ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຂອງ ຫວຽດ​ນາມ

(VOVWORLD) -ໂດຍຢັ້ງຢືນບົດບາດສຳຄັນຂອງພະລັງງານຜະລິດຄືນໃໝ່ຕໍ່ວິວັດການພັດທະນາແບບຍືນຍົງຢ່າງຈະແຈ້ງ, ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີຫຼາຍນະໂຍບາຍ, ຍຸດທະສາດ ແລະ ຄຳໝັ້ນສັນຍາຢ່າງແຮງ, ພ້ອມທັງຜັນຂະຫຍາຍການປະຕິບັດໃນຕົວຈິງຫຼາຍແຜນການທີ່ມີຄວາມມຸ່ງມາດປາດຖະໜາກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່. ມາຮອດປັດຈຸບັນ, ຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ພວມບັນລຸໄດ້ໝາກຜົນຫຼາຍຢ່າງທີ່ມີຄວາມປະທັບໃຈ ໂດຍບັນດານັກຊ່ຽວຊານ ແລະ ອົງການວິຊາສະເພາະສາກົນຮັບຮູ້ ແລະ ຕີລາຄາສູງ.

ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຂອງ ຫວຽດ​ນາມ - ảnh 1ລະບົບໄຟຟ້າແສງຕາເວັນ

ພັດທະນາພະລັງງານສີຂຽວ, ຍັງໄດ້ເອີ້ນວ່າພະລັງງານຜະລິດຄືນໃໝ່ ຫຼື ພະລັງງານສະອາດ, ນັບມື້ນັບມີຫຼາຍປະເທດ ແລະ ປະຊາຄົມສາກົນ ໄດ້ເອົາໃຈໃສ່ເປັນພິເສດ, ພ້ອມທັງນັບມື້ນັບມີທີ່ຕັ້ງສຳຄັນໃນການພັດທະນາເສດຖະກິດແບບຍືນຍົງຢູ່ບັນດາປະເທດ. ໂດຍບໍ່ຢູ່ນອກທ່າອ່ຽງນັ້ນ, ຫຼາຍປີມານີ້ ລັດຖະບານ ຫວຽດນາມ ໄດ້ຍົກອອກຫຼາຍນະໂຍບາຍ, ຄຳໝັ້ນສັນຍາຢ່າງແຮງເພື່ອແນໃສ່ຊຸກຍູ້ພະລັງງານຜະລິດຄືນໃໝ່, ມຸ່ງໄປເຖິງເປົ້າໝາຍພັດທະນາພື້ນຖານເສດຖະກິດແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ.

ບັນດາໝາກຜົນທີ່ເປັນໜ້າປະທັບໃຈກ່ຽວກັບການຜະລິດຄືນໃໝ່ຢູ່ ຫວຽດນາມ

ໃນໄລຍະເວລາ 5 ປີມານີ້, ຫວຽດາມ ໄດ້ພັດທະນາຢ່າງແຮງກ່ຽວກັບໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນ. ໃນນັ້ນ, ລັດຖະບານໄດ້ສົ່ງເສີມພັດທະນາ ແລະ ນຳໃຊ້ພະລັງງານຜະລິດຄືນໃໝ່ຜ່ານການປະຕິບັດຕາຕະລາງລາຄາໄຟຟ້າໜູນຊ່ວຍ (FIT) ຢ່າງມີໄຫວພິບ ແລະ ນະໂຍບາຍອາລັກຂາການລົງທຶນ.

ໄລ່ຮອດທ້າຍປີ 2021, ບັນດາແຫຼ່ງພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ມີຍອດສະມັດຕະພາບຕິດຕັ້ງແມ່ນ 20.670 MW, ກວມເອົາ 27% ຍອດສະມັດຕະພາບຕິດຕັ້ງໃຫ້ທົ່ວລະບົບ (76.620 MW), ຍອດສະມັດຕະພາບໄຟຟ້າຈາກແຫຼ່ງພະລັງງານຜະລິດຄືນໃໝ່ ບັນລຸ 31.508 ຕື້ kWh, ກວມເອົາ 12,27% ຍອດຜະລິດຕະພັນໃນທົ່ວລະບົບ. ລາຍລະອຽດ, ກ່ຽວກັບໄຟຟ້າແຮງລົມ, ມີ 70 ໂຄງການດ້ວຍຍອດສະມັດຕະພາບບັນລຸ 3.987 MW ໄດ້ນຳເຂົ້າເຄື່ອນໄຫວທາງດ້ານການຄ້າ, ສະມັດຕະພາບໄຟຟ້າຜະລິດບັນລຸ 3,34ຕື້ kWh ໃນປີ 2021ເທົ່າກັບ ປະມານ 1,3% ສະມັດຕະພາບທົ່ວລະບົບ. ກ່ຽວກັບໄຟຟ້າແສງຕາເວັນ, ສະມັດຕະພາບໄຟຟ້າຜະລິດຈາກພະລັງງານແສງຕາເວັນກວມເອົາປະມານ 10,8% ຍອດສະມັດຕະພາບໄຟຟ້າທົ່ວລະບົບໃນປີ 2021.

