ຖ່າຍຮູບ Lomo - ຄວາມນິຍົມຂອງລຸ້ນໜຸ່ມຫວຽດນາມ

(vovworld)-ຖ່າຍຮູບ​ Lomo ​ແມ່ນ​ຂະ​ບວນການ​ຖ່າຍຮູບ​ສິລະ​ປະ​ທີ່​ເລີ່​ມມາ​ຈາກ​ປະ​ເທດ​ອົດ​ຕະລິດ, ນັ້ນ​ແມ່ນ​ວິທີ​ການ​ຖ່າຍຮູບ​​ໂດຍ​ບັງ​ເອີນ ຕາມລຳພັງ​ໃຈ. ​ເຖິງ​ວ່າ, ຖ່າຍຮູບ​ Lomo ​ໄດ້​ມີ​ມາ​ກ່ອນ​ນີ້​ປະມານ 2 ທົດ​ສະ​ວັດ​ແລ້ວ​ກໍ່ຕາມ, ​ແຕ່​ຂະ​ບວນການ​ນີ້​ຫາ​ກໍ່​ນຳ​ເຂົ້າ​ຫວຽດນາມ​ກ່ອນ​ນີ້​ປະມານ 5 ປີ​ເທົ່າ​ນັ້ນ. ຢູ່​ບັນດາ​ນະຄອນ​ໃຫຍ່​ຄື: ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ ​ໄດ້​ສ້າງ​ໃຫ້​ມີ​ບັນດາ​ສະ​ໂມ​ສອນ​ໃຫຍ່, ​ທີ່ເຕົ້າ​ໂຮມ​ບັນດາ​ຜູ້​ມີ​ຄວາມ​ນິຍົມ​ ວິທີການຖ່າຍຮູບ​ Lomo. ສະ​ໂມ​ສອນ​ເຫຼົ່າ​ນັ້ນ​ໄດ້​ດຶງ​ດູດ​ລຸ້ນໜຸ່ມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​​ເຊີນ​ເພື່ອນ​ມາ​ຢ້ຽມຢາມ​ສະ​ໂມ​ສອນຖ່າຍຮູບ ​Lomo Graphy ​ເພື່ອ​ຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ຂະ​ບວນການ​ຖ່າຍຮູບ​​ແບບໃໝ່​ຂອງ​ລຸ້ນໜຸ່ມ​ຫວຽດນາມ.

ຖ່າຍຮູບ Lomo - ຄວາມນິຍົມຂອງລຸ້ນໜຸ່ມຫວຽດນາມ - ảnh 1

ກ້ອງຖ່າຍຮູບ​Lomo Graphy

(ພາບ: google.com.vn)

        ​ໂດຍ​ໄດ້​ກາຍ​ເປັນຄວາມ​ຊິນ​ເຄີຍ​ແລ້ວ, ຮອດ​ວັນ​ເສົາ ​ແລະ ​ວັນ​ອາທິດ​ໃດ, ຊວນ​ແບກ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ກໍ່ສ້າງ​ ຮ່າ​ໂນ້ຍ, ສະມາຊິກ​ຂອງ xomnhiepanh.com (ບ້ານ​ຖ່າຍຮູບ) ກໍ່​ພ້ອມ​ກັບ​ເພື່ອນ​ຜູ້​ໜຶ່ງ​ຖີບ​ລົດ​​ເລະໄປ​ຕາມ​ຖະໜົນ​ສາຍ​ຕ່າງໆ​ຢູ່ ຮ່າ​ໂນ້ຍ ​ເພື່ອ​ຖ່າຍຮູບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຫັນ​ບົນ​ເສັ້ນທາງ. ພາຍຫຼັງ​ເວລາ ​ປີກວ່າ, ​ແບກ ​ໄດ້​ມີ​ຮູບ​ຖ່າຍ​ປະມານ 200 ​ແຜ່ນ ດ້ວຍ​ຫຼາຍ​ເນື້ອ​ໃນ​ທີ່​ແຕກ​ຕ່າງ​ກັນ. ຮູບ​ຖ່າຍ​ຂອງ​ຊວນ​ແບກ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມທີ່​ສຸດ.

