ຂະແຫນງກະຈາຍສຽງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ

(vovworld) - ປະຈຸ​ບັນ, ຂະ​ແຫນງ​ກະຈາຍສຽງຫວຽດນາມ ຊື່​ງລວມມີ: ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ (​ວິທະຍຸ​ກະຈາຍສຽງຫວຽດນາມ) ​ແລະ ວິທະຍຸ​ກະຈາຍສຽງ 68 ​ແຫ່ງ​ ທີ່​ຂຶ້ນ​ກັບ​ບັນດາ​ແຂວງ, ນະຄອນ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກວ່າ​ເຄິ່ງສັດຕະວັດ ພວມ​ຜັນ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ຢ່າງ​ສຸດຂີດ, ຫັນ​ບັນດາ​ທ່າ​ໄດ້​ປຽບ​ດ້ານ​ກະຈາຍສຽງ​​ໃຫ້ເປັນ​ລະອຽດ ​ແລະ ທັນ​ສະ​ໄຫມ ບໍ່​ສະ​ເພາະແຕ່​​ດ້ານ​ເນື້ອ​ໃນ​, ລາຍການເທົ່າ​ນັ້ນ ຫາກ​ຍັງ​ດ້ານເຕັກ​ໂນ​ໂລ​ຊີ, ວິທະຍາສາດ​ເຕັກນິກອີກ​ດ້ວຍ ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ​​ໃຫ້​ແກ່ຜູ້​ຟັງ​ໃນ​ສັງຄົມ​ທີ່ທັນ​ສະ​ໄຫມ​ໃນ​ປະຈຸ​ບັນ. ​ເນື່ອງ​ໃນ​ໂອກາດ​ວັນ Radio ​ໂລກ 13/2, ນັກ​ຂ່າວ ບູ່​ຍຮັ່ງ ມີ​ບົດ​ສາລະ​ຄະດີ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຂະ​ແຫນງ​ກະຈາ​ຍສຽງຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​

ຂະແຫນງກະຈາຍສຽງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ ຫງວຽນ​ດັງ​ຕຽນ ອຳນວຍ​ການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ

        ສຽງ​ທີ່​ທ່ານ​ຫາ​ກໍ່​ຮັບ​ຟັງ​ຜ່ານ​ໄປ​​ແລ້ວ​ນັ້ນ ​ແມ່ນ​ສ່ວນ​ຫນຶ່ງ​ຂອງ​ລາຍການ​ອອກ​ອາກາດ​ສົດ​ເນື່ອງ​ໃນ​ໂອກາດ​ສະ​ເຫ​ນີມສະຫລອງ 40 ປີ​ແຫ່​ງວັນ​ລົງ​ນາມ​ໃນ​ສັນຍາ​ປາຣີ ກ່ຽວ​ກັບ​ສັນຕິພາບ​ໃຫ້​ແກ່ ຫວຽດນາມ ​​ເຊິ່ງອອກອາກາດໃນ​ຕະຫລອດ 7 ຊົ່ວ​ໂມງ​​ເມື່ອວັນ​ທີ 27/1/2013 ຜ່ານ​ມາ. ນີ້​ພຽງ​ແຕ່​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການ​ອອກ​ອາກາດສົດຂອງ​ວິທະຍຸ​ກະຈາຍສຽງຫວຽດນາມ​ເວົ້າ​ສ​ະ​ເພາະ, ຂະ​ແຫນງ​ກະຈາຍສຽງ ຫວຽດນາມ​ເວົ້າ​ລວມ ​ທີ່​ເຄີຍ​ປະຕິບັດ​ໃນ​ແຕ່​ລະ​ມື້, ​ໃນ​ສະພາບທີ່​ການ​ກະຈາຍສຽງ​ນັບ​ມື້​ນັບ​ຢືນຢັນ​ບົດບາດ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ສັງຄົມ​ສື່ສານ​ທີ່​ທັນ​ສະ​ໄຫມນັ້ນ. ບັນດາ ລາຍການ​ອອກ​ອາກາດ​ສົດ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ນັບ​ມື້​ນັບ​ຫຼາຍ ແລະ​ ໄດ້​ຮັບ​ການ​ປະຕິບັດ​ເມື່ອ​ມີ​ເຫດການ​ສຳຄັນ​ ແລະ ​ໃນ​ບັນດາ​ລາຍການ​ສະຖານະ​ການການ​ເມືອງ ກໍ​ຄື​ຄໍ​ລຳ​ໃນ​ແຕ່​ລະ​ວັນ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເວົ້າ​ສະ​ເພາະ, ລະບົບ​ກະຈາຍສຽງຫວຽດນາມ​ ເວົ້າ​ລວມ​ໄດ້ແລະພວມ​ເຊື່ອມ​ໂຍງ​ຢ່າງ​ແຂງ​ແຮງ​ພ້ອມ​ກັບ​ບັນດາ​ວິທະຍຸ​ກະຈາຍສຽງ​ໃນ​ໂລກ​ໃນ​ສັງກະ​ລາດ​​ແຫ່ງ​ຂໍ້​ມູນ​ຂ່າວສານ​ທົ່ວ​ໂລກ. ນັກ​ຂ່າວຫງວຽນ​ທິຮັ່ງ​ງາ,ຮອງ​ຫົວຫນ້າ​ພະ​ແນ​ກສະຖານະ​ການ, ລະບົບ​ສະຖານະ​ການ​ການ​ເມືອງຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມໃຫ້​ຮູ້​ວ່າ:

