ຄວາມຄາດຫວັງໂຄສະນາອາຫານການກິນແຫ່ງບ້ານເກີດເມືອງນອນຂອງພໍ່ຄົວ ຫວຽດ ຢູ່ ປັກກິ່ງ

(VOVWORLD) - ໂດຍເລີ່ມຈາກເປັນພໍ່ຄົວໜຸ່ມ ບໍ່ໄດ້ພາສາ ຈີນ ແຕ່ຢາກທົດລອງກຳລັງແຮງຂອງຕົນ, ປັດຈຸບັນ ເລງອັກກ່ວຽນ ໄດ້ກາຍເປັນຫົວໜ້າພໍ່ຄົວຂອງຮ້ານອາຫານ ຊູຊູ ທີ່ມີຊື່ສຽງຢູ່ ປັກກິ່ງ. 

ລາວ ຜະລິດໃບເຝີເອົາເອງ ແລະ ມີຄວາມໃຝ່ຝັນຫລາຍຢ່າງ ແນໃສ່ແຜ່ຂະຫຍາຍບັນດາຄຸນຄ່າຂອງວັດທະນະທຳອາຫານການກິນຂອງ ຫວຽດນາມ ຢູ່ດິນແດນ ຈີນ. ບົດຂຽນຂອງນັກຂ່າວ VOV.

ຄວາມຄາດຫວັງໂຄສະນາອາຫານການກິນແຫ່ງບ້ານເກີດເມືອງນອນຂອງພໍ່ຄົວ ຫວຽດ ຢູ່ ປັກກິ່ງ - ảnh 1 ຮ້ານອາຫານ ຊູຊູ ທີ່ມີຊື່ສຽງຢູ່ ປັກກິ່ງ

ພາຍຫລັງຮຽນມາໄດ້ໄລຍະໜຶ່ງ ແລະ ເປັນພໍ່ຄົວຢູ່ນະຄອນ ໂຮ່ຈີມິນ, ໃນວັນໜຶ່ງທ້າຍເດືອນ ມີນາ ປີ 2011, ອ້າຍບ່າວ ເລງອັກກ່ວຽນ ເກີດປີ 1987 ຢູ່ ດ່າລາດ (ແຂວງ ເລິມດົ່ງ) ໄດ້ຕັດສິນໃຈໄປ ປັກກິ່ງ ເພື່ອສືບຕໍ່ວຽກງານທີ່ຕົນເອງນິຍົມຊົມຊອບ. ແຕ່ສະພາບຕົວຈິງບໍ່ຄືດັ່ງຄວາມຫວັງຂອງລາວ. ບ່ອນເຮັດວຽກໃໝ່ຂອງລາວ ບໍ່ແມ່ນຮ້ານອາຫານທີ່ຫລູຫລາໃນສູນການຄ້າຄືດັ່ງຄວາມຄິດຂອງລາວເມື່ອຢູ່ ຫວຽດນາມ. ອາກາດຢູ່ນີ້ແຫ້ງ ແລະ ໜາວ, ຫິມະຕົກຫລາຍ. ເມື່ອຫວນຄືນຊຸມວັນທຳອິດທີ່ຫາກໍ່ມາ ປັກກິ່ງ, ກ່ວຽນ ໃຫ້ຮູ້ວ່າ:

“ມາຮອດ ປັກກິ່ງ ໃນຊຸມວັນທຳອິດ ຂ້າພະເຈົ້າມີຄວາມຮູ້ສຶກເປັນຫ່ວງກັງວົນ ແລະ ງົງໄປໝົດ. ພິເສດແມ່ນມື້ມາຮ້ານອາຫານ ຂ້າພະເຈົ້າຍິ່ງມີຄວາມສິ້ນຫວັງ, ຍ້ອນຮ້ານອາຫານຕັ້ງຢູ່ໃນຮ່ອມ, ຄົນໄປ-ມາບໍ່ຫລາຍ, ບໍ່ມີເຄື່ອງອຸປະກອນໃດ, ຂ້າພະເຂົ້າຕື່ນຕົກໃຈຫລາຍ. ຂ້າພະເຈົ້າເລີຍຄິດວ່າ ຕົນເອງຈະເຮັດວຽກຢູ່ທີ່ນີ້ ພຽງແຕ່ປະມານ 3 6 ເດືອນເທົ່ານັ້ນ, ຫາເງິນພໍໄດ້ຊື້ປີ້ຍົນກັບບ້ານ ແລະ ຈົ່ງເງິນໄປໃຫ້ຄອບຄົວ ຫຼື ຊື້ຂອງຂວັນເປັນທີ່ລະນຶກກໍ່ພໍແລ້ວ.

