ຊາວກະສິກອນສ້າງເສດຖະກິດຜູ້ມີໃຈບຸນໃຈກຸສົນ

(VOVWORLD) - ດ້ວຍຄວາມດຸໝັ່ນຂະຫຍັນພຽນ, ມັກອອກແຮງງານ, ທ່ານ ໂງວັນເດົ້າ ຢູ່ບ້ານ ຝູເທື້ອງ, ຕາແສງ ຝູແທັ່ງ, ເມືອງ ຝູເຕີນ, ແຂວງ ອານຢາງ ໄດ້ຮັບການຢັ້ງຢືນເປັນຊາວກະສິກອນຜະລິດ - ດຳເນີນທຸລະກິດເກັ່ງ.

 ບໍ່ພຽງແຕ່ຜະລິດດຳເນີນທຸລະກິດເກັ່ງເທົ່ານັ້ນ, ທ່ານຍັງແມ່ນຜູ້ມີໃຈບຸນໃຈກຸສົນ, ຍາມໃດກໍ່ຜູກພັນກັບວຽກງານການກຸສົນສັງຄົມ, ຊ່ວຍເຫຼືອຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຊາວກະສິກອນສ້າງເສດຖະກິດຜູ້ມີໃຈບຸນໃຈກຸສົນ - ảnh 1ທ່ານ ໂງວັນເດົ້າ ນັ່ງໃນລົດຂົງສົ່ງຄົນເຈັບຂອງຕົນ

        ໂດຍໄດ້ຮັບການກຳເນີດຈາກຄອບຄົບທຸກຍາກ ເຊິ່ງໄດ້ດຳລົງຊີວິດໃນເຂດດິນແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານ ໂງວັນເດົ້າ ເຄີຍບືນຕົວຂຶ້ນກາຍເປັນຊາວກະສິກອນຜະລິດ ດຳເນີນທຸລະກິດເກັ່ງ. ປະຈຸບັນ, ຄອບຄົວຂອງທ່ານ ເດົ້າ ມີເນື້ອທີ່ລ້ຽງປາຈາ ແລະ ປາຄໍ່ ປະມານ 20 ເຮັກຕາ, ບັນລຸລາຍຮັບປະມານກ່ວາ 2 ຕື້ດົ່ງຕໍ່ປີ; ສ້າງວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນດ້ວຍລະດັບເງິນເດືອນກ່ວາ 5 ລ້ານດົ່ງ/ຄົນ/ເດືອນ, ພ້ອມກັບແຮງງານຕາມລະດູການໃນແຕ່ລະປີແມ່ນ 18 ຄົນ. ພິເສດ, ທ່ານໄດ້ສະຫງວນເນື້ອທີ່ດິນ 9 ເຮັກຕາເພື່ອໃຫ້ເຊົ່າ, ເງິນໄດ້ເກັບມາຈາກການໃຫ້ເຊົ່າທີ່ດິນນັ້ນເພື່ອສ້າງ “ກອງທຶນກຸສົນ” ຂອງຄອບຄົວ. ທ່ານ ໂງວັນເດົ້າ ໄດ້ແບ່ງປັນວ່າ, ເພື່ອສ້າງການດຳລົງຊີວິດໄດ້ຄືໃນທຸກວັນນີ້, ທ່ານ ພ້ອມກັບຄອບຄົວຕ້ອງໄດ້ປະຢັດຫຼາຍ. ທຳອິດເມື່ອຫາເງິນໄດ້ພໍຢູ່ພໍກິນເທົ່ານັ້ນ, ທ່ານໄດ້ຄິດເລີຍວ່າຕ້ອງຊ່ວຍເຫຼືອໃຫ້ຄົນທຸກຍາກ. ໃນເບື້ອງຕົ້ນ, ແມ່ນໃຫ້ເຂົາເຈົ້າເຂົ້າສານ, ໃຫ້ເງິນທອງສຳລັບບັນດາຜູ້ຢູ່ໃກ້ຄຽງເມື່ອເຂົາເຈົ້າເຈັບປວຍ, ປະສົບກັບຄວາມຫຍຸ້ງຍາກ… ທ່ານ ໂງວັນເດົ້າ ແບ່ງປັນວ່າ:

        “ທ້ອງຖິ່ນຂອງຕົນແມ່ນຕາແສງເຂດຫ່າງໄກສອກຫຼີກ, ເສດຖະກິດປະສົບກັບຄວາມຫຍຸ້ງຍາກ. ແລະ ຄວາມມຸ່ງມາດປາດຖະໜາຂອງຕົນແມ່ນຈະປະຕິບັດບັນດາວຽກງານແທດຈິງເພື່ອມີເງິນທອງຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຄື: ຊື້ລົດພະຍາບານເພື່ອສົ່ງພໍ່ແມ່ປະຊາຊົນຖືກເຈັບເປັນໄປໂຮງໝໍ; ຄວາມມຸ່ງມາດປາດຖະໜາອີກອັນໜຶ່ງນັ້ນແມ່ນກໍ່ສ້າງເຂດປ່າຊ້າແຫ່ງໜຶ່ງໃຫ້ປະຊາຊົນ; ເພື່ອໃຫ້ຜູ້ຖືກເສຍຊີວິດໄປແລ້ວໄປສູ່ສຸຂະຕິພົບ.”

        ປີ 2009, ເມື່ອເສດຖະກິດຄອບຄົວໄດ້ດີຂຶ້ນແລ້ວ, ທ່ານ ໂງວັນເດົ້າ ໄດ້ປຶກສາຫາລືນຳອ້າຍສອງຄົນຂອງຕົນ, ບໍລິຈາກເງິນເພື່ອຊື້ລົດພາຍາບານເພື່ອສົ່ງຄົນເຈັບໂດຍບໍ່ເກັບຄ່າຄັນທຳອິດຂອງຕາແສງ ຝູແທັ່ງ ດ້ວຍມູນຄ່າ 540 ລ້ານດົ່ງ. ຮອດປີ 2017, ທ່ານເອງໄດ້ຊີ້ລົດພະຍາບານອີກຄັນໜຶ່ງທີ່ມີມູນຄ່າ 700 ລ້ານດົ່ງ, ເພື່ອຮັບໃຊ້ໃຫ້ແກ່ພໍ່ແມ່ປະຊາຊົນໃນໝູ່ບ້ານ. ມີບາງຄັ້ງຄາວ, ທັງລົດສອງຄັນລ້ວນແຕ່ເຄື່ອນໄຫວ, ທ່ານ ເດົ້າ ພ້ອມແລ້ວທີ່ໃຊ້ລົດໂອໂຕຂອງຄອບຄົວຕົນສົ່ງຄົນເຈັບໂດຍບໍ່ເກັບຄ່າ. ນອກຈາກເລື່ອງໜູນຊ່ວຍສົ່ງຄົນເຈັບ, ທ່ານຍັງໜູນຊ່ວຍໃຫ້ຍາດຕິພີ່ນ້ອງຄົນເຈັບ, ມອບຂອງຂວັນ, ໜູນຊ່ວຍຄົນເຈັບໃນໂອກາດງານບຸນ, ບຸນເຕັດ. ບັນດາກິດຈະກຳຄື: ຂົວ, ຖະໜົນຫົນທາງ ລ້ວນແຕ່ມີການປະກອບສ່ວນຂອງທ່ານ.

        ປ້າ ເຈິ່ນທິງວຽດ, ເມຍຂອງທ່ານ ເດົ້າ ໃຫ້ຮູ້ວ່າ: ໄດ້ດຳລົງຊີວິດນຳກັນເປັນເວລານັບສິບໆປີແລ້ວ, ດັ່ງນັ້ນ ປ້າເຂົ້າໃຈນິດໃສຂອງຜົວຕົນທີ່ສຸດ. ໃນຕະຫຼອດຊີວິດຂອງຕົນ, ທ່ານ ເດົ້າໄດ້ໝັ້ນໝາຍດ້ວຍ 3 ຢ່າງນັ້ນແມ່ນ: ເຮັດວຽກເພື່ອຫາເງິນຊ່ວຍເຫຼືອຜູ້ທຸກຍາກ, ຊື້ລົດພະຍາບານເພື່ອສົ່ງຄົນເຈັບໂດຍບໍ່ເກັບຄ່າ ແລະ ກໍ່ສ້າງເຂດປ່າຊ້າໃຫ້ຄົນທຸກຍາກ. ປ້າ ເຈິ່ນທິງວຽດ ກ່າວວ່າ:

        “ຜົວຂອງຂ້ອຍເຮັດວຽກງານຫຍັງກໍ່ປຶກສານຳຄອບຄົວ. ເພິ່ນເຮັດວຽກງານທີີ່ດີດັ່ງນັ້ນ ຂ້າພະເຈົ້າກໍ່ສະໜັບສະໜູນ…ເພິ່ນໄດ້ຕັ້ງໃຈເຮັດວຽກງານສັງຄົມ, ເພິ່ນໄດ້ສຸດຈິດສຸດໃຈເພື່ອເຮັດ, ບໍ່ຄິດເຖິງຜົນປະໂຫຍດຂອງຕົນເອງ. ເພິ່ນເຮັດວຽກຫຼາຍ ດັ່ງນັ້ນ ຂ້າພະເຈົ້າໄດ້ບອກວ່າຄວນຮັກສາສຸຂະພາບເທົ່ານັ້ນ.”