        “​ໃນ​ປີຜ່ານມາ, ລາຍການ​ສະຖານະ​ການ​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ການ​ປ່ຽນ​ແປງ​ດີ​ພໍ​ສົມຄວນ. ຕົວຢ່າງຄື: ລາຍການ​ສະຖານະ​ການ​ທີ່ອອກ​ອາກາດ​ເວລາ 12 ​ໂມງ,​ ກ່ອນ​ນີ້ ຈຸດ​ສຸມຂອງ​ລາຍການ​ແມ່ນ​ສະຫງວນ​ໃຫ້​ແກ່​ຂ່າວ​ຄາວ, ກ່ຽວ​ກັບ​ສະຖານະ​ການ, ການ​ເມືອງ, ​ເສດຖະກິດ, ສັງຄົມ ​ແຕ່​ມາ​ບັດ​ນີ້ ພວກ​ຂ້າພະ​ເຈົ້າ​ປ່ຽນ​ແປງ​ຕາມ​ທິດ​ທັງ​ຮັບປະກັນ​​ໃຫ້ຂ່າວ​ດ້ານການ​ເມືອງ​ທີ່ສຳຄັນຢ່າງທັນ​ການ, ​ວ່ອງ​ໄວ ​ແຕ່​ກໍ່ໃຫ້ບຸລິມະສິດບັນດາ​ບັນຫາການ​ດຳລົງຊີວິດຂອງ​ປະຊາຊົນ. ພວກຂ້າພະເຈົ້າກໍ ເພີ່ມເວລາອອກອາກາດ ກໍ່ຄືເພີ່ມລັກສະນະ ໃກ້ຊິດຕິດແທດກັບຊີວິດການ​ເປັນ​ຢູ່ກວ່າອີກ.  ດ້ວຍ​ການ​ສົມທົບ​ກັບ​ບັນດາ​ອົງການ​ປະຈຳ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຈັດລາຍການອອກ​ອາກາດ​ສົດ, ​ເຮັດ​ໃຫ້​ລາຍການ​ຂ່າວ​ມີ​ຊີວິດ​ຊີວາ​ກວ່າ.”