ຄວາມຄາດຫວັງໂຄສະນາອາຫານການກິນແຫ່ງບ້ານເກີດເມືອງນອນຂອງພໍ່ຄົວ ຫວຽດ ຢູ່ ປັກກິ່ງ - ảnh 2 ພໍ່ຄົວເລງອັກກ່ວຽນ

ຄິດໄວ້ຄືແນວນັ້ນ ແຕ່ດ້ວຍຄຸນທາດ ແລະ ຄວາມຕັດສິນໃຈຂອງຕົນ, ກ່ວຽນ ໄດ້ຢູ່ ແລະ ມີການພັດທະນາດີພໍສົມຄວນຢູ່ຕົວເມືອງທີ່ເນືອງນັນ ແລະ ຟຸ່ມເຟືອຍນີ້ ເມື່ອໄດ້ກາຍເປັນຫົວໜ້າພໍ່ຄົວຂອງຮ້ານອາຫານ ຊູຊູ ທີ່ມີແຕ່ອາຫານ ຫວຽດ ໂດຍສະເພາະ. ຮ້ານອາຫານ ຊູຊູ ຕັ້ງຢູ່ຮ່ອມນ້ອຍລະຫວ່າງໃຈກາງນະຄອນຫລວງ ປັກກິ່ງ. ຮ້ານອາຫານໄດ້ຮັບການຕີລາຄາສູງທີ່ສຸດ ຈາກບັນດາເວັບໄຊອາຫານການກິນ, ພິເສດແມ່ນ ຊ່ອງໂທລະພາບ CNN ແລະ ເວັບໄຊທ່ອງທ່ຽວແຖວໜ້າໂລກ Trip Advisor ຄັດເລືອກເປັນ “ຮ້ານອາຫານທີ່ມີເຍື່ອງອາຫານ ຫວຽດ ແຊບທີ່ສຸດຢູ່ ປັກກິ່ງ”. ເອື້ອຍ Amy, ເຈົ້າຂອງຮ້ານອາຫານ ໃຫ້ຮູ້ວ່າ:

 “ກ່ວຽນເປັນພໍ່ຄົວທີ່ມີຄວາມເກັ່ງກ້າສາມາດ. ລາວກໍ່ເຄີຍຮຽນການປຸງແຕ່ງອາຫານຂອງຝ່າຍຕາເວັນຕົກ, ພາຍຫລັງມາ ຈີນ ພັດມັກຮຽນການປຸງແຕ່ງບັນດາເຍື່ອງອາຫານ ຈີນ. ສ່ວນເຝີນັ້ນ, ລາວເຫັນວ່າ ຍັງບໍ່ທັນໄດ້ດີປານໃດເທື່ອ ເມື່ອນຳໃຊ້ເສັ້ນເຝີແຫ້ງ, ດັ່ງນັ້ນ ລາວຈຶ່ງນຳເຂົ້າເຄື່ອງອຸປະກອນ, ຄົ້ນຄວ້າສູດເຮັດແປ້ງເອົາເອງ ເພື່ອຜະລິດໃບເຝີສົດ.

ໄລ່ມາຮອດຈຸດເວລານີ້, ມີແຕ່ ກ່ວຽນ ຄົນດຽວທີ່ສາມາດຜະລິດໃບເຝີສົດຢູ່ ປັກກິ່ງ. ເພື່ອໃຫ້ໄດ້ເສັ້ນເຝີຄືຢູ່ບ້ານເກີດເມືອງນອນ, ລາວຕ້ອງນຳໄດ້ສັ່ງເອົາເຂົ້າສານມາຈາກ ຫວຽດນາມ. ປັດຈຸບັນ, ພາຍຫລັງເວລາປະມານເຄິ່ງປີ, ນອກຈາກສະໜອງໃບເຝີໃຫ້ 2 ຮ້ານ ຊູຊູ ແລ້ວ, ໃບເຝີຂອງ ກ່ວຽນ ຍັງໄດ້ສະໜອງໃຫ້ບາງຮ້ານຂາຍເຝີຫວຽດ ແລະ ນຳໄປຈຳໜ່າຍຢູ່ຕະຫລາດອີກດ້ວຍ.

ປະຈຸບັນ, ແຕ່ລະມື້ ກ່ວຽນຈຳໜ່າຍໃບເຝີສົດໄດ້ 120 ກິໂລກຼາມ, ໃນອະນາຄົດ ຕົວເລກນີ້ ອາດຈະເພີ່ມຂຶ້ນທົບ 2 ເທົ່າ.

