ກຸ່ມ​ຄົນ​ຕິດ​ເຊື້ອ HIV ຊາວ​ວາ ປະ​ກອບ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​​ເຊື້ອ HIV ໃນ​ວົງ​ຄະ​ນະ​ຍາດ

(VOVWORLD) - ເກວ໊ຟອງ ເປັນເມືອງໜຶ່ງຢູ່ເຂດພູດອຍຊາຍແດນຂອງແຂວງ ເງະອານ ທັງເປັນຈຸດຮ້ອນເຮັ່ງກ່ຽວກັບອາດຊະຍາກຳຢາເສບຕິດ ແລະ ເຊື້ອ HIV/AIDS. ເພື່ອປະກອບເຫື່ອແຮງພ້ອມກັບອຳນາດການປົກຄອງທ້ອງຖິ່ນສະກັດກັ້ນຫຼຸດຜ່ອນການຕິດເຊື້ອ HIV ໃນວົງຄະນະຍາດບຸກຄົນທີ່ເຄີຍຕິດເຊື້ອ HIV ຂອງກຸ່ມ ຊາວວາ ໄດ້ເດີນທາງນັບ 200  300 ກິໂລແມັດ ຕໍ່ມື້ ເພື່ອເຜີຍແຜ່ໂຄສະນາຂົນຂວາຍຜູ້ຕິດເຊື້ອ HIV/AIDS ແລະ ຜູ້ທີ່ມີຄວາມສ່ຽງຕິດແປດຈົ່ງເຊື່ອມຕົວເຂົ້າກັບວົງຄະນະຍາດ ແລະ ປະຕິບັດບັນດາມາດຕະກາປ້ອງກັນທີ່ຈຳເປັນ. ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງກຸ່ມຊາວວາ ໄດ້ປະກອບສ່ວນເຂົ້າໃນການສະກັດກັ້ນຫຼຸດຜ່ອນການຕິດແປດເຊື້ອ HIV ໃນວົງຄະນະຍາດ.
ກຸ່ມ​ຄົນ​ຕິດ​ເຊື້ອ HIV ຊາວ​ວາ ປະ​ກອບ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​​ເຊື້ອ HIV ໃນ​ວົງ​ຄະ​ນະ​ຍາດ - ảnh 1ບັນດາສະມາຊິກໃນກຸ່ມ ຊາວວາ ກຳລັງກຽມເຄື່ອງ, ຢຸກຢາ ເພື່ອແຈກຢາຍໃຫ້ຜູ້ຕິດເຊື້ອ (ພາບ: VOV)

ກຸ່ມຄົນເຄີຍຕິດເຊື້ອ HIV ຊາວວາ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ເກືອບ 3 ປີ, ນັບແຕ່ປີ 2021, ດ້ວຍພາລະກິດ ຊ່ວຍເຫຼືອຜູ້ຕິດເຊື້ອ HIV ໄດ້ນຳໃຊ້ຢາ, ປິ່ນປົວສຸຂະພາບໃຫ້ດີຂຶ້ນ ແລະ ເຊື່ອມຕົວເຂົ້າກັບວົງຄະນະຍາດ. ເຖິງວ່າວຽກງານດັ່ງກ່າວຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນເປັນບໍລິເວນທີ່ກວ້າງຂວາງ, ລະບົບທາງຄົມມະນາຄົມຍັງຖືກຕັດຂາດດ້ວຍຫ້ວຍນ້ຳລຳເຊ, ພູສູງກໍ່ຕາມ, ແຕ່ເຂົາເຈົ້າ ຍາມໃດກໍກຽມພ້ອມເຂົ້າໄປໃນເຂດຮ້ອນເຮັ່ງຂອງເຊື້ອ HIV ດ້ວຍທິດນຳທີ່ວ່າພໍແຕ່ຮູ້ວ່າເຈົ້າຕິດເຊື້ອ HIV ເທົ່ານັ້ນ, ເຮົາກໍຈະມີໜ້າໃຫ້ການຊ່ວຍເຫຼືອໃນທຸກສະພາບການຢ່າງເຕັມທີ”.