        ຄຽງຄູ່ກັບການປະຕິບັດບັນດາລາຍການອອກອາກາດສົດ, ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າສະເພາະ ແລະ ລະບົບກະຈາຍສຽງຢູ່ ຫວຽດນາມ ເວົ້າລວມ ໄດ້ຂຸດຄົ້ນລັກສະນະໂດຍກົງ  ສອ່ງແສງບັນດາເຫດການທີ່ເກີດຂຶ້ນ ໃນຊີວິດ ຢ່າງ ວອ່ງໄວທີ່ສຸດ. ສຳລັບບັນດາລາຍການດັ່ງກ່າວ,  ຜູ້ຟັງສາມາດເຂົ້າຮ່ວມ​ເນື້ອ​ໃນລາຍການ​ຕ່າງໆໂດຍກົງ​ໄດ້,ເພີ່ມລັກສະນະໃກ້ຊິດ, ເຮັດໃຫ້ລາຍການ
ກະຈາຍສຽງ​ປຽບ​ເພື່ອນຜູ້​ໜຶ່ງຜູ້​ສະໜິດສະໜົມ​ຂອງ​ຜູ້​ຟັງ, ແມ່ນເວທີເພື່ອໃຫ້ທຸກຄົນສາມາດ
ແບ່ງປັນທັດສະນະ, ຄຳຄິດ​ຄຳເຫັນ. ນັກຂ່າວ ໂດບີກ, ຮອງຜູ້ອຳນວຍການວິທະຍຸກະຈາຍສຽງ, ໂທລະພາບ ແຂວງກວ໋າງນີງ  ໃຫ້ຮູ້ວ່າ:

    “ກ່ຽວກັບຂົງເຂດກະຈາຍສຽງ, ພວກຂ້າພະເຈົ້າພວມຍູ້ແຮງເພື່ອຈັດຫລາຍ ລາຍການອອກອາກາດສົດ. ໃນບັນດາລາຍການອອກອາກາດສົດນັ້ນ, ພວກຂ້າພະ ເຈົ້າຈັດ​ທຳລາຍການຕາມຮູບການໂດຍກົງ, ມີການປຶກສາຫາລື ແລະ ຕອບຮັບຄຳເຫັນ.  ແລະ ຜູ້ຟັງສາມາດເຂົ້າຮ່ວມລາຍການ, ອັດສຽງພ້ອມກັບໂຄສົກ, ບັນນາທິການ​ໄດ້. ”

ຂະແຫນງກະຈາຍສຽງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ - ảnh 2
ຊ່ອງ​ຄົມມະນາຄົມ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ
ພາບ:internet

 ໃນວິວັດ​ແຫ່ງ​ການຢັ້ງຢືນທີ່ຕັ້ງຂອງຕົນແລະເຊື່ອມໂຍງ ພ້ອມກັບບັນດາປະເທດໃນພາກພື້ນ
ແລະໃນໂລກ,ລະບົບກະຈາຍສຽງຢູ່ຫວຽດນາມໄດ້ປະຕິບັດການປະຕິຮູບຢ່າງແຂງແຮງ, ເພີ່ມທະວີ
ບັນດາຮູບການສື່ສານ, ສຳພັດກັບຜູ້ຟັງ. ສິ່ງທີ່ຕ້ອງເວົ້າເຖິງ ນັ້ນແມ່ນ ເລື່ອງວິທະຍຸກະຈາຍສຽງ ຫວຽດນາມ ປ່ຽນໃຫມ່ເຕັກໂນໂລຊີສົ່ງສັນຍານ ແລະ ກະຈາຍຄ້ືນ, ນຳໃຊ້ເຕັກໂນໂລຊີ, ອຸຸປະກອນກະຈາຍສຽງ, ໂທລະພາບທັນສະໄຫມ, ບັນດາຊອບແວຫນູນຊ່ວຍ ການກະຈາຍສຽງ, ເຄືອຂ່າຍອິນເຕີແນດທົ່ວໂລກ, ເຄືອຂ່າຍ LAN, ບັນດາອຸປະກອນກະຈາຍສຽງ, ເຕັກໂນໂລຊີໂທລະຄົມ ດ້ວຍການສະຫນອງ ບໍລິການນຳໃຊ້ງ່າຍດາຍໃຫ້ແກ່ຜູ້ຟັງ. ການປ່ຽນແປງເຕັກໂນໂລຊີ ແລະ ຮູບການສ່ົງຂໍ້ມູນຂ່າວສານແມ່ນບາດກ້າວຫັນປ່ຽນຢ່າງແຂງແຮງທີ່ສຸດຂອງ ວິທະຍຸ
ກະຈາຍສຽງຫວຽດນາມ ໃນສະ​ພາບ​ສື່ສານ​ເຕັກນິກ ດີ​ຊີ​ທອນ ​ທົ່ວ​ໂລກ ໃນປະຈຸບັນ. ທ່ານ ຫງວຽນຊວນຮູຍ, ຜູ້ອຳນວຍການສູນເຕັກນິກກະຈາຍສຽງ, ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

