟືອກ, ບີງທ້ວນ, ກາເມົາ, ເກິນເທິ, ດົງນາຍ, ດົງທ໊າບ, ເຮົ້າຢາງ, ນະຄອນໂຮ່ຈີມິນ, ກຽນຢາງ, ລອງອານ, ນິງທ້ວນ, ຊ໊ອກຈັງ, ໄຕນິງ, ຕ່ຽນຢາງ, ຈ່າວິງ ແລະ ຫວີງລອງ. ນີ້ແມ່ນຮູບແບບສີລະປະພື້ນເມືອງທີ່ເປັນເອກະລັກສະເພາະ ໄດ້ປະດິດແຕ່ງໂດຍອີງໃສ່ດົນຕີດຳເນີນພິທີ, ດົນຕີພະລາຊະວັງ ແລະ ບັນດາທຳນອງເພງທີ່ອ່ອນຫວານຢ່າງລຶກຊື້ງຂອງເພງພື້ນເມືອງພາກກາງ, ເພງພື້ນເມືອງພາກໃຕ້. ຂັບເດີນກາຕ່າຍຕືພາກໃຕ້ ນັບມື້ນັບສະແດງໃຫ້ເຫັນພະລັງຊີວິດ ແລະ ກຳລັງດຶງດູດຢ່າງແຮງກ້າຕໍ່ມວນຊົນເປັນຕົ້ນແມ່ນໄວໜຸ່ມ. ນັກສີລະປະກອນໜຸ່ມ ດັ້ງຮົ່ງຈຸ໊ກ, ຄວ້າໄດ້ລາງວັນ A ໃນງານມະໂຫລານຂັບ “ເດີນກາຕ່າຍຕື - ເພງພື້ນເມືອງພາກໃຕ້” ປີ 2019 ແບ່ງປັນວ່າ:

ເດີນກາຕ່າຍຕື ມັນປຽບເໝືອນສ່ວນໜຶ່ງໃນຊີວິດຂອງຂ້າພະເຈົ້າ. ເຖິງວ່າມີຫລາຍຄົນເວົ້າວ່າ ຂ້າພະເຈົ້າຂັບເດີນກາຕ່າຍຕື ບໍ່ເຂົ້າເນື້ອເຂົ້າຕອນ, ບໍ່ອ່ອນຫວານ ແຕ່ຂ້າພະເຈົ້າກໍ່ຍັງຮູ້ສຶກໄດ້ວ່າ ມັນມີກຳລັງແຮງທາງດ້ານຈິດໃຈຢ່າງໃຫຍ່ຫລວງຕໍ່ຂ້າພະເຈົ້າ.

ນອກຈາກ 3 ມໍລະດົກດັ່ງກ່າວແລ້ວ, ຫວຽດນາມ ຍັງມີ 10 ມໍລະດົກອື່ນອີກ ໂດຍອົງການ UNESCO ໄດ້ຮັບຮອງນັ້ນແມ່ນ: ດົນຕີພະລາຊະວັງເຫ້ວ (ປີ 2008); ວັດທະນະທຳຄ້ອງໄຕງວຽນ (ປີ 2008); ຂັບກວານເຫາະ ບັກນິງ (ປີ 2009); ຂັບກາຈູ (ປີ 2009); ງານບູນຢ໊ອງຢູ່ວິຫານ ຝູດົງ ແລະ ວິຫານຊ໊ອກ (ປີ 2010); ຂັບຊວານ ຝູເທາະ(ປີ 2011); ການເຫລືຶຶ້ອມໃສບູຊາເຈົ້າຊີວິດຮຸ່ງຢູ່ ຝູເທາະ (ປີ 2012); ຂັບຫວີ, ຢັ້ມ ເງະຕີງ (ປີ 2014); ພິທີກຳ ແລະ ການລະຫຼິ້ນດຶງເຊືອກ (ປີ 2015, ແມ່ນມໍລະດົກນາໆຊາດລວມມີ ຫວຽດນາມ, ສ.ເກົາຫຼີ, ຟີລິບປີນ, ກຳປູເຈຍ); ການເຫລື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ (ປີ 2016). ເລື່ອງມີຫລາຍມໍລະດົກຂອງ ຫວຽດນາມ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ຂອງອົງການ UNESCO ນັ້ນ ເປັນການຢັ້ງຢືນສີສັນວັດທະນະທຳທີ່ອຸດົມສົມບູນຂອງປະເທດ ຫວຽດນາມ, ຄວາມສະໜິດຕິດພັນໃນວົງຄະນະຍາດ, ຍົກສູງການເຄົາລົບວັດທະນະທຳຫຼາກຫລາຍສີສັນ, ສົ່ງເສີມການສົນທະນາລະຫວ່າງສ່ວນບຸກຄົນດ້ວຍກັນ, ບັນດາວົງຄະນະຍາດ ແລະ ບັນດາຊົນຊາດຊົນເຜົ່າທີ່ແຕກຕ່າງກັນ ເພື່ອຄວາມໂອບອ້ອມອາລີ, ຄວາມຮັກແພງ ແລະ ຄວາມເມດຕາປານີ ຖືກຕ້ອງຕາມຄະຕິທຳ ແລະ ຈຸດປະສົງຂອງສົນທິສັນຍາ 2003 ວ່າດ້ວຍການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ UNESCO./.

ຕອບກັບ

ຂ່າວ/ບົດ​ອື່ນ