ງານວາງສະແດງ “ຫຼາກຫຼາຍສີສັນ” - ການລະຫຼິ້ນກັບບັນດາສີສັນ

(VOVWORLD) - ນັກຈິດຕະກອນ ລີເຈິ່ນ, ອາຍຸ 41 ປີ, ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ນະຄອນຫຼວງ ຮ່າໂນ້ຍ, ຮ່ຳຮຽນຢູ່ ລັດເຊຍ ແລະ ດຳລົງຊີວິດຢູ່ ອາເມລິກາ, ດັ່ງນັ້ນ, ລາວມີຫຼາຍໂອກາດໃນການດຳລົງຊີວິດ
ງານວາງສະແດງ “ຫຼາກຫຼາຍສີສັນ” - ການລະຫຼິ້ນກັບບັນດາສີສັນ - ảnh 1ບັນດາຜົນງານທີ່ງານວາງສະແດງ
(ພາບ:VOV)

ກາງເດືອນ ມິຖຸນາ ຜ່ານມາ, ຜູ້ນິຍົມສິລະປະຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ມາຊົມງານວາງສະແດງສິລະປະທີ່ສ້າງຄວາມປະທັບໃຈທີ່ມີຊື່ວ່າ “ຫຼາກຫຼາຍສີສັນ” ຂອງນັກຈິດຕະກອນຍິງ ລີເຈິ່ນ.  ຮູບແຕ້ມ 70 ແຜ່ນດ້ວຍສີສັນຫຼາກຫຼາຍ, ສະແດງຫົວຂໍ້ກ່ຽວກັບດ້ານວັດທະນະທຳຫຼາຍຮູບຫຼາຍສີ. ບັນດາຜົນງານທີ່ງານວາງສະແດງໄດ້ສະແດງຄວາມຮູ້ສຶກອັນແຮງກ້າຂອງນັກຈິດຕະກອນ ແລະ ສ້າງຄວາມປະທັບໃຈຕໍ່ຜູ້ຊົມ.

          ທີ່ງານວາງສະແດງ “ຫຼາກຫຼາຍສີສັນ”, ກ່ວາ 70 ຜົນງານທີ່ນຳມາວາງສະແດງຂອງນັກຈິດຕະກອນ ລີເຈິ່ນ ໄດ້ເຮັດໃຫ້ຜູ້ຊົມຕົກເຂົ້າໃນໂລກທີ່ຫຼາກຫຼາຍສີສັນ. ບັນດາສີມືດ - ສີແຈ້ງ ໄດ້ສະແດງ ລັກສະນະລະອຽດລະອໍຂອງນັກແຕ້ມໃນການໃຊ້ສີສັນ, ທັງສ້າງໃຫ້ຜູ້ຊົມມີຄວາມຮູ້ສຶກທີ່ເລິກລັບໃນບັນດາຜົນງານທີ່ສະແດງນິຍາມກ່ຽວກັບຄວາມດຸ່ນດ່ຽງ, ວົງຈອນຊີວິດ, ຄວາມຮັກ, ກົດເກນຊີວິດການເປັນຢູ່…, ທັງສ້າງຄວາມຮູ້ສຶກທີ່ໃກ້ຊິດສະໜິດສະໜົມ ດ້ວຍບັນດາຜົນງານກ່ຽວກັບດອກໄມ້, ທິວທັດທຳມະຊາດ, ມະນຸດ, ສັດສາວາສິ່ງ… ທັງໝົດເຫຼົ່ານັ້ນລ້ວນແຕ່ໄດ້ສ້າງຄວາມປະທັບໃຈຕໍ່ມະຫາຊົນ:

- ບັນດາພາບແຕ້ມຂອງ ລີເຈິ່ນ ກໍ່ແມ່ນການສະແດງນິດ, ບຸກຄະລິກກະພາບສະເພາະຂອງ ລີເຈິ່ນ, ຜູ້ທີ່ມັກຮັກຄວາມເພິນຈິດ, ອ່ອນໂຍນ. ຂ້າພະເຈົ້າປະທັບໃຈຕໍ່ບັນດາພາບແຕ້ມກ່ຽວກັບດອກບົວທີ່ສຸດ.

- ຂ້າພະເຈົ້າເຫັນວ່າ ລີເຈິ່ນ ແຕ້ມດ້ວຍຈິດວິນຍານ, ຕາມຄວາມຮູ້ສຶກຂອງຕົນ. ຕ້ອງແມ່ນຜູ້ມີນິດສສະເພາະຈຶ່ງແຕ້ມໄດ້ແບບນີ້. ຂ້າພະເຈົ້າມັກບັນດາພາບແຕ້ມສັງລວມ, ການປະສົມສີແບບສັງລວມ ແລະ ສີຂັດມັນ.