ບໍ່ພຽງແຕ່ຊອກຄົ້ນການຜະລິດໃບເຝີສົດເທົ່ານັ້ນ, ກ່ວຽນ ຍັງເຮັດເຂົ້າຈີ່, ປາເຕ, ຢໍ່ ຫວຽດ ເອງຕື່ມອີກ ເພື່ອເພີ່ມບັນຊີລາຍຊື່ເຍື່ອງອາຫານທີ່ເປັນເອກະລັກສະເພາະແຫ່ງບ້ານເກີດເມືອງນອນ ເຊິ່ງໄດ້ຂາຍຢູ່ຮ້ານ. ສະຖານທູດ ຫວຽດນາມ ປະຈຳ ຈີນ ກໍ່ເຊື້ອເຊີນລາວໄປປຸງແຕ່ງເຍື່ອງອາຫານ ເມື່ອມີການນຳຂັ້ນສູງ ຫວຽດນາມ ມາຢ້ຽມຢາມ.

ຄວາມຄາດຫວັງໂຄສະນາອາຫານການກິນແຫ່ງບ້ານເກີດເມືອງນອນຂອງພໍ່ຄົວ ຫວຽດ ຢູ່ ປັກກິ່ງ - ảnh 3

ຍັງບໍ່ພໍໃຈກັບສິ່ງທີ່ມີຢູ່ແລ້ວ, ໃນອະນາຄົດ ກ່ວຽນ ຍັງມີຄວາມໃຝ່ຝັນຫລາຍຢ່າງ ຄືໃນ 5 ປີຈະມາເຖິງ, ຈະສືບຕໍ່ພັດທະນາບັນດາເຍື່ອງອາຫານທີ່ຢູ່ໃນຮ້ານອາຫານ, ເພື່ອນັບມື້ນັບມີແຂກຢູ່ ປັກກິງ ແລະ ສາກົນຮູ້ຈັກເຖິງ. ໃນອະນາຄົດທີ່ຍາວໄກກ່ວາ, ລາວຢາກພ້ອມກັບເມຍ ແລະ ລູກໄປ ການາດາ, ອົດສະຕາລີ ຫຼື ອາເມລິກາ ເພື່ອນຳບັນດາເຍື່ອງອາຫານຫວຽດ ກ້າວໄປໄກກ່ວານີ້ອີກ. ລາວໃຫ້ຮູ້ວ່າ:

ພ້ອມກັບເລື່ອງໄປປະເທດອື່ນ, ສິ່ງທຳອິດທີ່ຂ້າພະເຈົ້າຢາກປະຕິບັດເມື່ອຍັງຢູ່ ປັກກິ່ງ ແມ່ນ ພ້ອມກັບຮ້ານອາຫານສ້າງເຄື່ອງໝາຍການຄ້າເຝີ ຊູຊູ, ເຝີສົດ ຫວຽດ. ຮ້ານອາຫານທີ່ຂາຍສະເພາະແຕ່ເຝີ ນັ້ນແມ່ນຄວາມໃຝ່ຝັນຂອງຂ້າພະເຈົ້າ, ຢາກນຳເຍື່ອງອາຫານເຝີຂອງ ຫວຽດນາມ ມາໃຫ້ປະຊາຊົນ ບັກກິ່ງ ແຕ່ລະຄົນ.

ເຂົ້າໃຈໄດ້ຄວາມມຸ່ງມາດປາດຖະໜາ ແລະ ຄວາມຄາດຫວັງຂອງ ກ່ວຽນ, ເອື້ອຍ Amy, ເຈົ້າຂອງຮ້ານອາຫານໄດ້ເປີດຮ້ານຕື່ມອີກຮ້ານໜຶ່ງ ເພື່ອຂາຍສະເພາະແຕ່ເຝີ, ເຊິ່ງຢູ່ຫ່າງຈາກຮ້ານອາຫານ ຊູຊູ ໄປບໍ່ໄກ ດ້ວຍຄວາມປາດຖະໜາໃນອະນາຄົດ ແຕ່ລະເຂດຊຸມຊົນຢູ່ ປັກກິ່ງ ຈະມີຮ້ານເຝີຫວຽດ ເຊິ່ງຜົວເມຍລາວ ແລະ ຫົວໜ້າພໍ່ຄົວ ກ່ວຽນ ໄດ້ທຸ້ມເທເຫື່ອແຮງກໍ່ສ້າງ, ເພື່ອໃຫ້ຄຸນຄ່າອາຫານການກິນຂອງຫວຽດນາມ ແຜ່ຂະຫຍາຍໃນດິນແດນ ປັກກິ່ງ ຢ່າງບໍ່ຢຸດຢັ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