ກິດຈະກຳທີ່ມີຄວາມໝາຍເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (7/9/1945 – 7/9/2015), ສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້ຫຼໍໍ່​ຮູບ​ປະ​ທານ​ໂຮ່​ຈິ​ມິນ ເພື່ອ​ຕັ້ງ​ໃນ​ຫ້ອງ​ມູນ​ເຊື້ອ. ຮູບຫຼໍ​ໍ່ເຄິ່ງ​ຄີງ​ປະ​ທານ​ໂຮ່​ຈິ​ມິນ ຖືກຫຼໍ່​ດ້ວຍ​ທອງ​ແດງ​ ຈາກ​ແຜ່ນ​ແຜ່​ຄວາມ​ຮ້ອນ​ຂອງ​ລະ​ບົບ​ດອກ​ໄຟ​ເອ​ເລັກ​ໂຕ​ນິກທີ່​ມີ​ຄວາມ​ແຮງ​ສູງ ຊຶ່ງ​ໄດ້​ໝົດ​ກຳ​ນົດ​ນຳ​ໃຊ້​ຢູ່​ຕາມ​ສະ​ຖາ​ນີ​ເຄື່ອງ​ສົ່ງ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.

 

ກິດຈະກຳທີ່ມີຄວາມໝາຍເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ - ảnh 1
ຮູບຫຼໍ​ໍ່ເຄິ່ງ​ຄີງ​ປະ​ທານ​ໂຮ່​ຈິ​ມິນ

    ສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມແມ່ນ​ຫົວ​ໜ່ວຍ​ຄຸ້ມ​ຄອງ ແລະ ຂຸດ​ຄົ້ນ​ສະ​ຖາ​ນີ​ເຄື່ອງ​ສົ່ງ 12 ແຫ່ງ​ດ້ວຍ​ຄວາມ​ແຮງ​ສູງ​ໃນ​ທົ່ວ​ປະ​ເທດ ສຳ​ລັບ​ການ​ກະ​ຈາຍຄື້ນ​ຢູ່​ພາຍ​ໃນ ແລະ ອອກ​ສູ່​ຕ່າງ​ປະ​ເທດ. ໃນ ສະ​ຖາ​ນີ​ເຄື່ອງ​ສົ່ງເຫຼົ່າ​ນັ້ນ, ກໍ​ມີ​ເຄື່ອງ​ສົ່ງ​ຄື້ນ​ສັ້ນ, ຄື້ນ​ກາງ ຊຶ່ງ​ມີ​ການ​ນຳ​ໃຊ້​ລະ​ບົບ​ດອກ​ໄຟ​ເອ​ເລັກ​ໂຕ​ນິກທີ່​ມີ​ຄວາມ​ແຮງ​ສູງ. ​ລະ​ບົບ​ດອກ​ໄຟ​ເອ​ເລັກ​ໂຕ​ນິກທີ່​ມີ​ຄວາມ​ແຮງ​ສູງ ແມ່ນມ​ູນ​ຄ່າສູງ​ເມື່ອ​ສັ່ງ​ຊື້​ໃໝ່. ດອກ​ໄຟ​ແຕ່​ລະ​ດອກມີມູນ​ຄ່ານັບ​ຕື້​ດົງ. ແຕ່​ເມື່ອ​ໝົດ​ກຳ​ນົດ​ນຳ​ໃຊ້, ໃນ​ດອກ​ໄຟ​ເຫຼົ່າ​ນັ້ນ ມີແຜ່ນ​ແຜ່​ຄວາມ​ຮ້ອນ​ເຮັດ​ດ້ວຍ​ທອງ​ແດງ. ທ່ານ​ວູ້​ຫາຍກວາງ ຜູ້​ອຳ​ນວຍ​ການ ສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໃຫ້​ຮູ້​ວ່າ : 

    “  ເມື່ອ​ໝົດ​ກຳ​ນົດ​ນຳ​ໃຊ້, ພວກ​ຂ້າ​ພະ​ເຈົ້າໄດ້​ເກັບ​ເອົາ​ທອງ​ແດງ​ເພື່ອຫຼໍ່​ບ​ັນ​ດາ​ຜະ​ລິດ​ຕະ​ພັນ​ທີີ່​ມີ​ຄວາມ​ໝາຍ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (7/9/1945 – 7/9/2015), ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ບໍ່​ມີ​ຜະ​ລິດ​ຕະ​ພັນ​ຢ່າງ​ໃດ​ທີ່​ສັກ​ກະຫຼະ​ບູ​ຊາ​ເໜືອກວ່າ ຮູບຫຼໍ​ໍ່​ປະ​ທານ​ໂຮ່​ຈິ​ມິນ. ດັ່ງ​ນັ້ນ, ຄະ​ນະ​ການ​ນຳ ແລະ ພະ​ນັກ​ງານ, ກຳ​ມະ​ກອນ ສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ດຳ​ເນີນຫຼໍ່​ຮູບ​ປະ​ທານ​ໂຮ່​ຈິ​ມິນ ”

