ຊາວໜຸ່ມຫວຽດນາມເຂົ້າຮ່ວມເຫດການມອດໄຟ1ຊົ່ວໂມງເພື່ອໜ່ວຍໂລກ

(vovworld) - ນັກຮຽນ, ນັກ​ສຶກສາ​ແມ່ນ​ກຳລັງ​ຕົ້ນຕໍ​ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​​ເຂົ້າ​ຮ່ວມ​ເຫດການ​ໃຫຍ່, ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ຢູ່ທົ່ວ​ໂລກ​ອີກ​ດ້ວຍ, ນັ້ນ​ແມ່ນ​ເຫດການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​ໂລກປີ 2016, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 19/3. ດ້ວຍ​ຫົວ​ຂໍ້​ວ່າ “ການ​ກະທຳ​ນ້ອຍ, ​ແຕ່​ຄວາມ​ໝາຍ​ໃຫຍ່“, ​ເຫດການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​ໂລກ​ປີ​ນີ້ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ນັກຮຽນ, ນັກ​ສຶກສາ​ນັບ​ແຕ່​ເວລາ​​ເລີ່​ມດຳ​ເນີນ​ເຖິງສິ້ນ​ສຸດ​ເຫດການ.

ຊາວໜຸ່ມຫວຽດນາມເຂົ້າຮ່ວມເຫດການມອດໄຟ1ຊົ່ວໂມງເພື່ອໜ່ວຍໂລກ - ảnh 1

(ພາບປະກອບ)

ມີ​ນັກ​ອາສາ​ສະໝັກ​ເກືອບ 3.000 ຄົນ​ຢູ່​ນະຄອນ ຮ່າ​ໂນ້ຍ ​ໄດ້​ພ້ອມ​ກັນ​ລຽນ​ແຖວ​ເປັນ​ສັນຍາ​ລັກ 60+ ​ໃນ​ພິທີ​ເລີ່​ມດຳ​ເນີນເຫດ​ແຕ່​ວັນ​ທີ 5/3, ຢູ່​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ ຮ່າ​ໂນ້ຍ. ຫຼັງ​ຈາກ​ນັ້ນ, ບັນດານັກ​ອາສາ​ສະໝັກ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ແລ່ນ ​ແລະ ຖີບ​ລົດ​ຢູ່​ສວນສາທາລະນະ ​ເກົ່າ​ໄຢ໋ ​ໃນ​ວັນ​ທີ 12/3 ຜ່ານ​ມາ. ພ້ອມ​ກັນ​ນັ້ນ, ບັນດາ​ນັກຮຽນ, ນັກ​ສຶກສາ​ຍັງ​ເຂົ້າ​ຮ່ວມ​ການ​ເສັງ​ອອກ​ແບບ​ຖົງ​ແພ ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ, ປູກ​ຕົ້ນ​ໄມ້, ຮັບ​ເອົາ​ຄຳ​ໝັ້ນ​ສັນຍາ​ຈາກປະຊາຊົນ, ຫົວໜ່ວຍ​ດຳ​ເນີນ​ທຸລະ​ກິດ, ບັນດາ​ອົງການ, ສຳນັກງານ​ກ່ຽວ​ກັບ​ການ​ຕອບ​ສະໜອງ​​ເຫດ​ມອດ​ໄຟ​1 ຊົ່ວ​ໂມງເພື່ອ​ໜ່ວຍ​ໂລກ​ໃນ​ມື້​ນີ້. ​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ເຫດການ​ນີ້, ອ້າຍ ຫງວຽນ​ແຄ໋ງ​ແທ່ງ, ຫົວໜ້າ​ສະ​ໂມ​ສອນ Green4 Life, ຫົວໜ້າ​ຄະນະ​ປະສານ​ງານ ນັກ​ອາສາ​ສະໝັກ​ໃນເຫດ​ການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​ໂລກ ປີ 2016 ຢູ່ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ສານ​ຂອງ​ເຫດການ​ປີ​ນີ້​ແມ່ນ “ການ​ກະທຳ​ນ້ອຍ, ​ແຕ່​ຄວາມ​ໝາຍ​ໃຫຍ່“, ຜ່ານ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ຄຳ​ຕັກ​ເຕືອນ​ເຖິງ​ປະຊາ​ຄົມ​ທີ່​ວ່າ, ພວກ​ເຮົາ​ບໍ່​ພຽງ​ແຕ່ປະຢັດ​​ແຫຼ່ງ​ໄຟຟ້າ​ເທົ່າ​ນັ້ນ, ຫາກ​ຍັງ​ປະຢັດ​ບັນດາ​ຊັບພະຍາກອນ​ອື່ນໆ​ເຊັ່ນ: ນຳ້, ອາຫານ​ອີກ​ດ້ວຍ, ຫຼື​ທຳ​ຄວາມ​ຊິນ​ເຄີຍ​ກັບ​ເລື່ອງ​ບໍ່​ປ່ອຍ​ສິ່ງ​ເສດ​ເຫຼືອ​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຈາກ​ການ​ກະທຳ​ນ້ອຍໆ​ຄື​ແນວ​ນີ້, ຖ້າ​ພວກ​ເຮົາ​ທຸກ​ຄົນຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັນ​ເຮັດ, ປະ​ເທດ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ປອດ​ໄສ, ​ແລະ ຂຽວ​ສົດ​ງົດ​ງາມ​ກວ່າ“.

