ຊາວຄຼິດຮ່າໂນ້ຍກະກຽມຕ້ອນຮັບບຸນຄຼິດສະມາດ

(vovworld) - ​​ໃນ​ຊຸມ​ມື້​ນີ້, ບັນຍາກາດ​ຕ້ອນຮັບ​​ບຸນຄຼິດສະມາດປົກ​ຄຸມ​ໄປ​ໃນ​​ຖະໜົນ​ຫົນທາງ​ສາຍຕ່າງໆ​ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ດ້ວຍ​ຕົ້ນ​ແປກ, ຊານ​ຕາກຼຸດ (Santa Claus), ​ເຣນ​ເດີ (reindeer)​ເຮືອນຫິມະ ພ້ອມ​ກັບ​ດອກ​ໄຟ​ທີ່​ມີ​ສີ​ຫຼາກ​ຫຼາຍ. ພ້ອມ​ກັບ​ຊາວ​ຄຼິດ​ໃນ​ທົ່ວ​ປະ​ເທດ, ຊາວ​ຄຼິດຮ່າ​ໂນ້ຍ 185.000 ຄົນ​ພວມ​ຕ້ອນຮັບ​ບຸນຄຼິດສະມາດດ້ວຍ​ຄວາມສັນຕິ​ສຸກ.

ຊາວຄຼິດຮ່າໂນ້ຍກະກຽມຕ້ອນຮັບບຸນຄຼິດສະມາດ - ảnh 1
ພາບປະກອບ

        ວຽກ​ງານ​ກະກຽມ​ໃຫ້​ບຸນຄຼິດສະມາດ​ປີ 2014 ​ໃນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ດຳ​ເນີ​ນໄປ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ຢູ່​ໂບດ​ແຫ່ງ​ຕ່າງໆລ້ວນ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ດອກ​ໄມ້, ດອກ​ໄຟ​ນາໆ​ສີ​ພ້ອມ​ກັບ​ຖຳ້​ຫີນ​ທີ່​ສວຍ​ງາມ. ຢູ່​ບາງ​ແຫ່ງ​ຍັງ​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ເພື່ອ​ຄຳນັບ​ຮັບ​ຕ້ອນວັນ​ບຸນ. ປີ​ນີ້, ການ​ນຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ນະຄອນ​ຮ່າ​ໂນ້ຍ, ເມືອງຕ່າງໆລ້ວນ​ແຕ່​ລົງ​ຢ້ຽມຢາມ​ຖາມ​ຂ່າວ​ປະຊາຊົນ​ໃນ​ເຂດ​ຊາວ​ຄິຼດ​ເພື່ອ​ແບ່ງປັນ​ຄວາມ​ເບີກບານ​ມ່ວນ​ຊື່ນ​ກັບ​ເຂົາ​ເຈົ້າ​ໃນບຸນຄຼິດສະມາດ. ທ່ານ ຮ່ວາງ​ຮູ​ຍທົງ, ກຳມະການ​ຄະນະ​ປະທານ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດຫວຽດນາມ, ຮອງ​ປະທານ, ຜູ້​ປະຈຳການ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດນະຄອນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ບັນຍາກາດ​ຕ້ອນຮັບບຸນຄຼິດສະມາດ 2014 ດຳ​ເນີນ​ໄປ​ດ້ວຍຄວາມ​ເບີກບານ​ມ່ວນ​ຊື່ນ. ການ​ພົວພັນ​ລະຫວ່າງ​​ຊາວ​ຄຼິດກັບ​ປະຊາຊົນໄດ້​ດີ​ພໍ​ສົມຄວນ. ບັນດາ​ສັງຄະ​ນາຍົກ, ຄຸນ​ພໍ່ ພ້ອມກັບຊາວຄຼິດ​ໄດ້ຕັ້ງໜ້າກໍ່ສ້າງຊີວິດຕາມ​ທິດ​ນຳຢູ່ໃນສິນກິນໃນທຳ. ປີ​ນີ້​ແນວ​ໂຮມ, ຄະນະ​ສາມັກຄີ​ຊາວ​ຄິດ​​ເມືອງ ອຶງ​ຮ່ວາ, ​ໄດ້​ມອບ​ເງິນ​ໃຫ້​ເຂດ​ຊາວ​ຄຼິດຕ່າງໆ​ໃນ​ເມືອງ​ເພື່ອ​ຕ້ອນຮັບ​ບຸນຄຼິດສະມາດ“.

