ຂະບວນການຟ້ອນ Bellydanceຢູ່ ຮ່າໂນ້ຍ

ຟ້ອນ Bellydance ແມ່ນ​ວາດ​ຟ້ອນ​ທີ່​ກຳ​ເນີດ​ມາ​ຈາກ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ໄດ້​ກາຍ​ປະ​ເພດ​ສິ​ລະ​ປະ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກຫຼາຍ​ຄົນ​ຢູ່​ຫວຽດ​ນາມໃນ​ມໍ່​ໆ​ມານີ້. ຟ້ອນ Bellydance ບໍ່​ພຽງ​ແຕ່​ຊ່ວຍ​ແມ່​ຍິງ​ສາ​ມາດຫຼຸດ​ນ້ຳ​ໜັກ​ດ້ວຍ​ຈັ່ງ​ຫວະ​ທີ່​ມີ​ສະ​ເໜ່ເທົ່າ​ນັ້ນ, ຫາກ​ຍັງຊ່ວຍ​ແມ່​ຍິງ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ ແລະ ຮັກ​ຫອມ​ຊີ​ວິດ​ອີກ​ດ້ວຍ. 

ຂະບວນການຟ້ອນ Bellydanceຢູ່ ຮ່າໂນ້ຍ - ảnh 1
ຟ້ອນ Bellydance ແມ່ນ​ວາດ​ຟ້ອນ​ທີ່​ກຳ​ເນີດ​ມາ​ຈາກ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

     ນາງ ຫງວຽນ​ກິມ​ທູ ຜູ້​ເຂົ້າ​ຮ່ວມ​ການ​ແອບ ຟ້ອນ Bellydance​ ຢູ່​ສະ​ໂມ​ສອນ ຟ້ອນ Bellydance ທີ່​ຫໍ​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ​ຮ່າ​ໂນ​້ຍ. ຢູ່​ສະ​ໂມ​ສອນ​ແຫ່ງນີ້, ມີຫຼາຍ​ຄົນ​ຫາ​ກໍ​ໄດ້​ແອບ ຟ້ອນ Bellydance, ແຕ່​ມີ​ບາງ​ຄົນ​ກໍ​ໄດ້​ແອ​ບາ​ເປັນ​ເວ​ລາ 10 ປີ​ແລ້ວ. ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ເມົາ​ມົວ​ກັບຟ້ອນ Bellydance. ນາງ ຫງວຽນ​ກິມ​ທູ ເວົ້າ​ວ່າ : 

    “ ຂ້າ​ພະ​ເຈົ້າ​ປີນີ້​ມີອາ​ຍຸ 60 ປີ​ແລ້ວ, ເຂົ້າ​ຮ່ວມສະ​ໂມ​ສອນຟ້ອນ Bellydance ໄດ້​ເກືອບ 2 ປີ​ແລ້ວ. ມັນ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ອ່ອນ​ໂຍນກວ່າ. ນອກ​ຈາກ​ການ​ຟ້ອນ​ດ້ວຍ​ຈັ່ງ​ຫວະ​ຕ່າງໆ​ນັ້ນ, ກໍ​ຕ້ອງ​ມີ​ການ​ເຄື່ອນ​ເໜັງຫຼາຍ​ຢ່າງ ອັນ​ໄດ້​ຊ່ວຍ​ໃຫ້​ການ​ໝູນ​ວຽນ​ຂອງ​ເລືອດ ແລະ ຄວາມ​ດັນ​ເລືອດ​ດີ​ທີ່​ສຸດ”

     ໂດຍ​ໄດ້​ເຂົ້າ​ມາ​ຫວຽດ​ນາມ​ແຕ່​ປີ 2008, ປະ​ຈຸ​ບັນ, ຟ້ອນ Bellydance ພວມ​ກາຍ​ເປັນຂະ​ບວນ​ການ​ທີ່​ດູດ​ດື່ມ​ສຳ​ລັບ​ແມ່​ຍິງຫ​ລາຍ​ຄົນ. ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ແອບ ຟ້ອນ Bellydance ຢູ່​ຫວຽດ​ນາມ, ນາງ Nadia Nikishenko ແບ່ງ​ປັນ​ວ່າ : 

