ທ່າ​ອ່ຽງ Start up ໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) - ບໍ່ພຽງແຕ່ຢູ່ບັນດານະຄອນໃຫຍ່, ບັນດາສູນເສດຖະກິດໃນທົ່ວປະເທດເທົ່ານັ້ນ, ຫາກໃນຊຸມປີມໍ່ໆມານີ້, ຂະບວນການຊາວໜຸ່ມ Start up, ກໍ່ຮ່າງສ້າງຕົວ ຍັງໄດ້ແຜ່ກະຈາຍຢູ່ຫຼາຍທ້ອງຖິ່ນ ແລະ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນການຍົກລະດັບເສດຖະກິດສັງຄົມຢູ່ຫຼາຍທ້ອງຖິ່ນ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ຢູ່ແຂວງ ກວ໋າງນາມ ແລະ ບັກກ້ານ, ມີຊາວໜຸ່ມຫຼາຍຄົນ ໄດ້ຢັ້ງຢືນກຳລັງແຮງໜຸ່ມຂອງຕົນເປັນເທື່ອລະກ້າວ ໂດຍຜ່ານຫຼາຍຮູບແບບເສດຖະກິດທີ່ມີປະສິດທິຜົນ.

ໂດຍຮຽນຈົບຈາກມະຫາວິທະຍາໄລກາຍຍະກຳ ແລະ ກິລາ ນະຄອນ ໂຮ່ຈີມິນ ເມື່ອປີ 2017 ແຕ່ ຫງວຽນແທັ່ງລວ້ນ, ຢູ່ຕາແສງ ຕາມຝູ, ນະຄອນ ຕາມກີ່, ແຂວງ ກວ໋າງນາມ ກໍ່ບໍ່ເດີນຕາມເສັ້ນທາງກິລາ ຫາກກັບເມືອບ້ານເກີດເມືອງນອນ Start up ດ້ວຍຮູບແບບປູກເຫັດຖັ່ງເຊົາ. ປີ 2018, ຫງວຽນແທັ່ງລ້ວນ ໄດ້ລົງທຶນອຸປະກອນ, ແນວພັນ ແລະ ປຸກເຮືອນຮົ່ມເພື່ອປູກເຫັດຊະນິດທີ່ແປກໃໝ່ນີ້ຢູ່ບ້ານເກີດຂອງຕົນ. ມາຮອດປັດຈຸບັນ, ສະຫະກອນ ເຫັດຖັ່ງເຊົາ ຂອງ ຫງວຽນແທັ່ງລ້ວນ ມີຫົວເຊື້ອເຫັດ 80.000 ຫົວ, ນຳມາເຊິ່ງລາຍຮັບບັນລຸຫຼາຍກວ່າ 3 ຕື້ດົ່ງຕໍ່ປີ, ອັນໄດ້ແກ້ໄຂວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ແຮງງານຫຼາຍຄົນໃນທ້ອງຖິ່ນ.

ທ່າ​ອ່ຽງ Start up ໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ຫງວຽນແທັ່ງລ້ວນ Start up ດ້ວຍຮູບແບບປູກເຫັດຖັ່ງເຊົາ

“ຢູ່ບ້ານຂ້າພະເຈົ້າ ຍັງບໍ່ທັນມີເຫັດຖັ່ງເຊົາ ເທື່ອ, ສະນັ້ນ ຂ້າພະເຈົ້າ ຈິ່ງັບເມືອບ້ານ Start up ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງແຫຼ່ງຢາສະໝູນໄພນີ້ ແລະ ຮັບປະກັນສຸຂະພາບທີ່ດີກວ່າເກົ່າ. ປັດຈຸບັນ, ຂ້າພະເຈົ້າໄດ້ຈຳໜ່າຍຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັງ ແລະ ບັນດາແຂວງໃກ້ຄຽງ. ຂ້າພະເຈົ້າກໍໄດ້ສົມທົບກັບຊາວກະສິກອນເພື່ອເອົາໃຍມ້ອນມານໍາໃຊ້ເປັນແຫຼ່ງວັດຖຸດິບຕົ້ນຕໍຜະລິດເຫັດຖັ່ງເຊົ່າ. ຂ້າພະເຈົ້າພວມກຳນົດທິດໃຫ້ແກ່ຊາວໜຸ່ມ Start up ແລະ ແນະນຳໃຫ້ຊາວກະສິກອນປູກເຫັດ ເພື່ອມີລາຍຮັບມາປົວແປງເສດຖະກິດຢູ່ທ້ອງຖິ່ນ”.

