ຊາວໜຸ່ມຮ່າໂນ້ຍ ກັບວັນອາສາສະໝັກສາກົນ


​(vovworld) – ວັນ​ທີ 5/12 ປະຈຳ​ປີ ​ແມ່ນ​ວັນ​ທີ​ສະຫະ​ປະຊາ​ຊາດ​ຄັດ​ເລືອກ​ເປັນ​ວັນ​ອາສາ​ສະໝັກ​ສາກົນ, ​ເພື່ອ​ແນ​ໃສ່​ແບ່ງປັນ​ກັບ​ໂລກກ່ຽວ​ກັບ​ຜົນງານ​ຕ່າງໆ ​ເຊິ່ງບັນດາ​ອາສາ​ສະໝັກ​​ເຮັດ​ໄດ້​ໃນ​ປີ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ບັນດາ​ອົງການ​ອາສາ​ສະໝັກ, ນັກ​ອາສາ​ສະໝັກ​ທີ່​ໄດ້​ມານະ​ພະຍາຍາມ​ປະກອບສ່ວນ​​ເຂົ້າໃນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ​ເພື່ອຊຸກຍູ້​ການ​ພັດທະນາ​ຂອງ​ທົ່ວ​ໂລກ​ເວົ້າ​ລວມ ​ແລະ ຂອງ​ແຕ່ລະ​ປະ​ເທດ​ເວົ້າ​ສະ​ເພາະ. ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ວັນ​ອາສາ​ສະໝັກ​ສາກົນ​ປີ​ນີ້​ຖືກ​ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້​ວ່າ  “ຊາວໜຸ່ມ. ທົ່ວ​ໂລກ. ຂະຫຍັນ​ຂັນ​ເຂື່ອນ“ ຍິ່ງ​ມີ​ຄວາມ​ໝາຍ​ກວ່າ.

ຊາວໜຸ່ມຮ່າໂນ້ຍ ກັບວັນອາສາສະໝັກສາກົນ - ảnh 1

ຊາວໜຸ່ມອາສາສະໝັກບໍລິຈາກເລືອດ

(ພາບອິນເຕີແນດ)

ກວ່າ 2 ສັບປະດາທີ່​ຜ່ານ​ມາ, ​ນັບ​ແຕ່​ດຳ​ເນີນ​ລາຍການ “ຄວາມ​ອົບ​ດູ່​ນ​ໃນ​ຍາມໜາວ - 2013“ ຢ່າງ​ເປັນ​ທາງ​ການ. ແຕ່​ລະ​ມື້​ສະ​ໂມ​ສອນອາສາ​ສະໝັກ VPVClup ​ໄດ້​ຮັບການ​ບໍລິຈາກ ​ໂສ້ງ​ເສື້ອ, ປື້​ມ, ​ເຂົ້າໜົມ.... ຈາກ​ຜູ້​ໃຈ​ບຸນ, ​ໃຈ​ກຸສົນ. ລາຍການ​ນີ້​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ​ເບິ່ງ​ແຍງ,​ ຊ່ວຍ​ເຫຼືອ​ຜູ້​ທີ່​ຖືກ​ຄວາມ​ສ່ຽງ​ຢ່າງ​ງາຍ​ດາຍ. ​ເບິ່ງ​ແຍງສຸຂະພາບ​ຂອງປະຊາຊົນ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ​​​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ... ທ່ານ ​ເລ​ວັນ​ແມ້ງ, ຫົວໜ້າ​ຄະນະ​ບຸກຄະລາ​ກອນ, ສະ​ໂມ​ສອນ VPV Clup, ​ແບ່ງປັນ​ວ່າ:

ລາຍການ​ອາສາ​ສະໝັກ​ “ຄວາມ​ອົບ​ອູ່​ນ​ໃນ​ຍາມໜາວ 2013“ ຖືກ​ຈັດ​ຂຶ້ນ ​ເພື່ອ​​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ ຂອງ​ພະນັກງານ,ຊາວ​ໜຸ່ມ,  ສະມາ​ຊິກ​ໃນ​ສະ​ໂມ​ສອນ ​ແນ​ໃສ່ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ປະຊາຊົນ​ບັນດາ​ເຂດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຜ່ານ​ນັ້ນ​ຊ່ວຍ​ເຂົາ​ເຈົ້າ​ມີ​ກາລະ​ໂອກາດ​ປະກອບ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ“.

