ຄົ້ນຫາຄວາມງາມທີ່ຊ້ອນແຝງຂອງຮ່າໂນ້ຍຜ່ານຮູບເງົາເອກະສານ “ຮ່າໂນ້ຍຂອງຂ້ອຍ”

(VOVWORLD) -ບັນດາຮ່ອມບ້ານ, ຖະໜົນສາຍນ້ອຍໆ, ບັນດາເຂດຕະຫຼາດ, ເຂດປະຊາຊົນດຳລົງຊີວິດ ຫຼື ເຂດເຮືອນລວມທີ່ເກົ່າແກ່… ເຊິ່ງມີຄວາມຄຸ້ນເຄີຍຕໍ່ຊາວຫວຽດນາມ ເວົ້າລວມ, ຊາວຮ່າໂນ້ຍ ເວົ້າສະເພາະ, ໄດ້ປະກົດຢ່າງມີຊີວິດຊີວາໃນຮູບເງົາເອກະສານ “ຮ່າໂນ້ຍ ຂອງຂ້ອຍ”.

ຄົ້ນຫາຄວາມງາມທີ່ຊ້ອນແຝງຂອງຮ່າໂນ້ຍຜ່ານຮູບເງົາເອກະສານ “ຮ່າໂນ້ຍຂອງຂ້ອຍ” - ảnh 1 ຮູບເງົາ ແມ່ນຂອງຂວັນເຊິ່ງທ່ານ Jean Noel Poirier,

ອະດີດເອກອັກຄະລັດຖະທູດສ.ຝລັ່ງ ປະຈຳຫວຽດນາມ

(ພາບ: vtv.vn)

ຮູບເງົາ ແມ່ນຂອງຂວັນເຊິ່ງທ່ານ Jean Noel Poirier, ອະດີດເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ຝລັ່ງ ປະຈຳຫວຽດນາມ (ໄລຍະແຕ່ເດືອນ ພະຈິກ 2012 - ກັນຍາ 2016) ປະຕິບັດ ເພື່ອມອບເປັນຂອງຂວັນໃຫ້ປະຊາຊົນຮ່າໂນ້ຍ. ດ້ວຍມູມມອງທີ່ລຽບງ່າຍ, ມີມູນຄວາມຈິງ, ທ່ານອະດີດເອກອັກຄະລັດຖະທູດຝລັ່ງ ໄດ້ນຳມາໃຫ້ຜູ້ຊົມມຸນມອງທີ່ໃໝ່ອ່ຽມກ່ຽວກັບຄວາມງາມທີ່ຊ້ອນແຝງຂອງຮ່າໂນ້ຍ.

        “ຂ້າພະເຈົ້າຢາກສ້າງຮູບເງົາກ່ຽວກັບບັນດາການຄົ້ນຫາສະເພາະຂອງຂ້າພະເຈົ້າເອງ ກ່ຽວກັບມະນຸດ ແລະ ເຂດດິນແດນຮ່າໂນ້ຍ, ເຊິ່ງແມ່ນແຫ່ງໄດ້ກາຍເປັນພາກສ່ວນໜຶ່ງໃນຈິດໃຈຂອງຂ້າພະເຈົ້າ. ຮ່າໂນ້ຍ ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຂ້າພະເຈົ້າ. ຮ່າໂນ້ຍ, ຮ່າໂນ້ຍ ຂອງຂ້ອຍ”

        ນີ້ແມ່ນຄຳໃນໃຈເປີດສາກຮູບເງົາເອກະສານ “ຮ່າໂນ້ຍຂອງຂ້ອຍ” ຂອງທ່ານອະດີດເອກອັກຄະລັດຖະທູດຝລັ່ງ Jean Noel Poirier. ໃນຮູບເງົາເລື່ອງ “ຮ່າໂນ້ຍຂອງຂ້ອຍ”, ທ່ານ Jean Noel Poirier ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ເປັນເວລາ 9 ປີ, ໃນນັ້ນ ເປັນເອກອັກຄະລັດຖະທູດຝລັ່ງ ປະຈຳຫວຽດນາມ ຢູ່ຮ່າໂນ້ຍ ແມ່ນ 4 ປີ. ໃນຕະຫຼອດໄລຍະ 4 ປີນັ້ນ, ທ່ານໄດ້ໄປຫຼາຍບ່ອນຂອງນະຄອນຫຼວງ, ຄົ້ນຫາ ແລະ ມີຄວາມຮູ້ສຶກກ່ຽວກັບບັນດາຈຸດວັດທະນະທຳສະເພາະຂອງສະຖານທີ່ແຫ່ງນີ້ ແລ້ວກໍ່ບັນທຶກໄວ້ບັນດາຄວາມຊົງຈຳນັ້ນ. ທ່ານ Jean Noel ໃຫ້ຮູ້ວ່າ.

