ທ່ອງທ່ຽວບ່າເຣີຍ - ວູ້ງເຕົ່າ ໃນລະດູຕອນຮັບນັກທ່ອງທ່ຽວ

(VOVWORLD) -ພາຍຫຼັງບຸນເຕັດປີຈໍ 2018, ນັກທ່ອງທ່ຽວຍັງສືບຕໍ່ເຂົ້າມາທ່ຽວຢູ່ບ່າເຣີຍ - ວູ້ງເຕົ່າ. ມາທ່ອງທ່ຽວຢູ່ບ່າເຣີຍ - ວູ້ງເຕົ່າ ໃນລະດູນີ້, ນອກຈາກໄດ້ອາບນ້ຳທະເລຂຽວໃສເຢັນສະບາຍ, ພັກຜ່ອນບຳລຸງສຸຂະພາບຢູ່ບັນດາເຂດ resort ແຄມທະເລລ້ວ, ນັກທ່ອງທ່ຽວຍັງຈະໄດ້ໄປຢ້ຽມຊົມບັນດາເຂດປູຊະນີຍະສະຖານ, ເຂດທ່ອງທ່ຽວແຫ່ງຈິດວິນຍານຜ່ານງານບຸນຕ່າງໆອີກດ້ວຍ.

ທ່ອງທ່ຽວບ່າເຣີຍ - ວູ້ງເຕົ່າ ໃນລະດູຕອນຮັບນັກທ່ອງທ່ຽວ - ảnh 1ທ່ອງທ່ຽວບ່າເຣີຍ - ວູ້ງເຕົ່າ ໃນລະດູຕອນຮັບນັກທ່ອງທ່ຽວ

(ພາບ: vietnam.vnanet.vn)

ຕາມຄະນະຄຸ້ມຄອງເຂດທ່ອງທ່ຽວນະຄອນວູ້ງເຕົ່າແລ້ວ, ພາຍຫຼັງບຸນເຕັດປີຈໍ 2018, ນັກທ່ອງທ່ຽວຍັງສືບຕໍ່ເລືອກເຟັ້ນ ວູ້ງເຕົ່າ ແມ່ນເຂດຜັກຜ່ອນຢ່ອນອາລົມ, ຢ້ຽມຊົມ, ອາບນ້ຳທະເລ. ໃນມື້ທຳມະດາ, ນະຄອນຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 20.000 ເທື່ອຄົນ/ວັນ, ສ່ວນ 2 ວັນທ້າຍອາທິດ ຈຳນວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນແຕ່ 50.000 – 60.000 ຄົນ/ວັນ. ທ່ານບຸຍມິງຟຸກ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນທ່ອງທ່ຽວ ງິງຟອງ, ນະຄອນ ວູ້ງເຕົ່າ ໃຫ້ຮູ້ວ່າ, ນອກຈາກລະບົບເຮືອນພັກເປັນມູນເຊື້ອແລ້ວ, ທາງບໍລິສັດຍັງໄດ້ປຸກສ້າງເຮືອນສ່ວນຕົວໃຫ້ເຊົ່າ 22 ຫຼັງຕື່ມອີກ, ແຕ່ຍັງບໍ່ທັນພຽງພໍໃນການຕອບສະໜອງໄດ້ຄວາມຕ້ອງການຂອງນັກທ່ອງທ່ຽວມາຜັກຜ່ອນຢ່ອນອາລົມເທື່ອ. ປະຈຸບັນ, ນັກທ່ອງທ່ຽວໄດ້ຈ່ອງເຮືອນພັກຈົນຮອດໝົດເດືອນ ມີນາ 2018 ແລ້ວ. ທ່ານ ບຸຍມິງຟຸກ ໃຫ້ຮູ້ວ່າ.

