ທ່ານໝໍຫວຽດນາມຜ່າຕັດຕາໂດຍບໍ່ເກັບຄ່າໃຫ້ແກ່ຜູ້ທຸກຍາກຢູ່ລາວ

(vovworld)-ຫວ່າງ​ແລ້ວນີ້, ສະ​ຫະ​ພັນນັກ​ຮົບ​ເກົ່າ​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ນະ​ຄອນໂຮ່​ຈິ​ມິນ ສົມ​ທົບ​ກັບ​ໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ທະ​ນາ​ຄານ ຫວຽດ​ຕິນ​ແບງ ຈັດ​ຕັ້ງ​ການກວດ, ປິ່ນ​ປົວ ແລະ ຜ່າ​ຕັດ​ຕາ​ໂດຍບໍ່​ເກັບ​ຄ່າ​ໃຫ້​ແກ່ບັນ​ດານັກ​ຮົບ​ເກົ່າ​ ແລະ ຍາດ​ຕິ​ພີ​ນ້ອງ​ຂອງ​ເຂົາ​ເຈົ້າ ແລະ ຜູ້​ທຸກ​ຍາກ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ນີ້​ແມ່ນ​ເທື່ອ​ທີ 4 ໃນ​ຮອບ 8 ປີ​ທີ່​ຜ່ານ​ມາ, ໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ແຕ່ງຕັ້ງ​ທິມ​ງານ​ແພດ​ໝໍ​ທີ່​ຊຳ​ນານ​ງານ​ໄປກວດ, ປິ່ນ​ປົວ ແລະ ຜ່າ​ຕັດປ່ຽນ​ແກ່ນ​ຕາ​ຂຸ້ນ​ໂດຍບໍ່​ເກັບ​ຄ່າ​ໃຫ້​ຄົນ​ທຸກ​ຍາກ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ.

 

ທ່ານໝໍຫວຽດນາມຜ່າຕັດຕາໂດຍບໍ່ເກັບຄ່າໃຫ້ແກ່ຜູ້ທຸກຍາກຢູ່ລາວ - ảnh 1
ທິມ​ງານ​ແພດ​ໝໍ​ຂອງໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນ ພວມກວດຕາ​ໃຫ້​ຄົນ​ເຈັບຫຼັງ​ການ​ຜ່າ​ຕັດ​

        ທ່ານ​ນູ​ສຸ​ອຳ ແສງ​ສຸ​ລິດ ສັງ​ກັດສະ​ມາ​ຄົມ​ນັກ​ຮົບ​ເກົ່າເມືອງ​ສີ​ສັດ​ຕ​ະ​ນາກ, ​ນະ​ຄອນຫຼວງວຽງ​ຈັນ, ອະ​ດີດ​ນັກ​ຮົບ​ຊ່າງ​ແສງ, ປີນີ້​ອາ​ຍຸ 75 ປີ, ແມ່​ນ​ໜຶ່ງ​ໃນ​ຈຳ​ນວນ 70 ຄົນ​ທຳ​ອິດ ໄດ້​ຮັບ​ການຜ່າ​ຕັດປ່ຽນ​ແກ່ນ​ຕາ​ຂຸ້ນ​ໂດຍບໍ່​ເກັບ​ຄ່າຈາກ​ທິມ​ງານ​ແພດ​ໝໍ​ຂອງ ໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນ. ທ່ານ​ນູ​ສຸ​ອຳ ແສງ​ສຸ​ລິດ ໃຫ້​ຮູ້​ວ່າ :

    “ ຕາ​ຂອງ​ຂ້າ​ພະ​ເຈົ້າບໍ່​ເຫັນ​ຮຸ່ງແຕ່​ກ່ອນນີ້ 7 ປີ, ປະ​ຈຸ​ບັນ​ໄດ້​ຮັບ​ການຜ່າ​ຕັດປ່ຽນ​ແກ່ນ​ຕາ​ຂຸ້ນ​ໂດຍບໍ່​ເກັບ​ຄ່າຈາກ​​ແພດ​ໝໍຫວຽດ​ນາມ.ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ ”

