ງອກເກີມ,ເດັກນ້ອຍຜູ້ທີ່ມີຄວາມເກັ່ງກ້າໃນການຂັບເດີນກາຕາຍຕື(ປະເພດເພງພື້ນເມືອງຢູ່ພາກໃຕ້ຫວຽດນາມ)


(vovworld)- ​ເຖິງວ່າ​ມີອາ​ຍຸ​​ພຽງ 14 ປີ, ແຕ່​ນ້ອງ ໂດ​ທິ​ງອກ​ເກີມ ຢູ່ ບ້ານ​ເມີຍ ຕາ​ແສງ ລອກ​ຮືງ, ເມືອງ ໝີ​ຕູ ແຂວງ ຊອກ​ຈັງ ພັດຍາດ​ໄດ້​ລາງວັນ​ທີ 2 ທີ່​ງານ​ປະ​ກວດ​ຂັບ​ເດີນ​ກາ​ຕາຍ​ຕື (ປະ​ເພດ​ເພງ​ພື້ນ​ເມືອງ​ຢູ່​ພາກ​ໃຕ້​ຫວຽດ​ນາມ) ສຳ​ລັບ​ເດັກ​ນ້ອຍ ໂດຍ ວິ​ທະ​ຍຸ​ໂທ​ລະ​ພາບ ແຂວງ ບາກ​ລຽວ ຈັດ​ຕັ້ງ. ພາຍ​ຫລັງ​ເຂົ້າ​ຮ່ວມ​ງານ​ປະ​ກວດ, ນ້ອງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ຊົມຫລາຍ​ຄົນ​ຍ້ອນ​ສຽງ​ຂັບ​ຮ້ອງ​ມ່ວນອ່ອນ​ຊອນ, ດ​ຶງ​ດູດ​ໃຈ.

        ງານ​ປະ​ກວດ “ຂັບ​ເດີນ​ກາ​ຕາ​ຍຕື ສຳ​ລັບເດັກ​ນ້ອຍ”​ ໂດຍ ວິ​ທະ​ຍຸ ໂທ​ລະ​ພາບ ບາກ​ລຽວ ຈັດ​ຕັ້ງ ແມ່ນ​ງານ​ປະ​ກວດ​ຄັ້ງ​ໃຫຍ່​ທຳ​ອິດ ຊື່ງ​ນ້ອງ ໂດ໋​ທິ​ງອກ​ເກີມ ເຂົ້າ​ຮ່ວມ. ໂດຍ​ໄດ້​ກຳ​ເນີດ​ໃນ​ຄອບ​ຄົວ​ທຸກ​ຍາກ ເຖິງວ່າ ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ຈາກ​ຄອບ​ຄົວ​ກໍ​ຕາມ ແຕ່​ ງອກ​ເກີມ​ເອງ ​ພັດຕ້ອງ​ກະ​ກຽມ​ເອງ​ໃຫ້​ການ​ປະ​ກວດຂອງ​ຕົນ. ທີ່​ການ​ປະ​ກວດ​ຮອບ​ທຳ​ອິດ, ເມື່ອ ງອກ​ເກີມ ​ຂັ​ບ​ຮ້ອງບັນ​ດາ​ບົດ​ເພງ​ ດ້ວຍ​ສຽງ​ມ່ວນ​ອ່ອນ​ຊອນ ແລະ ດຶງ​ດູດ​ໃຈ, ນ້ອງ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຊົມ ແລະ ຜູ້​ນິ​ຍົມ​ດົນ​ຕີ ເດີນ​ກາ​ຕາຍ​ຕືເປັນ​ຈຳ​ນວນ​ຫລວງ​ຫລາຍ. ເຖິງວ່າ ງອກ​ເກີມ ພຽງ​ຍາດ​ໄດ້ລາງວັນ​ທີ 2 ໃນ​ງານ​ປະ​ກວດ​ດັ່ງ​ກ່າວ​ກໍ​ຕາມ, ແຕ່​ຊື່​ສຽງຂອງ​ນ້ອງ​​ເຮັດ​ໃຫ້ຫລາຍ​ຄົນ​ຮູ້​ຈັກ​ເຖິງ.  ມາ​ຢ້ຽມ​ຢາມ ຊອກ​ຈັງ, ຊື່ງ​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ​ງອກ​ເກີມ, ພວກ​ຂ້​າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ຈາກ​ນັກ​ສິ​ລະ​ປິນ​ດີ​ເດັ່ນ ດົງ​ຮ່​ວາງ​ນາມ, ອະ​ດີດ​ຫົວ​ຫນ້າ​ກອງ​ຂັບ​ກາຍ​ເລືອງ ຈວງວາງ, ກອງ​ຂັບ​ກາຍ​ເລືອງ ຊົງ​ເຫົ້າ ​ວ່າ: ງອກ​ເກີມ ຫາກໍ່​ຮຽນ​ຂັບ​ເດີນ​ກາ​ຕາຍ​ຕື ໃນ​ເວ​ລາພຽງກວ່າ 2 ປີ ເທົ່າ​ນັ້ນ ແຕ່​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ນ້ອງ​ເຮັດ​ໃຫ້​ທ່ານ​ຕົກ​ສະ​ເຫງີ້.ນັກ​ສິ​ລະ​ປິນດົງ​ຮ່​ວາງ​ນາມ​ໃຫ້​ຮູ້​ວ່າ:
        “ນັບ​ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ສິດ​ສອນ​ໃຫ້​ຫລາຍ​ຄົນ​ກາຍ​ເປັນ​ນັກ​ສິ​ລະ​ປິນ, ສິ​ປະ​ປິນ​ປະ​ຊາ​ຊົນແລ້ວ, ພຽງ ແຕ່​ມີ ນ້ອງ ງອກ​ເກີມ​ ແມ່ນ​ຜູ້​ມີ​ອາ​ຍຸ​ຫນ້ອຍ​ສຸດ. ງອກ​ເກີມ ມີ​ຄວາມ​ເມົາ​ມົວ​ໃນ​ການ​ຮ້ອງ​ລຳ​ທຳ​ເພງ​ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຂັບເດີນ​ກາ​ຕາ​ຕື.”

