ນັກຂ່າວມີ້ຈາ ແລະ ງານວາງສະແດງ “ ເຈືອງຊາ-ຈຸດນັດພົບ”

    ຄວາມ​ໄຝ່​ຝັນ​ຢາກ​ໄປ​​ຢ້ຽມ​ຢາມຫມູ່​ເກາະ​ເຈືອງ​ຊາທີ່​ຂຶ້ນ​ເມືອງ​ເຈືອງ​ຊາ​ແຂວງ​ແຄ້ງ​ຮ່​ວາ, ດິນ​ແດນ​ແຫ່ງ​ສັກ​ກະຫຼະ​ບູ​ຊາ​ຂອງ​ປະ​ເທດ​ຊາດ ກໍ​ແມ່ນ​ຄວາມ​ຫວັງ​ຂອງ​ຊາວ​ຫວຽດ​ນາມ​ນັບ​ລ້ານ​ຄົນ​ເວົ້າ​ລວມ ແລະ ຂອງ​ນັກ​ຂ່າວມີ້​ຈາ​ຂອງ vov ເວົ້າ​ສະ​ເພາະ. ເຖິງວ່າການ​ເດີນ​ທາງ​ໄປ​ຍັງຫມູ່​ເກາະ​ເຈືອງ​ຊາ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ລຳ​ບາກ​ກໍ​ຕາມ, ແຕ່​ນັກ​ຂ່າວມີ້​ຈາ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອຫັນ​ຄວາມ​ໄຝ່​ຝັນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ພ້ອມ​ກັບ​ບັນ​ດາ​ນັກ​ຂ່າວ​ສ້າງ​ໃຫ້​ມີ​ງານວາງ​ສະ​ແດງ “ ເຈືອງ​ຊາ-ຈຸດ​ນັດ​ພົບ” ຊຶ່ງ​ຫາ​ກໍ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 30/8 ຢູ່​ຮ່າ​ໂນ້ຍ.

 

ນັກຂ່າວມີ້ຈາ ແລະ ງານວາງສະແດງ “ ເຈືອງຊາ-ຈຸດນັດພົບ” - ảnh 1
ຮູບ​ຖ່າຍ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ທະ​ຫານ​ເຮືອ​ໂດຍ​ນັກ​ຂ່າວມີ້​ຈາ​ຖ່າຍ​ເອົາ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໝູ່​ເກາະ​ເຈືອ​ງ​ຊາ

ຊາ     ນັກ​ຂ່າວມີ້​ຈາ​ເປີດ​ເຜີຍ​ວ່າ : 

   “ ເກືອບ 20 ປີ​ແຫ່ງ​ການ​ປະ​ກອບ​ອາ​ຊີບ​ເປັນ​ນັກ​ຂ່າວ, ຄວາມ​ໄຝ່​ຝັນ​ຢາກ​ໄປ​​ຢ້ຽມ​ຢາມຫມູ່​ເກາະ​ເຈືອງ​ຊາຍາມ​ໃດ​ກໍປະ​ກົດ​ຂຶ້ນ​ໃນ​ຈິດ​ໃຈ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ເຄີຍ​ຄິດ​ວ່າ ເຈືອງ​ຊາ ບໍ່​ສະ​ຫງວນ​ໃຫ້​ແກ່​ແມ່​ຍິງ ແລະ ຄວາມ​ອ່ອນ​ແອ. ແຕ່ຄວາມ​ໄຝ່​ຝັນ​ຢາກ​ໄປ​​ຢ້ຽມ​ຢາມຫມູ່​ເກາະ​ເຈືອງ​ຊາ​ເພື່ອ​ຊອກ​ຫາ​ບັນ​ດາ​ຮູບ​ພາບ ແລະ ຂໍ້​ມູນ​ນັບ​ມື້​ນັບ​ແຮງ​ກ້າ​ຫຼາຍຂຶ້ນ. ອັນ​ໄດ້​ພາ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫານ​ກ້າ​ໄປ​ເທື່ອ​ໜຶ່ງ​  ”

