ການແຂ່ງຂັນມວຍປ້ຳຢູ່ບ້ານມາຍດົ້ງຍາມຕົ້ນລະດູບານໃໝ່

ການແຂ່ງຂັນມວຍປ້ຳຢູ່ບ້ານມາຍດົ້ງຍາມຕົ້ນລະດູບານໃໝ່ - ảnh 1
ການ​ແຂ່ງຂັນ​ມວຍ​ປ້ຳ​ຂອງບ້ານ ມາຍ​ດົ້ງ
(ພາບ: zing.vn)

(vovworld) - ນັບ​ແຕ່​ຮ້ອຍ​ປີ​ມາ​ນີ້, ​ເມື່ອ​ລະດູບານ​ໃໝ່​ວຽນມາ, ​ແຕ່​ວັນ​ທີ 4 ​ເຖິງ​ວັນ​ທີ 7 ​ເດືອນ​ຈຽງ (​ໄລ່​ຕາມ​ຈັນທະ​ປະຕິທິນ) ການ​ແຂ່ງຂັນ​ມວຍ​ປ້ຳ​ຂອງບ້ານ ມາຍ​ດົ້ງ ກໍ່​ຖືກ​ຈັດ​ຕັ້ງຢູ່​ເຂດ​ສາລາ​​ແງ່ບ້ານ ມາຍ​ດົ້ງ, ຂຶ້ນ​ກັບ​ຕາ​ແສງ​ມາຍ​ດົ້ງ, ​ເມືອງ ຮ່ວາງ​ມາຍ, ທາງ​ທິດ​ໃຕ້ ຮ່າ​ໂນ້ຍ. ​ໃນ​ສຽງ​ກອງ​ດັງ​ສະໜັ່ນ​ຢ່າງຟົດ​ຟື້ນ, ​ແຂກ​ມາ​ຊົມ​ຮູ້ສຶກ​ຈັບ​ອົກ​ຈັບ​ໃຈ​ຫຼາຍ, ​ເຂົາ​ເຈົ້າ​ຜູ້​ໃດ​ກໍ່​ຢາກ​ມາ​ກ່ອນ​ເວລາ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂງານ​ບຸນທີ່​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ໝູ່​ບ້ານ​ທີ່​ມີ​ຊື່​ສຽງ​ນີ້​​ໃນ​ນະຄອນ ຮ່າ​ໂນ້ຍ.

