ທ່ອງທ່ຽວແຫ່ງຈິດວີນຍານ


(vovworld) ​ດ້ວຍ​ລະ​ບົບ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ - ວັດ​ທະ​ນະ​ທຳ, ສະຖາ​ປັດ​ຕະ​ຍະ​ກຳສາ​ສະ​ໜາ​ຈາກກົນ​ເຊີນ - ກຽບ​ບາກ ຕະຫຼອດ​ຮອດອຽນ​ຕື - ຮ້າ​ລອງ- ເວີນ​ດົ່ນ ນັ້ນ, ເຂດ​ແຄມ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວີນ​ຍານ​ຕິດ​ພັນ​ກັບ​ຂີດ​ໝາຍ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ສະ​ໄໝ​ລາດ​ຊະ​ວົງ​ເຈິ່ນ - ເຊິ່ງ​ແມ່ນ​ສະ​ໄໝ​ວັດ​ທະ​ນາ​ຖາ​ວອນກວ່າ​ໝູ່​ໃນ​ປະ​ຫວັດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ທ່ອງທ່ຽວແຫ່ງຈິດວີນຍານ - ảnh 1

ວິຫານກຽບບາກ

ວິ​ຫານ​ກຽບ​ບາກ, ແມ່ນ​ແຫ່ງ​ບູ​ຊາ ຮຶງ​ດ້າວ​ດ້າຍ​ເວືອງ ເຈິ່ນກວົກ​ຕ໋ວນ, ວິ​ລະ​ຊົນ​ແຫ່ງ​ຊາດ, ເຊິ່ງ​ໄດ້​ຊີ້​ນຳ​ນຳ​ພາ​ທະ​ຫານ ແລະ ປະ​ຊາ​ຊົນ ດ້າຍ​ຫວຽດ ຕີ​ເອົາ​ຊະ​ນະ​​ເສິກງວຽນ​ມົງ 2 ຄັ້ງ, ແລະ ໄດ້​ຮັບ​ການ​ກຳ​ນົດ​ວ່າ​ແມ່ນ​​ຈຸດ​ເລີ່ມ​ຕົ້ນ​​ຂອງ​ລາຍ​ການ​ທ່ອງ​ທ່ຽວແຫ່ງ​ຈິດ​ວີນ​ຍານ​ໃນ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕົ້ນ​ຕໍ​ໃນ​ລາຍ​ການ​ທ່ອງ​ທ່ຽວນີ້​ແມ່ນ​ເຂດ​ທັດ​ສະ​ນີ​ຍະ​ພາບ​ອຽນ​ຕື ທີ່​ຕິດ​ພັນ​ກັບ​ການ​ກຳ​ເນີດ ແລະ ພັດ​ທະ​ນາ​ຂອງ​ນິ​ກາຍ​ຈຸກ​ເລິມ. ສຳ​ລັບ​ນັກ​ທ່ອງ​ທ່ຽວ, ເມື່ອ​ໄປ​ຢ້ຽມ​ຢາມ​ອຽນ​ຕື, ຂຶ້ນ​ເຖິງ​ຈອມ​ພູ ແລະ ໄດ້ສຳ​ຜັດ​ກັບ​ວັດ​ດົ່ງ (ວັດ​ທອງ) ນັ້ນ​ ກໍ່​ຮູ້ສຶກ​ວ່າໄດ້​ເຊື່ອມ​ຕົວ​​ເຂົ້າໃນ​ໂລກ​ພະ​ພຸ​ດ​ທະ​ເຈົ້າ. ເອື້ອຍ ຕ້າ​ທິ​ຕູ໋ອ​ວຽນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ນະ​ຄອນ ໂຮ່​ຈີ​ມິນ, ຮັບ​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ນິ​ຍົມ​ທັດ​ສະ​ນີ​ຍະ​ພາບ​ຢູ່​ອຽນ​ຕື​ທີ່​ສຸດ. ເມື່ອ​ຂຶ້ນ​ເຖິງວັດ​ດົ່ງ, ໄດ້​ຊົມ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຢູ່​ທີ່ນີ້ ແລະ ໄດ້​ຮັບ​ຟັງ​ການ​ແນະ​ນຳ, ສຽງດົນຕີ​ສະມາທິ ກໍ່​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ຢູ່​ທີ່ນີ້​ພວກ​ເຮົາ​ສາ​ມາດ​ກໍ່​ສ້າງ​ເຂດສະມາທິ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ມາດປາ​ສະ​ຈາກ​ຄວາມວິ​ຕົກ​ກັງ​ວົນ​​ໃນ​ຊີ​ວິດປະ​ຈຳ​ວັນ, ແລະ ສະ​ຫວາດ​ສະ​ເຫວີຍເມື່ອ​ມາຢ້ຽມ​ຢາມ​ແຫ່ງນີ້”.

ທ່ອງທ່ຽວແຫ່ງຈິດວີນຍານ - ảnh 2

ວັດທອງ

ການ​ທ່ອງ​ທ່ຽວ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສາ​ສະ​ໜາຕາມ​ລຳ​ດັບ​ເວ​ລາ ກໍ່​ຄື​ຕາມ​ເຫດ​ການ​ປະ​ຫວັດ​ສາ​ດຂອງ​ສະ​ໄໝ​ລາ​ຊະ​ວົງ​ເຈິ່ນ​ ໄດ້​ສ້າງ​ເປັນ​ລາຍ​ການ​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວີນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ກ່ຽວ​ກັບ​ເນື້ອ​ໃນ ແລະ ຫຼາຍ​ຮູບຫຼາຍ​ແບບ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ. ນັກ​ກະ​ວີ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ ເຈິ່ນ​ຍ້ວນ​ມິງ, ຢືນ​ຢັນ​ວ່າ:

