“ນັກຖ່າຍຮູບ“ເສລີລຽງຊີບໃນສະໄໝເຕັກໂນໂລຢີ

(vovworld) - ຢູ່​ຕາມເຂດ​ທ່ອງ​ທ່ຽວ​ຕ່າງໆຂອງ​ຫວຽດນາມ​ເຄີຍ​ມີ​ບັນດາ​ນັກ​ຖ່າຍຮູບ​ເສລີ, ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ນັກ​ທ່ອງ​ທ່ຽວ​ຮັກສາ​ອະນຸສອນ​ຂອງ​ຕົນ​ຜ່ານ​ບັນດາ​ຮູບ​ຖ່າຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປັດຈຸ​ບັນ​ເມື່ອ​ຊີວິດ​ການ​ເປັນ​ຢູ່ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ພ້ອມ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຢີຢ່າງ​ວ່ອງ​ໄວ​ນັ້ນ, ​ເກືອ​ບຄື​ວ່າ​ຜູ້​ໄດ້​ກໍ່​ສາມາດ​ປະກອບ​ໃຫ້​ຕົນ​ກອງ​ຖ່າຍຮູບ​ສ່ວນ​ຕົວ ຫຼືໂທລະສັບ​ມື​ຖືທີ່​ສາມາດ​ຖ່າຍຮູບ ເພື່ອ​ຮັກສາ​ອະນຸສອນ​ຂອງ​ຕົນ​ໃນ​ໂທລະ​ສັບ​ມື​ຖື, ​ facebook ຫຼື​ ຄອມ​ພີ​ວ​ເຕີ. ສິ່ງ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຫາ​ເງິນ​ລ້ຽງ​ຊີບຂອງ​ບັນດາ​ນັກ​ຖ່າຍຮູບ​ເສລີ​ຢູ່​ຕາມເຂດ​ບັນ​ເທິງ, ​ເຂດ​ທ່ອງ​ທ່ຽວ. ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ ມິ​ງ​ດຶກ ທີ່​ມີ​ຫົວ​ຂໍ້​ວ່າ: “ນັກ​ຖ່າຍຮູບ“​ເສລີ​ລ້ຽງ​ຊີບ​ໃນ​ສະ​ໄໝ​ເຕັກ​ໂນ​ໂລ​ຢີ.

“ນັກຖ່າຍຮູບ“ເສລີລຽງຊີບໃນສະໄໝເຕັກໂນໂລຢີ - ảnh 1

ລູງ ດັ້ງ​ວັນ​ທິ້ງ ​ເອົາ​ຜ້າ​ເຊັດກ້ອງ​ຖ່າຍຮູບ ​ແລະ ເລັນຄືນ​ໃໝ່, ​ເພື່ອ​ກະກຽມ​ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ໃໝ່. ​ເຖິງ​ວ່າ​ນຳ້​ສີທາ​ຢູ່​ນອກ​ກ້ອງຖ່າຍຮູບ Canon ​ໄດ້​ຈາງ​​ຫາຍໄປບາງ​ບ່ອນ​ແລ້ວ​ກໍ່​ຕາມ, ​ແຕ່ເຫັນ​ວ່າ​ເລັນຍັງ​ໃໝ່​ຢູ່. ທັງ​ໝົດ​​ເຫຼົ່າ​ນັ້ນລ້ວນ​ແຕ່​ໃສ່​ໃນ​ຖົງ​ສີ​ຄາມ​ທີ່​ຫ້ຽນ​ໄປ​ແລ້ວ. ລູງ ທິ້ງ ຖື​ຖົງນີ້​ເທິງ​ບ່າ, ​ແລ້ວ​ຖີບ​ລົດ​ເຖິງ​ປະຕູ​ໂຂງ​ສວນສາທາ​ລະນະ ຖູ​ເລ້ ​ເລີ່​ມ​ປະຕິບັດ​ວຽກ​ງານ​ “ຖ່າຍຮູບ“ ຂອງ​ຕົນ​​ແຕ່ 7​ ໂມງ 30 ​ນາທີ​ເຖິງ 18 ​ໂມງ, ​ເຖິງ​ວ່າ​ມີ​ອາຍຸ 65 ປີ​ແລ້ວ​ກໍ່ຕາມ, ​​ແມ່ນ​ອາຍຸ​ທີ່​​ໄດ້ພັກ​ບຳນານ​ແລ້ວ, ແຕ່​ລູງ ທີ້ງ ຍັງ​ຄົງ​ເຮັດ​ວຽກ​ເປັນ​ປະຈຳ​ຢູ່.