ຫວ່າງມໍ່ໆມານີ້, ບົດຄົ້ນຄ້ວາສະບັບໜຶ່ງຂອງ BloombergNEF ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ພວມຢືນຢູ່ອັນດັບທີ 7 ໃນໂລກ ກ່ຽວກັບສະມັດຕະພາບໄຟຟ້າແສງຕາເວັນ, ກ່ຽວກັບຈຳນວນຖ່ານແສງຕາເວັນທີ່ໄດ້ຕິດຕັ້ງຢູ່ ຫວຽດນາມ ພຽງແຕ່ຖັດຈາກອາເມລິກາ ແລະ ຈີນ (ຂໍ້ມູນ ປີ 2020). ບັນດາໂຄງການໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນພວມມີການພັດທະນາຢ່າງແຮງຢູ່ບັນດາແຂວງແຄມທະເລເຂດພາກກາງ ແລະ ພາກໃຕ້ ຫວຽດນາມ. ບັນດາໂຄງການໄຟຟ້າແສງຕາເວັນຢູ່ແຂວງ: ນິງທ້ວນ, ບິ່ງທ້ວນ, ຝຸອຽນ, ກໍ່ຄືບັນດາໂຄງການໄຟຟ້າແຮງລົມຢູ່ບັນດາແຂວງຢູ່ແຄມທະເລ ຄື ບາກລຽວ, ຈ່າວິງ, ເກິ່ນເທີ ລ້ວນແຕ່ໄດ້ຮັບການກໍ່ສ້າງໃຫ້ສຳເລັດ ແລະ ພວມນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ.

ໝາກຜົນໜຶ່ງທີ່ເປັນໜ້າສົນໃຈນັ້ນແມ່ນບັນດາໂຄງການພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ນັບມື້ນັບດຶງດູດໄດ້ເງິນລົງທຶນໂດຍກົງຈາກຕາງປະເທດ (FDI) ແລະ ການລົງທຶນຂອງພາກເອກະຊົນ. ໄລ່ສະເພາະໃນປີ 2021, ຂົງເຂດພະລັງງານຜະລິດຄືນໃໝ່ ດຶງດູດໄດ້ເງິນທຶນເປັນຈຳນວນ 5,7ຕື້ USD ທຶນ FDI, ຊ່ວຍໃຫ້ຂະແໜງຜະລິດ ແລະ ຈຳໜ່າຍໄຟຟ້າຢືນຢູ່ອັນດັບທີ 2 ໃນຈຳນວນບັນດາຂະແໜງດຶງດູດເງິນລົງທຶນ FDI.

ຕາມການຕີລາຄາຂອງພື້ນຖານສະຖາບັນເສດຖະກິດພະລັງງານ ແລະ ໄຈ້ແຍກດ້ານການເງິນ (IEEFA) ເຊິ່ງແມ່ນ ອົງການຄົ້ນຄ້ວາຂອງ ອາເມລິກາ ແລ້ວ, ປັດຈຸບັນ, ສະມັດຕະພາບໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມເກືອບ 21 GW ເຊື່ອມຕ່ໍກັບຕາໜ່າງໄຟຟ້າແຫ່ງຊາດ, ຫວຽດນາມ ໄດ້ກາຍເປັນປະເທດນຳໜ້າໃນພາກພື້ນ ກ່ຽວກັບພະລັງງານຜະລິດຄືນໃໝ່. IEEFA ກໍ່ໃຫ້ຂໍ້ສັງເກດວ່າ ພະລັງງານຜະລິດຄືນໃໝ່ຈະກາຍເປັນປັດໄຈຕັດສິນຊີ້ຂາດໃຫ້ແກ່ອະນາຄົດພື້ນຖານເສດຖະກິດຜະລິດຂອງ ຫວຽດນາມ.

ຍູ້ແຮງການຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຂອງພະລັງງານຜະລິດຄືນໃໝ່

ຕາມບັນດາບົດຕີລາຄາແລ້ວ, ການຂຸດຄົ້ນພະລັງງານແສງຕາເວັນຂອງ ຫວຽດນາມ ມີການພັດທະນາຢ່າງແຮງ ແລະ ຫວຽດນາມ ໄດ້ລື່ນກາຍ ໄທ ເພື່ອກາຍເປັນປະເທດອາຊຽນມີສະມັດຕະພາບຕິດຕັ້ງໄຟຟ້າແສງຕາເວັນໃຫຍ່ທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໃນຂົງເຂດໄຟຟ້າແຮງລົມ, ຄວາມສາມາດບົ່ມຊ້ອນແມ່ນໃຫຍ່ຫຼວງທີ່ສຸດແຕ່ສະມັດຕະພາບໃນການຂຸດຄົ້ນຍັງມີຄວາມຈຳກັດພໍສົມຄວນ.