ງອກເກີມ,ເດັກນ້ອຍຜູ້ທີ່ມີຄວາມເກັ່ງກ້າໃນການຂັບເດີນກາຕາຍຕື(ປະເພດເພງພື້ນເມືອງຢູ່ພາກໃຕ້ຫວຽດນາມ) - ảnh 1
ໂດ໋​ທິ​ງອກ​ເກີມ

 

        ເມື່ອ​ມີ​ອາ​ຍຸ 6 ປີ, ງອກ​ເກີມ ໄດ້​ນິ​ຍົມຂັບ​ເດີນ​ກາ​ຕ​າຍ​ຕື​ແລ້ວ. ແລະ​ຮອດ​ອາ​ຍຸ 11 ປີ ນ້ອງ​ໄດ້​ຮັບ​ການ​ສິດ​ສອນ​ຂັບ​ເດີນ​ກາ​ຕາ​​ຍຕື​ຈາກ​ນັກ​ສິ​ລະ​ປິນ​ດ​ີ​ເດັ່ນ ດົງ​ຮ່​ວາງ​ນາມ. ເມື່ອ​ຮຽນ​ຂັບ ເດີນ​ກາ​ຕາຍ​ຕື ງອກ​ເກີມມີ​ຄວາມ​ເຂົ້າ​ໃຈ​ໄວ ແລະ ກໍ​ແມ່ນ​ຜູ້ດຸ​ໝັ່ນ​ຂະ​ຫຍັນ​ພຽນ​ໃນ​ການ​ຮຽນ. ສະ​ນັ້ນ ເມື່ອ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ ຂັບ ເດີນ​ກາ​ຕາຍ​ຕື ຂັ້ນ​ຕ່າງໆ ງອກ​ເກີມ ລ້ວນ​ແຕ່​ຍາດ​ໄດ້​ລາງວັນ. ງອກ​ເກີມ ໃຫ້​ຮູ້​ວ່າ: ຜົນ​ສຳ​ເລັດຄື​ແນວນີ້​​ຂອງ ງອກ​ເກີມ ​ແມ່ນ​ຍ້ອນ​ໄດ້​ຮ້ອງ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຫລວງ​ຫລາຍ​​ຈາກທຸກ​ຄົນ​ໃນ​ຄອບ​ຄົວ.

        “ຍາມ​ໃດທຸກ​ຄົນ​ໃນ​ຄອບ​ຄົວ​​ກໍສະ​ຫນັບ​ສະ​ຫນູນ​ນ້ອງ. ເ​ມື່ອ​ເຮັດ​ບົດ​ຝືກ​ຫັດ​ສຳ​ເລັດ​ແລ້ວ, ນ້ອງ​ພ້ອມ​ກັບ​ພໍ່​ເຖົ້າ​ ແອບຂັບເດີນ​ກາ​ຕາຍ​ຕື. ນ້ອງ​ມັກ​ເຂົ້າ​ຮ່ວມ​ການ​ປະ​ກວດ​ ຂັບ ເດີນ​ກາ​ຕາຍ​ຕື ທີ່​ສຸດ.”