        “ຂ້າພະເຈົ້າໄດ້ໄປຕາມຖະໜົນສາຍຕ່າງໆຂອງນະຄອນ, ຈາກບັນດາເຂດໃຈກາງຕົວເມືອງເຖິງບັນດາເຂດປຸກສ້າງໃໝ່ ແລະ ຂ້າພະເຈົ້າໄດ້ຄົ້ນຫາບັນດາສະຖານທີ່ຈັບອົກຈັບໃຈ ແລະ ສວຍງາມທີ່ສຸດ, ເຖິງວ່າມັນມີຄວາມລຽບງ່າຍ. ຂ້າພະເຈົ້າຢາກແບ່ງປັນກັບພວກເພື່ອນຕາມມູນມອງຮ່າໂນ້ຍ ຂອງຂ້າພະເຈົ້າ ແລະ ພາພວກເພື່ອນໄປຄົ້ນຫາຖະໜົນສາຍຕ່າງໆຂອງຮ່າໂນ້ຍ ເຊິ່ງບໍ່ມີຫຼາຍຄົນຮູ້ຈັກ ຫຼື ຫຼົງລືມໄປແລ້ວ. ນັກການທູດຫຼາຍທ່ານ ພາຍຫຼັງສິ້ນສຸດອາຍຸການຂອງຕົນ ໄດ້ຂຽນປື້ມເພື່ອບັນທຶກຄວາມຊົງຈຳກ່ຽວກັບເຂດທີ່ເຂົາເຈົ້າດຳລົງຊີວິດ. ສ່ວນຂ້າພະເຈົ້າພັດເລືອກເອົາຮູບເງົາ ຍ້ອນຂ້າພະເຈົ້າຢາກຝາກຝັງແນວຄວາມຄິດ ແລະ ອາລົມຈິດຂອງຕົນທີ່ສະຫງວນໃຫ້ແກ່ຮ່າໂນ້ຍ ເຖິງຊາວຫວຽດນາມ ທຸກຄົນ”.

        ບໍ່ມີບັນດາກິດຈະກຳຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ, ບັນດາສະຖານທີ່ທ່ອງທ່ຽວເຊິ່ງນັກທ່ອງທ່ຽວຮູ້ຈັກຫຼາຍ, ຮ່າໂນ້ຍ ໃນຮູບເງົາຂອງທ່ານອະດີດເອກອັກຄະລັດຖະທູດ “ອ່ອນຊ້ອນ ແລະ ດູດດື່ມຕາມວິທີສະເພາະຂອງຕົນ”. ນັ້ນແມ່ນບັນດາຮ້ານອາຫານຢູ່ຕາມທາງຍ່າງ, ບັນດາເຂດເຮືອນລວມທີ່ເກົ່າແກ່, ບັນດາຖະໜົນນ້ອຍໆທີ່ສວຍງາມ, ບັນດາຜູ້ອອກແຮງງານທີ່ລຽບງ່າຍ… ເອື້ອຍ ໂງຮ່ວາງແອງ, ຜູ້ຊົມໃຫ້ຮູ້ວ່າ.

        “ບັນດາສະຖານທີ່ເຊິ່ງທ່ານ Jean ພາຜູ້ຊົນມາບໍ່ແມ່ນຢູ່ໄກ ແລະ ແປກປະຫຼາດສຳລັບປະຊາຊົນຮ່າໂນ້ຍ, ແຕ່ສິ່ງທີ່ມ່ວນຢູ່ທີ່ນີ້ແມ່ນວີທີເລົ່າເລື່ອງຂອງທ່ານ ໄດ້ຊີ້ໃຫ້ທຸກຄົນເຫັນວ່າ ບັນດາສິ່ງທີ່ໄດ້ເບິ່ງແມ່ນເລື່ອງທຳມະດາ ແຕ່ພັດມີຄວາມງາມທີ່ເປັນເອກະລັກສະເພາະຂອງມັນ. ຜ່ານຮູບເງົາ, ທ່ານກຳແໜ້ນຈິດວິນຍານຂອງນະຄອນ ແລະ ຄົ້ນຫາບັນດາຄວາມລັບທີ່ຊ້ອນຕົວຄືຢູ່ພາກເປີດຫົວເລື່ອງຂອງຮູບເງົາທີ່ທ່ານໄດ້ສະເໜີ”.

