ຂີດໝາຍມໍລະດົກສະຖາປັດຕະຍະກຳ ຮ່າໂນ້ຍ ຜ່ານພາບຖ່າຍ

(vovworld)- ງານ​ວາງ​ສະ​ແດງ​​ພາບ​ຖ່າຍ “ຮ່າ​ໂນ້ຍ​ໃນ​ໝາກ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ” ຄັ້ງ​ທີ 11 ດ້ວຍ ຫົວ​ຂໍ້: “ຂີດ​ໝາຍ​ມໍ​ລະ​ດົກ​ສະ​ຖາ​ປັດ​ຕະ​ຍະ​ກຳ ຮ່າ​ໂນ້ຍ” ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ສູນ​ມໍ​ລະ​ດົກພະ​ລາດ​ຊະ​ວັງ ທັງ​ລອງ. ງານ​ວາງ​ສະ​ແດງ​ໂດຍ​ຫນັງ​ສື​ພິມ​ເສດ​ຖະ​ກິດ ແລະ ຕົວ​ເມືອງ ສົມ​ທົບ​ກັບ​ສະ​ໂມ​ສອນ​ຖ່າຍ​ຮູບ​ຂອງ​ຜູ້​ອາ​ຍຸ​ສູງ​ຮ່າ​ໂນ້ຍ ຈັດ​ຕັ້ງ ເພື່ອ​ແນ​ໃສ່​ເຊີດ​ຊູ ແລະ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ມໍ​ລະ​ດົກ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ.

 ຂີດໝາຍມໍລະດົກສະຖາປັດຕະຍະກຳ ຮ່າໂນ້ຍ ຜ່ານພາບຖ່າຍ - ảnh 1
ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ຮ່າ​ໂນ້ຍ

        ງານ​ວາງ​ສະ​ແດງຮູບ​ພາບ “ຮ່າ​ໂນ້ຍ​ໃນ​ໝ​າກ​ຫົວໃຈ​ຂອງ​ຂ້າ​ພະ​ະ​ເຈົ້າ” ໄດ້​ແນະ​ນຳ​​ໃຫ້ສາ​ທາ​ລະ​ນະ​ຊົນ ພາບ​ຖ່າຍ​ທີ່​ພົ້ນ​ເດັ່ນ​ກວ່າ 80 ແຜ່ນກ່ຽວ​ກັບ​ຄຸນ​ຄ່າ​ປະ​ຫວັດ​ສາດ​, ວັດ​ທ​ະ​ນະ​ທຳ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ໃນ​ນັ້ນ ມີ​ບັນ​ດາ​ຄຸນ​ຄ່າ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນ​ທຳ​ໂລກ​ຄື: ພະ​ລາດ​ຊະ​ວັງ ທັງ​ລອງ ຮ່າ​ໂນ້ຍ, ວັນ​ມຽບ​ກວາ​ຕື​ຢາມ, ວັນ​ບຸນຢອງ ຫລື​ບັນ​ດາ​ມໍ​ລະ​ດົກທີ່​ເປັນ​ສັນ​ຍາ​ລັກ​ຕິດ​ພັນ​ກັບ​ຮ່າ​ໂນ້ຍ​ຄື: ວັດ​ເສົາ​ດຽວ, ຫນອງ​ໂຮ່​ເກືອມ, ຂົວ​ເທ​ຮຸກ, ຂົວ​ລອງ​ບຽນ, ໂຮງ​ລະ​ຄອນ​ໃຫຍ່…ກໍ່​ຄື​ຮູບ​ພາບ​ຂອງວັດ​ວາ​ອາ​ຮາມ​​ບູ​ຮານຫລາຍ​ແຫ່ງທີ່​ຕິດ​ພັນ​ກັບຊີ​ວິ​ດ​ດ້ານ​ຈິດ​ວິນ​ຍານທີ່​ສັກ​ກະ​ລະ​ບູ​ຊາ ແລະ ສະ​ເພາະ​ຂອງ​ຊາວ​ຫວຽດ​ນາມ. ດ້ວຍ 3 ເນື້ອ​ໃນ​ຕົ້ນ​ຕໍ ນັ້ນ​ແມ່ນ: “ຂີດ​ໝາຍ​ສະ​ຖາ​ປັດ​ຕະ​ຍະ​ກຳ ທັງ​ລອງ - ຮ່າ​ໂນ້ຍ”, “ສະ​ຖາ​ປັດ​ຕະ​ຍະ​ກຳ​ນະ​ຄອນ​ຫລວງ​ໃນ​ໄລ​ຍະ​ເຊື່ອມ​ໂຍງ” ແລະ “ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ປະ​ຕິ​ສັງ​ຂອນ ຮັບ​ປະ​ກັນ​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງວັດ​ທະ​ນະ​ທຳ​ສະ​ຖາ​ປັດ​ຕະ​ຍະ​ກຳ”, ງານ​ວາງ​ສະ​ແດງ​ຄື​ດັ່ງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ຄົງ​ຕົວ​ຕາມ​ການ​ເວ​ລາຂອງ​ບັນ​ດາ​ມໍ​ລະ​ດົກ, ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ​ຮ່ວມ​ແຮງ​ຮ່ວມ​ໃຈເພື່ອ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ຂອງ​ຊາວ​ຮ່າ​ໂນ້ຍ ລຸ້ນ​ຕ່າງໆ. ງານ​ວາງ​ສະ​ແດງ​ພາບ​ຖ່າຍ ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສ​ີ​ສັນ​ວັດ​ທະ​ນະ​ທຳ, ສະ​ຖາ​ປັດ​ຕະ​ຍະ​ກຳ, ເຊື່ອມ​ຕົວ​ກັບ​ວັດ​ທະ​ນະ​ທຳ​ສັງ​ຄົມ​ຂອງ​ວົງ​ຄະ​ນາ​ຍາດ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ ໃຫ້​ແກ່​ສາ​ທາ​ລະ​ນະ​ຊົນ​ຢູ່​ພາຍ​ໃນປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ. ນີ້​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ເປັນ​ຫຍັງ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຫນຶ່ງ​ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ 10 ແຫ່ງ​ທີ່​ດູດ​ດື່ມກວ່າ​ໝູ່​ໃນ​ໂລກ. ທ່ານ ດັ້ງ​ລີງ, ສະ​ໂມ​ສອນ​ຖ່າຍ​ຮູບ​ຂອງ​ຜູ້​ອາ​ຍຸ​ສູງ, ຫນັງ​ສື​ພິມ​ເສດ​ຖະ​ກິດ ແລະ ຕົວ​ເມືອງ ແບ່ງ​ປັນ​ວ່າ​:

        “ຂ້າ​ພະ​ເຈົ້າ​ພາບ​ຖ່າຍ 2 ແຜ່ນ​ກ່ຽວ​ກັບ​ຫໍ​ພິ​ພິ​ດ​ທະ​ພັນ​ປະ​ຫວັດ​ສາດ ແລະ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ຂ້າ​ພະ​ເຈົ້າ​ຢາກ​ຮັກ​ສາ​ໄວ້​ບັນ​ດາ​ຄວາມ​ງາມ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ ແລະ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ຝ​ລັ່ງ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້​ງ​ງານ​ວາງ​ສະ​ແດງ​ເພື່ອ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ຄວາມ​ງາມ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຮ່າ​ໂນ້ຍ.”

 ຂີດໝາຍມໍລະດົກສະຖາປັດຕະຍະກຳ ຮ່າໂນ້ຍ ຜ່ານພາບຖ່າຍ - ảnh 2
ຊາວ​ຮ່າ​ໂນ້ຍ​ມາ​ຊົມ​ພາບ​ຖ່າຍ​ທີ່ງານ​ວາງ​ສະ​ແດງ

        ບ​ັນ​ດາ​ພາບ​ຖ່າ​ຍ​ຢູ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ໂດຍ ນັກ​ຖ່າ​ຍ​ຮູບ​ຂອງ​ສະ​ໂມ​ສອນ​ຖ່າຍ​ຮູບ​ຂອງ​ຜູ້​ອາ​ຍຸ​ສູງ ຮ່າ​ໂນ​້ຍ, ບັນ​ດາ​ນັກ​ຂ່າວ, ຜູ້​ຮ່ວມ​ງານ​ຂອງ​ຫນັງ​ສື​ພິມ​ເສດ​ຖະ​ກິດ ແລະ ຕົວ​ເມືອງ ປະ​ຕິ​ບັດ ແລະ​ຮັກ​ສາ​ໄວ້​ໃນ​ຊຸມ​ປີ​ເຮັດ​ອາ​ຊີບ. ນອກ​ຈາກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ມີ​ຕໍ່​ຮ່າ​ໂນ້ຍ, ນະ​ຄອນ​ຫລວງ ວິ​ລະ​ຊົນ, ນະ​ຄອນ​ເພື່ອ​ສັນ​ຕິ​ພາບ, ບັນ​ດາ​ພາບ​ຖ່າຍ​ຍັງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ຮັກ​ຕໍ່​ນະ​ຄອນ ຮ່າ​ໂນ້ຍ ຂອງ​ບັນ​ດາ​ນັກ​ຖ່າຍ​ຮູບ, ຊື່ງ​ແມ່ນ​ຜູ້​ທີ່​ດຳ​ລົ​ງ​ຊ​ີ​ວິດ, ເຮັດ​ວຽກ ແລະ ສະ​ຫນິດ​ຕິດ​ພັນ​ກັບ​ຮ່າ​ໂນ້ຍ​ໃນ​ສີບໆ​ປີ​ຜ່ານ​ມາ. ມີ​ພາບ​ຖ່າຍກວ່າ 80 ແຜ່ນ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ພາບ​ຖ່າຍ​ທີ່​ພົ້ນ​ເດັ່ນກ່ຽວ​ກັບ​ມໍ​ລະ​ດົກ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຮ່າ​ໂນ້ຍ ນັບ​ຮ້ອຍໆ​ ແຜ່ນ, ເໝາະ​ສົມ​ກັບ​ຫົວ​ເລື່ອງ​ຂອງ​ງານ​ວາງ​ສະ​ແດງ ພ້ອມ​ທັງ​ຮັບ​ປະ​ກັນ​ລັກ​ສະ​ນະ​ສິ​ລະ​ປະ​ຂອງ​ການ​ຖ່າຍ​ຮູບ. ນັກ​ຖ່າຍ​ຮູບ ວ​ັນ​ຟຸກ, ສັງ​ກັດ​ ສະ​ໂມ​ສອນ​ຖ່າຍ​ຮູບ​ຂອງ​ຜູ້​ອາ​ຍຸ​ສູງຮ​່າ​ໂນ້ຍ​ໃຫ້​ຮູ້​ວ່າ:

“ ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ທັດ​ສະ​ນີ​ຍະ​ພາບຢູ່ ​ຮ່າ​ໂນ້ຍ ແມ່ນ​ມີຫລວງ​ຫລາຍ ແຕ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຄັດ​ເລືອກ​ບັນ​ດາ​ຄວາມ​ງາມ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພົ້ນ​ເດັ່ນ​ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ເພື່ອ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ຄັ້ງນີ້. ຜ່ານນັ້ນ ເພື່ອ​ໃຫ້​ສ​າ​ທາ​ລະ​ນະ​ຊົນ ແລະ ນັກ​ທ່ອງ​ທ່ຽວ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ນະ​ຄອນ​ຫລວງກວ່າ ແລະ ເຫັນ​ໄດ້​ຄຸນ​ຄ່າ, ຄວາມ​ງາມ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ, ທັດ​ສະ​ນີ​ຍະ​ພາບ ຮ່າ​ໂນ້ຍ.”

        ມາ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ເອື້ອຍ ຫງວຽນ​ທູ​ງາ ຢູ່ ເມືອງ ເກົາ​ໄຢ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ບັນ​ດາ​ພາບ​ຖ່າຍ​ທີ່​ງານ​ວາງ​ສະ​ແດງ​ແມ່ນ​ບັນ​ດາ​ຮູບ​ພາບ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ມ​ໍ​ລະ​ດົກແຫ່ງ​ຕ່າງ​ຢູ່​ຮ່າ​ໂນ້ຍ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ງານ​ວາງ​ສະ​ແດງ​ຈະ​ຊ່ວຍ​ໃຫ້​ລຸ້ນ​ຫນຸ່ມ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແຫ່ງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ.”

 ຂີດໝາຍມໍລະດົກສະຖາປັດຕະຍະກຳ ຮ່າໂນ້ຍ ຜ່ານພາບຖ່າຍ - ảnh 3
ພາບ​ຖ່າຍ​ກ່ຽວ​ກັບ​ຂົວ​ລອງ​ບຽນ
ພາບ:dantri.com

        “ຮ່າ​ໂນ້ຍ​ໃນ​ໝາກ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ” ແມ່ນ​ງານ​ວາງ​ສະ​ແດງ​ປະ​ຈຳ​ປີ ໂດຍ​ຫນັງ​ສ​ື​ພິມ​ເສດ​ຖະ​ກິດ ແລະ ຕົວ​ເມືອງ ສົມ​ທົບ​ກັບ​ ສະ​ໂມ​ສອນ​ຖ່າຍ​ຮູບ​ຂອງ​ຜູ້​ອາ​ຍຸ​ສູງ ປະ​ຕິ​ບັດ. ຜ່ານໄລ​ຍະ 10 ປີ ດ້ວຍ​ງານ​ວາງ​ສະ​ແດງ​ເປັນ 10 ຄັ້ງ, “ຮ່າ​ໂນ້ຍ​ໃນ​ໝາກ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ” ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ຜູ້​ນິ​ຍົມ​ຖ່າຍ​ຮູບ, ມີ​ຄວາມ​ຮັກ​ຕໍ່​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ໃນ​ຕົ້ນ​ເດືອນ 10 ປະ​ຈຳ​ປີ. ງານ​ວາງ​ສະ​ແດງ​ໄດ້​ສ້າງ​ຂີດ​ໝາຍ​ໃນ​ດວງ​ໃຈຂອງ​ສາ​ທາ​ລະ​ນະ​ຊົນ ຍ້ອນ​ມີ​ຄວາມ​ຮັກ​ຕໍ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຢ່າງ​ຈິງ​ໃຈ ແລະ ສະ​ຫນິດ​ແຫນ້ນ ພ້ອມ​ດ້ວຍ​ວິ​ໄສ​ທັດ​ໃນ​ອາ​ຊີບ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ປະ​ສົບ​ການ​ໃນ​ຊີ​ວິດ​ຂອງ​ບັນ​ດາ​ນັກ​ຖ່າຍ​ຮູບ.


ຕອບກັບ

ຂ່າວ/ບົດ​ອື່ນ