ງານມະໂຫລານຮູບເງົາ Clap, ທ່າອຽງໃໝ່ ໃນຂົງເຂດປະດິດສ້າງການສຽງ

ງານມະໂຫລານຮູບເງົາ Clap, ທ່າອຽງໃໝ່ ໃນຂົງເຂດປະດິດສ້າງການສຽງ - ảnh 1
(ພາບ​ປະ​ກອບ)
ງານ​ມະ​ໂຫ​ລານ​ຮູບ​ເງົາ Clap ເປັນ​ຄັ້ງ​ທຳ​ອິດ​ໄດ້​ສະ​ຫງວນ​ສະ​ເພາ​ະ​ໃຫ້​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃໝ່​ໃນ​ຂົງ​ເຂດ​ຜະ​ລິດ​ຮູບ​ເງົາ​ເລື່ອງ, ຮູບ​ເງົາ​ໂທ​ລະ​ພາບຫຼື​ຮູບ​ເງົາ​ທາງ​ເວບ​ໄຊ, ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ສະ​ຖາ​ບັນ​ຝະ​ລັ່ງ​ຢູ່​ຫວຽດ​ນາມ, ງານ​ມະ​ໂຫ​ລານ​ຮູບ​ເງົາ Clap ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ບົນ​ພື້ນ​ຖານ​ສັງ​ເກດ​ເຫັນ​ບັນ​ດາ​ທ່າ​ອຽງ​ໃໝ່​ທີ່​ພວມ​ປະ​ກົດ​ຕົວ​ໃນ​ຂົງ​ເຂດ​ປະ​ດິ​ດສ້າງການ​ສຽງ.

   ໃນ​ເວ​ລາ​ທີ່​ຜ່ານ​ມາ, ຢູ່​ຮ່າ​ໂນ້ຍ, ຮູບ​ເງົາ​ທີ່​ມີ​ຊື່​ວ່າ “ວິນ​ຍານ​ຂອງ​ຜີ” ໄດ້​ຖືກ​ນຳ​ມາ​ສາຍ​ທີ່ ງານ​ມະ​ໂມ​ລານ​ຮູບ​ເງົາ Clap. ນີ້​ແມ່ນ​ຮູບ​ເງ​ົາທີ່​ສາ​ມາດ​ສ້າງ​ສະ​ຖີ​ຕິ​ກ່ຽວ​ກັບ​ອັດ​ຕາ​ຜູ້​ຊົມ​ຢູ່​ຫວຽດ​ນາມ. ທ່ານ​ນາງ Elise Bourmaud – Danto ນັກ​ວິ​ຊາ​ການ​ໂຄງ​ການ​ຂະ​ແໜງ​ການ​ສຽງ​-ຫໍ​ສະ​ໝຸດ​ເອ​ເລັກ​ໂຕ​ນິກ, ສະ​ຖາ​ບັນ​ຝະ​ລັ່ງ​ໃຫ້​ຮູ້​ວ່າ :

   “ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ໃນ ງານ​ມະ​ໂຫລານ​ຮູບ​ເງົາ Clap ຄັ້ງ​ນີ້, ກ່ອນ​ອື່ນ​ໝົດ ແມ່ນ​ຕ້ອງ​ເວົ້າ​ເຖິງ​ລາຍ​ການ​ສາຍ​ຟິມ​ຮູບ​ເງົາ. ໃນ ງານ​ມະ​ໂມ​ລານ​ຮູບ​ເງົາ Clap ຄັ້ງ​ນີ້, ມີ 7 ປະ​ເພດ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ທຸກໆ​ຄົນ​ຮູ້​ໄດ້​ເຖິງ​ຄວາມ​ມີຫຼາຍ​ຮູບຫຼາ​ຍ​ສີຂອງ​ບັນ​ດາ​ປະ​ເພດ ຟິມ​ຮູບ​ເງົາ ແລະ ມັນ​ກໍ​ໜູນ​ຊ່ວຍ​ຊຶ່ງ​ກັນ ແລະ ກັນ. ຍົກ​ຕົວ​ຢ່າງ​ຄື​ໃນ​ຄ່ຳ​ຄືນ​ໄຂ ງານ​ມະ​ໂມ​ລານ​, ໄດ້ສາຍ​ຟິມຮູບ​ເງົາ​“ວິນ​ຍານ​ຂອງ​ຜີ”

   ໃນ ງານ​ມະ​ໂມ​ລານ​ຮູບ​ເງົາ Clap ຄັ້ງ​ນີ້, ຜູ້​ຊົມ​ໄດ້​ມີ​ໂອ​ກາດ​ຊອກ​ຄົ້ນ​ຫາຫຼາຍ​ວິ​ທີ​ແຕກ​ຕ່າງ​ກັນ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ຜະ​ລິດ ຟິມ​ຮູບ​ເງົາ ແລະ ໃນ​ວັນ​ນີ້, ບັນ​ດາ​ຂົງ​ເຂດ​ຜະ​ລິດ ຟິມ​ຮູບ​ເງົາ ບໍ່​ຖືກ​ແຍກອອ​ກ​ຕ່າງ​ຫາກ​ຄື​ກ່ອນນີ້​ອີກ​ແລ້ວ. ທ່ານ​ນາງ Elise Bourmaud – Danto ນັກ​ວິ​ຊາ​ການ​ໂຄງ​ການ​ຂະ​ແໜງ​ການ​ສຽງ​-ຫໍ​ສະ​ໝຸດ​ເອ​ເລັກ​ໂຕ​ນິກ, ສະ​ຖາ​ບັນ​ຝະ​ລັ່ງ​ໃຫ້​ຮູ້​ວ່າ :

