ນັກທຸລະກິດດິງກວາງບາວ, ພົນລະເມືອງດີເດັ່ນນະຄອນຫຼວງ

(vovworld) - ນັກ​ທຸ​ລະ​ກິດ ດິງກວາງ​ບາວ ຢູ່​ຕາ​ແສງ ກຽວ​ກິ, ເມືອງ ຢາ​ເລິມ, ນະ​ຄອນ ຮ່າ​ໂນ້ຍ, ແມ່ນ​ຜູ້​​ທີ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການສ້າງ​ເຄື່ອງ​ໝາຍ ( ລາ​ໂດ​ຢາ) ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ ແລະ ໄດ້​ຮັບ​ຍ້ອງ​ຍໍ​ວ່າ​ເປັນ​ໜຶ່ງ​ໃນ​ຈຳ​ນວນ​ພົນ​ລະ​ເມືອງ​ນະ​ຄອນ​ທີ່​ດີ​ເດັ່ນ 9 ຄົນ​ໃນ​ປີນີ້. ປະ​ຈຸ​ບັນ, ທ່ານ ດິງກວາງ​ບາວ ​ແມ່ນ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຈຳ​ກັດ​ ທີ່​ຜະ​ລິດ, ບໍ​ລິ​ການ, ການ​ຄ້າ​​ຜະ​ລິດ​ຕະ​ພັນ ​ລາ​ໂດ​ຢາ, ປະ​ທານ​ສະ​ມາ​ຄົມ​ເກີບ​ໜັງ​ນະ​ຄອນ ຮ່າ​ໂນ້ຍ.

ນັກທຸລະກິດດິງກວາງບາວ, ພົນລະເມືອງດີເດັ່ນນະຄອນຫຼວງ - ảnh 1
ທ່ານ ດິງກວາງ​ບາວ ສ້າງ​ຕັ້ງ​ບໍ​ລິ​ສັດ ລາ​ໂດ​ຢາ
ຜະ​ລິດ​ສະ​ເພາະ​ຜະ​ລິດ​ຕະ​ພັນ​ຈາກ​ໜັງ
(ພາບ: HM)

        ປີ 1992, ທ່ານ ດິງກວາງ​ບາວ ສ້າງ​ຕັ້ງ​ບໍ​ລິ​ສັດ ລາ​ໂດ​ຢາ ຜະ​ລິດ​ສະ​ເພາະ​ຜະ​ລິດ​ຕະ​ພັນ​ຈາກ​ໜັງ. ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ນັກ​ທຸ​ລະ​ກິດ ດິງກວາງ​ບາວ, ໃນ 24 ປີ​​ຜ່ານ​ມາ ບໍ​ລິ​ສັດ ລາ​ໂດ​ຢາ​ ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ເຕີບ​ໃຫຍ່ຢ່າງ​ບໍ່​ຢຸດ​ຢັ້ງ. ບໍ​ລິ​ສັດ ລາ​ໂດ​ຢາ ຂະ​ຫຍາຍ​ຕະຫຼາດ​ຢູ່​ພາຍ​ໃນ​ປະ​ເທດ, ເປີດກວ້າງ​ຕົວ​ແທນ​ຈຳ​ໜ່າຍ​ຢູ່​ບັນ​ດາ​ແຂວງ​ພາກ​ເໜືອ​ຕື່ມ​ອີກ ຈາກ​ 20 ແຫ່ງ​ເພີ່ມ​ຂຶ້ນ​ເຖິງ 300 ແຫ່ງໃນ​ປະ​ຈຸ​ບັນ. ຜະ​ລິດ​ຕະ​ພັນ​ຂອງ ລາ​ໂດ​ຢາ​ ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ຜູ້​ໃຊ້​ສອຍ​ວ່າ​ເປັນ “ສິນ​ຄ້າ ​ຫວຽດ​ນາມ​ ທີ່ມີ​ຄຸນ​ນະ​ພາບ​ສູງ” ໃນ 20 ປີ​ຢ່າງ​ລຽນ​ຕິດ. ໃນຫຼາຍ​ປີ​ຜ່ານ​ມາ, ຜະ​ລິດ​ຕະ​ພັນກະ​ເປົາ​ໜັງ​ຂອງ​ບໍ​ລິ​ສັດ​ເຄີຍ​ໄດ້​ນຳ​ໃຊ້​ໃນ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ຂະ​ໜາດ​ໃຫຍ່​ທີ່​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ. ນັກ​ທຸ​ລະ​ກິດ ດິງກວາງ​ບາວ ໃຫ້​ຮູ້​ວ່າ:”ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ​ຄຸນ​ນະ​ພາບ​ແມ່ນ​ຄວາມ​ເປັນ​ຕາຍ​ຂອງວິ​ສາ​ຫະ​ກິດ. ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຕ້ອງ​ເຮັດ​ໄດ້​ດີ, ເພື່ອ​ໃຫ້​ຜູ້​ໃຊ້​ສອຍ​ໂຄ​ສະ​ນາ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ຕົນ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ໄດ້ ແລະ ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ຍາມ​ໃດ​ກໍ່​ຮັບ​ຄວາມ​ນິ​ຍົມ​ຈາກ​ຕະຫຼາດ”.

