ງານບຸນ ທີ່ເປັນເອກະລັກສະເພາະຢູ່ນະຄອນ ຕວຽນກວາງ ປີ 2017

(VOVWORLD) -ນັບແຕ່ປີ 2014 ມາຮອດປະຈຸບັນ, ເມື່ອຮອດກາງເດືອນ 8 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ, ນະຄອນ ຕວຽນກວາງ ພັດມີບັນຍາກາດງານບຸນຢ່າງຟົດຟື້ນທ່ວນຊື່ນ. ນີ້ແມ່ນງານບຸນໄຫວ້ພະຈັນທີ່ເປັນເອກະລັກສະເພາະ ແລະ ພຽງແຕ່ມີຢູ່ ຕວຽນກວາງ ເທົ່ານັ້ນ, ດ້ວຍການສ້າງສະຖິຕິ Guiness: “ຄ່ຳຄືນງານບຸນ ມີຫຼາຍຮູບແບບໂຄມໄຟທີ່ເປັນເອກະລັກສະເພາະ ແລະ ໃຫຍ່ສຸດຢູ່ ຫວຽດນາມ”, “ພາເຂົ້າຂອງງານບຸນໄຫວ້ພະຈັນໃຫຍ່ສຸດ ຫວຽດນາມ”, “ຄູ່ໂຄມໄຟໃຫຍ່ສຸດຢູ່ ຫວຽດນາມ”.
ງານບຸນ ທີ່ເປັນເອກະລັກສະເພາະຢູ່ນະຄອນ ຕວຽນກວາງ ປີ 2017  - ảnh 1 (ຈຸດພົ້ນເດັ່ນຂອງເຫດການແມ່ນ “ຄ່ຳຄືນງານບຸນຕວຽນກວາງ”)

ວັນທີ 30 ກັນຍາ, ງານບຸນຢູ່ນະຄອນ ຕວຽນກວາງ ໄດ້ເຂົ້າສູ່ມື້ທີ່ສຳຄັນ. ຈຸດພົ້ນເດັ່ນຂອງເຫດການແມ່ນ “ຄ່ຳຄືນງານບຸນຕວຽນກວາງ”, ຢູ່ເຂດເວທີສະແດງທີ່ສະໜາມຫຼວງ ຫງວຽນເຕີດແທ່ງ, ດ້ວຍການເຄື່ອນໄຫວສະແດງບັນດາຮູບແບບໂຄມໄຟດ້ວຍຂະໜາດໃຫຍ່. “ຄ່ຳຄືນງານບຸນຕວຽນກວາງ” ປີນີ້ ມີລົດແຫ່ຮູບແບບໂຄມໄຟກວ່າ 70 ຄັນໃນບຸນໄຫວ້ພະຈັນງາມທີ່ສຸດ, ມີຄວາມໝາຍທີ່ສຸດໄດ້ຮັບການເລືອກເຟັ້ນຈາກຮູບແບບລົດໂຄມໄຟນັບຮ້ອຍຄັນຂອງນະຄອນ ຕວຽນກວາງ. ບັນດາລົດແຫ່ຂະບວນໄດ້ເລີ່ມຕົ້ນຈາກສະໜາມຫຼວງ ຫງວຽນເຕີດແທ່ງ ເຖິງບັນດາຖະໜົນສາຍໃຫຍ່ຂອງນະຄອນ ຕວຽນກວາງ.  ເອື້ອຍ ຮ່ວາງແອ໋ງງອັກ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ເປັນຄັ້ງທຳອິດໄດ້ໄປ ຕວຽນກວາງ ກົງກັບໂອກາດງານບຸນ ໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າຄິດວ່າ ທຸກຄົນສາມາດເຮັດໄດ້ບັນດາຮູບແບບໂຄມໄຟຢ່າງໃຫຍ່ໂຕ, ງາມຕາ ແລະ ປານີດຄືແນວນີ້. ຂ້າພະເຈົ້າເຫັນວ່າ, ປະຊາຊົນມີຄວາມພາກພູມໃຈທີ່ສຸດ ເມື່ອເຂົາເຈົ້າໄດ້ເຂົ້າຮ່ວມຂະບວນແຫ່ ແລະ ນັ້ນແມ່ນບັນດາຜະລິດຕະພັນຂອງເຂົາເຈົ້າ, ເຂົາເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ. ນີ້ແມ່ນເຫດການໄດ້ຮັບການຈັດຕັ້ງເພື່ອສ້າງຄວາມສາມັກຄີໃນໝູ່ປະຊາຊົນດີທີ່ສຸດ”