​ເທບ​ສຽງ​ປະກອບ

        ຕາມ​ເລື່ອງ​ລາວ​ທີ່​ສືບ​ມາ​ແຕ່​ບູຮານ​​ແລ້ວ, ງານ​ບຸນ​ແຂ່ງຂັນມວຍ​ປຳ້ ມາຍ​ດົ້ງ​ ​ແມ່ນມີ​ມາ​​ແຕ່​ສະ​ໄໝ​ນາຍ​ພົນ​ຜູ້​ມີ​ຊື່​ສຽງ ຫງວຽນ​ຕາມ​ຈິງ (ສະ​ໄໝທີ່​ສອງ​ພະນາ​ງ ຈຶງລຸກ​ຮຶ້ຂຶ້ນ​ເມື່ອ​ປີ 40 – 43 ຕົ້ນຄິດ​ທະ​ສັກກະ​ລາດ) ມາ​ກໍ່​ຮ່າງ​ສ້າງ​ຕົວ​ຢູ່​ບ້ານ ມາຍ (ປະຈຸ​ບັນ​ແມ່ນ​ບ້ານ ມາຍ​ດົ້ງ). ທ່ານ​ໄດ້​ສອນ​ມວຍ​ປ້ຳໃຫ້​ປະຊາຊົນ​ໃນ​ເຂດ ​ແລະ ຈັດການ​ແຂ່ງຂັນ​ມວຍ​ປ້ຳ​ເພື່ອ​ໃຫ້​ປະຊາຊົນ​ຝຶກ​ຝົນອອກກຳລັງ​ກາຍ​ຮັກສາສຸຂະພາບ​. ຜ່ານ​ການ​ແຂ່ງຂັນມວຍປ້ຳ​ນັ້ນ, ທ່ານ​ໄດ້​ເຕົ້າ​ໂຮມ​ບັນດາຊາວ​ໜຸ່ມ​ທີ່​ມີ​ສຸຂະພາບ​ແຂງ​ແຮງ​​ເຂົ້າ​​ກອງ​ທັບ​ເພື່ອ​ຕໍ່ສູ້​ຕ້ານສັດຕູ, ​ແລະ​ຍາດ​ໄດ້​ໄຊຊະນະ​ໃຫຍ່​ຫຼາຍ​ຢ່າງ​ໃນ​ການ​ລຸກ​ຮຶ້ຂຶ້ນ​ຂອງ​ສອງ​ພະນາ​ງ ຈຶງ. ​ເພື່ອ​ອາ​ໄລ​ຫາ​ ນາຍ​ພົນ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ນີ້, ປະຊາຊົນ​ບ້ານ ມາຍ​ດົ້ງ ​ໄດ້​ກໍ່ສ້າງ​ສາລາ​ເພື່ອ​ບູຊາ ​ແລະ ຖື​ທ່ານ​ເປັນ​ອໍລະຫັນ​ຂອງ​ບ້ານ. ງານ​ບຸນ​ແຂ່ງຂັນ​ມວຍ​ປ້ຳ​ບ້ານ ມາຍ​ດົ້ງ​ແມ່ນ​ງານ​ບຸນ​ທີ່​ມີ​ມາ​ແຕ່​ດົນ​ນານ​ທີ່​ສຸດ, ​ແຕ່​ຍັງ​ຄົງ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ. ທ່ານ ຮ່າ​ດັງ​ດົ໋ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​​ໃນ​ຄະນະ​ຈັດ​ຕັ້ງ​ງານ​ບຸນ, ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຈັດ​ຕັ້ງ​ການ​ການ​ແຂ່ງຂັນ​ມວຍ​ປ້ຳ​ນີ້​​ແຕ່​ວັນ​ທີ 4-7 ​ເດືອນ​ຈຽງໃນ​ທຸກ​ປີ ​ແລະ ນັບ​ມື້​ນັບ​​ເສີມ​ຂະຫຍາຍໃນ​ຫຼາຍດ້ານ. ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ນີ້​ບໍ່​ພຽງ​ແຕ່​ຖືກຈັດ​ຢູ່​ບ້ານ​ມາຍ​ດົ້ງເທົ່າ​ນັ້ນ, ຫາກ​ຍັງ​ຈັດ​ຢູ່ບັນດາ​ແຂວງ, ນະຄອນ​ອື່ນໆອີກ​ດ້ວຍ“.

        ຈຸດ​ພິ​ເສດ​ກວ່າ​ໝູ່​ຂອງ​ງານ​ບຸນ​ແຂ່ງຂັນ​ມວຍ​ປ້ຳ ມາຍ​ດົ້ງ ​ແມ່ນ​ການ​​ເຂົ້າ​ຮ່ວມ​ຂອງ​ນັກ​ມວຍ​ປ້ຳ​ທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ, ນັບ​ແຕ່​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ເດັກນ້ອຍ​ເຍົາວະ​ຊົນ ທີ່​ມາ​ຈາກ​​ຄ້າຍມວຍ​ປຳ້​ທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ​ເຊັ່ນ: ຮ່ວາງ​ມາຍ, ລິ້ງນາມ, ມາຍ​ດົ້ງ, ອຽນ​ເສີ… ນັກ​ມວຍ​ທີ່​ມາ​ຈາກ​ແຂວງ​ຕ່າງໆ​ເຊັ່ນ: ຮ່າ​ໄຕ, ບັກ​ນິງ, ຮຶງອຽນ, ວິ້ງ​ຝຸກ… ທ່ານ ຮ່ວາງ​ວັນ​ຊານ, ອະດີດນັກ​ມວຍ​ປ້ຳ​ທີ່​ມີ​ຊື່​ສຽງ, ປີ​ນີ້​ມີ​ອາຍຸ 80 ປີ, ຖື​ວ່າ.