      ໃນ​ຊຸ​ມມື້​ຕົ້ນ​ເດືອນ 6, ຂະ​ນະ​ທີ່​ອາ​ກາດ​ພວກ​ຖືກ​ຜົນ​ກະ​ທ້ອນ​ຈາກ​ສະ​ພາບ​ຄວາມ​ກົດ​ດັນ​ອາ​ກາດ​ຕ່ຳ, ກຳ​ປັ່ນ​ເຈືອງ​ຊາ 571 ໄດ້​ສົ່ງ​ຄະ​ນະ​ປະ​ຕິ​ບັດ​ງານ​ເດີນ​ທະ​ເລ​ໄປ​ຍັງຫມູ່​ເກາະ​ເຈືອງ​ຊາ, ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ ນັກ​ຂ່າວມີ້​ຈາ​. ນັກ​ຂ່າວມີ້​ຈາ​ໃຫ້​ຮູ້​ວ່າ ດ້ວຍ​ການ​ເດີນ​ທະ​ເລ​ຜ່ານ​ຄື້ນ​ຟອງ​ທີ່​ລຳ​ບາກ​ເປັນ​ເວ​ລາ 2ວັນ ແລະ ຄືນ, ແຕ່​ເມື່ອຢຽບ​ບາດ​ຕີນ​ກ້າວ​ທຳ​ອິດບົນ​ດິນ​ແດນ​ເຈືອງ​ຊານັ້ນ, ນາງ​ໄດ້​ຕົກ​ສະ​ເງີ້​ຕໍ່​ໜ້າ​ຄວາມ​ງາມ​ແບບ​ໃຫຍ່​ໂຕ​ມະ​ໂຫຖານຂອງ​ທະ​ເລ​ໝູ່​ເກາະ ບ້ານ​ເກີດ​ເມືອງນອນ, ນາງ​ໄດ້​ລືມ​ຄວາມ​ອິດ​ເມື່ອຍ, ເອົາ​ກ້ອງ​ຖ່າຍ​ຮູບ​ມາ​ຖ່າຍ​ເອົາ​ບັນ​ດາ​ຄວ​າມ​ງາມເຫຼົ້າ​ນີ້. ນັກ​ຂ່າວມີ້​ຈາ​ ເວົ້າ​ວ່າ :

    “ ຂ້າ​ພະ​ເຈົ້າ​ບໍ່​ພາດ​ໂອ​ກາດ​ເພື່ອ​ຖ່າຍ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງໃນເຈືອງ​ຊາ. ຄວາມ​ຄອງ​ຄອຍ ແລະ ຄວາມ​ໄຝ່​ຝັນ​ທຸກ​ຢ່າງ, ຂ້າ​ພະ​ເຈົ້າ​ໄດ້​ສະ​ຫງວນ​ເຂົ້າ​ໃນ​ຮູບ​ຖ່າຍ​ທັງ​ໝົດ​ເຫຼົ່າ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ເວ​ລາ​ເກີດ​ຝົນ​ຕົກ​ຢູ່​ເຈືອງ​ຊາ, ພາຍຫຼັງ​ທີ່​ຝົນ​ເອື້ອນ​ແລ້ວ, ກໍ​ປະ​ກົດ​ມີ​ສາຍ​ຮຸງ​ໃນ​ຂອບ​ຟ້າ ”

     ຈັບ​ເອົາ​ຊຸດ​ຮູບ​ຖ່າຍ​ໃນ​ມື, ນັກ​ຂ່າວມີ້​ຈາ​ໄດ້​ແນະ​ນຳ​ກ່ຽວ​ກັບ​ຮູບ​ຖ່າຍ​ແຕ່​ລະ​ແຜ່ນ​ໂດຍ​ນາງ​ໄດ້​ຖ່າຍ​ເອົາ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເຈືອງ​ຊາ. ມີ​ຮູບ​ຖ່າຍ​ຮ້ານ​ເວນ​ຍາມ DK , ມີ​ຮູບ​ຖ່າຍ​ກ່ຽວ​ກັບ​ກຳ​ປັ່ນ​ພວມ​ເດີນ​ທະ​ເລ​ຜ່ານ​ຄື້ນ​ທະ​ເລ​ໃຫຍ່… ນັກ​ຂ່າວມີ້​ຈາ​ ເວົ້າ​ຕໍ່​ໄປ​ວ່າ : 