ຢູ່ຕາແສງ ດ້າຍເກືອງ, ເມືອງ ດ້ານລົກ, ແຂວງ ກວ໋າງນາມ, ມີຫຼາຍຄົນມັກເວົ້າເຖິງ ຮວິ່ງເທຕວ່ານ ຍ້ອນມີຜົນສຳເລັດໃນຮູບແບບການລ້ຽງອົ້ນ. ຮູບແບບການລ້ຽງອົ້ນຂອງ ຮວິ່ງເທຕວ່ານ ໄດ້ດຶງດູດຜູ້ເຂົ້າຮ່ວມ 20 ຄົນ, ສ່ວນຫຼາຍແມ່ນຊາວໜຸ່ມຢູ່ທ້ອງຖິ່ນ. ຟາມຂອງ ຮວິ່ງເທຕວ່ານ ລ້ຽງອົ້ນເກືອບ 1000 ໂຕ, ນຳມາເຊິ່ງລາຍຮັບນັບຮ້ອຍລ້ານດົ່ງຕໍ່ປີ. ບໍ່ພຽງແຕ່ເຮັດເສດຖະກິດເກັ່ງເທົ່ານັ້ນ, ຮວິ່ງເທຕວ່ານ ຍັງແບ່ງປັນປະສົບການໃນການ Start up ໃຫ້ແກ່ເພື່ອນໜຸ່ມ ແລະ ປະຊາຊົນຫຼາຍຄົນຢູ່ທ້ອງຖິ່ນອີກດ້ວຍ.

ທ່າ​ອ່ຽງ Start up ໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 2ຟາມຂອງ ຮວິ່ງເທຕວ່ານ ລ້ຽງອົ້ນເກືອບ 1000 ໂຕ

“ສະຫະກອນລ້ຽງອົ້ນ ດ້າຍລົກ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາຢ່າງມີປະສິດທິຜົນ, ຍົກສູງການພັດທະນາເສດຖະກິດຄອບຄົວຕາມທິດລວມສູນເປັນເທື່ອລະກ້າວ, ສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ເປັນປົກກະຕິໃຫ້ແກ່ສະມາຊິກຫລາຍຄົນ, ພິເສດແມ່ນຊາວໜຸ່ມ. ພວກຂ້າພະເຈົ້າຈະສືບຕໍ່ຂະຫຍາຍຮູບແບບນີ້ ໃຫ້ບັນດາເພື່ອນໜຸ່ມທີ່ພວມຢູ່ໃນໄລຍະ Start up ແລະ ກໍ່ຮ່າງສ້າງຕົວ”.

ເຖິງວ່າມີໝູ່ເພື່ອນຫຼາຍຄົນທີ່ຢູ່ໃນເກນອາຍຸດຽວກັນ ໄດ້ເລືອກໄປເຮັດວຽກຢູ່ນະຄອນ ແຕ່ ຫງວຽນຫວຽດເທ, ຊາວເຜົ່າ ໄຕ ຢູ່ ຄຸ້ມ 3, ເທດສະບານ ເຈິຣະ, ເມືອງ ບາເບ໋, ແຂວງ ບັກກ້ານ ພັດຕັດສິນໃຈຕິດພັນກັບທົ່ງນາຂອງຄອບຄົວຕົນ ດ້ວຍຄວາມຕັ້ງໃຈຕ້ອງສ້າງຄວາມຮັ່ງມີຢູ່ບ້ານເກີດເມືອງນອນຂອງຕົນ. ປີ 2017, ພາຍຫຼັງຊອກຮູ້ມາເປັນໄລຍະເວລາໜຶ່ງ, ຫງວຽນຫວຽດເທ ໄດ້ຂົນຂວາຍປຸກລະດົມຊາວໜຸ່ມຈຳນວນໜຶ່ງໃນທ້ອງຖິ່ນ ສ້າງຕັ້ງສະຫະກອນປູກຜັກປອດສານພິດ. ພາຍຫຼັງປູກມາໄດ້ 2 – 3 ລະດູການ, ຜະລິດຕະພັນຜັກປອດສານພິດຂອງສະຫະກອນ ກໍໄດ້ເປັນທີ່ຮູ້ຈັກກັນດີ ແລະ ປັດຈຸບັນ, ແຕ່ລະປີ, ສະມາຊິກໃນສະຫະກອນ 7 ຄົນ ເກັບມາໄດ້ເກືອບ 500 ລ້ານດົ່ງ. ອ້າຍ ຫງວຽນຫວຽດເທ ໃຫ້ຮູ້ວ່າ:

“ໃນໄລຍະຈະມາເຖິງ, ສະຫະກອນພວກຂ້າພະເຈົ້າ ຈະຍົກສູງຄຸນນະພາບ, ປະສິດທິຜົນຂອງພືດຜັກ, ພິເສດແມ່ນຮັບປະກັນຄຸນນະພາບສົ້ນອອກ ເຮັດແນວໃດຕ້ອງມີຄວາມປອດໄພຢ່າງເດັດຂາດ, ໄດ້ຮັບໃບຢັ້ງຢືນທີ່ຈຳເປັນ. ພວກຂ້າພະເຈົ້າກໍຄາດວ່າ ຈະສ້າງເຮືອນຕາໜ່າງ ແລະ ປູກຜັກຊະນິດຕ່າງໆທີ່ບໍ່ຖືກຕາມລະດູການ, ຮັບປະກັນແຫຼ່ງສະໜອງຕາມຄວາມຕ້ອງການຂອງຕະຫຼາດ”.