        ບໍ່​ພຽງ​ແຕ່​ຢູ່ ຮ່າ​ໂນ້ຍ, ຫາກ​ຢູ່​ບັນດາ​ທ້ອງ​ຖີ່​ນອື່ນໆ, ບັນດາ​ນັກຮຽນ, ນັກ​ສຶກສາ, ​ເຊິ່ງ​ແມ່ນ​ນັກ​ອາສາ​ສະໝັກ​ກໍ່​ໄດ້​ເຂົ້າ​ຮ່ວມເຫດ​ການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​​ໂລກປີ​ນີ້​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ​ເມື່ອ​ຮອດ​ຍາມ​ແລງ​ທຸກ​ວັນ, ຢູ່​ເຂດ​ອະນຸສາ​ວະລີ ຫງວຽນ​ວັນ​ກື່, ນະຄອນ ບັກ​ນິງ, ມີ​ນັກຮຽນ, ນັກ​ສຶກສາ​ໃນ​ບໍລິ​ເວນ​ນະຄອນ 300 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເຕັ້ນ Flashmob ​ເພື່ອ​ສົ່ງ​ສານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

​ເທບ​ສຽງ​ປະກອບ

        ສຳລັບ​ນັກຮຽນ, ນັກ​ສຶກສາ​ແລ້ວ, ​ເລື່ອງ​ເຂົ້າ​ຮ່ວມ​ ເຫດ​ການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​​ໂລກ ​ແມ່ນ​ການ​ເຄື່ອນ​ໄຫວທີ່​ໃໝ່​ອ່ຽມ ​ແລະ ຈັບ​ອົກ​ຈັບ​ໃຈ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເພື່ອນ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເມື່ອ​ເຂົ້າ​ຮ່ວມ ເຫດ​ການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​​ໂລກ, ​ເພື່ອນ ຫງວຽນ​ທິລານ, ຫົວໜ້າ​ສະ​ໂມ​ສອນ ຫາຍ​ເອົາ, ​ໂຮງຮຽນ​ລົງ​ເລິກ ບັກ​ນິງ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເອງ​ເຂົ້າ​ໃຈ​ໄດ້​ກ່ຽວ​ກັບ​ເລື່ອງ​ນຳ​ໃຊ້​ພະລັງງານ​ປະຈຳ​ວັນ​ແມ່ນ​ຄື​ແນວ​ໃດ ​ແລະ ເຫດ​ການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​​ໂລກນີ້​ມີ​ປະ​ໂຫຍ​ດ​ໃຫ້​ສິ່ງ​ແວດ​ລ້ອມ​ຄື​ແນວ​ໃດ. ຍ້ອນ​ເຫດ​ນັ້ນ​ນ້ອງ​ຈຶ່ງເຂົ້າ​ຮ່ວມ​ເພື່ອ​ຮຽກຮ້ອງ​ທຸກ​ຄົນ​ພ້ອມ​ກັນ​ປະຢັດ​ພະລັງງານ​ໄຟຟ້າ, ​ເພື່ອ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ, ທັງ​ເປັນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ“

ຊາວໜຸ່ມຫວຽດນາມເຂົ້າຮ່ວມເຫດການມອດໄຟ1ຊົ່ວໂມງເພື່ອໜ່ວຍໂລກ - ảnh 2
(ພາບປະກອບ)

        ນີ້​ແມ່ນ​ປີ​ທີ 8 ທີ່​ຫວຽດນາມ​ເຂົ້າ​ຮ່ວມເຫດ​ການມອດ​ໄຟ​ 1 ຊົ່ວ​ໂມງເພື່ອ​ໜ່ວຍ​​ໂລກ. ​ເລື່ອງ​ທີ່​ນັບ​ມື້​ນັບ​ມີ​ນັກຮຽນ, ນັກ​ສຶກສາ​ເຂົ້າ​ຮ່ວມ, ​ຕອບ​ສະໜອງ​ເຫດການ​ນີ້ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ກໍ່​ຄື​ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ແຕ່ລະຄົນ​​ໃນ​ການ​ປະຢັດ​ພະລັງງານ.

ຂ່າວ/ບົດ​ອື່ນ