ແຕ່ລະມື້, ອ້າຍ ໂລແທັງເຍິດ, ເຊິ່ງເປັນໜຶ່ງໃນບັນດາສະມາຊິກທີ່ຕັ້ງໜ້າຂອງກຸ່ມ ຊາວວາ ຂີ່ລົດຈັກໄປທົ່ວເຂດໝູ່ບ້ານໃນຕາແສງຕ່າງໆຂອງເມືອງ ເກວ໊ຟອງ ຈົນຮອດຄ່ຳຈຶ່ງໄດ້ກັບເມືອເຮືອນ. ອ້າຍ ເຍິດ ກໍບໍ່ອັບອາຍເມື່ອເລົ່າຄືນໄລຍະເວລາທີ່ຕົນຕິດຢາເສບຕິດ ແລ້ວຕິດເຊື້ອ HIV. ບາງໄລຍະ ລາວໄດ້ໝົດຫວັງຍ້ອນຄວາມລັງກຽດຈາກບຸກຄົນອ້ອມຂ້າງ. ແຕ່ຊີວິດຂອງລາວກໍເລີ່ມກັບຄືນ ເມື່ອລາວນຳໃຊ້ຢາ Methadone ແລະ ARV ທຸກໆມື້ເພື່ອຮັກສາສຸຂະພາບ. ດ້ວຍຄວາມປາດຖະໜາຢາກເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່, ອ້າຍເຍິດ ໄດ້ເຂົ້າຮ່ວມ ກຸ່ມຜູ້ເຄີຍຕິດເຊື້ອ HIV ຊາວວາ ແລະ ໃຫ້ການຊ່ວຍເຫຼືອຜູ້ຕິດເຊື້ອ HIV. ແຕ່ລະເທື່ອທີ່ໄປຂົນຂວາຍໄດ້ຜູ້ໃດຜູ້ໜຶ່ງໄປວິໃຈເລືອດ ແລະ ສົ່ງໄປປິ່ນປົວຢູ່ສູນສາທາລະນະສຸກເມືອງ ເກວ໊ຟອງ, ອ້າຍ ໂລວັນເຍິດ ຍິ່ງດີໃຈກວ່າ, ຍ້ອນວ່າສິ່ງທີ່ຕົນເຮັດໄປນັ້ນ ໄດ້ຊ່ວຍຫຼຸດຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອ HIV ຂອງປະຊາຊົນຢູ່ທີ່ນີ້ລົງ. ອ້າຍ ໂລແທັງເຍິດ ແບ່ງປັນວ່າ:

“ເພື່ອໃຫ້ນັກຂົນຂວາຍລົງໄປຮາກຖານແລ້ວພົບກັບຜູ້ມີຄວາມສ່ຽງຕິດ HIV ແຕ່ລະຄົນນັ້ນ ແມ່ນບໍ່ມີປະສິດທິຜົນ, ສະນັ້ນ, ຕ້ອງນຳໃຊ້ວິທີໂຄສະນາເຜີຍແຜ່, ໃຫ້ຄຳປຶກສາແກ່ຜູ້ມີຄວາມສ່ຽງສູງ. ຫຼັງຈາກນັ້ນ, ກໍເພີ່ງຄວາມຊ່ວຍເຫຼືອຂອງຜູ້ທີ່ມີຄວາມສ່ຽງຕິດ ເຊື້ອ HIV ນັ້ນໄປ ຊອກຫາຜູ້ທີ່ມີຄວາມຄວາມສ່ຽງຢູ່ອ້ອມຂ້າງ.

ໂດຍເປັນຜູ້ໜຶ່ງທີ່ເຄີຍໝົດຫວັງເມື່ອຕິດຢາເສບຕິດ ແລະ ຕິດເຊື້ອ HIV, ບັນດາສະມາຊິກຂອງກຸ່ມ ຊາວວາ ຍາມໃດກໍເຂົ້າໃຈ ແລະ ພະຍາຍາມຂົນຂວາຍຜູ້ຕິດເຊື້ອ HIV ນຳໃຊ້ຢາ ແລະ ເຜີຍແຜ່, ແຈກຢາຍຖົງຢາງອະນາໄມໂດຍບໍ່ເກັບຄ່າ... ນາງ ໂລທິລວານ, ສະມາຊິກຍິງຄົນໜຶ່ງດຽວຂອງກຸ່ມ ແລະ ທ້າວ ເງິນວັນອູນ, ແບ່ງປັນວ່າ:

“ທຳອິດທີ່ຂ້າພະເຈົ້າໄປກໍໄດ້ທຳຄວາມລຶ້ງເຄີຍ ແລ້ວຄ່ອຍໆມີຄວາມສະໜິດສະໜົມກັນ. ຕົວຢ່າງຄື ມີເອື້ອຍຜູ້ໜຶ່ງ ຄັນລາວມີເລື່ອງຫຍັງ, ວຽກຫຍັງເກີດຂຶ້ນ ລາວກໍຈະໂທລົມນຳຂ້າພະເຈົ້າ, ມີຫຍັງກໍ່ແບ່ງປັນຢ່າງເປີດໃຈນຳກັນ ແລະ ຊ່ວຍເຫຼືອກັນ. ຂ້າພະເຈົ້າກໍໄດ້ຜ່ານຄວາມຮູ້ສຶກແບບນັ້ນມາແລ້ວ, ສະນັ້ນ, ປັດຈຸບັນີ້ ຂ້າພະເຈົ້າສາມາດຊ່ວຍຜູ້ໃດໄດ້ ຂ້າພະເຈົ້າກໍຮູ້ສຶກດີໃຈ”.

“ຂ້າພະເຈົ້າໄດ້ເຄີີຍຕິດຢາເສບຕິດມາແລ້ວ, ການກິນຢາ Methadon ໄດ້ຊ່ວຍໃຫ້ເຮົາເຊົາຢາເສບຕິດໄດ້, ຫຼັງຈາກນັ້ນ, ຂ້າພະເຈົ້າກໍນຳເອົາເລື່ອງຂອງຕົນໄປເຜີຍແຜ່ເພື່ອໃຫ້ເຂົາເຈົ້າເຂົ້າໃຈ. ກໍມີຫຼາຍຄົນທີ່ເຂົ້າເຖິງໄດ້ຍາກ, ແຕ່ເຮົາກໍເລືອກເຂົ້າເຖິງຜູ້ທີ່ງ່າຍກ່ອນ, ເວົ້າໃຫ້ເຂົາເຂົ້າໃຈວ່າ ສຳລັບຜູ້ຕິດຢາເສບຕິດແລ້ວ, Methadon ຄືເປັນຢາວິເສດ, ເວລາເຂົາເຂົ້າໃຈແລ້ວ, ເຂົາຈະໄປໂຄສະນາຕໍ່. ຂ້າພະເຈົ້າເຂົ້າຮ່ວມກິດຈະກຳນີ້ມາດົນແລ້ວ, ສະນັ້ນກໍໂຄສະນາໄດ້ງ່າຍກວ່າ”.

ກຸ່ມ​ຄົນ​ຕິດ​ເຊື້ອ HIV ຊາວ​ວາ ປະ​ກອບ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​​ເຊື້ອ HIV ໃນ​ວົງ​ຄະ​ນະ​ຍາດ - ảnh 2ກຸ່ມຊາວວາ ເຜີຍແຜ່ກ່ຽວກັບໂລກ HIV ແລະ ວັນນະໂລກ (ພາບ: VOV)

ອ້າຍ ລາງຈູງຮ່ຽນ, ພະນັກງານຫ້ອງປະຊາກອນ, ສູນສາທາລະນະສຸກເມືອງ ເກວ໊ຟອງ, ຫົວໜ້າກຸ່ມ ຊາວວາ ໃຫ້ຮູ້ວ່າ:

“ປັດຈຸບັນ, ມີ 2 ເຂດຕາເວັນຕົກສ່ຽງເໜືອ ແລະ ຕາເວັນຕົກສ່ຽງໃຕ້ ຂອງເມືອງ ແມ່ນໄດ້ຮັບການຊ່ວຍເຫຼືອຂອງກຸ່ມ. ກຸ່ມກໍມີຄວາມປາດຖະໜາວ່າ ຈະເຂົ້າເຖິງໄດ້ວ້າງກວ່າ, ຫຼາຍກວ່າ. ຈຸດຮ້ອນເຮັ່ງຂອງຢາເສບຕິດແມ່ນບໍ່ມີແລ້ວ ແຕ່ຜູ້ຕິດຢາເສບຕິດຍັງມີຢູ່. ພວກຂ້າພະເຈົ້າ ກໍພະຍາຍາມເບິ່ງແຍງດູແລເຂົາເຈົ້າ. ນອກຈາກນັ້ນ ກໍເບິ່ງແຍງທັງຜູ້ທີ່ມີຄວາມສ່ຽງສູງ ແລະ ຄອບຄົວຂອງເຂົາເຈົ້າອີກດ້ວຍ”.

