ຄຸນນະທາດທະຫານລຸງໂຮ່ ຢູ່ເຂດ “ດິນແດນເກີດການປະທະກັນ”

(VOVWORLD) -ອອກເດີນທາງໄປຮັບໜ້າທີ່ໃນເດືອນ ພະຈິກ 2019 ຢູ່ປະເທດໄດ້ຮັບຖືວ່າ ມີ “ປືນຫຼາຍກວ່າເຂົ້າ”, ພະນັກງານຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 2 ໄດ້ ຮັບຮູ້ກ່ຽວກັບບັນດາຄວາມຫຍຸ້ງຍາກທີ່ຕ້ອງປະເຊີນໜ້າຢ່າງຈະແຈ້ງ.

ຄຸນນະທາດທະຫານລຸງໂຮ່ ຢູ່ເຂດ “ດິນແດນເກີດການປະທະກັນ” - ảnh 1 ພະນັກງານ, ນັກຮົບໂຮງໝໍກາງສະໜາມຊັ້ນ 2 ເລກ 2 ຖ່າຍຮູບກ່ອນທີ່ເດີນທາງໄປປະຕິບັດງານ

(ພາບ: vietnam.embassy.gov.au)

ໂດຍຮັບໜ້າທີ່ຢູ່ປະເທດເກີດສົງຄາມກາງເມືອງຢ່າງຕໍ່ເນື່ອງ, ອຶດຫິວທຸກຍາກ, ອາກາດຮ້າຍແຮງ… ບັນດາຮູບພາບທັງໝົດເຫຼົ່ານັ້ນ ໄດ້ຜ່ານການເຂົ້າຮ່ວມພຶດຕິກຳຕົວຈິງແມ່ນຄວາມຊົງຈຳທີ່ບໍ່ອາດລືມໄດ້ໃນຊີວິດຂອງບັນດາພະນັກງານ, ນັກຮົບໂຮງໝໍກາງສະໜາມຊັ້ນ 2 ເລກ 2 ຢູ່ປະເທດຊູດັງໃຕ້. ປະຕິບັດໜ້າທີ່ຢູ່ປະເທດເກີດສົງຄາມກາງເມືອງເປັນເວລາກວ່າ 1 ປີ, ບັນດາອ້າຍທະຫານລຸງໂຮ່ ມີຄວາມເຊື່ອໝັ້ນຕົນເອງທະນົງອົງອາດ ແລະ ມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາວຽກງານທີ່ເຮັດໄດ້ໃນບົດບາດການເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ.

        “ສະຫະປະຊາຊາດຂອບໃຈບັນດາຄວາມມານະພະຍາຍາມຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 2 ໃນເລື່ອງວາງອອກບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພ້ອມທັງສະເໜີໃຫ້ຫວຽດນາມ ເພີ່ມທະວີການເຄື່ອນໄຫວດັ່ງກ່າວໃຫ້ຫຼາຍກວ່າອີກ ເພື່ອແນໃສ່ໜູນຊ່ວຍຄະນະປະຕິບັດງານຂອງສະຫະປະຊາຊາດຢູ່ ຊູດັງໃຕ້. ສະຫະປະຊາຊາດຈະຈາລິກໄວ້ໃຫ້ເໝາະສົມເພື່ອເປັນການລະດົມຄວາມມານະພະຍາຍາມຂອງກຳລັງຮັກສາສັນຕິພາບ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໃນນັ້ນມີບັນດານາຍທະຫານຮັກສາສັນຕິພາບຂອງຫວຽດນາມ”.

        ນີ້ແມ່ນການຕີລາຄາຂອງທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Atul Khare ກ່ຽວກັບບັນດາການເຄື່ອນໄຫວຂອງກຳລັງຮັກສາສັນຕິພາບຫວຽດນາມ. ນີ້ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງຢ່າງແທ້ຈິງໃຫ້ແກ່ຖັນແຖວພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 2 ຢູ່ຊູດັງໃຕ້ ກົງກັບເວລາຮັບມືກັບໂລກລະບາດໂຄວິດ-19.