        ໂດຍ​ຖື​ຜົນ​ສຳ​ເລັດ​ຂອງ​ບໍ​ລິ​ສັດ ສ່ວນ​ໜຶ່ງ​ແມ່ນ​ມາ​ຈາກ​ຜູ້​ອອກ​ແຮງ​ງານ, ດັ່ງ​ນັ້ນ​ຜູ້​ອຳ​ນວຍ​ການ ດິງກວາງ​ບາວ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ເບິ່ງ​ແຍງເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ກຳ​ມະ​ກອນ​ທີ່​ເຮັດ​ວຽກ​ໃນ​ບໍ​ລິ​ສັດ. ໃນບໍ​ລິ​ສັດມີ​ກຳ​ມະ​ກອນ​ປະ​ມານ 500 ຄົນ, ເງິນ​ເດືອນ​ສະ​ເລ່ຍ​ຂອງ​ກຳ​ມະ​ກອນ​ແມ່ນ 6 ລ້ານ​ດົ່ງ/ຄົນ/ເດືອນ. ນອກ​ຈາກ​ບັນ​ດາລະ​ບອບ​ຕາມ​ກຳ​ນົດ​ແລ້ວ, ລາ​ໂດ​ຢາ ຍັງ​ມີ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ຢ່າງ​ເຖິງ​ຜູ້​ອອກ​ແຮງ​ງານ​ອີກ, ເຊັ່ນ: ມີ​ກົນ​ໄກ​ຍ້ອງ​ຍໍ, ປຸກ​ລະ​ດົມ​ເພີ່ມ​ສະ​ມັດ​ຕະ​ພາບ; ກໍ່​ສ້າງ​ເຮືອນ, ສ້າງ​ໜ່ວຍ​ປູກ​ຜັກ ແລະ ລ້ຽງ​ສັດ… ແຕ່​ລະ​ປີ, ບໍ​ລິ​ສັດ​ຍັງ​ສະ​ຫງວນ​ເງິນ 500 ລ້ານ​ດົ່ງ​ເພື່ອ​ເຮັດ​ວຽກ​ງານ​ກຸ​ສົນ​ສັງ​ຄົມ. ເອື້ອຍ ດິງ​ແທງຮ່າ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ, ປະ​ທານ​ກຳ​ມະ​ບານ​ບໍ​ລິ​ສັດ ລາ​ໂດ​ຢາ, ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ບໍ​ລິ​ສັດ​ເປັນ​ເວ​ລາ 23 ປີ​ແລ້ວ. ຄະ​ນະ​ນຳ​ໃນ​ບໍ​ລິ​ສັດ​ຍາມ​ໃດ​ກໍ່​ມີນ້ຳ​ໃຈ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ກັນ​ໃນ​ວຽກ​ງານ ກໍ່​ຄື​ໃນ​ການ​ດຳ​ເນີນ​ຊີ​ວິດ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ທ່ານ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ ດິງກວາງ​ບາວ. ຍາມ​ໃດ​ທ່ານ​ກໍ່​ເບິ່ງ​ແຍງ​ດູ​ແລ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ອອກ​ແຮງ​ງານ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ”.