        “ຂ້າພະ​ເຈົ້າ​ໄດ້​ຕິດ​ພັນ​ກັບ​ບ່ອນ​ນີ້​ມາ​ເປັນ​ເວລາ​ນັບ​ສິບໆ​ປີ​ແລ້ວ, ຖ້າ​ບໍ່​ໄປ​ກໍ່​ຄິດ​ຮອດ​ຫຼາຍ. ​ແຕ່​ລະ​ມື້​ມາ​ແຫ່ງ​ນີ້, ​ເຖິງ​ວ່າ​ຈະ​ມີແດດ​ຮ້ອນ​ກໍ່ຕາມ, ​ແຕ່​​ເມື່ອ​ໄດ້ຖ່າຍຮູບ​ໃຫ້​ແຂກ​ແລ້ວ​ກໍ່ຮູ້ສຶກ​ມ່ວນ​ຫຼາຍ. ປະຈຸ​ບັນ​ພຽງ​ແຕ່ຢາກ​ຫາເງິນ​ພໍ​​​ດີ​ໃຫ້​ແກ່​ການ​ດື່ມ​ກາ​ແຟມ ​ແລະໃຊ້​ໃນປະຈຳ​ວັນ​ເພື່ອບໍ່​ຕ້ອງ​ຂໍ​ລູກ​ເຕົ້າ​ເທົ່າ​ນັ້ນ, ຫາກຖ່າຍຮູບຄືໃນ​ປະຈຸ​ບັນ​​ ​ແມ່ນບໍ່​ສາມາດ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໄດ້ .“

        ລຸ​ງ ທິ້ງຖີບ​ລົດ​ແຕ່​ເຮືອນ​ເຖິງ​ສວນສາທາລະນະ ຖູ​ເລ້ ​ຕ້ອງ​ເສຍ​ເວລາ​ປະມານ 10 ນາທີ. ສວນສາທາລະນະ​ມີ​ເນື້ອ​ທີ່​ທັງ​ໝົດ 29 ​ເຮັກຕາ, ​ໃນ​ນັ້ນມີ​ໜອງ​, ຢູ່​ໃຈ​ກາງ​ມີ​ຫາດ​, ອ້ອມ​ໜອງ​ມີແຖວຕົ້ນ​ໄມ້​ທີ່ຂຽວ​ອຸ່ມ​ທູ່​ມ. ມື້​ນີ້​ແມ່ນ​ວັນພັກ​ລັດຖະການ, ດັ່ງ​ນັ້ນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ກໍ່​ໜາ​ແໜ້ນ​ກວ່າ​ທຸກ​ວັນ. ລຸງ ທິ້ງ ນັ່ງ​ເທິ​ງຕັ່ງ​ຫີນ​ຕັ້ງ​ແຄມ​ໜອງ​ນຳ້, ອ່ວາຍໜ້າມາ​ເບິ່ງ​ຢູ່​ອ້ອມ​ຂ້າງ. ​ຫ່າງ​ຈາກ​ບ່ອນ​ທີ່​ລຸງ​ນັ່ງ​ປະມານ 2 ​ແມັດ, ມີ​ຈຸ​ເພື່ອນ​ໜຸ່ມ​ພວມ​ຖ່າຍຮູບ​ໃຫ້​ກັນ​ຢູ່​ຂົວ. ນາງ​ເຮືອງ, ນັກ​ສຶກສາ​ມະຫາວິທະຍາ​ໄວ​ອຸດສາຫະກຳ ຮ່າ​ໂນ້ຍ, ກຳລັງ​​ໃຊ້​ໂທລະສັບ​ມື​ຖື​ຖ່າຍ​ຮູບ​ໃຫ້​ໝູ່,