    “ ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ວ່າ ບັນ​ດາ​ເພື່ອນ​ຫວຽດ​ນາມ​ຊົມ​ຊອບ ຟ້ອນ Bellydance ປານນັ້ນ. ຟ້ອນ Bellydance ຈະ​ຊ່ວຍ​ໃຫ້​ພວກ​ເພື່ອນ​ມີ​ສຸ​ຂະ​ພາບ, ມີ​ຄວາມ​ງາມ​ທາງ​ດ້ານ​ຮ່​າງ​ກາຍ ແລະ ຮູ້​ສຶກ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ເຕັ້ນ​ຕາມ​ຈັ່ງ​ຫວະ​ຂອງ​ບົດ​ດົນ​ຕີ​ທີ່​ຕົນ​ເອງ​ຊົມ​ຊອບ ”

     ຕາມ​ນັກຟ້ອນ Bellydance ຂາວ​ມາ​ເລ​ເຊຍ ນາງ LiJun ແລ້ວ, ຈັ່ງ​ຫວະ​ທີ່​ຍິ່ງ​ຍາກ​ກໍ​ຍິ່ງ​ຄັກ ແລະ ມີ​ວິນ​ຍານ. ນາງ LiJun ເວົ້າ​ວ່າ : 

   “ຟ້ອນ Bellydance ແມ່ນ​ສາ​ມາດ​ແອບສຳ​ລັບ​ແມ່​ຍິງທຸກໆ​ຄົນ, ເຖິງວ່າ​ເພື່ອນ​ເປັນ​ຄົນ​ຕຸ້ຍຫຼື​ຈ່ອຍ​, ຫນຸ່ມຫຼື​ແກ່ກໍ​ຕາມ ກໍ​ລ້ວນ​ແຕ່​ສາ​ມາດ​ແອບຟ້ອນ Bellydance ໄດ້​ໝົດ ”

     ຕາມ​ນາງ​ໂດ້​ຮົ່ງແຫ້ງ, ນັກຟ້ອນ Bellydance ຜູ້​ທີ່​ມີ​ຊື່​ສຽງ​ຢູ່​ຫວຽດ​ນາມ ​ແລ້ວ, ຟ້ອນ Bellydance ຫວຽດ​ນາມໃນ​ປະ​ຈຸ​ບັນ ບໍ່​ພຽງ​ແຕ່ສະ​ແດງ​ໃຫ້​ເຫັນ​ລີ​ລາ​ສິ​ລະ​ປະ​ການ​ສະ​ແດງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ປະ​ສານດ້ວຍ​ຈັ່ງ​ຫວະ​ດ້ວຍ​ແນວ​ຄວາມ​ຄິດ​ອັນ​ເປັນ​ເອ​ກະ​ລັກ​ສະ​ເພາະເຂົ້າ​ໃນບົດ​ຟ້ອນ​ອີກ​ດ້ວຍ. ນາງ​ໂດ້​ຮົ່ງ​ແຫ້ງ ເວົ້າ​ວ່າ : 

    “ຟ້ອນ Bellydance ແມ່ນ​ປະ​ເພດ​ສິ​ລະ​ປະ​ສຳ​ລັບ​ແມ່​ຍິງ, ແມ່​ຍິງ​ອາດ​ຈະ​ຟ້ອນ​ຜູ້​ດຽວຫຼື​ຟ້ອນ​ເປັນ​ກຸ່ມ, ບໍ່​ຄື​ເຕັ້ນ​ລຳ, ຟ້ອນ​ລຳ​ວົງ ທີ່​ອາດ​ຈະ​ຕ້ອງ​ການ​ມີ​ເພດ​ຊາຍ​ຕື່ມ​ອີກ. ຈຸດ​ພິ​ເສດ​ອີກ​ອັນ​ໜຶ່ງ ແມ່ນ​ການ​ນຸ່ງ​ຖື​ແມ່ນ​ງາມຫຼາຍ. ປະ​ຈຸ​ບັນ, ຟ້ອນ Bellydance ໄດ້​ມີ​ຈຸດ​ຢືນ​ໃນ​ພາກ​ພື້ນ​ອາ​ຊີ​ແລ້ວ ”

ຕອບກັບ

ຂ່າວ/ບົດ​ອື່ນ