        “ມວຍ​ປ້ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ​​ເປັນ “​ແມ່“ຂອງ​ຕີມວຍ. ບາງ​ເທື່ອ​ຕີ​ມວຍ​ເກັ່ງ​ແຕ່​ບໍ່​ສາມາດ​ເອົາ​ຊະນະ​ໃນ​ການ​ແຂ່ງຂັນ​ມວຍ​ປ້ຳ​ໄດ້: ດັ່ງ​ນັ້ນ​ນີ້​ຈຶ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເພດ​ກິລາ​ທີ່​ຍອດ​ຍິ່ງ“.

ການແຂ່ງຂັນມວຍປ້ຳຢູ່ບ້ານມາຍດົ້ງຍາມຕົ້ນລະດູບານໃໝ່ - ảnh 2
(ການ​ແຂ່ງຂັນ​ມວຍປ້ຳຂອງຜູ້ເຖົ້າ)

        ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານ ມາຍ​ດົ້ງ ​ໃຫ້​ຮູ້​ວ່າ: ​ໃນ​ການ​ແຂ່ງຂັນ​ມວຍ​ປ​້ຳ, ບາງ​ເທື່ອ​ຜູ້ທີ່​ມີ​ສຸ​ຂະ​ພາບ​ບໍ່​ແຂງ​ແຮງ​ປານ​ໃດ​​, ຮູບ​ຮ່າງ​ນ້ອຍ​ກວ່າ ກໍ່​ສາມາດ​ເອົາ​ຊະນະ​ຄູ່​ແຂງ​ທີ່​ໃຫຍ່​ແລະ​ແຂງ​ແຮງ​ກວ່າ, ບາງ​ເທື່ອ​ສາມາດ​ຫັນ​ຈາກ​ການ​ປະລາ​ໄຊ​ເປັນ​ໄຊຊະນະ​ໄດ້. ​ເຄັດ​ລັບ​ແມ່ນ​ຕ້ອງ​ມີ​ຄວາມ​ສະຫຼາດ​ຄ່ອງ​ແຄ້ວ, ມີ​ໄຫວ​ພິກ, ຍາດ​ເອົາ​​ໂອກາດ​ຖືກ​ກັບ​ກາລະ. ນີ້​ແມ່ນ​ຈຸດ​ຍອດ​ຍິ່ງ​ຂອງ​ມວຍ​ປ້ຳ, ​ເຊິ່ງບັນດາ​ນາຍ​ພົນ​ໃນ​ປະຫວັດສາດ​ຫວຽດນາມ​ຖອດ​ຖອນ​ມາ​ໄດ້​ເພື່ອ​ນຳພາ​ປະຊາຊົນ ​ຫວຽດນາມ​ຍາດ​ເອົາ​ໄຊຊະນະ​ຕໍ່​​ເສິກ​ຕ່າງ​ດ້າວທີ່​​​ເຂັ້ມແຂງ​ແຮງກ້າ​ມາ​ຮຸກ​ຮານ ​ຫວຽດນາມ​ໃນ​ເມື່ອ​ກ່ອນ​.