        “ພວກ​ນ້ອງ​ຖ່າຍຮູບ​ເພື່ອ​ອັບ​ເຂົ້າເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ​ແນ​ໃສ່ຮັກສາ​ອະນຸສອນ​ແຫ່ງທີ່​ຕົນ​ໄດ້​ມາທ່ຽວ, ​​ແລະ ​ໃຫ້​ໝູ່​ເພື່ອນ​ຢູ່​ບ່ອນ​ອື່ນ​ກໍ່​ສາມາດ​ຊົມ​ໄດ້. ຖ້າ​ຈ້າງນັກ​ຖ່າຍຮູບ​ແລ້ວ, ນ້ອງ​ຍັງຕ້ອງ​ຖ່າຍ​ຄືນ​ບັນດາ​ຮູບ​ຖ່າຍ​ນັ້ນແລ້​ວສົ່ງເຂົ້າ facebook ​ເພື່ອ​​​ແບ່ງປັນແລກ​ປ່ຽນ​ກັບ​ໝູ່​ເພື່ອນ. ນັກ​ສຶກສາ​ຄື​ພວກ​ນ້ອງ​​ໄປ​ຮອດ​ບ່ອນ​ໃດ​ກໍ່​ຖ່າຍຮູບ​ຢູ່​ບ່ອນ​ນັ້ນ, ຖ້າ​ບໍ່​ງາມ​ກໍ່​ຖ່າຍ​ເອົາ​ຄືນ, ທ່າ​ອ່ຽງ​ໃນ​ປະຈຸ​ບັນ​ແມ່ນ​ທຸກ​ຄົນ​ຕ່າງ​ກໍ່​ມັກ​ຖ່າຍຮູບ​ເອງ​ໃຫ້​ແກ່​ຕົນ“.

        ລຸງ ທິ້ງ ນັ່ງ​ລໍຖ້າ​ແຂກ​ມາ​ຖ່າຍຮູບ ດ້ວຍ​ແວວ​ຕາ​ໂສກ​ເສົ້າ. ກ່ອນ​ນີ້ 4 – 5 ປີ, ລຸງ​ໄດ້​ໃຊ້​ເງິນກວ່າ 20 ລ້ານ​ດົ່ງ​ເພື່ອ​ຊື້​ກ້ອງຖ່າຍຮູບ​ໃໝ່, ​ເຊິ່ງປະກອບ​ມີ ​ເລັນ, flash. ສະ​ເພາະ​ກ້ອງຖ່າຍຮູບ​ມີ​ລາຄາ 17 ລ້ານດົ່ງ, ​ເລັນ 6 ລ້ານ​ດົ່ງ, ນັ້ນ​ແມ່ນ​ບໍ່​ທັນ​ນັບ flash.