        ”ຖ້າ​ຊົມ​ຮູບ​ຖ່າຍ​ຈາກ​ກ້ອງ​ຖ່າຍຮູບ Lomo ຈະ​ເຫັນ​ວ່າ​ສີສັນ​ຂອງ​ມັນ​ຜິດ​ປົກກະຕິ, ຍ້ອນ​ວ່າ​ກ້ອງຖ່າຍຮູບມີ​ສ່ວນ​ປະກອບ​ງ່າຍ​ດາຍ​ພໍ​ສົມຄວນ, ຄວາມ​ຊັດ​ເຈນ​ກໍ່ບໍ່​ສູງ, ​ແຕ່​ສິ່ງ​ດັ່ງກ່າວ​ພັດ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ”

        ຕາມ​ທັດສະນະ​ຂອງ​ບັນດາ​ຜູ້​ມີ​ຄວາມ​ນິຍົມ​ກັບ​ສິລະ​ປະ​ຖ່າຍຮູບ Lomo ​ແລ້ວ, Lomo Graphy ​ແມ່ນ​ວິທີ​ການ​ນຳ​ໃຊ້​ກ້ອງຖ່າຍຮູບ​ເພື່ອ​ຖ່າຍຮູບໂດຍ​ບັງ​ເອີນ. Lomo Graphy ບໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວິທີ​​ການຖ່າຍຮູບທີ່​ສັບສົນ, ​ແລະ​ກໍ່​ບໍ່​ສົນ​ໃຈ​ເຖິງ​ເລື່ອງ​ຖ່າຍ​ໄດ້​ຮູບ​ຄື​ແນວ​ໃດ, ພຽງ​ແຕ່​ຖ່າຍຮູບ​ແບບ​ເສລີ​ຕາມ​ລຳພັງ​ໃຈ​ເທົ່າ​ນັ້ນ. ອາດ​ເວົ້າ​ໄດ້​ວ່າ, Lomo ​ແມ່ນ​ວິທີ​ການ​ຖ່າຍຮູບ​ງ່າຍ​ດາຍ​ທີ່​ສຸດ ​ແຕ່​ພັດ​ມີ​ລັກສະນະ​ສິລະ​ປະ​. ​ແທ່ນ​ທ້າຍ, ຜູ້​​ນຳ​ໃຊ້​ກ້ອງຖ່າຍຮູບ Lomo ມາ​ເປັນ​ເວລາ​ 3 ປີແລ້ວ, ​ເວົ້າ​ວ່າ:

        ”ຫຼັກການ​ທຳ​ອິດ​ຂອງ Lomo Graphy ​ແມ່ນ​ຍາມ​ໃດ​ກໍ່​ຕ້ອງນຳ​ເອົາ​ກ້ອງຖ່າຍຮູບ​ໄປ​ພ້ອມ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ແບບ​ແຜນ​ຂອງ​ຜູ້​ນິຍົມ​ຖ່າຍຮູບ Lomo, ທັງ​ແມ່ນ​ຄວາມ​ນັບຖື​ ຕໍ່​ຈຸດ​ເວລາ​ທີ່​ຫາ​ຍາກໃນ​ຊີວິດ​ປະຈຳ​ວັນ ”.ຖ່າຍຮູບ Lomo - ຄວາມນິຍົມຂອງລຸ້ນໜຸ່ມຫວຽດນາມ - ảnh 2

ລຸ້ນໜຸ່ມນິຍົມຖ່າຍຮູບ Lomo
(ພາບ: google.com.vn)

        ຜ່ານ​ການ​ເວລາ, ຂະ​ບວນການ​ຫຼິ້ນ​ຮູບ​ຖ່າຍ Lomo ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ແຮງ​ໃນ​ໝູ່​ລຸ້ນໜຸ່ມ. ບັນດາ​​ເວັບ​ໄຊຄື: Vnphoto.net, xomnhiepanh.com… ລ້ວນ​ແຕ່​ສະຫງວນໜ້າ​ສະ​ເພາະ​ໃຫ້​ແກ່ ”ສະມາຄົມ​ບັນດາ​ຜູ້​ນິຍົມ​ຮູບ​ຖ່າຍ Lomo ”. ​ເມື່ອ​ເວົ້າ​ເຖິງ​ການ​ພັດທະນາ​ຂອງ​ຂະ​ບວນການ​ຖ່າຍຮູບ Lomo ຢູ່ ຫວຽດນາມ, ຊວນ​ແບກ, ​ໃຫ້​ຮູ້​ວ່າ:

      ”ຂະ​ບວນການ​ຖ່າຍຮູບ Lomo ​ໄດ້​ປະກົດ​ຕົວ​ຢູ່​ໂລກ​ກ່ອນ​ນີ້ 20 ກວ່າ​ປີ​ແລ້ວ . ສ່ວນ​ຢູ່​ຫວຽດນາມ, ຂະ​ບວນການ​ນີ້, ​ໂດຍ​ນັກ​ສຶກສາ​ຫວຽດນາມ​ທີ່​ຮຽນ​ຢູ່​ຕ່າງປະ​ເທດນຳ​​ເມືອ​ປະ​ເທດ​ ​​ໃນ​ເວລາ​ພຽງປະມານ 4-5 ປີ​ເທົ່າ​ນັ້ນ​”