ຊາວຄຼິດຮ່າໂນ້ຍກະກຽມຕ້ອນຮັບບຸນຄຼິດສະມາດ - ảnh 2
ພາບປະກອບ

        ຢູ່​ເຂດ​ເຕົ້າ​ໂຮມ​ຊາວ​ຄຼິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ນະຄອນ​ຮ່າ​ໂນ້ຍ​ ​ເຊັ່ນ: ​ໂບດ​ທ໋າຍຮ່າ, ​ໂບດ​ເກືອ​ບັກ, ​ໂບດ​ໃຫຍ່, ​ໂບດ​ຫ່າ​ມລອງ ລ້ວນ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ. ທ່ານ ​ເຈິ່ນ​ແທງ​ດຶກ, ຢູ່​ເຂດ​ຊາວ​ຄຼິດທິ້ງຫຼຽດ, ​ເມືອງ​ຮ່ວາງ​ມາຍ, ນະຄອນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ວຽກ​ງານ​ກະກຽມ​ໃຫ້​ບຸນຄຼິດສະມາດ  2014 ຢູ່​ເຂດ​ຊາວ​ຄຼິດທີ້ງຫຼຽດ ​​ເລີ່​ມດຳ​ເນີນ​ກ່ອນ​ນີ້​ເຄິ່ງ​ເດືອນ, ປະຈຸ​ບັນ, ການ​ປະດັບ​ປະດາ​ຢູ່​ພາຍໃນ ​ແລະ ບໍລິ​ເວນ​ອ້ອມໂບດກໍ່​ຄື​ຖຳ້​ຫິນ​ໄດ້​ສຳ​ເລັດ​ແລ້ວ. ປີ​ນີ້​ພວກ​ເພື່ອນ​ໜຸ່ມ​ຢູ່​ເຂດ​ຊາວ​ຄຼິດທິ້ງຫຼຽດ ​ໄດ້​ປະດັບ​ປະດາ​ໂບດ​ຢ່າງ​ສວຍ​ງາມ“.

ຊາວຄຼິດຮ່າໂນ້ຍກະກຽມຕ້ອນຮັບບຸນຄຼິດສະມາດ - ảnh 3

ພາບປະກອບ

        ​ອາກາດ​ໜາວ​ຈັດໃນ​ຊຸມມື້​ໃກ້​ຈະ​ຮອດບຸນຄຼິດສະມາດ​ບໍ່​ພຽງ​ແຕ່​​ຖືກບັນ​ເທົາ​​ສ່ວນ​ໃດ​ສ່ວນ​ໜຶ່ງ​ຍ້ອນ​ແສງ​ໄຟຟ້າ​ນາໆ​ສີເທິງ​ຕົ້ນ​ແປກ​​ເທົ່າ​ນັ້ນ, ຫາກ​ຍ້ອນ​ນຳ້​ໃຈ​ອັນ​ອົບ​ອຸ່ນ, ການ​ແບ່ງປັນ, ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ບຸນຄຼິດສະມາດ ​ແມ່ນ​ໂອກາດ​ເພື່ອ​ໃຫ້ຊາວ​ຄຼິດ​ທຸກ​ຄົນ​ເຕົ້າ​ໂຮມ​ພ້ອມ​ກັບ​ຄອບຄົວ, ພ້ອມ​ກັນ​ກະກຽມ​ຕ້ອນຮັບ​ວັນ​ບຸນ​ໃນ​ຄວາມ​ຜາ​ສຸກ. ທ່ານ ​ໂດ​ວັນ​ຈ໋ຽນ, ຊາວ​ຄຼິດຢູ່​ຕາ​ແສງ​ວິ້ງ​ຕູຍ, ​ເມືອງ​ຮາ​ຍຍ່າ​ຈຶງ, ຮ່າ​ໂນ້ຍ, ​ແບ່ງປັນ​ວ່າ:

        “​ເມື່ອ​ຮອດ​ບຸນຄຼິດສະມາດ​ແຕ່ລະ​ປີ, ຂ້າ​ພະ​ເຈົ້າ​ເຄີຍ​ຫວນ​ຄືນ​ວຽກ​ງານ​ທັງໝົດ​ທີ່​ຄອບຄົວ​​ເຮັດ​​ໄດ້​ໃນປີ, ຊື້​​ແຜ່ນ​ຊີ​ດີ​ເພື່ອ​ເປີດ​ໃນ​ວັນ​ບຸນ. ​ໂອກາດ​ນີ້, ​ເຮືອນຂ້າພະ​ເຈົ້າ​ກໍ່​ໄດ້​ຮັບ​ການປະດັບ​ປະດາ​ດ້ວຍດອກ​ໄມ້, ​ຕົ້ນ​ແປກ​ Noel, ​ສ່ວນ​ແທ່ນ​ບູຊາ​ພະ​ເຢຊູ ກໍ່​ໄດ້​ຮັບ​ການ​ປະດັບ​ດ້ວຍດອກ​ໄຟຟ້ານາໆ​ສີຢ່າງ​ສວຍ​ງາມ“.

        ບຸນ​ຄິດ​ສະມາດ 2014 ​ໃກ້​ຈະ​ມາ​ຮອດ​ແລ້ວ, ນີ້​ແມ່ນ​ວັນ​ບຸນ​ສຳຄັນ​ໃນ​ປີ​ເພື່ອ​ໃຫ້​ຊາວ​ຄຼິດຮ່າ​ໂນ້ຍ ກໍ່​ຄື​ຊາວ​ຄິຼດໃນ​ທົ່ວ​ປະ​ເທດ​ຮັບ​​ເອົາຄວາມ​ໂຊກ​ຈາກພະ​ເຊ​ຢູ. ທຸກ​ຄົນ​ລ້ວນ​ແຕ່​ປາດ​ຖະໜາ​ວ່າວັນ​ບຸນ​ຈະ​ດຳ​ເນີນ​ໄປ​ໃນຄວາມ​​ເບີກບານ​ມ່ວນ​ຊື່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