        ງອກ​ເກີມ ຫາກໍ່​ສຳ​ເລັດ​ການ​ເສັງ​ຈົບ ມໍ 4 ດ້ວຍ​ນາມ​ມະ​ຍົດ​ເປັນນັກ​ຮຽນ​ເກັ່ງ. ປະ​ຈຸ​ບັນ ອາ​ຈານ ດົງ​ຮ່​ວາງ​ນາມ, ຄອ​ບ​ຄົວ ແລະ ງອກ​ເກີມ ເອງ ​ຫ​ວັງ​ວ່າ​ຈ້ອງ​ຈະ​ໄດ້​ສືບ​ຕໍ່​ຝືກ​ຝ​ົນ​ຫລໍ່​ຫລອມ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ພອນ​ສະ​ຫວັນ​ທີ່​ມີ​ຢູ່​ແລ້ວຂອງ​ນ້ອງ ເພື່ອ​ມີ​ເງື່ອນ​ໄຂ​ຮຽນ​ສິ​ລະ​ປະ​​ສະ​ແດງ​ຂັບ​ກ໋າຍ​ເລືອງ ອາ​ຊີບ. ນັກ​ສິ​ລະ​ປິນ ດົງ​ຮ​ວ່າງ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຢາກ​ບຳ​ລຸງ​ສ້າງ​ໃຫ້​ງອກ​ເກີມ​ເປັນ​ຜູ້​ສືບ​ທອດ ອາ​ຊີບ ຂັບ​ ຂັບ ເດີນ​ກາ​ຕາຍ​ຕື. ເມື່ອ​ຮຽນ ຈົບ ມ 7, ພວກ​ຂ້າ​ພະ​ເຈົ້າ​ຈະ​ສົ່ງ ງອກ​ເກີມ​ ໄປ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ເວ​ທີ​ສະ​ແດງ ຢູ່ ໄຊ​ງ່ອນ”

ງອກເກີມ,ເດັກນ້ອຍຜູ້ທີ່ມີຄວາມເກັ່ງກ້າໃນການຂັບເດີນກາຕາຍຕື(ປະເພດເພງພື້ນເມືອງຢູ່ພາກໃຕ້ຫວຽດນາມ) - ảnh 2
ງອກ​ເກ​ີມ​ໃນ​ງານ​ປະ​ກວດ​ຂັບ​ກາຍ​ເລືອງ
ພາບ:vtv

        ດ້ວຍ​ສຽງ​ຂັບ​ຮ້ອງ​ມ່ວນ​ອ່ອນ​ຊອນ, ມີ​ຄວາມ​ເຊື້ອ​ໝັ້ນ​ຕົ​ນ​ເອງ, ມີ​ຄວາມ​ຊຳ​ນານ​ງານ​ໃນການ​ສະ​ແດງ​, ງອກ​ເກີມ ໄດ້​ຜ່ານ​ຜ່າ​ງານ​ປະ​ກວດ​ຫລາຍ​ຄັ້ງ ແລະ ຍາດ​ໄດ້​ຄະ​ແນນ​ສູງ. ສຽງ​ຂັບ​ຮ້ອງ​ຂອງ​ນ້ອງ​ໄດ້​ດຶງ​ດູດ ຄະ​ນະ​ກວດ​ສອບ, ຊື່ງ​ແມ່ນ​ບັນ​ດາ​ຄູ​ອາ​ຈານ​ກ່ຽວ​ກັບ ຂັບ ເດີນ​ກາ​ຕາຍ​ຕື ແລະ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃຫ້​ແກ່​ຜູ້​ຊົມ​ທີ່​ນິ​ຍົມ ຂັບ ເດີນ​ກາ​ຕາຍ​ຕື ຫວຽດ​ນາມ. ລາງວັນ​ທີ່​ໄດ້​ຮັບ​ໃນງານ​ປະ​ກວດ​ດັ່ງ​ກ່າວ ແມ່ນ​ການ​ເປີດ​ສາກ ເພື່ອ​ໃຫ້​ງອກ​ເກີມ ສືບ​ຕໍ່​ເສັ້ນ​ທາງ​ຮ້ອງ​ລຳ​ທຳ​ເພງ​ພື້ນ​ເມືອງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ສືບ​ທອດ ແລະ ພັດ​ທະ​ນາ​ປະ​ເພດ​ສິ​ລະ​ປະ ເດີນ​ກາ​ຕາຍ​ຕື ຢູ່​ພາກ​ໃຕ້​ຫວຽດ​ນາມ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