        ອອກເດີນທາງໄປຮັບໜ້າທີ່ໃນເດືອນ ພະຈິກ 2019 ຢູ່ປະເທດໄດ້ຮັບຖືວ່າ ມີ “ປືນຫຼາຍກວ່າເຂົ້າ”, ພະນັກງານຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 2 ໄດ້ ຮັບຮູ້ກ່ຽວກັບບັນດາຄວາມຫຍຸ້ງຍາກທີ່ຕ້ອງປະເຊີນໜ້າຢ່າງຈະແຈ້ງ. ຫຼັງຈາກນັ້ນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດໄປເຖິງປະເທດ ຊູດັງໃຕ້ ນີ້ແມ່ນສິ່ງທ້າທາຍໃໝ່ສຳລັບຖັນແຖວພະນັກງານ, ພາລະກອນຂອງໂຮງໝໍ ຢ່າງແທ້ຈິງ. ທ່ານຫົວໜ້າໂຮງໝໍກາງສະໜາມຊັ້ນ 2 ເລກ 2, ພັນໂທ, ທ່ານໝໍ ຫວໍວັນຫຽນ, ແບ່ງປັນວ່າ.

        “ໂຮງໝໍກາງສະໜາມຊັ້ນ 2 ເລກ 2 ແມ່ນໜຶ່ງໃນຈຳນວນໂຮງໝໍ 5 ແຫ່ງຢູ່ບໍລິເວນ ເຊິ່ງສະຫະປະຊາຊາດມອບໝາຍໜ້າທີ່ມໃຫ້ເປັນແນວໜ້າປ້ອງກັນ ໂຄວິດ-19. ນີ້ແມ່ນຈຸດເວລາເຄັ່ງຕຶງ ແລະ ເຕັມໄປດ້ວຍຄວາມທົດສອບສຳລັບບັນດາແພດໝໍທະຫານ”.

        ໂຮງໝໍຕັ້ງຢູ່ຂ້າງຄ້າຍລີ້ໄພມີກວ່າ 110.000 ຄົນ, ສະນັ້ນຈຶ່ງມີຄວາມວິຕົກກັງວົນທີ່ສຸດຕໍ່ຄວາມສ່ຽງອາດຈະເກີດໂລກລະບາດ. ພັນໂທ ຫວໍວັນຫຽນ ໃຫ້ຮູ້ວ່າ, ເສີມຂະຫຍາຍຄຸນນະທາດທະຫານລຸງໂຮ່ ທີ່ບໍ່ຫວາດຫວັ່ນຄວາມຫຍຸ້ງຍາກລຳບາກ, ຜ່ານຜ່າສິ່ງທ້າທາຍນາໆປະການ, ພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 2 ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ.

        “ພວກຂ້າພະເຈົ້າໄດ້ເປັນເຈົ້າການນຳໃຊ້ບັນດາພື້ນຖານວັດຖຸ, ອຸປະກອນທີ່ມີຢູ່ແລ້ວໃນບໍລິເວນນີ້ ເພື່ອສ້າງເຂດແຍກຕົວ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຕອບສະໜອງບັນດາຄຳຮຽກຮ້ອງຂອງສະຫະປະຊາຊາດຢ່າງຄົບຖ້ວນ. ນອກນັ້ນ, ພວກຂ້າພະເຈົ້າຍັງໄດ້ສົມທົບກັບບັນດາອົງການສາທາລະນະສຸກຂອງຄະນະປະຕິບັດງານສະຫະປະຊາຊາດ, ກະກຽມຜັນຂະຫຍາຍການຮັບມືໃນທຸກສະພາບການ”.

ຄຸນນະທາດທະຫານລຸງໂຮ່ ຢູ່ເຂດ “ດິນແດນເກີດການປະທະກັນ” - ảnh 2 ແພດໝໍປິ່ນປົວພະຍາດໃຫ້ແກ່ຊາວທ້ອງຖິ່ນ

(ພາບ: baoquocte.vn)

        ມີຈົດໝາຍຫຼາຍສະບັບໄດ້ຍ້ອງຍໍຊົມເຊີຍວ່າ “ໂຮງໝໍດີທີ່ສຸດໃນຄະນະປະຕິບັດງານຮັກສາສັນຕິພາບຢູ່ ຊູດັງໃຕ້” ແມ່ນສິ່ງພິສູດໃຫ້ເຫັນຢ່າງພາວະວິໄສກ່ຽວກັບກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງຂອງໂຮງໝໍເວົ້າສະເພາະ, ກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ ໃນສາຍຕາຂອງສະຫະປະຊາຊາດ ແລະ ເພື່ອນມິດສາກົນ. ບັນດາຂີດໝາຍຂອງໂຮງໝໍແຫ່ງນີ້ ໄດ້ເປັນການສືບທອດຜົນງານຂອງກຳລັງຮັກສາສັນຕິພາບຫວຽດນາມ, ປະກອບສ່ວນຢັ້ງຢືນຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນພາລະກຳຮັກສາສັນຕິພາບຂອງສະຫະປະຊາຊາດ.

