ກຸ່ມສະໜອງເຂົ້າປຽກເຂົ້າເພື່ອການກຸສົນແບ່ງປັນຄວາມຮັກແພງກັບຄົນເຈັບທຸກຍາກ

(VOVWORLD) - ວັນອັງຄານ, ວັນເສົາ ແລະ ວັນອາທິດຂອງແຕ່ລະອາທິດ, ກຸ່ມສະໜອງເຂົ້າປຽກເຂົ້າເພື່ອການກຸສົນ ມົ່ວທູ (ລະດູໃບໄມ້ຫຼົ່ນ) ແລະ ໝູ່ເພື່ອນຫຼາຍຄົນໄດ້ຫ້າງຫາກະກຽມປູງແຕ່ງເຂົ້າປຽກເຂົ້າແລ້ວໄປແຈກຢາຍໃຫ້ຄົນເຈັບທຸກຍາກໃຫ້ໂຮງໝໍ 6 ແຫ່ງຢູ່ນະຄອນຮ່າໂນ້ຍ.
ກຸ່ມສະໜອງເຂົ້າປຽກເຂົ້າເພື່ອການກຸສົນແບ່ງປັນຄວາມຮັກແພງກັບຄົນເຈັບທຸກຍາກ - ảnh 1ການຕົ້ມເຂົ້າປຽກ

ເຂົ້າປຽກເຂົ້າຮ້ອນແຕ່ລະຖ້ວຍໄດ້ແຈກຢາຍໃຫ້ຄົນເຈັບທຸກຍາກນັ້ນບໍ່ພຽງແຕ່ມີທາດບຳລຸງຢ່າງພຽງພໍເທົ່ານັ້ນ ຫາກຍັງເຕັມໄປດ້ວຍຄວາມຮັກແພງ ແລະ ນ້ຳໃຈຢາກແບ່ງປັນກັບຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກອີກດ້ວຍ, ຊ່ວຍໃຫ້ເຂົາເຈົ້າມີກຳລັງໜູນໃນການດຳລົງຊີວິດອີກດ້ວຍ. ບົດຂຽນຂອງ ກິມແທງ, ນັກຂ່າວ VOV.

        ຮອດເວລາ 14 ໂມງຂອງວັນເສົາ ແລະ ວັນອາທິດຂອງແຕ່ລະອາທິດ, ຄົນເຈັບໄດ້ຢືນລຽນແຖວເພື່ອຮັບເຂົ້າປຽກເຂົ້າຮ້ອນຈາກບັນດາສະມາຊິກໃນກຸ່ມເຄື່ອນໄຫວເພື່ອການກຸສົນ “ມົ່ວທູ” ພ້ອມກັບຄຳເວົ້າທີ່ວ່າ “ອາ, ລຸງລະວັງ, ເຂົ້າປຽກຍັງຮ້ອນ". ໃນເວລາພຽງສັ້ນໆເທົ່ານັ້ນ, ເຂົ້າປຽກເຂົ້ານັບພັນຖ້ວຍກໍ່ໄດ້ແຈກຢາຍໃຫ້ຄົນເຈັບ. ໃນບາງກໍລະນີທີ່ຄົນເຈັບບໍ່ສາມາດໄປຮັບເຂົ້າປຽກໄດ້ດ້ວຍຕົນເອງ, ບັນດາສະມາຊິກໃນກຸ່ມກໍ່ໄດ້ໄປສົ່ງໃຫ້ກັບທີ່ ແລະ ພ້ອມກັບຄຳອວຍພອນໃຫ້ຄົນເຈັບຟື້ນຟູໄວ. ປ້າ ຫງວຽນທິບ໊າຍ, ອາຍຸ 70 ປີ, ປິ່ນປົວພະຍາດຢູ່ໂຮງໝໍ ແທັງຍ່ານມີຄວາມຕື້ນຕັນໃຈຕໍ່ນ້ຳໃຈເຊິ່ງບັນດາສະມາຊິກຂອງກຸ່ມສະຫງວນໃຫ້:

        “ເມື່ອໄດ້ຮັບເຂົ້າປຽກເຂົ້ານີ້ພວກຂ້າພະເຈົ້າກໍ່ຮູ້ສຶກອົບອຸ່ນຫຼາຍ. ພວກຂ້າພະເຈົ້າຂໍຂອບໃຈຕໍ່ນ້ຳໃຈຂອງພວກຫຼານ, ປະຈຸບັນໄວໜຸ່ມມີຈັນຍາບັນດີ, ຊ່ວຍເຫຼືອຄົນເຈັບໃນເວລາທີ່ຫຍຸ້ງຍາກລຳບາກ. ພວກຫຼານຮັບໃຊ້ຢ່າງສຸດໃຈ, ເອົາເຂົ້າປຽກມາໃຫ້ບັນດາຜູ້ເຖົ້າ, ຜູ້ແກ່, ຄົນເຈັບໜັກຢູ່ກັບທີ່. ນັ້ນແມ່ນນ້ຳໃຈທີ່ມີຄ່າທີ່ສຸດ ແລະ ເປັນໜ້າຊົມເຊີຍຫຼາຍ.”