        ນັກ​ທຸ​ລະ​ກິດ ດິງກວາງ​ບາວ ພ້ອມ​ກັບ​ຖັນ​ແຖວ​ການ​ນຳ​ບໍ​ລິ​ສັດ ລາ​ໂດ​ຢາ ໄດ້​ວາງ​ນະ​ໂຍ​ບາຍ​ດຳ​ເນີນ​ທຸ​ລະ​ກິດ, ຄົ້ນ​ຄ້​ວາ​ປົວ​ແປງ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ, ລົງ​ທຶນ​ປະ​ກອບ​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝຂອງ​ໄຕ້​ຫວັນ (ຈີນ), ຍີ່​ປຸ່ນ, ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ ແລະ ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ. ຖັນ​ແຖວ​ພະ​ນັກ​ງານ, ພາ​ລະ​ກອນ​ຂອງ ລາ​ໂດ​ຢາ ກໍ່​ປະ​ດິດ​ສ້າງ​ຜະ​ລິດ​ຕະ​ພັນ​ໃໝ່ຫຼາຍ​ແບບ​ທີ່​ເໝາະ​ສົມ​ກັບ​ຄວາມ​ນິ​ຍົມ​ຂອງ​ຜູ້​ໃຊ້​ສອຍ. ໂດຍ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ ລາ​ໂດ​ຢາ ເປັນ​ເວ​ລາ 20 ປີ, ເອື້ອຍ ເຢືອງກວີ່ນ​ງາ ແບ່ງ​ປັນ​ວ່າ: “ທ່ານ​ປະ​ທານ ດິງກວາງ​ບາວ​ ໄດ້​ຊີ້​ນຳ​ນຳ​ພາ​ບໍ​ລິ​ສັດ​ນັບ​ມື້​ນັບ​ພັດ​ທະ​ນາກວ່າ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ກຳ​ມະ​ກອນ​ນັບ​ມື້​ນັບຫຼາຍ. ທ່ານ​ແມ່ນ​ຜູ້​ມີ​ຄວາມ​ໃກ້​ຊິດ​ຕິດ​ແທດ​ກັບ​ກຳ​ມະ​ກອນ, ການ​ເຄື່ອນ​ໄຫວ​ທັງ​ໝົດ​ເຊັ່ນ​ກຳ​ມະ​ບານ, ຊາວ​ໜຸ່ມ… ທ່ານ​ລ້ວນ​ແຕ່​ເຂົ້າ​ຮ່ວມ. ລະ​ບອບ​ອຸດ​ໜູນ​ຢູ່​ທີ່ນີ້​ກໍ່ຕ່າງ​ກັບ​ບໍ​ລິ​ສັດ​ອື່ນໆ. ພິ​ເສດ, ແມ່​ຍິງ​ມີ​ເງິນ​ເດືອນ​ສູງກວ່າ​ຜູ້​ຊາຍ 5%, ແຕ່​ລະ​ເດືອນ​ໄດ້​ມີ​ເງິນ​ເພີ່ມ 100.000 ດົ່ງ​ເພື່ອ​ລ້ຽງ​ລູກ​ນ້ອຍ, ຝາກ​ເດັກ​ຢູ່​​ເຮືອນເດັກ​ຂອງ​ບໍ​ລິ​ສັດ. ຜູ້​ໃດ​ຄອບ​ຄົວ​ຢູ່​ໄກ, ບໍ​ລິ​ສັດ​ກໍ່​ມີ​ເຮືອນ​ໃຫ້​ກຳ​ມະ​ກອນ​ຢູ່.”

        ດ້ວຍ​ການ​ປະ​ກອບ​ສ່ວນ​ຂອງ​ຕົນ. ນັກ​ທຸ​ລະ​ກິດ ດິງກວາງ​ບາວ ​ໄດ້​ຮັບຫຼຽນໄຊ​ແຮງ​ງານ​ຊັ້ນ​ສາມ​ຈາກ​ປະ​ທານ​ປະ​ເທດ, ແລະ ​ຮັບ​ໃບ​ຍ້ອງ​ຍໍ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ. ສ່ວນ​ບໍ​ລິ​ສັດ ລາ​ໂດ​ຢາ ກໍ່​ເຄີຍ​ໄດ້​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ສອງ ແລະ ໃບ​ຍ້ອງ​ຍໍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

        ເຖິງວ່າ​ປີນີ້​ມີ​ອາ​ຍຸ 80 ປີ​ແລ້ວ​ກໍ່​ຕາມ, ແຕ່​ນັກ​ທຸ​ລະ​ກິດ ດິງກວາງ​ບາວ​ ຍັງ​ຄົງ​ສຸດ​ຈິດ​ສຸດ​ໃຈ ແລະ ​ຕິດ​ພັນ​ກັບ​ອາ​ຊີບ​ໜັງ​ທີ່​ເປັນ​ມູນ​ເຊື້ອຢູ່, ດ້ວຍ​ຄວາມ​ປາ​ຖະ​ໜາຢາກ​ອຸ​ທິດ​ສ່ວນ​ໃຫ້​ປະ​ເທດຫຼາຍກວ່າ​ອີກ. ແລະ ຫວັງ​ວ່າບໍ​ລິ​ສັດ​ນັບ​ມື້ນັບ​ເຕີບ​ໃຫຍ່, ບືນ​ຕົວ​ຂຶ້ນ ແລະ ຂະ​ຫຍາຍ​ອອກ​​ສູ່ຕ່າງ​ປະ​ເທດ​ເທື່ອ​ລະ​ກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