ການຊ່ວຍເຫຼືອມະນຸດສະທຳ: ຈຸດເດັ່ນໃນການຮ່ວມມື ລະຫວ່າງຫວຽດນາມ - ອາເມລິກາ

(VOVWORLD) - ໂຄງການໜູນຊ່ວຍຍົກສູງຄວາມຮັບຮູ້ຂອງປະຊາຄົມຕໍ່ຄົນພິການ, ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ແມ່ນຕ້ອງພັດທະນາກຳລັງຄວາມສາມາດໃຫ້ແກ່ບັນດາສະໂມສອນ, ກຸ່ມຄົນພິການ.
ການຊ່ວຍເຫຼືອມະນຸດສະທຳ: ຈຸດເດັ່ນໃນການຮ່ວມມື ລະຫວ່າງຫວຽດນາມ - ອາເມລິກາ - ảnh 1USAID ໜູນຊ່ວຍອຸປະກອນໃນການຝຶກວິຊາຊີບຢູ່ໂຮງໝໍແພດພື້ນເມືອງ ບິ່ງເຟືອກ
(ພາບ: ທາກເຟືອງ)

     ໂຄງການໜູນຊ່ວຍການປົວແປງຄຸນນະພາບການດຳລົງຊີວິດຂອງຄົນພິການທີ່ຖືກຜົນສະທ້ອນຍ້ອນສານພິດສີສົ້ມ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ແຂວງ ບິ່ງເຟືອກ, ເຊິ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຈາກລະເບີດຍັງບໍ່ທັນແຕກ ແລະ ສານພິດສີສົ້ມໃນສົງຄາມ.ໂຄງການໂດຍອົງການພັດທະນາສາກົນອາເມລິກາ (USAID) ຫວຽດນາມອຸປະຖຳຢູ່ບາງແຂວງ, ນະຄອນຂອງຫວຽດນາມ.

ນ້ອງຟ້າມທິມິນເຕີມ, ເປັນພະຍາດຕາລີບ ແລະ ອຳມະພຶດສະໝອງນັບແຕ່ກຳເນີດ, ບໍ່ສາມາດຊ່ວຍຕົນເອງໃນການດຳລົງຊີວິດໄດ້. ທຸກການເຄື່ອນໄຫວຂອງນ້ອງລ້ວນແຕ່ອີງໃສ່ແມ່ແລະຍາດພີ່ນ້ອງ. ເຊັ່ນດຽວກັບມິງເຕີມ, ແມ່ຕູ້ບຸ່ຍທິເທີມ, ອາຍຸ 80 ປີລ້ວນແຕ່ອີງໃສ່ຍາດຕິພີ່ນ້ອງຍ້ອນບໍ່ສາມາດຍ່າງໄປມາດ້ວຍຕົນເອງ ໄດ້ເປັນເວລາ ຫຼາຍປີແລ້ວ. ໂຊກດີທີ່ນ້ອງມິນເຕີມແລະ ແມ່ຕູ້ເທີມ ລ້ວນແຕ່ໄດ້ຮັບການໜູນຊ່ວຍຈາກ ໂຄງການໜູນຊ່ວຍການປົວແປງຄຸນນະພາບການດຳລົງຊີວິດຄົນ ໃຫ້ແກ່ຄົນພິການຢູ່ບັນດາແຂວງ ທີ່ຖືກຫວ່ານສານພິດສີສົ້ມຢ່າງໜັກໜ່ວງ. ທັງສອງຄົນໄດ້ຮັບການກວດ ແລະ ປິ່ນປົວຈາກທ່ານໝໍ ແລະ ນັກວິຊາການຂອງຂະແໜງຟື້ນຟູສະມັດຕະພາບຄົນພິການ ໂຮງໝໍຫຼາຍຂະແໜງແຂວງ ບິ່ງເຟືອກ.

ແມ່ຂອງເຕິມ: ໃນໄລຍະຟື້ນຟູສະມັດຕະພາບ, ລູກຂ້າພະເຈົ້າໄດ້ມີອາການດີຂຶ້ນຫຼາຍ ເມື່ອທຽບໃສ່ເມື່ອກ່ອນ.ຕົວຢ່າງ: ມັນຮູ້ເຮັດໄດ້ຫຼາຍຢ່າງຄື: ຫວີຜົມ, ມັດຜົມ, ຖູແຂ້ວ, ລ້າງໜ້າເອງ. ເຫັນລູກເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າກໍ່ດີໃຈຫຼາຍ.