        ໂດຍມີຄວາມເຫັນດີເຫັນພ້ອມກັບບັນດາຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ, 4 ປີກ່ອນ, ເອື້ອຍ ແທ່ງທິທູເລືອງ, ຫົວໜ້າກຸ່ມສະໜອງເຂົ້າປຽກເຂົ້າເພື່ອການກຸສົນ, ພ້ອມກັບເພື່ອນຄົນໜຶ່ງຂອງຕົນ, ແຕ່ລະມື້ໄດ້ຕົ້ມເຂົ້າປຽກເຂົ້ານັບຮ້ອຍຖ້ວຍໄປ ແຈກຢາຍໂດຍບໍ່ເກັບຄ່າຢູ່ໂຮງໝໍເດັກນ້ອຍສູນກາງ. ໃນເບື້ອງຕົ້ນ, ທຸກຄົນຍັງຄິດງໍ້ບໍ່ຮູ້ວ່າຄຸນນະພາບເຂົ້າປຽກຄືແນວໃດ ແລະ ຮັບປະກັນຫຼັກອະນາໄມຫຼືບໍ່? ແຕ່ດ້ວຍນ້ຳໃຈຂອງຕົນ, ເອື້ອຍເລືອງ ໄດ້ເກັຍກ່ອມຈິດໃຈ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄົນເຈັບ. ເຂົ້າປຽກທັງແຊບ ທັງມີທາດບຳລຸງຢ່າງພຽງພໍ ດັ່ງນັ້ນມີຫຼາຍຄົນນິຍົມເຂົ້າປຽກຂອງກຸ່ມນີ້ຫຼາຍ. ການກະທຳຂອງເອື້ອຍ ເລືອງ ໄດ້ຮັບການສະໜັບສະໜູນຢ່າງສຸດໃຈຈາກໝູ່ເພື່ອນ ແລະ ບັນດາຜູ້ໃຈບຸນໃຈກຸສົນ, ດັ່ງນັ້ນ, ມາຮອດປະຈຸບັນ, ຈຳນວນຜູ້ເຂົ້າຮ່ວມກຸ່ມນີ້ຈຶ່ງນັບມື້ນັບຫຼາຍຂຶ້ນ. ໃນເບື້ອງຕົ້ນ, ມີພຽງແຕ່ 5 ຄົນ, ແຕ່ມາຮອດປະຈຸບັນ, ກຸ່ມມີສະມາຊິກຮອດ 100 ຄົນແລ້ວ, ເຂົາເຈົ້າພ້ອມກັນຕົ້ມເຂົ້າປຽກ ແລະ ໄປແຈກຢາຍໂດຍບໍ່ເກັບຄ່າໃນແຕ່ລະອາທິດໄດ້ປະມານ 5.200 ຖ້ວຍ. ເອື້ອຍ ທູເລືອງ ແບ່ງປັນວ່າ:

“ນ້ຳໃຈເມດຕາແມ່ນມີຢູ່ໃນຕົວເອງແຕ່ລະຄົນແລ້ວ ແລະ ເຂົາເຈົ້າພຽງແຕ່ລໍຖ້າໂອກາດເພື່ອເຊື່ອມຕົວເຂົ້າກັບບັນດາຜູ້ມີເມດຕາຈິດອື່ນ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຍ້ອນວ່າໝູ່ເພື່ອນຂອງຕົນຜູ້ໃດກໍ່ມີນ້ຳໃຈເມດຕາປານີ. ເພື່ອຕົ້ມເຂົ້າປຽກ ແລະ ໄປແຈກຢາຍຢູ່ໂຮງໝໍ, ບໍ່ແມ່ນວຽກງານທີ່ງ່າຍດາຍ ແລະ ເຂົ້າປຽກທີ່ເອົາໄປແຈກຢາຍໃຫ້ຄົນເຈັບຢູ່ໂຮງໝໍນັ້ນຕ້ອງຮັບປະກັນຫຼັກອະນາໄມທີ່ສຸດ.”

ກຸ່ມສະໜອງເຂົ້າປຽກເຂົ້າເພື່ອການກຸສົນແບ່ງປັນຄວາມຮັກແພງກັບຄົນເຈັບທຸກຍາກ - ảnh 2 ການແຈກຢາຍເຂົ້າປຽກຢູ່ໂຮງໝໍ