        ​“ໃນ​ຊຸ່ມ​ປີ 2000, ​ໄປ​ຖ່າຍຮູບ​ກໍ່​ໄດ້​ເງິນ​ແຕ່ 200.000 - 300.000 ດົ່ງ/ວັນ. ມື້​ໃດ​ຖ່າຍຮູບ​ໄດ້​ຫຼາຍກໍ່​​ຫາ​ໄດ້​ນັບ​ລ້ານ​ດົ່ງ, ຍ້ອນ​ເຫດ​ນັ້ນ, ຂ້າພະ​ເຈົ້າ​ຈຶ່ງ​ຕັດສິນ​ຊື້​ກ້ອງຖ່າຍຮູບ​ໃໝ່ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ຂອງ​ແຂກ​ແມ່ນໄດ້​ຮັບ​ຮູບ​ຖ່າຍ​ໄວ. ​ແຕ່​ໃນ​ໄລຍະ 2 ປີ​ມາ​ນີ້ ມັນ​ໄດ້​ຕ່າງ​ກັນ​ຫຼາຍ. ບາງ​ມື້​ນຳ​ເອົາ​ກ້ອງ​ຖ່າຍຮູບ​ໄປ ​ແລ້ວ​ກໍ່​ເອົາ​ກັບ​ມາ​ລ້າໆ. ​ໃນ 2 ວັນ​ຜ່ານ​ມາ​ຂ້າພະ​ເຈົ້າ​ບໍ່​ໄດ້​ຖ່າຍຮູບ​ເທື່ອ. ປະຈຸ​ບັນ​ລາຍ​ຮັບ​ຂອງ​ນັກ​ຖ່າຍຮູບ​ ຕຳ່​ກວ່າ​ແຕ່​ກ່ອນ​ຫຼາຍ, ມີ​ນັກ​ຖ່າຍຮູບ​ບາງ​ຄົນ​ຕ້ອງ​ຫັນ​ມາ​ເຮັດ​ວຽກ​ອື່ນ​ເພື່ອ​ລ້ຽງ​ຊີບ“.

“ນັກຖ່າຍຮູບ“ເສລີລຽງຊີບໃນສະໄໝເຕັກໂນໂລຢີ - ảnh 2

        ​ເຖິງ​ວ່າ​ພວມ​ໂອ້​ລົມ​ກັບ​ຂ້າພະ​ເຈົ້າ​ກໍ່ຕາມ​ແຕ່​ລຸງ​ຍັງ​ອ່ວາຍ​ໜ້າ​​ໄປຫາປະຕູ​ໂຂງ​ສວນສາທາລະນະ​ຢູ່, ບັງ​ເອີນ​ລຸງ​ລຸກ​ຂື້ນຟ້າວ​​ໄປຍັງ​ບ່ອນ​ນັ້ນ. ມີ​ນັກຮຽນ​ຈຸ​ໜຶ່ງ​ປະມານ 20 ຄົນ​ພວມ​ຍ່າງ​ເຂົ້າ​ເຂດ​ກວດ​ປີ້. ດ້ວຍ​ປະສົບ​ການ​ຂອງ​ຕົນ, ລຸງ​ຮູ້​ໄດ້​ວ່າ​ນັ້ນ​ແມ່ນ​ຜູ້​ຕ້ອງການ​ເຖິງ​ນັກ​ຖ່າຍຮູບ​ຄື​ທ່ານ​.​ພາຍຫຼັງ​ເຊື້ອ​ເຊີນ. ລຸງ​ກໍ່​ຮູ້​ວ່າ​ເອື້ອຍ​ຄູ​ພາ​ນັກຮຽນ​ໄປ​ທັດສະນະ​ສຶກສາ ​ແລະ ຖ່າຍຮູບ​ເປັນ​ທີ່​ລະນຶກ​. ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຖ່າຍຮູບຈາກ​ເອື້ອຍ​ຄູ, ລຸງ​ກໍ່​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ. ​ເອື້ອຍ​ຄູ ຫງວຽນ​ທິລິງ​, ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ອານ​ຫຼາວ, ຫາຍ​ຝ່ອງ ທັງ​ແນະນຳ​ພວກ​ນັກຮຽນ​ລຽນ​ເປັນ​ແຖວ​ເພື່ອ​ຖ່າຍຮູບ, ທັງ​ໃຫ້​ຮູ້​ວ່າ:

    “​ໃນ​ໂອກາດ​ພັກ​ແລ້ງ, ທາງ​ໂຮງຮຽນ​ໄດ້​ຈັດ​ຕັ້ງ​ໃຫ້​ພວກ​ນ້ອງ​ໄປ​ຢ້ຽມຢາມ​ສຸສານ​ປະທານ ​ໂຮ່ຈີ​ມິນ, ສວນສາທາລະນະ ຖູ​ເລ້, ສວນສາທາລະນະ ​ເລ​ນິນ ​ແລະ ສະຖານ​ທີ່​ບາງ​ແຫ່ງ​ໃນ​ນະຄອນ​ຮ່າ​ໂນ້ຍອີກ. ​ເຖິງ​ວ່າ​ພວກ​ເຮົາ​ກໍ່​ນຳ​ເອົາ​ກ້ອງຖ່າຍຮູບ​​ໄປ​ຕາມ, ​ແຕ່​ຮອດ​ບ່ອນ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ຈ້າງນັກຖ່າຍຮູບ, ຍ້ອນ​ບໍ່​ຮູ້​ວ່າ​ບ່ອນ​ໃດ​ຖ່າຍຮູບ​ຈະ​ງາມ, ທີ​ສອງ​ແມ່ນ​ຈ້າງ​ຄົນ​ຖ່າຍຮູບ​ມັນ​ຈະ​ງາມ​ກວ່າ, ຍ້ອນ​ບັນດາ​ຮູບ​ຖ່າຍ​ນັ້ນ​ຈະ​ຖືກ​ຮັກ​ສາ​ໄວ້​ເປັນ​ທີ່​ລະນຶກ“.

        ພາຍຫຼັງ​ຖ່າຍຮູບ​ຢູ່​ບັນດາ​ສະຖານ​ທີ່​ສວຍ​ງາມໄດ້​ປະມານ 10 ກວ່າ​ຮູບ​​ແລ້ວ, ລຸງ​ ທີ້ງຈົດ​ເອົາ​ຊື່​​ແລະ​ທີ່ຢູ່ຂອງ​ຄະນະ​ນັກຮຽນ​ໄວ້​ເພື່ອອຳນວຍ​ໃຫ້​ແກ່​ການ​ສົ່ງ​​ຮູບຄືນ, ​ເວລາ​ນີ້​ໃກ້​ຈະ​ຮອດ​ຕອນ​ທ່ຽງ​ແລ້ວ, ອາກາດ​ຍິ່ງ​ຮ້ອນ​ເອົ້າ​ກວ່າ, ລຸງ​ຟ້າວ​ໄປ​ຍັງ​ຮ້ານ​ລ້າງ​ຮູ​ບທີ່​ລື້​ງ​ເຄີຍ.

        ​ເວລາ 5 ​ໂມງ​ແລງ, ​ແຂກ​ມາ​ທ່ຽວ​ກໍ່ໜ້ອຍ​ລົງ. ກ່ອນທີ່​ຈະ​ອຳ​ລາ​ຂ້າພະ​ເຈົ້າ, ລຸງ ທີ້ງ ​ໃຫ້​ຮູ້​ວ່າ, ​ເມື່ອ​ຍັງ​ມີ​ສຸຂະພາບ​ລູງ​ຍັງ​ໄປ​ຖ່າຍຮູບ​ຢູ່, ຮອດ​ຍາມໃດ​ບໍ່​ສາມາດ​ໄປ​ໄດ້​ຈຶ່ງ​ເຊົາ, ປະຈຸ​ບັນ, ລຸ​ງບໍ່​ທັນຄິດ​ວ່າ​ຕົນຈະ​ປະ​ວຽກງານຖ່າຍຮູບ​​ເທື່ອ. ​ເພາະວ່າ​ວຽກ​ງານ​ນີ້​ໄດ້​ຕິດ​ພັນ​ກັບ​ລຸງມາ​ເປັນ​ເວລາ 20  ກວ​່າ​ປີ​ແລ້ວ ​ແລະ ມັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ ກໍ່​ຄື​ອານຸສອນທັງ​ມ່ວນ, ທັງ​ໂສກ​ເສົ້າຫຼາຍ​ຢ່າງ​ໃຫ້​ແກ່​ລຸງ​.

 

 

ຂ່າວ/ບົດ​ອື່ນ