ປະຈຸ​ບັນ, ຢູ່ ຫວຽດນາມ ​ມີ​ເພື່ອນ​ໜຸ່ມ​ປະມານ 1000 ຄົນ ມີ​ຄວາມ​ນິຍົມ​ກັບ​ວິທີ​ການ​ຖ່າຍຮູບ​ນີ້, ​ໃນ​ນັ້ນ, ສະ​ໂມ​ສອນ Lomo ຮ່າ​ໂນ້ຍມີ​ສະມາຊິກ 100 ຄົນ​.

        ສຳລັບ​ນັກ​ສິລະປະຖ່າຍຮູບ​ຫຼາຍ​ຄົນ​ແລ້ວ, ຮ່າ​ໂນ້ຍ​ແມ່ນ​ສະຖານ​ທີ່​ທີ່​ສ້າງ​ຄວາມຮູ້ສຶກ​ສະອອນ​ໃຈຫຼາຍ, ດ້ວຍ​ໜອງ​ນ້ຳ​ງາມ​ດັ່ງ​ໃນ​ຝັນ, ຄຸ້ມ​ຖະໜົນ​ເກົ່າ, ​ໃນ​ແຕ່​ລະ​ລະດູ, ທັດສະນີ​ຍະ​ພາບ​ຢູ່ ຮ່າ​ໂນ້ຍກໍ່​ມີ​ຄວາມ​ງາມ​ທີ່​ແຕກ​ຕ່າງ​ກັນ. ​ເພື່ອນ ມິ​ງຮັ່ງ, ສະມາຊິກ​ໃນ​ສະ​ໂມ​ສອນ, ​ໃຫ້​ຮູ້​ວ່າ:

ຖ່າຍຮູບ Lomo - ຄວາມນິຍົມຂອງລຸ້ນໜຸ່ມຫວຽດນາມ - ảnh 3
(ພາບ: google.com.vn)
                                                    

”ຂ້າພະ​ເຈົ້າ​ຫາ​ກໍ່​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ໃນ​ໄລຍະ​ສັ້ນໆ​ເທົ່າ​ນັ້ນ, ຈຸດ​ພິ​ເສດ​ທີ່​ສຸດ​ນັ້ນ​ແມ່ນ, ​ບັນດາຜູ້ເຂົ້າ​ຮ່ວມ​ສະ​ໂມ​ສອນ​ນີ້ລ້ວນ​ແຕ່​ມີ​ນິດ​ໄສ​ຕ່າງ​ກັນ, ມີກ້ອງຖ່າຍຮູບ​ສະ​ເພາະ​. ດັ່ງ​ນັ້ນ​ຂ້າພະ​ເຈົ້າຮຳ່ຮຽນ​ໄດ້​ຫຼາຍ​ກ່ຽວ​ກັບ​ວິທີ​ການ​ຖ່າຍຮູບ​ຄື​ແນວ​ໃດ​ໃຫ້​ມີ​ຮູບງາມ ​ແລະ ມີ​ສີສັນ​ສະ​ເພາະ​”

ອາດ​ເວົ້າ​ໄດ້​ວ່າ, ຈາກ​ກ້ອງຖ່າຍຮູບ​ທຳ​ມະ​ດາ​ສາມັນ​ທີ່​ສຸດ, ​ແຕ່ Lomo  ​ໄດ້​ກາຍ​ເປັນ​ຄຳ​ນິຍາມ​ໃນ​ການ​ຖ່າຍຮູບ, ​ແມ່ນ​ຂະ​ບວນການ​ຂອງ​ລຸ້ນໜຸ່ມ​ຢູ່​ໃນ​ໂລກ. ຖ່າຍຮູບ​ Lomo  ບໍ່​ພຽງ​ແຕ່​ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ຂອງ​ລຸ້ນໜຸ່ມ​ມີ​ຄວາມ​ອຸດົມສົມ​ບຸນ​ຍິ່ງ​ຂຶ້ນ, ຫາກ​ຍັງ​ແມ່ນ​ການ​ລະ​ຫຼິ້ນ​ທີ່​ມີ​ປະ​ໂຫຍ​ດສຳ​ຫຼັບ​ເພື່ອ​ນໜຸ່ມອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