ບັນດາສະມາຊິກໃນກຸ່ມປາດຖະໜາຢາກແບ່ງປັນຄວາມຫຍຸ້ງຍາກກັບບັນດາຄົນເຈັບທີ່ທຸກຍາກ, ເພື່ອໃຫ້ທຸກຄົນມີຄວາມອຸ່ນອ່ຽນໃຈປິ່ນປົວພະຍາດ. ອ້າຍ ໂດ໊ວຽດຮືງ, ສະມາຊິກຂອງກຸ່ມ ໃຫ້ຮູ້ວ່າ: ທຸກຄົນເຮັດວຽກດ້ວຍຈິດໃຈອາສາສະໝັກ, ແບ່ງປັນ. ເຖິງວ່າຢູ່ໃນເກນອາຍຸໃດ, ຖານະຕຳແໜ່ງໃດ, ວຽກງານໃນສັງຄົມແຕກຕ່າງກັນກໍ່ຕາມ, ແຕ່ເມື່ອເຂົ້າຮ່ວມການເຄື່ອນໄຫວນີ້, ທຸກໆຄົນລ້ວນແຕ່ມີຄວາມເບີກບານມ່ວນຊື່ນ ແລະ ກະຕືລືລົ້ນ:

“ກ່ອນທີ່ເຂົ້າເປັນສະມາຊິກໃນກຸ່ມ, ໃນວັນເສົາ ແລະ ວັນອາທິດ, ຂ້າພະເຈົ້າເຄີຍໄປນັ່ງກິນກາເຟ, ກິນເຫຼົ້ານຳໝູ່ເພື່ອນ. ແຕ່ເມື່ອເຂົ້າຮ່ວມກຸ່ມແລ້ວ, ຂ້າພະເຈົ້າເຫັນວ່າເວລາຂອງຕົນມີຄວາມໝາຍກ່ວາ. ພວກຂ້າພະເຈົ້າພ້ອມກັບຄອບຄົວລ້ວນແຕ່ພາກັນເຂົ້າຮ່ວມ, ພວກຫຼານເຮັດວຽກດີກ່ວາພວກຂ້າພະເຈົ້າອີກ. ຈຸດປະສົງສຳຄັນທີ່ສຸດຂອງຕົນນັ້ນແມ່ນບໍ່ສະຫງວນຫາຜົນປະໂຫຍດສ່ວນຕົວ ແລະ ຕົນເອງເຫັນວ່າວຽກງານນັ້ນມີປະໂຫຍດຕໍ່ສັງຄົມ ແລະ ຮູ້ສຶກວ່າມີຈິດໃຈສະດວກສະບາຍ, ບໍ່ອຶດອັດ.”

“ຄຳໜຶ່ງຍາມຫິວເທົ່າກັບຫໍ່ໜຶ່ງຍາມອີ່ມ”, ເຂົ້າປຽກເຂົ້າແຕ່ລະຖ້ວຍບໍ່ພຽງແຕ່ແມ່ນແຫຼ່ງລະດົມກຳລັງໃຈເທົ່ານັ້ນ ຫາກຍັງຊ່ວຍໃຫ້ຄົນເຈັບ, ຍາດຕິພີ່ນ້ອງຄົນເຈັບຫລຸດຜ່ອນຄວາມເປັນຫ່ວງທັງດ້ານວັດຖຸ ແລະ ຈິດໃຈ. ເອື້ອຍເລທິເຮືອງລານ, ຫົວໜ້າພະຍາບານຢູ່ໂຮງໝໍ ແທັງຍ່ານ, ໃຫ້ຮູ້ວ່າ:

        “ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ລະດົມກຳລັງໃຈ, ແບ່ງປັນ, ຫລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຄົນເຈັບ. ນີ້ບໍ່ພຽງແຕ່ແມ່ນຖ້ວຍເຂົ້າປຽກຊ່ວຍໃຫ້ກິນອີ່ມທ້ອງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນ້ຳໃຈເມດຕາປານີໃນນັ້ນອີກດ້ວຍ. ຫວັງວ່າ ການເຄື່ອນໄຫວຂອງກຸ່ມຈະໄດ້ຮັບການຮັກສາເພື່ອໃຫ້ຄົນເຈັບເຫັນໄດ້ວ່ານີ້ແມ່ນບ່ອນອີງ, ບ່ອນແບ່ງປັນກຳລັງໃຈ, ບ່ອນບັນເທົາຄວາມເຈັບປວດດ້ານພະຍາດໂລຄາ, ລະດົມກຳລັງໃຈເຂົາເຈົ້າມີຄວາມປະເອີບໃຈເພື່ອໃຫ້ດີໄວໆຈະໄດ້ກັບຄືນສູ່ຄອບຄົວໂດຍໄວ.”

ບໍ່ພຽງແຕ່ແຈກຢາຍເຂົ້າປຽກໃຫ້ແກ່ຄົນເຈັບເທົ່ານັ້ນ, ກຸ່ມເຂົ້າປຽກເພື່ອການກຸສົນ ມົ່ວທູ ແລະ ເພື່ອນຮ່ວມຂອງຕົນຍັງຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນຊ່ວຍເຫຼືອຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຂົນຂວາຍການມອບຂອງຂວັນ ແລະ ສ້າງໂຮງຮຽນໃຫ້ແກ່ເດັກນ້ອຍເຂດພູສູງ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເສຍສະຫຼະຊີວິດເພື່ອຊາດອີກດ້ວຍ… ບັນດາວຽກງານເຫຼົ່ານີ້ໄດ້ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າດີງາມໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