ຊາວກະສິກອນສ້າງເສດຖະກິດຜູ້ມີໃຈບຸນໃຈກຸສົນ - ảnh 2 ພາບປະກອບ

        ປີ 2011, ອາຊີບລ້ຽງປາຈາ ກໍ່ປະສົບກັບຄວາມຫຍຸ້ງຍາກ, ບາງຄັ້ງຄາວຖືກຂາດທຶນ ດັ່ງນັ້ນແຫຼ່ງເງິນໃຊ້ຈ່າຍສະຫງວນໃຫ້ວຽກງານສັງຄົມບໍ່ເປັນປົກກະຕິ; ທ່ານ ເດົ້າ ໄດ້ປຶກສາຫາລືນຳຄອບຄົບເພື່ອຊື້ທີ່ດິນປູກເຂົ້າ 4 ເຮັກຕາເພື່ອໃຫ້ເຊົ່າ, ແຫຼ່ງເງິນນັ້ນໄດ້ສ້າງເປັນ “ກອງທຶນກຸສົນ”. ຮອດປີ 2017, ທ່ານໄດ້ຊື້ທີ່ດິນ 5 ເຮັດຕາຕື່ມອີກ. ມາຮອດປະຈຸບັນ, “ກອງທຶນກຸສົນ” ຂອງຄອບຄົວທ່ານເອງມີເນື້ອທີ່ດິນນາທັງໝົດ 9 ເຮັດຕາ, ໃຫ້ເຊົ່າ, ແຕ່ລະປີນຳມາເຊິ່ງແຫຼ່ງລາຍຮັບປະມານ 300 ລ້ານດົ່ງ. ທ່ານ ໄດ້ສະຫງວນຈຳນວນເງິນທັງໝົດນັ້ນເພື່ອເຮັດວຽກງານກຸສົນໝົດ. ທ່ານ ໂງວັນເດົ້າ ໄດ້ແບ່ງປັນຄວາມໃນໃຈສູ່ຟັງວ່າ:

        “ຂ້າພະເຈົ້າໄດ້ກຳເນີດຂຶ້ນໃນຄອບຄົວທຸກຍາກ, ໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າຫວັງວ່າ: ເມື່ອເຮົາມີຊັບສິນ, ເງິນທອງພໍຢູ່ພໍກິນແລ້ວ ເຮົາຈະເຮັດວຽກງານກຸສົນເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ. ດັ່ງນັ້ນ, ເມື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກແລ້ວ ຂ້າພະເຈົ້າປະຕິບັດໄດ້ຄວາມມຸ່ງຫວັງຂອງຕົນ, ເມື່ອປະຕິບັດໄດ້ແລ້ວຮູ້ສຶກສະຫວາດສະເຫວີຍ.”

        ທ່ານ ເດົ້າ ໃຫ້ຮູ້ຕື່ມອີກວ່າ: ທ່ານໄດ້ມີຄວາມສະໜິດຕິດພັນກັບວຽກງານການກຸສົນສັງຄົມກ່ວາ 20 ປີແລ້ວ, ບາງຄັ້ງຄາວເມື່ອຍຫຼາຍ ແຕ່ຮູ້ສຶກມ່ວນຫຼາຍຍ້ອນໄດ້ຮັບຄວາມນິຍົມນັບຖືຈາກພໍ່ແມ່ປະຊາຊົນ, ຄອບຄົວກໍ່ມີຄວາມຜາສຸກ. ຫວ່າງແລ້ວນີ້, ທ່ານ ເດົ້າ ໄດ້ບໍລິຈາກທີ່ດິນ 1.000 ຕາແມັດ ແລະ ເງິນ 500 ລ້ານດົ່ງ ເພື່ອຍົກລະດັບເຂດປ່າຊ້າທ້ອງຖິ່ນ. ດ້ວຍບັນດາການປະກອບສ່ວນໃຫ້ແກ່ວົງຄະນະຍາດ, ທ່ານ ໂງວັນເດົ້າ ໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ, ໃບຍ້ອງຍໍຂອງສູນກາງສະມາຄົມຊາວກະສີກອນ ຫວຽດນາມ ແລະ ໃບຍ້ອງຍໍຫຼາຍໃບຂອງແຂວງ ອານຢາງ ກ່ຽວກັບຜົນງານທຳການຜະລິດ - ດຳເນີນທຸລະກິດທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