        “ປີ 2018 ນີ້, ພາຍຫຼັງບຸນເຕັດປີຈໍ, ນັກທ່ອງທ່ຽວມາທ່ອງທ່ຽວຢູ່ ວູ້ງເຕົ່າ ແມ່ນຫຼາຍທີ່ສຸດ. ປະຈຸບັນ, ໃນເດືອນ ມີນາ ນີ້, ນັກທ່ອງທ່ຽວຈ່ອງເຮືອນພັກໃນວັນເສົາ ແລະ ວັນອາທິດ ໝົດແລ້ວ, ສະເພາະວັນສຸກແມ່ນເຕັມປະມານ 70 – 80%.”

        ເປັນຄັ້ງທຳອິດທີ່ມາທ່ອງທ່ຽວຢູ່ ວູ້ງເຕົ່າ ແລະ ກໍ່ແມ່ນເທື່ອທຳອິດທີ່ເລືອກເຮືອນພັກສ່ວນຕົວ, ເອື້ອຍ ຫງວຽນທິມາຍ, ຢູ່ນະຄອນໂຮ່ຈິມິນ ຖືວ່າ, ນີ້ແມ່ນຮູບແບບໃໝ່, ດຶງດູດນັກທ່ອງທ່ຽວທີ່ຢາກຄົ້ນຫາ ແລະ ມີເຂດເປັນສ່ວນຕົວ.

        “ຂ້າພະເຈົ້າເຫັນມັນແປກປະຫຼາດສະນັ້ນຈຶ່ງຢາກທົດລອງພັກເບິ່ງວ່າມີຫຍັງມ່ວນໆຄັກໆບໍ່ ຍ້ອນມີຂໍ້ມູນຂ່າວສານທີ່ໂດ່ງດັ່ງໃນອິນເຕີແນັດ. ໃນຕົວຈິງ, ເມື່ອມາຮອດນີ້ຂ້າພະເຈົ້າກໍ່ເຫັນວ່າມີຫຼາຍຄົນມາເຊົ່າ ແລະ ມ່ວນຫຼາຍ, ການບໍລິການດີ, ລາຄາກໍ່ບໍ່ແພງປານໃດ. ຖ້າໂອກາດໜ້າໄດ້ມາກັບເພື່ອນ, ຂ້າພະເຈົ້າກໍ່ຈະເຊົ່າເຮືອນສ່ວນຕົວຄືແບບນີ້ເພື່ອພັກຍາມກາງຄືນ”.

        ມີຮາກຖານດຳເນີນທຸລະກິດເຮືອນພັກຫຼາຍແຫ່ງໃນບໍລິເວັນນະຄອນ ວູ້ງເຕົ່າ ໃຫ້ຮູ້ວ່າ, ພາຍຫຼັງບຸນເຕັດ ລາຄາເຮືອນພັກກໍ່ບໍ່ເພີ່ມຂຶ້ນຫຼາຍ, ຮັບໃຊ້ນັກທ່ອງທ່ຽວໄປຜູ້ດຽວ, ໄປເປັນຄອບຄົວ ຫຼື ເປັນກຸ່ມຄົນ.

        ສ່ວນຢູ່ເຂດທ່ອງທ່ຽວຊີວະພາບຄືທົ່ງໂຕແກະ ຢູ່ຕາແສງ ຊວຍເງ້ະ, ເມືອງ ເຈົາດຶກ ຫຼື ເຂດທ່ອງທ່ຽວ ບຶງບາກ, ຢູ່ຕາແສງລອງເຟືອກ, ນະຄອນ ບ່າເຣີຍ, ຈຳນວນນັກທ່ອງທ່ຽວມາທ່ຽວຊົມພາຍຫຼັງບຸນເຕັດ ກໍ່ມີຫຼາຍຢູ່, ຕົ້ນຕໍ່ແມ່ນບັນດາເພື່ອນໜຸ່ມ. ອ້າຍ ຫງວຽນແທງວູ້, ນັກທ່ອງທ່ຽວມາຈາກແຂວງບິ່ງເຢືອງ,  ແບ່ງປັນວ່າ.