ເພື່ອພັດທະນາພະລັງງານຜະລິດຄືນໃໝ່ຢູ່ທະເລ, ບົດລາຍງານໄດ້ສະເໜີບັນດາໜ້າທີ່ຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງລວມມີ: ຈັດຕັ້ງການກວດກາ, ສຳຫຼວດ ເພີ່ມເຕີມເງື່ອນໄຂທຳມະຊາດຢູ່ເຂດທະເລ, ໝູນໃຊ້ເຕັກໂນໂລຢີຮູບແບບດີຈີຕອນ ໃນການສ້າງຮູບຈຳລອງ ແລະ ຕີລາຄາຄວາມສາມາດບົ່ມຊ້ອນດ້ານພະລັງງານແຮງລົມຢ່າງລະອຽດຕາມພື້ນທີ່, ຕິດຕາມ, ຄາດຄະເນພະລັງງານແຮງລົມ, ຄື້ນຕາມເວລາຕົວຈິງ, ແຈ້ງເຕືອນໄພທຳມະຊາດ, ຄາດຄະເນຜົນກະທົບເພື່ອຮັບໃຊ້ວຽກງານຜະລິດພະລັງງານຜະລິດຄືນໃໝ່, ຄົ້ນຄ້ວາ, ຕີລາຄາ, ຄາດຄະເນຢ່າງລະອຽດຜົນກະທົບຈາກໄພທຳມະຊາດ: ສະພາບແວດລ້ອມຂອງທະເລເຖິງຄວາມອາດສາມາດໃນການກໍ່ສ້າງ ແລະ ຂຸດຄົ້ນຂອງບັນດາໂຄງການໄຟຟ້າແຮງລົມ, ຄື້ນຢູ່ນອກຊາຍຝັ່ງທະເລ, ຄົ້ນຄ້ວາ, ຕີລາຄາ, ຄາດຄະເນບັນດາຜົນກະທົບຂອງບັນດາໂຄງການໄຟຟ້າແຮງລົມ, ຄື້ນຢູ່ນອກຊາຍຝັ່ງທະເລ ຕະຫຼອດຮອດສະພາບແວດລ້ອມ ແລະ ບັນດາການເຄື່ອນໄຫວເສດຖະກິດສັງຄົມ.

ທ່ານ ປອ ຢືວັນຕວານ, ສະຖາບັນຄົ້ນຄ້ວາກ່ຽວກັບທະເລ ແລະ ໝູ່ເກາະ ຂຶ້ນກັບກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢັ້ງຢືນວ່າ ພະລັງງານຄື້ນທະເລ ຫວຽດນາມ ໃນທິດສະດີແມ່ນໜຶ່ງໃນ ຈຳນວນ 10 ປະເທດທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານຄື້ນທະເລດີທີ່ສຸດໃນໂລກ. ເພາະສະນັ້ນ, “ຖ້ານຳໃຊ້ພະລັງງານໄຟຟ້າຈາກຄື້ນທະເລ, ພິເສດແມ່ນເມື່ອເຕັກໂນໂລຢີຜະລິດໄຟຟ້າດ້ວຍຄື້ນນັບມື້ນັບມີຄວາມກ້າວໜ້າ ໄຟຟ້າຄື້ນທະເລ ຈະສາມາດສວມບົດບາດສຳຄັນໃນການນຳໃຊ້ພະລັງງານສີຂຽວ, ຫັນແຫຼ່ງພະລັງງານເປັນຫຼາຍຮູບແບບ ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ”.

ໃນຂະນະນັ້ນ, ບົດລາຍງານ “ວິວັດການພັດທະນາໄຟຟ້າແຮງລົມຢູ່ທະເລສຳລັບ ຫວຽດນາມ” ຂອງທະນາຄານໂລກ (WB) ໄດ້ໃຫ້ຂໍ້ສັງເກດວ່າ: ຮອດປີ 2030, ສະມັດຕະພາບໄຟຟ້າແຮງລົມຢູ່ນອກຊາຍຝັ່ງທະເລຂອງ ຫວຽດນາມ ອາດຈະເພີ່ມແຕ່ 1 GW ຂຶ້ນເຖິງ 5 - 19 GW, ໃນຂະນະນັ້ນ ສະມັດຕະພາບໄຟຟ້າແຮງລົມໃນດິນຕໍ່ແຜ່ນອາດຈະເພີ່ມຂຶ້ນແຕ່ 1,26 GW ເຖິງ 17,34 GW.

ມີນັກຊ່ຽວຊານຫຼາຍທ່ານ ແລະ ອົງການຈັດຕັ້ງສາກົນສະເພາະກິດຂະແໜງພະລັງງານຜະລິດຄືນໃໝ່ເຊື່ອໝັ້ນວ່າ ຖ້າສືບຕໍ່ເປີດກວ້າງຂະແໜງພະລັງງານຜະລິດຄືນໃໝ່, ຫວຽດນາມ ຈະບັນລຸໄດ້ທີ່ຕັ້ງສູງກ່ວາໃນຕະຫຼາດໂລກໂດຍໄວ, ຊ້ຳບໍ່ໜຳອາດຈະລື່ນກາຍບັນດາປະເທດຄື ອົດສະຕາລີ ຫຼື ອີຕາລີ ກ່ຽວກັບວິທີການປ່ຽນແປງໃໝ່ ແລະ ພັດທະນາພະລັງງານຜະລິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