        ເຂົ້າຮ່ວມຢ່າງເປັນທາງການນັບແຕ່ປີ 2014, ຫວຽດນາມ ໄດ້ຜັນຂະຫຍາຍພະນັກງານ, ທະຫານນັບຮ້ອຍຄົນໄປເຂົ້າຮ່ວມການຮັກສາສັນຕິພາບ. ອັດຕາສ່ວນທະຫານຍິງຂອງ ຫວຽດນາມ ທີ່ເຄື່ອນໄຫວຮັກສາສັນຕິພາບຢູ່ສະຫະປະຊາຊາດແມ່ນກວມເອົາ 17%, ສູງກວ່າອັດຕາລວມຂອງສະຫະປະຊາຊາດ. ທ່ານ Akim Koma, ຫົວໜ້າໂຮງໝໍ Bentiu, ຢູ່ ຊູດັງໃຕ້, ແບ່ງປັນວ່າ.

        “ພວກຂ້າພະເຈົ້າໄດ້ຮ່ວມມືກັບກຳລັງຮັກສາສັນຕິພາບຫວຽດນາມ ກ່ອນນີ້ 2 ປີ, ນັບແຕ່ໂຮງໝໍກາງສະໜາມຊັ້ນ 2 ເລກ 1 ແລະ ປະຈຸບັນແມ່ນໂຮງໝໍກາງສະໜາມຊັ້ນ 2 ເລກ 2. ບັນດານາຍທະຫານກຳລັງຮັກສາສັນຕິພາບຫວຽດນາມ ມີລະດັບເປັນມືອາຊີບ ແລະ ສຸດຈິດສຸດໃຈຕໍ່ວຽກງານ. ເຂົາເຈົ້າໄດ້ຊ່ວຍເຫຼືອພວກຂ້າພະເຈົ້າຫຼາຍຢ່າງໃນການປິ່ນປົວໃຫ້ຄົນເຈັບ. ຂ້າພະເຈົ້າຫວັງວ່າ, ການຮ່ວມມືນີ້ຈະສືບຕໍ່ໄດ້ຮັບການປະຕິບັດ, ນຳມາເຊິ່ງການດຳລົງຊີວິດທີ່ດີກວ່າໃຫ້ແກ່ຊາວທ້ອງຖິ່ນ”.

        ນອກຈາກວຽກງານວິຊາສະເພາະແລ້ວ, ບັນດານາຍທະຫານຮັກສາສັນຕິພາບຫວຽດນາມ ຍັງສ້າງຂີດໝາຍຢູ່ບັນດາຄະນະປະຕິບັດງານດ້ວຍຮູບພາບທະຫານລຸງໂຮ່ ທີ່ໃກ້ຊິດສະໜິດສະໜົມໃນບັນດາການພົວພັນແລກປ່ຽນສາກົນ, ສອນໜັງສືໃຫ້ເດັກນ້ອຍ, ແນະນຳໃຫ້ຊາວທ້ອງຖິ່ນເພີ່ມພູນຜະລິດຜົນເພື່ອປັບປຸງຊີວິດການເປັນຢູ່… ໂດຍໄດ້ເຫັນຄວາມຫຍຸ້ງຍາກ, ລຳບາກຂອງຊາວທ້ອງຖິ່ນ, ນາຍທະຫານຫວຽດນາມ ແຕ່ລະຄົນຍາມໃດກໍ່ມີສະຕິເຕືອນໃຈຢູ່ສະເໝີວ່າ ຕ້ອງມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີກວ່າອີກ, ຍ້ອມຮັບຄວາມອັນຕະລາຍ ແລະ ຄວາມຫຍຸ້ງຍາກລຳບາກ. ບັນດານາຍທະຫານຮັກສາສັນຕິພາບຂອງຫວຽດນາມ ຍາມໃດກໍ່ກຽມພ້ອມໄປຍັງເຂດດິນແດນເກີດການປະທະກັນ ແລະ ອຶດຫິວທຸກຍາກຢູ່ເຂດຫ່າງໄກເຊິ່ງຍາມໃດກໍ່ຕ້ອງການຄວາມຊ່ວຍເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