        “ຂ້າພະເຈົ້າໄດ້ໄປທ່ຽວຢູ່ແຫ່ງນີ້ແມ່ນຍ້ອນທິວທັດທຳມະຊາດຮົກເຮື້ອ, ປະຊາຊົນຢູ່ທີ່ນີ້ມີຄວາໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າມັກຄົ້ນຫາ ດ້ວຍການເຂົ້າຮ່ວມການດຳລົງຊີວິດທຳມະດາຂອງປະຊາຊົນຢູ່ທີ່ນີ້ຄື: ພາຍເຮືອຢູ່ໜອງ ຫຼື ຫາປາ, ມັນມີຄວາມດູດດື່ມໃຈຫຼາຍ”.

        ຕາມຂະແໜງທ່ອງທ່ຽວແຂວງບ່າເຣີຍ - ວູ້ງເຕົ່າ ແລ້ວ, ໃນຊຸມປີມໍ່ໆມານີ້, ຈຳນວນນັກທ່ອງທ່ຽວມາທ່ອງທ່ຽວຢູ່ແຂວງບ່າເຣີຍ - ວູ້ງເຕົ່າ ສືບຕໍ່ເພີ່ມຂຶ້ນໃນແຕ່ລະປີ, ນັບທັງນັກທ່ອງທ່ຽວສາກົນ; ເວລາພັກຜ່ອນຢູ່ທີ່ນີ້ກໍ່ໄດ້ເພີ່ມຂຶ້ນ. ແຂວງບ່າເຣີຍ - ວູ້ງເຕົ່າ ພວມຍູ້ແຮງການຂຸດຄົ້ນທຸກຄວາມສາມາດບົມຊ້ອນຄື: ທ່ອງທ່ຽວທະເລ, ທ່ອງທ່ຽວທາງແມ່ນ້ຳ - ເຂດພູສົມທົບກັບການທ່ອງທ່ຽວແຫ່ງຈິດວິນຍານ… ເພື່ອໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ. ທ່ານ ຈິ້ງຮ່າງ, ຫົວໜ້າພະແນກທ່ອງທ່ຽວແຂວງບ່າເຣີຍ - ວູ້ງເຕົ່າ, ຖືວ່າ.

        “ໄດ້ມີບັນດາມາດຕະການແກ້ໄຂເຊື່ອມຕໍ່ລະຫວ່າງບັນດາເຂດຈາກທາງທິດຕາເວັນອອກ - ຕາເວັນຕົກພາກໃຕ້ ໃນເຂດ, ໃນທົ່ວປະເທດ ຕະຫຼອດຮອດສາກົນເພື່ອຍົກລະດັບເຄື່ອງໝາຍທ່ອງທ່ຽວຂອງແຂວງບ່າເຣີຍ - ວູ້ງເຕົ່າ. ແນ່ນອນວ່າ ຍັງມີຫຼາຍມາດຕະການແກ້ໄຂອື່ນໆເຊິ່ງພວກຂ້າພະເຈົ້າຈະຜັນຂະຫຍາຍດ້ວຍແຜນການເຄື່ອນໄຫວລະອຽດເຖິງທ້ອງຖິ່ນຕ່າງໆ”.

        ໃນ 2 ປີມໍ່ໆມານີ້, ພາບພົດຂະແໜງທ່ອງທ່ຽວຂອງແຂວງບ່າເຣີຍ - ວູ້ງເຕົ່າ ໄດ້ ປັບປຸງຢ່າງແຮງ. ແລະ ຕໍ່ຈາກນັ້ນແມ່ນບັນດາມາດຕະການແກ້ໄຂຂອງແຂວງກ່ຽວກັບການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບຢູ່ສະຖານທີ່ທ່ອງທ່ຽວ, ຄວບຄຸມລາຄາ, ສົ່ງເສີມ ແລະ ດຶງດູດການລົງທຶນເຂົ້າຂົງເຂດການບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງ… ທັງນີ້ກໍ່ແມ່ນບັນດາຈຸດທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ແຂວງບ່າເຣີຍ - ວູ້ງເຕົ່າ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