ຊາວໜຸ່ມຮ່າໂນ້ຍ ກັບວັນອາສາສະໝັກສາກົນ - ảnh 2

ຊາວໜຸ່ມອາສາສະໝັກອອກແຮງງານຊ່ວຍເຫຼືອປະຊາຊົນ

(ພາບອິນເຕີແນດ)

​ໃນ​ຫຼາຍ​ປີຜ່ານມາ, ການ​ບໍລິຈາກ​ເລືອດ ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຢູ່​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ທ່ານ ຫງວຽນ​ແອ​ງຈີ໋, ຫົວໜ້າ​ສະ​ຖາ​ບັນ​ໂລຫິດສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ:

ສຳລັບ​ນັກ​ອາສາ​ສະໝັກ​ແລ້ວ, ​ເລື່ອງ​ບໍລິຈາກ​ເລືອດ​ມະນຸດສະທຳ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ປະຊາຊົນ​ທຸກ​ເກນ​ອາຍຸລ້ວນ​ແຕ່​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈໄດ້. ສິ່ງ​ດັ່ວກ່າວ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປິ່ນປົວ​ພະຍາດ​ໃຫ້​ແກ່​ຜູ້​ເປັນ​ພະຍາດ​ໜັກ“.

ຊາວໜຸ່ມຮ່າໂນ້ຍ ກັບວັນອາສາສະໝັກສາກົນ - ảnh 3

ຊາວໜຸ່ມອາສາສະໝັກກວດພະຍາດໃຫ້ປະຊາຊົນ

(ພາບອິນເຕີແນດ)

ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຂອງ​ໄວ​ໜຸ່ມ​ນະຄອນຫຼວງ ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ, ​​​ເພື່ອຊີວິດ​​ນັບ​ມື້​ນັບ​ພັດທະນາ​ຂອງ​ປະຊາ​ຄົມ ​ໄດ້​ຮັບ​ການສະ​ແດງ​ອອກ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ...ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ​ແລ້ວ, ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່​ຕ່າງ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ​ແລະ ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ຫງວຽນ​ສີ​ເຈື່ອງ, ປະທານ​ສະມາຄົມ​ຊາວ​ໜຸ່ມຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ, ​ແຕ່ລະ​ປີ​ສະມາຄົມ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ລ້ວນ​ແຕ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່​ລາວ ຄື: ກວດ, ປິ່ນປົວ​ພະຍາດ, ​ແຈກ​ຢາ​ປົວ​ພະຍາດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ ກໍ່​ຄື​ມອບ​ບັນດາ​ກິດຈະກຳ​ຊາວ​ໜຸ່ມ​ໃຫ້​ປະຊາຊົນ​ລາວ... ດ້ວຍ​ຍອດ​ມູນ​ຄ່າ ​ແຕ່ 300 ລ້ານ -500 ລ້ານ​ດົ່ງ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ​ໄດ້​ເຮັດ​ໃຫ້​ຊາວ​ໜຸ່ມ​ນະຄອນຫຼວງ​ສອງ​ປະ​ເທດ​ມີ​ຄວາມ​ສະໜິດ​ຕິດ​ພັນ​ກວ່າ. ອ້າຍ ຫງວຽນ​ສີ​ເຈື່ອງ, ​ແບ່ງປັນ​ວ່າ:

​ໃນ 7 ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ເຄີຍ​ຈັດການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເປັນ​ປະຈຳ​ຢູ່​ນະຄອນຫຼວງ​ວຽງ​ຈັນ. ຄື: ກ​ວດ, ປິ່ນປົວ​ພະຍາດ, ​ແນະນຳ​ເຕັກນິກ​ການ​ປູກຝັງ, ລ້ຽງສັດ, ສອນ​ພາສາ​ຫວຽດ, ສອນ​ຄອມ​ພີ​ວ​ເຕີ​​ໃຫ້​ແກ່​ຊາວ​ໜຸ່ມ​ລາວ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ລະຫວ່າງຊາວ​ໜຸ່ມສອງ​ປະ​ເທດ​. ຜ່ານ​ການ​ເຄື່ອນ​ໄຫວ​ນັ້ນ, ປະຊາຊົນ​ລາວ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ

ຊາວໜຸ່ມຮ່າໂນ້ຍ ກັບວັນອາສາສະໝັກສາກົນ - ảnh 4

ຊາວໜຸ່ມອາສາສະໝັກປູກຕົ້ນໄມ້ຊ່ວຍເຫຼືອປະຊາຊົນ

(ພາບອິນເຕີແນດ)

ການ​ເຄື່ອນ​ເຄື່ອນ​ອາສາ​ສະໝັກ​ຂອງ​ຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສັງຄົມ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ຊາວ​ໜຸ່ມ​ນະຄອນຫຼວງ​ເວົ້າ​ສະ​ເພາະ ​ແລະ ຊາວ​ໜຸ່ມ​ຫວຽດນາມ​ເວົ້າ​ລວມ​ໃນ​ໄລຍະ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