        “ໃນຊຸມມື້ມໍ່ໆມານີ້ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສຸມໃສ່ລົງທຶນໃຫ້​ແກ່ ​ເຕັກນິກສົ່ງສັນຍານ, ກະຈາຍຄື້ນ ແລະ ບໍລິ​ເວນ​ສົ່ງ​ສັນຍານ. ວິທະຍຸກະຈາຍສຽງ ຫວຽດນາມ ກໍຂະຫຍາຍບໍລິ​ເວນ​ສົ່ງ​ສັນຍານໃຫ້ແກ່ເຂດຫ່າງໄກສອກຫລີກແລະຮັບປະກັນການ ອອກ​ອາກາດບັນດາລາຍການກະຈາຍ

ສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ອອກສູ່ປະຊາຊົນໃນທົ່ວປະເທດ. ຄຽງຄູ່ກັນນັ້ນ ວິທະຍຸກະຈາຍສຽງຫວຽດນາມກໍໄດ້ລົງທຶນ ເປີດກວ້າງເຂດສົ່ງ​ສັນຍານພິເສດເຖິງເຂດຫ່າງໄກສອກຫລີກແລະ ສຸມໃສ່ພາກພື້ນ ທະວີບອາເມລິກາ, ເອີລົບ, ຕາເວັນອອກກາງ ແລະ ເຂດໃກ້ຄຽງ ຫວຽດນາມ.”

    ດ້ວຍບັນດາທ່າໄດ້ປຽບກ່ຽວກັບຂໍ້ມູນຂ່າວສານທີ່ໃກ້ຊິດຕິດແທດກັບຕົວຈິງ, ລາຍການອອກອາກາດສົດແລະ ອອກຂ່າວຕາມທິດທັນສະໄຫມ, ຂະແຫນງ ກະຈາຍສຽງ ຫວຽດນາມ ນັບມື້ນັບຢືນຢັນໄດ້ທ່າແຮງ ແລະ ຄວາມດູດດື່ມຂອງຕົນ ທີ່ມີຕໍ່ຜູ້ຟັງ ຫວຽດນາມ ແລະ ໂລກ. ໃນຂະບວນວິວັດແຫ່ງການພັດທະນາຂອງຕົນ, ຂະແຫນງກະຈາຍສຽງ ຫວຽດນາມ ໄດ້ມີການປ່ຽນ​ໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອຮັບໃຊ້ ຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງຜູ້ຟັງ ແລະ ໃນໄລຍະຈະມາເຖິງ ຍັງສືບຕໍ່ຍົກສູງຄຸນນະພາບ, ເອົາໃຈໃສ່ເຖິງຄວາມຕ້ອງການ, ຄວາມໃກ້ຊິດຕິດແທດ ກັບຊີວິດປະຈຳວັນຂອງຜູ້ຟັງ. ບັນດານັກຂ່າວ, ບັນນາທິການຂອງຂະແຫນງ ກະຈາຍສຽງ ຫວຽດນາມ ຈະນຳໃຊ້ລັກສະນະສະເພາະຂອງວິທະຍຸກະຈາຍສຽງ ໃນສາຍກ່ຽວພັນ ກັບອິນເຕີແນດ, ໂທລະພາບ, ຫນັງສືພິມເພື່ອໃຫ້ຂະແຫນງກະຈາຍສຽງສົມ ​ເປັນ​ຂົວເຊື່ອມ​ຕໍ່ພູມປັນຍາດ້ານສື່ສານໃນສັງຄົມທີ່ທັນ
ສະໄຫມ.


ຕອບກັບ

ຂ່າວ/ບົດ​ອື່ນ