        ການ​ແຂ່ງຂັນ​ມວຍ​ປ້ຳ​ຍາມ​ໃດ​ກໍ່ສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ສຽງ​ຮ້ອງ​ໂຮ​ລະດົມ​ກຳລັງ​ໃຈ ພ້ອມ​ກັບ​ສຽງ​ກອງ​ທີ່​ດັງ​ສະໜັ່ນ. ​ໃນ​ການ​ແຂ່ງຂັນ, ນັກ​ມວຍ​ປ້ຳ​ແຕ່ລະ​ຄູ່​ທີ່​ມີ​ຮູບ​ຮ່າງ​ລ້ຳ​ສັນ​, ບໍ່​ໃສ່​ເສື້ອ, ຄຽນ​ຫົວ​ດ້ວຍ​ແພ​ສີຟ້າ, ສີ​ແດງ​ຄວາ​ຕີນ, ຄວາ​ມື, ລໍຖ້າ​ຢື​ດເອົາ​ທ່າ​ໄດ້​ປຽບ​ເພື່ອ​ປ້ຳ​​ຄູ້​ແຂງ​ລົ້ນ​ຫງາຍ. ຢູ່​ອ້ອມ​ຮອບ, ຜູ້​ເຖົ້າ, ຜູ້​ແກ່ ​ແລະ ​ເດັກນ້ອຍ, ຊາວ​ໜຸ່ມ​ຕິດຕາມ​ການ​ຜັນ​ແປ​ຂອງ​ການ​ແຂ່ງຂັນ ​ແລະ ຕົກ​ມື​ຊົມ​ເຊີຍ​ລະດົມ​ກຳລັງ​ໃຈ​ນັກ​ມວຍ​ປຳ້​ທີ່​ເກັ່ງ​ກ້າ​ສາມາດຢ່າງ​ທັນ​ການ. ສ່ວນການ​ແຂ່ງຂັນ​ຂອງ​ນັກ​ມວຍ​ປ້ຳ​ເດັກນ້ອຍ ກໍ່​ຖືກ​ຈັດ​ຕັ້ງ​ສະ​ຫຼັບ​ກັບ​ການ​ແຂ່ງຂັນ​ມວຍ​ປຳ້​ທາງ​ການ. ຫງວຽນ​ຮື້​ວນາມ, ນັກ​ມວຍ​ປ້ຳ​ເດັກນ້ອຍ, ປີ​ນີ້​ອາຍຸ 10 ປີ ກໍ່​ເຊັ່ນ​ດຽວ​ກັບ​ເດັກ​ຊາຍ​ຫຼາຍ​ຄົນ​ໃນ​ບ້ານ​ກໍ່​ປາຖະໜາ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ, ນ້ອງ​ເວົ້າ​ວ່າ:

        “​ເມື່ອ​ບຸນປີ​ໃໝ່​ປະຈຳ​ຊາດ​ວຽນມາ, ການ​ແຂ່ງຂັນ​ມວຍ​ປ້ຳ​ກໍ່​ຖືກ​ຈັດ​ຕັ້ງ, ຫຼານ​ດີ​ໃຈ​ຫຼາຍ ​ເພາະ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ​ແລະ ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ພວກ​ເພື່ອນ​ອີກ“.

ການແຂ່ງຂັນມວຍປ້ຳຢູ່ບ້ານມາຍດົ້ງຍາມຕົ້ນລະດູບານໃໝ່ - ảnh 3
(ການ​ແຂ່ງຂັນ​ຂອງ​ນັກ​ມວຍ​ປ້ຳ​ເດັກນ້ອຍ)

        ບັັນດານັກ​ມວຍ​ປ້ຳທີ່​ແຂ່ງຂັນ​ຊິງ​ລາງວັນ​ທີ 3, ລາ​ງວັນ​ທີ 2, ​ແລະ​ລາງວັນ​ທີ 1, ບໍ່ພຽງ​ແຕ່​ໄດ້​ຮັບ​ລາງວັນ​ຈາກ​ຄະນະ​ຈັດ​ຕັ້ງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຂອງ​ຂວັນ​ຈາກ​ຜູ້​ນິຍົມ​ກິລາ​ປະ​ເພດ​ນີ້​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ງານ​ບຸນ​ແຂ່ງຂັນ​ມວຍ​ປ້ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານ ມາຍ​ດົ້ງ ຍາ​ມ​ໃດ​ກໍ່ສ້າງ​ຄວາມ​ດຶງ​ດູດ, ບໍ່​ພຽງ​ແຕ່​ແມ່ນ​ການ​ລະ​ຫຼິ້ນ​ເທົ່າ​ນັ້ນ, ກິລາ​ປະ​ເພດ​ນີ້​ຍັງ​ແມ່ນ​ວັດທະນະທຳ​ທີ່​ດີ​ງາມ​ໃນ​ພິທີ​ງານ​ບຸນ​ປະ​ເພນີ​ຂອງ​ຫວຽດນາມ​ອີກ​ດ້ວຍ. ປະກອບສ່ວນ​ເສີມ​ຂະຫຍາຍ​ຈິດ​ໃຈກິລາ​ອັນ​ສູງ​ສົ່ງ ກໍ່​ຄື​ນຳ້​ໃຈ​ສາມັກຄີ​ຂອງຊາດ.

ຂ່າວ/ບົດ​ອື່ນ