        ງານບຸນຢູ່ນະຄອນ ຕວຽນກວາງ ປີນີ້ໄດ້ຮັບການຈັດຕັ້ງແຕ່ວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ. ກ່ອນນັ້ນ, ໃນແຕ່ລະຄ່ຳຄືນ, ຂະບວນລົດແຫ່ໂຄມໄຟຂອງບັນດາເຂດຊຸມຊົນໄດ້ເຕົ້າໂຮມກັນຢູ່ຖະໜົນສາຍໃຫຍ່ ເພື່ອໃຫ້ປະຊາຊົນໄດ້ຮັບຊົມບັນດາຮູບຈຳນອງຢູ່ໃກ້ໆ. ຮູບແບບໂຄມໄຟໃນງານບຸນໄຫວ້ພະຈັນຢູ່ ຕວຽນກວາງ ໂດຍປະຊາຊົນໄດ້ເອົາແນວຄວາມຄິດຈາກບັນດາເລື່ອງລາວປະຫວັດສາດ, ນິຍາຍພື້ນເມືອງ ແລະ ຈາກພຶດຕິກຳຕົວຈິງໃນການດຳລົງຊີວິດ, ການອອກແຮງງານທຳການຜະລິດຊອງປະຊາຊົນໃນແຕ່ລະໄລຍະປະຫວັດສາດ. ແຕ່ລະຮູບຂອງໂຄມໄຟແມ່ນສານໜຶ່ງ, ມີຄວາມໝາຍສະເພາະ, ໃນນັ້ນແມ່ນຄວາມມຸ່ງຫວັງ, ນ້ຳໃຈຂອງປະຊາຊົນທ້ອງຖິ່ນ. ເມື່ອແນະນຳຮູບແບບໂຄມໄຟ “ກິນໝາກເຟືອງ, ຈ່າຍດ້ວຍຄຳ” ຕາມບົດນິຍາເລື່ອງນິທານ “ຕົ້ນໝາກເຟືອງ”, ທ່ານ ຫງວຽນດຶກຮ່າວ, ຢູ່ຕາແສງ ນົງຕ໋ຽນ, ນະຄອນ ຕວຽນກວາງ, ໃຫ້ຮູ້ວ່າ:

“ກິນໝາກເຟືອງ, ຈ່າຍດ້ວຍຄຳແມ່ນການສຶກສາບໍ່ພຽງແຕ່ຜູ້ໃຫຍ່ເທົ່ານັ້ນ ຫາກຍັງສຶກສາໃຫ້ພວກລຸກພວກຫຼານມີໃຈບຸນໃຈກຸສົນ ແລະ ນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນອີກດ້ວຍ, ພວກເຮົາຕ້ອງດຳລົງຊີວິດດ້ວຍຄວາມປອງດອງໃນເຂດຊຸມຊົນ. ຈາກເລື່ອງນີ້ ຈະຊ່ວຍໃຫ້ພວກຫຼານມີຄວາມເຂົ້າໃຈວ່າໃນການດຳລົງຊີວິດຕ້ອງຮັກແພງກັນ.”

        ຄຽງຄູ່ກັບເຫດການ “ຄ່ຳຄືນງານບຸນນະຄອນ ຕວຽນກວາງ”, ງານບຸນນະຄອນ ຕວຽນກວາງ ປີນີ້ ຍັງມີການເຄື່ອນໄຫວວາງສະແດງ, ແນະນຳອາຫານການກິນຫຼາຍຮູບຫຼາຍແບບ, ອຸດົມສົມບູນ ຂອງບັນດາຊົນເຜົ່າໃນແຂວງ; ການສະແດງແນະນຳການເຫຼື້ອມໃສບູຊາ 3 ພະແມ່ຂອງຊາວ ຫວຽດ; ການສະແດງສິລະປະ ແລະ ບັນດາການເຄື່ອນໄຫວ “ຕ້ອນຮັບບຸນໄຫວ້ພະຈັນຢ່າງເບີກບານມ່ວນຊື່ນ”, ບັນດາການເຄື່ອນໄຫວທ່ອງທ່ຽວ, ລາຍການຢ້ຽມຊົມບັນດາທັດສະນີຍະພາບ, ປູຊະນີຍະສະຖານ ແລະ ສະຖານທີ່ທ່ອງທ່ຽວໃນບໍລິເວນແຂວງ. ທ່ານ ເຈືອງດຶກຕ໋ຽນ, ຫົວໜ້າຫ້ອງການວັດທະນະທຳ ແລະ ຖະແຫຼງຂ່າວນະຄອນ ຕວຽນກວາງ, ໃຫ້ຮູ້ວ່າ:

        “ງານບຸນນະຄອນ ຕວຽນກວາງ ໄດ້ຮັບການຈັດຕັ້ງເພື່ອຮັກສາມູນເຊື້ອວັດທະນະທຳອັນດີງາມຂອງປະຊາຊົນນະຄອນ ຕວຽນກວາງ. ພວກຂ້າພະເຈົ້າກຳນົດວ່າ ນີ້ແມ່ນໂອກາດເພື່ອສຶກສາລຸ້ນໜຸ່ມ ກ່ຽວກັບມູນເຊື້ອວັດທະນະທຳ, ປະຫວັດສາດຂອງຊາດຕົນ. ງານບຸນມີຄວາມໝາຍດີງາມ ນັ້ນແມ່ນການສ້າງການສະໜິດຕິດພັນໃນໝູ່ປະຊາຄົມເຂດຊຸມຊົນກ່ວາອີກ. ຜ່ານງານບຸນ, ພວກຂ້າພະເຈົ້າປາດຖະໜາຢາກສ້າງຜະລິດຕະພັນເພື່ອພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ.”

        ງານບຸນນະຄອນ ຕວຽນກວາງ ໄດ້ຮັບການຈັດຕັ້ງປະຈຳປີ, ບໍ່ພຽງແຕ່ແມ່ນການເຄື່ອນໄຫວວັດທະນະທຳ, ກິລາທີ່ເປັນເອກະລັກສະເພາະເທົ່ານັ້ນ ຫາກຍັງແມ່ນຜະລິດຕະພັນການທ່ອງທ່ຽວໃໝ່ອ່ຽມ, ເປັນເອກະລັກສະເພາະ ດຶງດູດແຂກທ່ອງທ່ຽວໄປຢ້ຽມຢາມ ຕວຽນກວາງ ອີກດ້ວຍ. ງານບຸນນີ້ຄ່ອຍໆເຮັດໃຫ້ບຸນໄຫວ້ພະຈັນ ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ຕິດພັນກັບນະຄອນ ຕວຽນກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