ເພື່ອໃຫ້ກຸ່ມ ຊາວວາ ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ນອກຈາກຄວາມສຸດຈິດສຸດໃຈຂອງບັນດາສະມາຊິກແລ້ວ, ຍັງມີການໜູນຊ່ວຍຢ່າງຕັ້ງໜ້າຈາກສູນໜູນຊ່ວຍການລິເລີ່ມ ແລະ ພັດທະນາວົງຄະນະຍາດ (SCDI) ອີກດ້ວຍ. ເອື້ອຍ ຫງວຽນທິຢວຽນ, ພະນັກງານຮັບຜິດຊອບໂຄງການ SCDI ໃຫ້ຮູ້ວ່າ:

ເພື່ອສ້າງໄດ້ເຄືອຂ່າຍຄືໃນປັດຈຸບັນ ກໍຍາກແລ້ວ ແຕ່ເພື່ອຮັກສາໄດ້ເຄືອຂ່າຍນີ້ໃຫ້ເຄື່ອນໄຫວແບບຍືນຍົງ ຍິ່ງຍາກກວ່າອີກ. ສຳລັບ SCDI ພວກຂ້າພະເຈົ້າ ກໍຈະພະຍາຍາມລະດົມຫຼາຍແຫຼ່ງກຳລັງອື່ນ, ບໍ່ພຽງແຕ່ແມ່ນໜຶ່ງໂຄງການເທົ່ານັ້ນ ຫາກຍັງຈະຊອກຫາຫຼາຍແຫຼ່ງກຳລັງອື່ນໆອີກ. ຢູ່ບໍລິເວນເມືອງ ເກວ໊ຟອງ, ນອກຈາກແຫຼ່ງກຳລັງຂອງໂຄງການ ກອງທຶນທົ່ວໂລກປ້ອງກັນ, ຕ້ານການຕິດເຊື້ອ HIV ແລ້ວ, ກໍຈະຜັນຂະຫຍາຍອີກໜຶ່ງໂຄງກາ ນັ້ນແມ່ນ ກອງທຶນທົ່ວໂລກປ້ອງກັນ, ຕ້ານວັນນະໂລກ ກໍຄືການປ້ອງກັນໃນອະນາຄົດ”.

ໂດຍເຄື່ອນໄຫວມາເປັນເວລາເກືອບ 3 ປີ, ກຸ່ມ ຊາວວາ ໄດ້ຊ່ວຍຜູ້ຕິດເຊື້ອ HIV ນັບຮ້ອຍຄົນໄດ້ເຂົ້າເຖິງຢາປິ່ນປົວ. ພ້ອມດຽວກັນນັ້ນ, ແຕ່ລະສະມາຊິກກໍລ້ວນແຕ່ປະກອບຄວາມຮູ້ໃຫ້ແກ່ຕົນເອງ ນັບທັງຄວາມຮູ້ພື້ນຖານ ແລະ ລົງເລິກກ່ຽວກັບກົນໄກຕິດແປດ, ມາດຕະການສະກັດກັ້ນການຕິດແປດ ຕະຫຼອດຮອດວິທີການປິ່ນປົວ. ບໍ່ພຽງແຕ່ຊ່ວຍເຫຼືອຜູ້ທີ່ຕິດເຊື້ອອັນດຽວກັນເທົ່ານັ້ນ, ກຸ່ມ ຊາວວາ ກໍພວມມານະພະຍາຍາມເພື່ອແຜ່ຂະຫຍາຍສານກ່ຽວກັບການປ້ອງກັນ, ຕ້ານການຕິດແປດເຊື້ອ HIV, ພ້ອມດຽວກັນນັ້ນ, ກໍຫຼຸດຜ່ອນຄວາມລັງກຽດ ຕໍ່ຜູ້ຕິດເຊື້ອ HIV/AIDS ໃນວົງຄະນະຍາດ./.

ຕອບກັບ

ຂ່າວ/ບົດ​ອື່ນ