ແມ່ຕູ້ເທີມ: ນາງໝໍໄດ້ເຮັດກາຍຍະບຳບັດໃຫ້ 2 ເດືອນ, ຂ້າພະເຈົ້າເຫັນວ່າການເຄື່ອນໄຫວທີ່ປະສົບກັຄວາມຫຍຸ້ງຍາກ 10 ສ່ວນກໍ່ຫຼຸດລົງເຫຼືອ 6 ສ່ວນ.ຂ້າພະເຈົ້າສາມາດນັ່ງລໍ້ເພື່ອເຄື່ອນໄປມາໄດ້.

ເພື່ອເປີດກ້ວາງບັນດາການບໍລິການໜູນຊ່ວຍດ້ານການແພດ ແລະ ຟື້ນຟູສະມັດຕະພາບຄົນພິການ, ໂຄງການໜູນຊ່ວຍຍົກສູງຄວາມຮັບຮູ້ຂອງປະຊາຄົມຕໍ່ຄົນພິການ, ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ແມ່ນຕ້ອງພັດທະນາກຳລັງຄວາມສາມາດໃຫ້ແກ່ບັນດາສະໂມສອນ, ກຸ່ມຄົນພິການ. ນອກຈາກນັ້ນ, USAID ຍັງໜູນຊ່ວຍອຸປະກອນ ໃນການຝຶກວິຊາຊີບຢູ່ໂຮງໝໍແພດພື້ນເມືອງບິ່ງເຟືອກ. ທ່ານນາງພະຍາບານ ຫງວຽນທິຮ່ວາ, ສັງກັດໂຮງໝໍແພດພື້ນເມືອງແຂວງ ບິ່ງເຟືອກ ໃຫ້ຮູ້ວ່າ:

ປະຈຸບັນ, ໂຮງໝໍແພດພື້ນເມືອງໄດ້ປະກອບບັນດາອຸປະກອນເຄື່ອງຈັກທີ່ທັນສະໄໝ ເພື່ອຮັບໃຊ້ການປິ່ນປົວຟື້ນຟູສະມັດຕະພາບຄົນພິການ. ດ້ວຍອຸປະກອນເຄື່ອງຈັກໃໝ່ທີ່ຫຼາກຫຼາຍ ໄດ້ຊ່ວຍປິ່ນປົວຄົນເຈັບໄດ້ຢ່າງມີປະສິດທິຜົນ.

ການຊ່ວຍເຫຼືອມະນຸດສະທຳ: ຈຸດເດັ່ນໃນການຮ່ວມມື ລະຫວ່າງຫວຽດນາມ - ອາເມລິກາ - ảnh 2ທ່ານນາງ Samantha Power ຜູ້ອຳນວຍການໃຫຍ່ USAID
(ພາບ: TTXVN)

ດ້ວຍການໜູນຊ່ວຍຂອງໂຄງການ, ແຂວງບິ່ງເຟືອກ ໄດ້ເລືອກເອົາຄົນພິການ 280 ກວ່າຄົນທີ່ອາດສາມາດຟື້ນຟູສະມັດຕະພາບໄດ້ເພື່ອນຳເຂົ້າ ໂຄງການໜູນຊ່ວຍດ້ານການແພດ ເພື່ອເບິ່ງແຍງດູແລ. ມາຮອດປະຈຸບັນ, ຈຳນວນຄົນພິການທີ່ໄດ້ຮັບການປິ່ນປົວຟື້ນຟູ ສາມາດເຄື່ອນໄຫວໃນການດຳລົງຊີວິດໄດ້ໂດຍພື້ນຖານ ບັນລຸ 97% ໃນຈຳນວນຄົນພິການທີ່ໄດ້ຮັບການປິ່ນປົວ.ທ່ານຮອງຜູ້ອຳນວຍການໂຮງໝໍແພດພື້ນເມືອງບິ່ງເຟືອກ, ຫງວຽນຢຸຍແທກ, ໃຫ້ຮູ້ວ່າ:

ການຜັນຂະຫຍາຍປະຕິບັດໂຄງການໄລຍະທຳອິດໂດຍອົງການ USAID ອຸປະຖຳມາຮອດປັດຈຸບັນ ໄດ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂັ້ນຮາກຖານ ເພື່ອຕອບສະໜອງຄວາມຕ້ອງການໃນການກວດແລະປິ່ນປົວພະຍາດໃຫ້ຄົນພິການ ໃນແຂວງ. ນອກນັ້ນ, ທາງແຂວງຍັງສ້າງລະບົບການກວດພະຍາດທີີ່ເປັນເອກະພາບ. ພວກຂ້າພະເຈົ້າເຫັນວ່າຄົນເຈັບສ່ວນຫຼາຍມີອາການດີຂຶ້ນ, ຜ່ານນັ້ນ ກໍ່ສາມາດເຊື່ອມຕົວເຂົ້າກັບວົງຄະນະຍາດໄດ້.

ນອກຈາກແຂວງບິ່ງເຟືອກແລ້ວ, ອົງການພັດທະນາສາກົນອາເມລິກາ (USAID) ຍັງຜັນຂະຫຍາຍໂຄງການໜູນຊ່ວຍປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຄົນພິການຢູ່ບັນດາແຂວງທີ່ຖືກຫວ່ານສານພິດສີສົ້ມຢ່າງໜັກໜ່ວງຢູ່ 7 ແຂວງ, ນະຄອນ ອື່ນອີກ, ໃນນັ້ນມີ: ກວາງຈີ້, ເທື່ອທຽນ - ເຫ້ວ, ກວາງນາມ, ດົ່ງນາຍ…

ນັບແຕ່ປີ 1989 ມາຮອດປະຈຸບັນ, ມີຄົນພິການ 1 ລ້ານຄົນໄດ້ຮັບການໜູນຊ່ວຍຈາກໂຄງການດ້ວຍຍອດຈຳນວນເງິນໜູນຊ່ວຍກວ່າ 140 ລ້ານ USD.ໂຄງການໄດ້ກາຍເປັນການເຄື່ອນໄຫວສຳຄັນໃນການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ.ກ່າວຄຳເຫັນເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມໃນເດືອນ ມີນາ ປີ2023, ທ່ານນາງ Samantha Power ຜູ້ອຳນວຍການໃຫຍ່ USAID ໃຫ້ຮູ້ວ່າ:

ໃນທົດສະວັດທີ່ຜ່ານມາ, ການພົວພັນລະຫວ່າງອາເມລິກາ ແລະ ຫວຽດນາມໄດ້ເກີດດອກອອກຜົນກາຍເປັນການພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ.ແລະເມື່ອພວກເຮົາສືບຕໍ່ປະຕິບັດວຽກງານສຳຄັນ, : ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເບິ່ງແຍງດູແລສຸຂະພາບ, ຊຸກຍູ້ແຮງການເຕີບໂຕດ້ານເສດຖະກິດ... ຂ້າພະເຈົ້າຮູ້ວ່າ ໃນໄລຍະ 10 ປີຕໍ່ໜ້າ ແນ່ນອນວ່າການພົວພັນຄູ່ຮ່ວມມືຍິ່ງຈະເລິກເຊິ່ງກວ່າເກົ່າ.

USAID ຈະສືບຕໍ່ສ້າງບັນດາໂຄງການໄລຍະຍາວ ແລະເລິກເຊິ່ງກວ້າງຂວາງກວ່າ ເພື່ອໜູນຊ່ວຍຄົນພິການ ຫວຽດນາມດ້ວຍເລື່ອງເພີ່ມແຫຼ່ງທຶນອຸປະຖຳກໍຄືເປີດກວ້າງ ໂຄງການອອກສູ່ບັນດາແຂວງ, ນະຄອນ, ເພື່ອສ້າງຈຸດເດັ່ນໃນການຮ່ວມມືດ້ານມະນຸດສະທຳລະຫວ່າງຫວຽດນາມ - ອາເມລິກາ./.

ຕອບກັບ

ຂ່າວ/ບົດ​ອື່ນ