    ທິມ​ງານ​ແພດ​ໝໍ​ຂອງ ໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນ​ໂດຍ​ສາດ​ສະ​ດາ​ຈານ, ດ​ຣ, ທ່ານ​ໝໍ ເຈີນ​ແອງ​ຕ້ວນ ຜູ້​ອຳ​ນວຍ​ການ ໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນ ພ້ອມ​ກັບ​ທ່ານ​ໝໍຂະ​ແໜງ​ຕາ​ກວ່າ 20 ຄົນ ໄດ້ດຳ​ເນີນ​ການກວດ, ປິ່ນ​ປົວ ແລະ ຜ່າ​ຕັດຕາ​ໂດຍບໍ່​ເກັບ​ຄ່າໃຫ້​ແກ່ບັນ​ດານັກ​ຮົບ​ເກົ່າ​ ແລະ ຍາດ​ຕິ​ພີ​ນ້ອງ​ຂອງ​ເຂົາ​ເຈົ້າ ແລະ ຜູ້​ທຸກ​ຍາກ​. ມີ​ຄົນ​ເຈັບ​ປະ​ມານ 200 ຄົນ​ໄດ້​ຮັບ​ການ​ຜ່າ​ຕັດ​ຕາ​ໃນ​ຄັ້ງ​ນີ້. ​ສາດ​ສະ​ດາ​ຈານ, ດ​ຣ, ທ່ານ​ໝໍ ເຈີນ​ແອງ​ຕ້ວນ ຜູ້​ອຳ​ນວຍ​ການໂຮງ​ໝໍ​ຕາ​ນະ​ຄອນ​ໂຮ່​ຈິ​ມິນໃຫ້​ຮູ້​ວ່າ : 

    “ ພວກ​ຂ້າ​ພະ​ເຈົ້າ​ມານີ້ ກໍ​ນຳ​ພາ​ຫະ​ນະ​ອຸ​ປະ​ກອນທີ່​ທັນ​ສະ​ໄໝ, ແກ່ນ​ຕາ​ທຽມ, ວັດ​ຖຸ​ການ​ແພດ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ຄົນ​ເຈັບ. ນອກ​ຈາກ​ຈຸດ​ປະ​ສົງຜ່າ​ຕັດໃຫ້​ຄົນ​ທຸກ​ຍາກ​ແລ້ວ, ພວກ​ຂ້​າ​ພະ​ເຈົ້າຍັງ​ຢາກ​ແລກ​ປ່ຽນ​ກັບເພື່ອນ​ຮ່ວມ​ອາ​ຊີບ​ລາວຢູ່ໂຮງ​ໝໍ​ຕາ​ສູນ​ກາງ​ກ່ຽວ​ກັບ​ເຕັກ​ນິກ​ການ​ຜ່າ​ຕັດ, ກໍ​ຄື​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ໃຫ້​ແພດ​ໝໍ​ລາວ ”

     ທ່ານ​ອະ​ນຸ​ສອນ ພັນ​ນະ​ວົງ ກຳ​ມະ​ກອນ ເມືອງ​ສີ​ຄົດ​ຕະ​ບອງ ດີ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ການຜ່າ​ຕັດຕາໂດຍບໍ່​ເກັບ​ຄ່າ ແລະ ໄດ້​ເຫັນ​ຮຸ່ງ​ແລ້ວ. ທ່ານ​ອະ​ນຸ​ສອນ ພັນ​ນະ​ວົງ ເວົ້າ​ວ່າ : 

     “ ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ເພາະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ສະ​ມາ​ຄົມ​ນົກ​ຮົບ​ເກົ່າ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ, ບໍ່​ມີ​ເງິນ​ເພື່ອ​ຜ່າ​ຕັດ. ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ຂອບ​ໃຈ​ນຳ​ທ່ານ​ໝໍ​ຫວຽດ​ນາມຫຼາຍໆ ”

     ສ່ວນ​ທ່ານ​ຄຳ​ພູ ສຸດ​ທິ​ສົມ​ບັດ ຜູ້​ອຳ​ນວຍ​ການ​ສູນ​ປິ່ນ​ປົວ ແລະ ຮັກ​ສາ​ຕາ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ໃຫ້​ຮູ້​ວ່າ : 

    “ ໂຄງ​ການ​ຜ່າ​ຕັດປ່ຽນ​ແກ່ນ​ຕາ​ຂຸ້ນ, ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ມາຫຼາຍ​ຄັ້ງ​ແລ້ວ. ໂຄງ​ການນີ້ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ຄົນ​ທຸກ​ຍາກ, ຊ່ວຍ​ນຳ​ແສງ​ສະ​ຫວ່າງ​ມາ​ສູ່​ຄົນ​ພິ​ການ​ຕາ. ໂຄງ​ການນີ້​ແມ່ນ​ມີ​ຄວ​າມ​ໝາຍ​ອັນ​ໃຫຍ່ຫຼວງ​ເພາະ​ໄດ້​ສ້າງ​ໂອ​ກາດ​ໃຫ້​ຄົນ​ທຸກ​ຍາກ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ທີ່​ດີ​ທີ່​ສຸດ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ຮຸ່ງ ແລະ ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ໃນ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ສ້າງ​ຊີ​ວິດ​ຄອບ​ຄົ​ວ… ”

ຕອບກັບ

ຂ່າວ/ບົດ​ອື່ນ