        ນັກຈິດຕະກອນ ລີເຈິ່ນ, ອາຍຸ 41 ປີ, ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ນະຄອນຫຼວງ ຮ່າໂນ້ຍ, ຮ່ຳຮຽນຢູ່ ລັດເຊຍ ແລະ ດຳລົງຊີວິດຢູ່ ອາເມລິກາ, ດັ່ງນັ້ນ, ລາວມີຫຼາຍໂອກາດໃນການດຳລົງຊີວິດ, ໄປທ່ຽວຢູ່ຫຼາຍປະເທດ, ໄດ້ສຳຜັດກັບຫຼາຍພື້ນຖານວັດທະນະທຳ. ສິ່ງດັ່ງກ່າວໄດ້ປະກອບສ່ວນ ເຮັດໃຫ້ເປັນ ລີເຈິ່ນ ກັບສີສັນຫຼາກຫຼາຍໃນສິລະປະ.  ບັນດາພາບແຕ້ມທີ່ໄດ້ນຳມາວາງສະແດງທີ່ງານວາງສະແດງ “ສີສັນຫຼາກຫຼາຍ” ກໍ່ແມ່ນຜົນງານທີ່ນັກຈິດຕະກອນເມົາມົວປະດິດຄິດສ້າງສິລະປະເປັນເວລາຫຼາຍປີ, ມັນໄດ້ສະແດງຄວາມຮູ້ສຶກ, ຄວາມຊົງຈຳກ່ຽວກັບບັນດາສະຖານທີ່ລາວໄດ້ແວ່ຢາມ. ໂດຍເປັນຜູ້ນິຍົມສິລະປະຕາມທ້ອງຖະໜົນ, ເລື່ອງທົດລອງນຳໃຊ້ສີສັນດ້ວຍຫຼາຍຮູບແບບ ແມ່ນວິທີການທີ່ເປັນເອກະລັກສະເພາະຂອງ ນັກຈິດຕະກອນ ລີເຈິ່ນ. ບັນດາຜົນງານສ່ວນຫຼາຍທີ່ງານວາງສະແດງ “ຫຼາກຫຼາຍສີສັນ” ໂດຍລາວໄດ້ສົມທົບລະຫວ່າງດ້ານຄວາມປະທັບໃຈ ແລະ ການສະແດງອອກ, ພ້ອມກັນນັ້ນກໍ່ແມ່ນຄວາມຮູ້ສຶກຂອງຕົນເອງ ເພື່ອສ້າງເປັນບັນດາຮູບພາບດ້ວຍຫຼາກຫຼາຍສີສັນ. ນັກຈິດຕະກອນ ດັ້ງຕ໋ວນ ໄດ້ຕີລາຄາສູງບັນດາພາບແຕ້ມຂອງນັກຈິດຕະກອນ ລີເຈີ່ນ, ໂດຍໃຫ້ຮູ້ວ່າ:

        “ບັນດາຮູບພາບຂອງນັກຈິດຕະກອນ ລີເຈິ່ນ ໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ຂ້າພະເຈົ້າ. ເມື່ອເບິ່ງພາບແຕ້ມຂອງ ລີເຈີ່ນ, ຂ້າພະເຈົ້າເຫັນໄດ້ບັນດາຄວາມເປັນຫ່ວງຂອງນັກຈິດຕະກອນ. ລີເຈິ່ນ  ບໍ່ສົນໃຈວ່າພາບແຕ້ມຂອງຕົນເອງແມ່ນຕາມວິທີການໃດ, ຕາມຝ່າຍໃດ. ນີ້ແມ່ນສິ່ງທີ່ເປັນໜ້າເຄົາລົບໃນຈິດຕະກຳ, ສຳຄັນທີ່ສຸດແມ່ນຄວາມຮູ້ສຶກ ແລະ ສິ່ງທີ່ນຳມາໃຫ້ຜູ້ຊົມ”.