    “ ຂ້າ​ພະ​ເຈົ້າໄດ້​ຖ່າຍ​ເອົາ​ຮູບ​ນັບ​ພັນ​ແຜ່ນ. ເພາະ​ ເຮົາ​ຄິດ​ວ່າ ບໍ່​ຮູ້​ວ່າ​ຈະ​ຮອດ​ຍາມ​ໃດ​ຈຶ່ງ​ມີ​ໂອ​ກາດ​ໄດ້​ກັບ​ຄືນ ຫມູ່​ເກາະ​ເຈືອງ​ຊາ. ດັ່ງ​ນັ້ນ​ເຮົາ​ໄດ້​ພະ​ຍາ​ຍາມ​ບັນ​ທຶກ​ເອົາ​ຮູບ​ພາບ​ໃນ​ຊວງເວ​ລາຢູ່ ຫມູ່​ເກາະ​ເຈືອງ​ຊາ ”

      ກວ່າ 2 ເດືອນ​ນັບ​ແຕ່​ວັນ​ໄດ້​ອຳ​ລາ​ຈາກ ຫມູ່​ເກາະ​ເຈືອງ​ຊາ, ນອກ​ຈາກ​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບ​ ຫມູ່​ເກາະ​ເຈືອງ​ຊາແລ້ວ, ນັກ​ຂ່າວມີ້​ຈາ​ໄດ້​ມີ​ຄວາມ​ຫວັງ​ຢາກ​ເຮັດ​ໄດ້ຫຼາຍ​ສິ່ງ​ໃຫ້​ແກ່​ເຈືອງ​ຊາຕື່ມ​ອີກ, ໃນ​ນັ້ນ​ມີ ງານວາງ​ສະ​ແດງ “ ເຈືອງ​ຊາ-ຈຸດ​ນັດ​ພົບ”. ນາງ ຫງວ​ທິ​ທູ​ເຮືອງ ປະ​ທານ​ສະ​ໂມ​ສອນ​ໄວ​ໜຸ່ມ​ເພື່ອ​ທະ​ເລ​ໝູ່​ເກາະ ບ້ານ​ເກີດ​ເມືອງນອນໃຫ້​ຮູ້​ວ່າ : ນັກ​ຂ່າວມີ້​ຈາ​ແມ່ນ​ນັກ​ຂ່າວ​ຍິງ​ຄົນ​ທຳ​ອິດ ຈັດ​ຕັ້ງງານວາງ​ສະ​ແດງກ່ຽວ​ກັບເຈືອງ​ຊາ. ນາງ ຫງວ​ທິ​ທູ​ເຮືອງ ເວົ້າວ່າ :

    “ ຂ້າ​ພະ​ເຈົ້າມີ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ເຫັນ​ວ່າ ມີ​ນັກ​ຂ່າວ​ຍິງ​ໄດ້​ເດີນ​ທາງ​ໄປ​ຍັງ ຫມູ່​ເກາະ​ເຈືອງ​ຊາ້ດວຍ​ຄວາມ​ກະ​ຕື​ລື​ລົ້ນ, ຄວາມ​ເມົາ​ມົວ, ຄວາມ​ຮັກ​ທະ​ເລ​ຫມູ່​ເກາະ ແລະ ປະ​ເທດ​ຊາດ. ດັ່ງ​ນັ້ນ ບໍ່​ມີ​ເຫດ​ຜົນ​ຫຍັງ​ທີ່​ຈະ​ບໍ່​ແບ່ງ​ປັນ​ສິ່ງນັ້ນ​ກັບ​ຫມູ່​ເພື່ອນທຸກ​ຄົນ​ທັງ​ຢູ່​ພາຍໃນ ແລະ ຕ່າງ​ປະ​ເທດ. ງານວາງ​ສະ​ແດງ “ ເຈືອງ​ຊາ-ຈຸດ​ນັດ​ພົບ” ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ບັນ​ດາ​ໝູ່​ເພື່ອນ​ທັງ​ໃກ້ ແລະ ໄກ, ຈາກ​ລຸ່ນ​ໜຸ່ມ​ຕະຫຼອດ​ຮອດ​ຜູ້​ເຖົ້າ​ຜູ້​ແກ່  ” .

ຕອບກັບ

ຂ່າວ/ບົດ​ອື່ນ