    ຮູບຫຼໍ​ໍ່ເຄິ່ງ​ຄີງ​ປະ​ທານ​ໂຮ່​ຈິ​ມິນສູງ 85 ຊັງ​ຕີ​ແມັດ, ມີ​ນ້ຳ​ໜັກ 115 ກິ​ໂລຣາມ ຊຶ່ງຖືກຫຼໍ່​ດ້ວຍ​ທອງ​ແດງ​ ຈາກ​ແຜ່ນ​ແຜ່​ຄວາມ​ຮ້ອນ​ຂອງ​ລະ​ບົບ​ດອກ​ໄຟ​ເອ​ເລັກ​ໂຕ​ນິກທີ່​ມີ​ຄວາມ​ແຮງ​ສູງ ຊຶ່ງ​ໄດ້​ໝົດ​ກຳ​ນົດ​ນຳ​ໃຊ້​ຢູ່​​ສະ​ຖາ​ນີ​ເຄື່ອງ​ສົ່ງຕ່າງໆ ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມເຊັ່ນ : ສະ​ຖາ​ນີ​ເຄື່ອງ​ສົ່ງ VN1, CK2, VN3, ດົງ​ເຮີ້ຍ, ດົງ​ເດ້​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ທ່ານ​ວູ້​ຫາຍກວາງ ຜູ້​ອຳ​ນວຍ​ການ ສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໃຫ້​ຮູ້​ວ່າຕື່ມ​ອີກວ່າ :

   “ ໃນ​ຈຳ​ນວນດອກ​ໄຟ​ເອ​ເລັກ​ໂຕ​ນິກທີ່​ມີ​ຄວາມ​ແຮງ​ສູງທີ່​ໄດ້ໝົດ​ກຳ​ນົດ​ນຳ​ໃຊ້ນັ້ນ, ມີ​ທັງ​ດອກ​ໄຟ​ໃນ​ເຄື່ອງ​ສົ່ງ​ທີ່​ໄດ້​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ຄື ເຄື່ອງ​ສົ່ງໃນ ສະ​ຖາ​ນີ​ເຄື່ອງ​ສົ່ງ ກວານ​ແຈ ຂຶ້ນ​ກັບສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ ສັງ​ກັດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ໃນ​ຈຸດ​ເວ​ລາ​ແຫ່ງ​ປະ​ຫວັດ​ສາດ 11ໂມງ 30 ນາ​ທີ​ຂອງວັນ​ທີ 30/4/1975, ​ເຄື່ອງ​ສົ່ງນີ້​ໄດ້​ໃຫ້​ອອກ​ອາ​ກາດ​ຄຳ​ຖະ​ແຫຼງ​ອອກຍອມ​ຈຳ​ນົນ​ຢ່າງບໍ່​ມີ​ເງື່ອນ​ໄຂ​ຂອງ​ປະ​ທານ​າ​ທິ​ບໍ​ດີ​ ສ. ຫວຽດ​ນາມ ເຢືອງວັນ​ມິນ, ສິ້ນ​ສຸດບັ້ນ​ຮົບ​ໂຮ່​ຈິ​ມິນ​ປະ​ຫວັດ​ສາດ, ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ”

    ຄ່າ​ໃຊ້​ຈ່າຍ​ເພື່ອຫຼໍ່ຮູບ​ປະ​ທານ​ໂຮ່​ຈິ​ມິນ ໂດຍ​ແມ່ນ​ພະ​ນັກ​ງານ, ລັດ​ຖະ​ກອນ, ກຳ​ມະ​ກອນສັງ​ກັດສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ - ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມປະ​ກອບ​ສ່ວນ. ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສຶກ​ສາ​ອົບ​ຮົມ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ທັງ​ເປັນ​ການ​ກະ​ກຽມສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ຂອງບັນ​ດາພະ​ນັກ​ງານ, ລັດ​ຖະ​ກອນ, ກຳ​ມະ​ກອນສັງ​ກັດສູນ​ເຕັກ​ນິກ​ກະ​ຈາຍ​ສຽງ​ - ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