ງານວາງສະແດງ “ຫຼາກຫຼາຍສີສັນ” - ການລະຫຼິ້ນກັບບັນດາສີສັນ - ảnh 2

        ດ້ວຍຄວາມນິຍົມສີຂັດມັນ, ແຕ່ນັກຈິດຕະກອນ ລີເຈິ່ນ ກໍ່ໄດ້ນຳໃຊ້ຫຼາຍປະເພດອື່ນດ້ວຍຄວາມຄ່ອງແຄ້ວ. ພິເສດ, ດ້ວຍຄວາມປາດຖະໜາຢາກໂຄສະນາພາບສີຂັດມັນອອກສູ່ໂລກ, ນັກຈິດຕະກອນຜູ້ນີ້ໄດ້ທົດລອງບັນດາເຕັກນິກໃໝ່ຢ່າງບໍ່ຢຸດຢັ້ງ, ປະສານສົມທົບວັດຖຸທາດຕ່າງໆ ເພື່ອຊອກຫາແບບວິທີສະເພາະຂອງຕົນດ້ວຍພາບສີຂັດມັນ. ເມື່ອແບ່ງປັນກ່ຽວກັບບັນດາແຜນການໃນອະນາຄົດ, ນັກຈິດຕະກອນ ລີເຈິ່ນ, ໃຫ້ຮູ້ວ່າ:

“ເມື່ອເຂົ້າຮ່ວມງານວາງສະແດງຕ່າງໆຢູ່ ອາເມລິກາ, ຍາມໃດຂ້າພະເຈົ້າກໍ່ຢາກຊອກຫາວັດຖຸພິເສດເພື່ອນຳມາແນະນຳຕໍ່ໂລກ ແລະ ຂ້າພະເຈົ້າຄິດເຖິງສີຂັດມັນຂອງ ຫວຽດນາມ. ນັ້ນກໍ່ແມ່ນສາຍເຫດທີ່ໃຫ້ຂ້າພະເຈົ້າກັບເມືອ ຫວຽດນາມ ຊອກຮູ້, ຄົ້ນຄ້ວາ. ໃນງານວາງສະແດງຄັ້ງນີ້, ຂ້າພະເຈົ້າໄດ້ວາງສະແດງພາບສີຂັດມັນພຽງ 7 ແຜ່ນເທົ່ານັ້ນ, ຍ້ອນເວລາເຮັດພາບສີຂັດມັນຕ້ອງໃຊ້ເວລາຫຼາຍ ແລະ ລະອຽດລະອໍໃນການແຕ້ມ. ຂ້າພະເຈົ້າຖືນີ້ແມ່ນການທົດລອງກັບພາບສີຂັດມັນ. ເພື່ອນຳພາບສີຂັດມັນ ໂຄສະນາ, ແນະນຳຕໍ່ໂລກ, ເພື່ອອາດສາມາດເຮັດພາບສີຂັດມັນຢູ່ ອາເມລິກາ, ຂ້າພະເຈົ້າຕ້ອງມີການທົດລອງເພື່ອເໝາະສົມກັບສະພາບການ. ນັ້ນແມ່ນສິ່ງທ້າທາຍ ແລະ ຂ້າພະເຈົ້າຈະພະຍາຍາມປະຕິບັດໃນໄລຍະຈະມາເຖິງ. ແທນທີ່ບັນດາຮູບແບບດັ້ງເດີມ, ຂ້າພະເຈົ້າໄດ້ໃຊ້ສີຂັດມັນໃນ pica, ນຳໃຊ້ mix media ແລະ ຫຼາຍວັດຖຸພັນອື່ນ”.

        ດ້ວຍທັດສະນະຄະຕິ ອອກໄປໄກເພື່ອກັບຄືນປະເທດ, ບັນດາພາບແຕ້ມໄດ້ນຳມາວາງສະແດງໃນງານວາງສະແດງ “ຫຼາກຫຼາຍສີສັນ” ຂອງ ລີເຈິ່ນ ໄດ້ເຮັດໃຫ້ຫຼາຍວັດຖຸແບບດັ້ງເດີມຂອງ ຫວຽດນາມ ມີສີສັນຫຼາກຫຼາຍ ແລະ ໃໝ່ອ່ຽມ. ງານວາງສະແດງ “ຫຼາກຫຼາຍສີສັນ” ຂອງນັກຈິດຕະກອນ ລີເຈິ່ນ ບໍ່ພຽງແຕ່ຫຼາກຫຼາຍສີສັນ, ວັດຖຸ ແລະ ຫົວຂໍ້ເທົ່ານັ້ນ ຫາກຍັງໄດ້ສະແດງວິທີການທີ່ໄດ້ສ້າງຂຶ້ນຈາກວັດທະນະທຳຫຼາກຫຼາຍສີສັນຂອງນັກສິລະປະການ. ແລະນັ້ນກໍ່ແມ່ນບັນດາຄຸນຄ່າເຊິ່ງຜົນງານຂອງ ລີເຈິ່ນ ໄດ້ນຳຄວາມປະທັບໃຈມາສູ່ມະຫາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