        ຮູບເງົາມີຄວາມຍາວ 52 ນາທີ, ຈາກອາຫານການກິນ, ການຄົມມະນາຄົມ ຕະຫຼອດຮອດບັນດາພົນລະເມືອງຂອງນະຄອນຫຼວງ ເຊິ່ງທ່ານໄດ້ເອີ້ນວ່າ “ວິນຍານຂອງນະຄອນ” ລ້ວນແຕ່ປະກົດຂຶ້ນຢ່າງແທດຈິງ, ລຽບງ່າຍ ແລະ ມີຊີວິດຊີວາ.

        ເພື່ອໃຫ້ມີຮູບເງົາເລື່ອງ “ຮ່າໂນ້ຍຂອງຂ້າພະເຈົ້າ” ຢ່າງສົມບູນ ສົ່ງຂອງຂວັນໃຫ້ຜູ້ຊົມຊາວຮ່າໂນ້ຍ, ທ່ານ Jean ໄດ້ຮັບການໜູນຊ່ວຍຈາກອ້າຍຂອງຕົນແມ່ນຜູ້ກຳກັບ Henri Louis Marcel Poireier. ນີ້ກໍ່ແມ່ນຜູ້ຮ່ວມເດີນທາງພ້ອມກັບທ່ານ Jean ດ້ວຍກ້ອງຖ່າຍຮູບ, ໄປຢ້ຽມຢາມຖະໜົນແຕ່ລະສາຍ. ທ່ານອະດິດເອກອັກຄະລັດຖະທູດ Jean Noel ແບ່ງປັນວ່າ.

        “ວິຊາສະເພາະຂອງຂ້າພະເຈົ້າແມ່ນນັກການທູດ, ຂ້າພະເຈົ້າບໍ່ແມ່ນຜູ້ກຳກັບການສະແດງຮູບເງົາ, ແຕ່ໃນຄັ້ງນີ້ຂ້າພະເຈົ້າໄດ້ເປັນຜູ້ຊ່ວຍວຽກຜູ້ກຳກັບ. ເມື່ອຖ່າຍທຳຮູບເງົາ, ວຽກງານຂອງຜູ້ຊ່ວຍວຽກແມ່ນລຳບາກຫຼາຍ, ໄດ້ເປັນຜູ້ຂັບລົດ, ຂົນສົ່ງເຄື່ອງຂອງ, ໄປທົ່ວທຸກຫົນແຫ່ງເພື່ອແກ້ໄຂຫຼາຍວຽກ. ຂ້າພະເຈົ້າເຫັນວ່າ ເລື່ອງຖ່າຍທຳຮູບເງົາຍາກວ່າຫຼາຍ ເມື່ອທຽບໃສ່ເລື່ອງປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ”.

        ຄືທ່ານ Jean Noel ໄດ້ແບ່ງປັນ, “ຮ່າໂນ້ຍຂອງຂ້ອຍ” ແມ່ນຂອງຂວັນທີ່ທ່ານມອບໃຫ້ປະຊາຊົນ ແລະ ນະຄອນຫຼວງຮ່າໂນ້ຍ, ສະນັ້ນ ທ່ານໄດ້ເຂົ້າຮ່ວມທຸກຂັ້ນຕອນຖ່າຍທຳຮູບເງົາ, ຈາກການສ້າງແນວຄວາມຄິດ, ເປັນ “ຜູ້ຊ່ວຍວຽກຜູ້ກຳກັບ”, ຕະຫຼອດເຖິງການຂີດຂຽນ ແລະ ເວົ້າພາສາຫວຽດ ແລະ ພາສາຝລັ່ງ ໃນຮູບເງົາ. ພິເສດ, ໃນການຮຽນພາສາຫວຽດ ເປັນເວລາ 20 ປີ, ບັນດາຄຳສັບເຊິ່ງທ່ານນຳໃຊ້ໃນຮູບເງົາແມ່ນລຽບງ່າຍ ເຮັດໃຫ້ຜູ້ຊົມຮູ້ສຶກມີຄວາມໃກ້ຊິດ, ມີຄວາມເຂົ້າໃຈກວ່າກ່ຽວກັບອາລົມຈິດ, ນ້ຳໃຈຂອງທ່ານທີ່ມີຕໍ່ນະຄອນຫຼວງຮ່າໂນ້ຍແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