ໃນ​ລາຍການ​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວີນ​ຍານ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອນັ້ນ. ດົງ​ຈ່ຽວ ແມ່ນ​ແຫ່ງທີ່​ບັນ​ດາ​ເຈົ້າ​ຊີ​ວິດ, ບັນ​ດາ​ນັກ​ວັດ​ທະ​ນະ​ທຳ, ນາຍ​ທະ​ຫານ​, ທີ່ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ເສິກງວຽນໄດ້​ເຖິງ​ແກ່​ມໍລະນະ​ກຳ. ພິ​ເສດ, ອຽນ​ຕື ຍັງແມ່ນ​ບ່ອນ​ກຳ​ເນີດ​ນິ​ກາຍ​ຈຸກ​ເລິມ, ມາ​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​ຍັງ​​ຊາບຊືມ​ຕື່ມ​ອີກກ່ຽວ​ກັບ​ລັດ​ທິ​ຮັກ​ຊາດ​ກໍ່​ຄື​ບັນ​ດາ​ຄຸນ​ຄ່າ​ທີ່​ປອດ​ໄສ, ຕິດ​ພັນ​ກັບ​ຊາ​ຕາ​ກຳຂອງ​ຊາດ​ຢ່າງ​ເລິກ​ເຊິ່ງ ”.

ທ່ອງທ່ຽວແຫ່ງຈິດວີນຍານ - ảnh 3

ທັດສະນີຍະພາບຢູ່ອຽນຕື

ທ່ອງ​ທ່ຽວ​ແຫ່ງ​ຈິດ​ວີນ​ຍານ​ແມ່ນ​ຮູບ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ແມ່ນ​ໂອ​ກາດ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວີນ​ຍານ. ທ່ານ ຫງວຽນ​ວັນ​ເຕິ໋ນ, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ບໍ​ລິ​ສັດ​ທ່ອງ​ທ່ຽວ JTB – TNT ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໃຫ້​ຮູ້​ວ່າ:

ກວາງ​ນິງ ​ມີ​ທ່າ​ແຮງ​ດ້ານ​ຈິດ​ວີນ​ຍານ​ຕິດ​ພັນ​ກັບ​ບັນ​ດາ​ຕົວ​ລະ​ຄອນ​ປະ​ຫວັດ​ສາດ. ບັນ​ດາ​ຕົວ​ລະ​ຄອນ​ນັ້ນ​ໄດ້​ສ້າງ​ເປັນ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ອັນ​ໃຫ​ຍ່ຫຼວງ, ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ມີ​ຄວາມ​ເຊື່ອ​ໝັ້ນ. ຖ້າ​ພວກ​ເຮົາ​ໂຄສະນາ​ໄດ້​ດີ, ຈະ​ປະສົບ​ຜົນສຳ​ເລັດ, ບໍ່​ພຽງ​ແຕ່​ທາງ​ດ້ານການທ່ອງທ່ຽວ, ​ເສດຖະກິດ​ເທ່ົາ​ນັ້ນ​, ຫາກ​ທັງ​ດ້ານ​ການ​ເມືອງ, ປະ​ຫວັດ​ສາດ​ອີກ​ດ້ວຍ”.

ທ່ອງທ່ຽວແຫ່ງຈິດວີນຍານ - ảnh 4

ອຽນຕື - ເຊິ່ງແມ່ນສູນກາງພຸດທະສາສະໜາຂອງຫວຽດນາມ

​ເພື່ອ​ຫັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ນຳ​ມາ​ເຊິ່ງນັກ​ທ່ອງ​ທ່ຽວ​ລາຍການ​​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍນັ້ນ. ທ່ານ ບູ່​ຍດິ່ງ​ຕ໋ວນ, ປະທານ​ສະພາ​ບໍລິຫານ​ບໍລິສັດ​ຕຸ່ງ​ເລິ​ມ ທີ່​ພວມ​ຂຸດ​ຄົ້ນການທ່ອງທ່ຽວ​ຢູ່​ອຽນ​ຕື, ​ໃຫ້​ຮູ້​ວ່າ:

“ນອກຈາກ​ການທ່ອງທ່ຽວ​ວັດທະນະທຳ​ແຫ່ງຈິດ​ວີນຍານ​ໃນ​ຍາມ​ບຸນ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃນ​ລະດູ​ຮ້ອນ​ອີກ​ດ້ວຍ​ເພື່ອ​ດຶງ​ດູດ​ລຸ້ນໜຸ່ມ, ກໍ່ສ້າງ​ສູນວັດທະນະທຳ​ອຽນ​ຕື, ຫັນ​ອຽນ​ຕື ເປັນ​ສູນ​ສຶກສາ​ວັດທະນະທຳ, ປະຫວັດສາດ, ມູນ​ເຊື້ອ​ຂອງ​ຊາດ, ພ້ອມ​ທັງ​ສຶກສາ​ກ່ຽວ​ກັບ​ສິນ​ທຳ, ຄຸນສົມບັດ​ໃຫ້​​ແກ່ລຸ້ນໜຸ່ມ. “

​ເພື່ອ​ມີ​ລາຍການ​ທ່ອງ​ທ່ຽວ​​ແຫ່ງ​ຈິດ​ວີນຍານ​ຢ່າງ​ແທ້​ຈິງ, ສິ່ງ​ສຳຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ສ້າງ​ຄວາມ​ແຕກ​ຕ່າງ​ກັນ, ນຳ​ມາ​ເຊິ່ງຄວາມ​ໄໝ່ອ່ຽມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ເມື່ອ​ມີ​ລາຍການ​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວີນຍານ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ, ຈະ​ເຮັດ​ໃຫ້​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ສ້າງກາລະ​ໂອກາດ​ຕື່ມ​ອີກ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລືອກ​ເຝັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