   “ ໃນ​ວັນ​ນີ້, ມີ​ພາ​ຫະ​ນະ​ອຸ​ປະ​ກອນ​ຜະ​ລິດ ຟິມ​ຮູບ​ເງົາຫຼາຍ​ກ່​ວາ, ດັ່ງ​ນັ້ນ, ທຸກໆ​ຄົນ​ມີຫຼາຍ​ໂອ​ກາດ​​ກວ່າ​ເກົ່າເພື່ອ​ຜະ​ລິດສິ່ງ​ທີ່​ຕົນ​ເອງ​ຢາກ​ໄດ້. ຂອບ​ເຂດ​ນັບ​ມື້​ໄດ້​ຮັບ​ການ​ເ​ປີດກ້​ວາງກວ່າ, ບໍ່​ແມ່ນ​ວ່າ ໂທ​ລະ​ພາບ​ເຮັດ​ຮູບ​ເງົ​າໂທ​ລະ​ພາບ, ອິນ​ເຕີ​ເນັດ​ເຮັດ​ອິນ​ເຕີ​ເນັດ​ອີກ​ແລ້ວ. ປະ​ຈຸ​ບັນ, ການ​ຈັດ​ແບ​່ງ​ເຊັ່ນ​ນັ້ນ, ບໍ່​ຄົງ​ຕົວ​ອີກ​ແລ້ວ, 3 ອັນ​ນີ້ໄດ້​ເຊື່ອມ​ຕົວ​ເຂົ້າ​ກັນ ”

   ພາຍຫຼັງ​ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ງານ​ມະ​ໂຫລານ​ຮູບ​ເງົາ Clap ຈະ​ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ເຫ້ວ, ດານັ້ງ… ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​ອີກ​ດ້ວຍ. ທ່ານ Loic Wong, ຜູ້​ຕາງ​ໜ້າ​ຂະ​ແໜງ​ການ​ສຽງ, ຮູບ​ເງົາ, ສະ​ຖາ​ບັນ​ຝະ​ລັ່ງ​ຢູ່​ຫວຽດ​ນາມ ໃຫ້​ຮູ້ວ​່າ :

   “ ຜ່ານ​ງານ Festival ຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຢາກຢັ້ງ​ຢືນ​ໃຫ້​ແກ່​ບັນ​ດາ​ຜູ້​ປະ​ດິດ​ສ້າງ ແລະ ຜູ້​ຊົ​ມເຫັນ​ວ່າ ທຸກໆ​ຄົນ​ຕ່າງກໍ​ສາ​ມາດ​ຜະ​ລິດ ຟິມ​ຮູບ​ເງົາ​ດ້ວຍ​ທຸກໆ​ພາ​ຫະ​ນະ​ອຸ​ປະ​ກອນ​ທີ່​ມີ​ຢູ່​ແລ້ວ. ນັບ​ທັງ​ເຄື່ອງ​ກາ​ເມ​ຣາ​ນ້ອຍ, ທຸກໆ​ຄົນ​ກໍ​ສາ​ມາດ​ຜິດ​ລິດ ຟິມ​ຮູບ​ເງົາ​ດ້ວຍ​ທຸກ​ປະ​ເພດໄດ້. ມ​ັນ​ທັງ​ນອນ​ໃນ​ແງ່​ມຸມ​ສິ​ລະ​ປະ, ທັງ​ນອນ​ໃນ​ແງ່​ມຸມ​ການ​ຄ້າ​ອີກ​ດ້ວຍ ”

       ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ, ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ໃໝ່​ອຽມ ກໍ​ລ້ວນ​ແຕ່​ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນຂອງງານ​ມະ​ໂຫລານ​ຮູບ​ເງົາ Clap ປີນີ້. ງານ​ມະ​ໂຫ​ລານ​ຮູບ​ເງົາແມ່ນ​ການ​ສະ​ແດງໃຫ້​ເຫັນ​ຄວາມ​ມີຫຼາຍ​ຮູບຫຼາຍ​ສີ​ກ່ຽວ​ກັບ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ບັນ​ດາ​ນັກ​ສິ​ລະ​ປີນ​ຝະ​ລັ່ງ ແລະ ຫວຽດ​ນາມ​ໃນ​ການ​ປະ​ດິດ​ສ້າງ​ສິ​ລະ​ປະ, ປະ​ກອບ​ສ່ວນ​ສ້າງ​ຮູບ​ແບບ​ໃໝ່​ໃຫ້​ແກ່​ບັນ​ດາ​ຜູ້​ຜະ​ລິດ ຟິມ​ຮູບ​ເງົາ​ໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