ໂດຍກໍແມ່ນການ Start up ຈາກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງທີ່ເປັນເອກະລັກຂອງທ້ອງຖິ່ນ, ປີ 2018, ເອື້ອຍ ເລື່ອງທິຢາງ ຢູ່ຕາແສງ ລຸກບິ່ງ, ເມືອງ ແບກທົງ ກໍໄດ້ມີການຕັດສິນໃຈທີ່ກ້າຫານ ເມື່ອສ້າງຕັ້ງ ສະຫະກອນປູກເຫັດ. ໂດຍເລີ່ມແຕ່ການປູກທົດລອງ, ເຊື້ອເຫັດ ຮວ່າງເດ໊ 3000 ຖົງ, ພາຍຫຼັງ 1 ປີ, ສະຫະກອນຂອງເອື້ອຍ ຢາງ ໄດ້ຂະຫຍາຍຂອບຂະໜາດການຜະລິດຂຶ້ນທົບ 10 ເທົ່າ. ເພື່ອຍົກສູງສະມັດຕະພາບ ແລະ ຄຸນນະພາບຂອງຜະລິດຕະພັນ, ທາງສະຫະກອນ ໄດ້ລົງທຶນເຄື່ອງປຸງແຕ່ງເບື້ອງຕົ້ນ, ເຄື່ອງຈັກຫຸ້ມຫໍ່ ຕື່ມອີກ ແລະ ຂະຫຍາຍໂຮງຈັກ, ພ້ອມທັງສ້າງຂັ້ນຕອນການຜະລິດຕາມທິດປອດສານພິດ, ນັບແຕ່ການປູກ, ການເກັບກ່ຽວ ຕະຫຼອດຮອດການຫຸ້ມຫໍ່ຜະລິດຕະພັນໃຫ້ສົມບູນແບບ. ດ້ວຍວິທີເຮັດທີ່ເປັນມືອາຊີບນີ້, ຜະລິດຕະພັນຂອງ ສະຫະກອນ ໄດ້ຮັບຄວາມນິຍົມ ແລະ ເຊື່ອໝັ້ນຈາກຜູ້ບໍລິໂພກພາຍໃນ ແລະ ນອກແຂວງ.

ນັ້ນແມ່ນ 4 ໃນຈຳນວນຫຼາຍໆຮູບແບບ Start up ທີ່ນຳມາເຊິ່ງປະສິດທິຜົນຕໍ່ເສດຖະກິດ  - ສັງຄົມ ຂອງ ຊາວໜຸ່ມແຂວງ ກວ໋າງນາມ ແລະ ບັກກ້ານ. ປັດຈຸບັນ, ແຂວງ ກວ໋າງນາມ ມີຮູບແບບເຮັດເສດຖະກິດ, ສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງປະມານ 350 ຮູບແບບ. ສ່ວນຢູ່ແຂວງ ບັກກ້ານ ມີ 300 ຮູບແບບເສດຖະກິດ, 31 ສະຫະກອນ ແລະ 35 ໜ່ວຍສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງ ເຊິ່ງສ່ວນຫຼາຍແມ່ນມີລາຍຮັບຫຼາຍກວ່າ 150 ລ້ານດົ່ງຕໍ່ປີ. ບັນດາຮູບແບບດັ່ງກ່າວ ໄດ້ນຳມາເຊິ່ງປະສິດທິຜົນຢ່າງເຫັນໄດ້ຊັດ ຍ້ອນໄດ້ໝູນໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ ແລະ ການຈຳໜ່າຍຜະລິດຕະພັນ. ດ້ວຍຄວາມຕັດສິນໃຈສ້າງຄວາມຮັ່ງມີຢູ່ຖິ່ນຖານບ້ານເກີດເມືອງນອນຂອງຕົນ, ບັນດາຊາວໜຸ່ມ Start up ຢູ່ ແຂວງ ກວ໋າງນາມ ແລະ ບັກກ້ານ ໄດ້ປະກອບສ່ວນປ່ຽນໂສມໜ້າເສດຖະກິດກະສິກຳ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນນະບົດ./.

ຕອບກັບ

ຂ່າວ/ບົດ​ອື່ນ